ໝວດ 7
ພະເຈົ້າຊ່ວຍລູກຫຼານອິດສະລາແອນຈາກການເປັນທາດ
ພະເຢໂຫວານຳເອົາໄພພິບັດມາໃສ່ຊາດເອຢິບ ແລະໂມເຊພາລູກຫຼານອິດສະລາແອນອອກຈາກແຜ່ນດິນນັ້ນ. ພະເຈົ້າປະທານກົດໝາຍໃຫ້ແກ່ຊາດອິດສະລາແອນໂດຍທາງໂມເຊ
ເປັນເວລາຫຼາຍປີທີ່ລູກຫຼານອິດສະລາແອນຢູ່ໃນເອຢິບ ເຂົາເຈົ້າຈະເລີນຮຸ່ງເຮືອງແລະປະຊາກອນກໍທະວີຂຶ້ນ. ແຕ່ເມື່ອຟາໂລອົງໃໝ່ເລີ່ມປົກຄອງ ຜູ້ປົກຄອງຄົນນີ້ບໍ່ຮູ້ຈັກໂຢເຊບ. ຜູ້ປົກຄອງໂຫດຫ້ຽມນີ້ຢ້ານຈຳນວນຊາວອິດສະລາແອນທີ່ເພີ່ມຂຶ້ນຫຼາຍຈຶ່ງບັງຄັບເຂົາເຈົ້າໃຫ້ເປັນທາດ ແລະສັ່ງໃຫ້ເອົາແອນ້ອຍຜູ້ຊາຍທັງໝົດທີ່ເກີດໃໝ່ໄປຖິ້ມໃນແມ່ນ້ຳນິນໃຫ້ຕາຍ. ແຕ່ວ່າແມ່ທີ່ກ້າຫານຄົນໜຶ່ງໄດ້ປົກປ້ອງລູກຊາຍນ້ອຍຂອງຕົນໄວ້ ໂດຍເຊື່ອງໄວ້ໃນກະຕ່າແລ້ວວາງໄວ້ຢູ່ກາງຕົ້ນໄມ້ອໍ້. ລູກສາວຂອງຟາໂລໄດ້ພົບແອນ້ອຍນັ້ນຈຶ່ງຕັ້ງຊື່ວ່າໂມເຊແລະລ້ຽງແອນ້ອຍນັ້ນໃນຄອບຄົວກະສັດເອຢິບ.
ເມື່ອໂມເຊອາຍຸ 40 ປີ ລາວຕົກໃນຄວາມຫຍຸ້ງຍາກຍ້ອນການປົກປ້ອງທາດອິດສະລາແອນຈາກຜູ້ຄຸມງານຊາວເອຢິບ. ໂມເຊຈຶ່ງຕ້ອງໜີໄປຢູ່ດິນແດນຫ່າງໄກເຊິ່ງເປັນບ່ອນທີ່ລາວອາໄສຢູ່ແບບຜູ້ຖືກເນລະເທດ. ເມື່ອໂມເຊອາຍຸ 80 ປີ ພະເຢໂຫວາສົ່ງໂມເຊໃຫ້ກັບຄືນໄປປະເທດເອຢິບເພື່ອຂໍຟາໂລໃຫ້ປ່ອຍປະຊາຊົນຂອງພະເຈົ້າ.
ກະສັດຟາໂລປະຕິເສດຢ່າງເດັດຂາດ. ດັ່ງນັ້ນພະເຈົ້າຈຶ່ງໂຈມຕີຊາວເອຢິບດ້ວຍໄພພິບັດສິບປະການ. ແຕ່ລະເທື່ອທີ່ໂມເຊປາກົດຕໍ່ໜ້າຟາໂລເພື່ອສະເໜີໂອກາດທີ່ຈະບໍ່ຖືກໄພພິບັດອັນຖັດໄປ ຟາໂລຂັດຂືນ ແລະບໍ່ຍອມຮັບຂໍ້ຮຽກຮ້ອງຂອງໂມເຊແລະພະເຢໂຫວາພະເຈົ້າຂອງໂມເຊ. ໃນທີ່ສຸດໄພພິບັດອັນທີສິບໄດ້ນຳຄວາມຕາຍມາສູ່ລູກກົກທັງໝົດຂອງປະເທດນັ້ນ—ຍົກເວັ້ນລູກຂອງຄົນທີ່ເຊື່ອຟັງພະເຢໂຫວາໂດຍການເອົາເລືອດແກະທີ່ເປັນເຄື່ອງບູຊາມາທາແມ່ປະຕູສອງເບື້ອງ. ທູດຂອງພະເຈົ້າທີ່ມາສັງຫານລູກກົກຈະກາຍເຮືອນເຫຼົ່ານັ້ນ. ເພາະສະນັ້ນຊາວອິດສະລາແອນລະລຶກເຖິງການຊ່ອຍໃຫ້ລອດຢ່າງອັດສະຈັນນີ້ໂດຍຈັດການສະຫຼອງເທດສະການທີ່ເອີ້ນກັນວ່າປັດສະຄາປີລະເທື່ອ.
