ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 39 ໜ້າ 96
  • ກະສັດ​ອົງ​ທຳອິດ​ຂອງ​ອິດສະຣາເອນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກະສັດ​ອົງ​ທຳອິດ​ຂອງ​ອິດສະຣາເອນ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຊາອຶເລ—ກະສັດທຳອິດຂອງຍິດສະລາເອນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ
    ຄຳພີໄບເບິນສະບັບແປໂລກໃໝ່
  • ພະ​ເຢຊູ​ເລືອກ​ໂຊໂລ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ດາວິດ​ກັບ​ຊາອູນ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 39 ໜ້າ 96
ກະສັດ​ຊາອູນ​ດຶງ​ຍອຍ​ເສື້ອ​ຂອງ​ຊາມູເອນ​ຈົນ​ຂາດ

ບົດ​ທີ 39

ກະສັດ​ອົງ​ທຳອິດ​ຂອງ​ອິດສະຣາເອນ

ພະ​ເຢໂຫວາ​ໄດ້​ຕັ້ງ​ຜູ້​ຕັດສິນ​ຫຼາຍ​ຄົນ​ໃຫ້​ເປັນ​ຜູ້​ນຳ​ຄົນ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ ແຕ່​ຄົນ​ອິດສະຣາເອນ​ພັດ​ຢາກ​ມີ​ກະສັດ. ເຂົາເຈົ້າ​ບອກ​ຊາມູເອນ​ວ່າ: ‘ທຸກ​ຊາດ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຮົາ​ກໍ​ພາກັນ​ມີ​ກະສັດ​ໝົດ ພວກ​ເຮົາ​ກໍ​ຢາກ​ມີ​ຄື​ກັນ.’ ຊາມູເອນ​ຄິດ​ວ່າ​ເລື່ອງ​ນີ້​ບໍ່​ຖືກຕ້ອງ ລາວ​ຈຶ່ງ​ອະທິດຖານ​ຫາ​ພະ​ເຢໂຫວາ. ພະ​ເຢໂຫວາ​ບອກ​ຊາມູເອນ​ວ່າ: ‘ເຂົາເຈົ້າ​ບໍ່​ໄດ້​ຖິ້ມ​ເຈົ້າ ແຕ່​ຖິ້ມ​ເຮົາ. ໄປ​ບອກ​ເຂົາເຈົ້າ​ວ່າ​ເຂົາເຈົ້າ​ສາມາດ​ມີ​ກະສັດ​ໄດ້ ແຕ່​ກະສັດ​ຈະ​ຮຽກ​ຮ້ອງ​ເອົາ​ຫຼາຍ​ຢ່າງ​ຈາກ​ເຂົາເຈົ້າ.’ ເຖິງ​ຈະ​ຮູ້​ແນວ​ນັ້ນ ປະຊາຊົນ​ກໍ​ຍັງ​ຕອບ​ວ່າ: ‘ບໍ່​ເປັນ​ຫຍັງ ຈັ່ງ​ໃດ​ພວກ​ເຮົາ​ກໍ​ຢາກ​ມີ​ກະສັດ!’

ພະ​ເຢໂຫວາ​ບອກ​ຊາມູເອນ​ວ່າ​ຜູ້​ຊາຍ​ທີ່​ຊື່​ຊາອູນ​ຈະ​ເປັນ​ກະສັດ​ອົງ​ທຳອິດ​ຂອງ​ອິດສະຣາເອນ. ເມື່ອ​ຊາອູນ​ໄປ​ຫາ​ຊາມູເອນ​ຢູ່​ເມືອງ​ຣາມາ ຊາມູເອນ​ກໍ​ເທ​ນ້ຳມັນ​ໃສ່​ຫົວ​ຂອງ​ຊາອູນ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ.