ຫຼັງຈາກສູນເສຍລູກຊາຍກົກ ກະສັດຟາໂລຈຶ່ງສັ່ງໃຫ້ໂມເຊແລະຊາວອິດສະລາແອນທັງໝົດອອກຈາກເອຢິບ. ເຂົາເຈົ້າຈຶ່ງໄດ້ຈັດຕຽມຝູງຊົນທັນທີເພື່ອເດີນທາງອອກຈາກປະເທດເອຢິບ. ແຕ່ຟາໂລກໍປ່ຽນໃຈ. ລາວຈຶ່ງເອົານັກຮົບແລະລົດຮົບຈຳນວນຫຼາຍໄລ່ຕິດຕາມຊາວອິດສະລາແອນ. ປາກົດວ່າຊາວອິດສະລາແອນຈົນມຸມຢູ່ແຄມຝັ່ງທະເລແດງ. ພະເຢໂຫວາແຍກນ້ຳທະເລແດງອອກ ໃຫ້ຊາວອິດສະລາແອນຍ່າງຜ່ານພື້ນທະເລທີ່ແຫ້ງລະຫວ່າງກາງນ້ຳທີ່ຕັ້ງຂຶ້ນທັງສອງຂ້າງ! ເມື່ອຊາວເອຢິບໄລ່ມານຳຫຼັງເຂົາເຈົ້າ ພະເຈົ້າປ່ອຍນ້ຳທີ່ຕັ້ງຂຶ້ນໃຫ້ພັງລົງມາ ຟາໂລແລະກອງທະຫານຂອງລາວຈຶ່ງຈົມນ້ຳຕາຍ.
ຕໍ່ມາຂະນະທີ່ຊາວອິດສະລາແອນຕັ້ງຄ້າຍພັກໃກ້ກັບພູເຂົາຊີນາອີ ພະເຢໂຫວາເຮັດສັນຍາໄມຕີກັບເຂົາເຈົ້າ. ໂດຍມີໂມເຊເປັນຜູ້ກາງ ພະເຈົ້າໄດ້ປະທານກົດໝາຍແກ່ຊາດອິດສະລາແອນເພື່ອໃຫ້ການຊີ້ນຳແລະການປົກປ້ອງໃນທຸກແງ່ມຸມຂອງຊີວິດ. ຕາບໃດທີ່ຊາວອິດສະລາແອນຍອມຮັບກົດໝາຍຂອງພະເຈົ້າຢ່າງສັດຊື່ ພະເຢໂຫວາຈະຢູ່ກັບເຂົາເຈົ້າແລະຈະໃຫ້ຊາດນັ້ນນຳພະພອນໄປສູ່ຄົນອື່ນ.
ແຕ່ວ່າຊາວອິດສະລາແອນສ່ວນຫຼາຍໄດ້ເຮັດໃຫ້ພະເຈົ້າບໍ່ພໍໃຈດ້ວຍການຂາດຄວາມເຊື່ອ. ດັ່ງນັ້ນພະເຢໂຫວາຈຶ່ງໃຫ້ຄົນໃນຊົ່ວອາຍຸນັ້ນຍ່າງວົນວຽນຢູ່ໃນປ່າກັນດານ 40 ປີ. ໂມເຊໄດ້ມອບໝາຍໂຢຊວຍຜູ້ສັດຊື່ໃຫ້ສືບຕຳແໜ່ງຕໍ່ຈາກລາວ. ໃນທີ່ສຸດຊາວອິດສະລາແອນກໍພ້ອມທີ່ຈະເຂົ້າສູ່ແຜ່ນດິນທີ່ພະເຈົ້າໄດ້ສັນຍາໄວ້ກັບອັບລາຫາມແລ້ວ.
—ຂໍ້ມູນມາຈາກອົບພະຍົບ; ພວກເລວີ; ຈົດເຊັນບັນຊີ; ພະບັນຍັດ; ຄຳເພງ 136:10-15; ກິດຈະການ 7:17-36.