ຈາກ​ນັ້ນ ຊາມູເອນ​ກໍ​ເອີ້ນ​ພວກ​ອິດສະຣາເອນ​ມາ​ລວມ​ໂຕ​ກັນ​ເພື່ອ​ໃຫ້​ເຂົາເຈົ້າ​ເຫັນ​ກະສັດ​ອົງ​ທຳອິດ. ແຕ່​ເຂົາເຈົ້າ​ຊອກ​ຫາ​ຊາອູນ​ບໍ່​ເຈິ. ເຈົ້າ​ຮູ້​ບໍ​ວ່າ​ຍ້ອນຫຍັງ? ຍ້ອນ​ຊາອູນ​ໄປ​ລີ້​ຢູ່​ກອງ​ເຄື່ອງ. ເມື່ອ​ຊອກ​ຫາ​ຊາອູນ​ເຈິ​ແລ້ວ ເຂົາເຈົ້າ​ກໍ​ໃຫ້​ຊາອູນ​ມາ​ຢືນ​ຢູ່​ກາງ​ປະຊາຊົນ. ຊາອູນ​ສູງ​ກວ່າ​ທຸກ​ຄົນ​ແລະ​ເປັນ​ຄົນ​ຫຼໍ່​ຫຼາຍ. ຊາມູເອນ​ເວົ້າ​ວ່າ: ‘ຜູ້​ນີ້​ແມ່ນ​ຄົນ​ທີ່​ພະ​ເຢໂຫວາ​ເລືອກ.’ ແລ້ວ​ປະຊາຊົນ​ທຸກ​ຄົນ​ກໍ​ຮ້ອງ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນ​ຍາວ!”

ທຳອິດ ກະສັດ​ຊາອູນ​ເຮັດ​ຕາມ​ທີ່​ຊາມູເອນ​ບອກ​ທຸກ​ຢ່າງ​ແລະ​ເຊື່ອຟັງ​ພະ​ເຢໂຫວາ. ຕໍ່​ມາ ລາວ​ກໍ​ປ່ຽນ​ໄປ. ມີ​ເທື່ອ​ໜຶ່ງ ຊາມູເອນ​ບອກ​ຊາອູນ​ໃຫ້​ລໍ​ຖ້າ​ລາວ​ມາ​ກ່ອນ. ແຕ່​ຊາມູເອນ​ພັດ​ມາ​ຊ້າ ຊາອູນ​ກໍ​ເລີຍ​ເຜົາ​ເຄື່ອງ​ບູຊາ​ເອງ​ທັງໆ​ທີ່​ກະສັດ​ບໍ່​ມີ​ສິດ​ເຜົາ​ເຄື່ອງ​ບູຊາ. ຊາມູເອນ​ຮູ້ສຶກ​ແນວ​ໃດ? ລາວ​ບອກ​ຊາອູນ​ວ່າ: ‘ເຈົ້າ​ຄວນ​ເຊື່ອຟັງ​ພະ​ເຢໂຫວາ.’ ແຕ່​ຊາອູນ​ກໍ​ຍັງ​ບໍ່​ສຳນຶກ​ຜິດ.

ຕໍ່​ມາ ຕອນ​ທີ່​ຊາອູນ​ໄປ​ສູ້ຮົບ​ກັບ​ພວກ​ອາມາເລັກ ຊາມູເອນ​ໄດ້​ບອກ​ລາວ​ໃຫ້​ຂ້າ​ພວກ​ອາມາເລັກ​ທັງໝົດ. ແຕ່​ຊາອູນ​ພັດ​ບໍ່​ຂ້າ​ກະສັດ​ອາກັກ. ພະ​ເຢໂຫວາ​ຈຶ່ງ​ບອກ​ຊາມູເອນ​ວ່າ: ‘ຊາອູນ​ຖິ້ມ​ເຮົາ​ແລ້ວ ລາວ​ບໍ່​ເຮັດ​ຕາມ​ທີ່​ເຮົາ​ບອກ​ເລີຍ.’ ຊາມູເອນ​ເສຍໃຈ​ຫຼາຍ​ແລະ​ບອກ​ຊາອູນ​ວ່າ: ‘ຍ້ອນ​ເຈົ້າ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ເພິ່ນ​ຈະ​ເລືອກ​ຄົນ​ອື່ນ​ໃຫ້​ເປັນ​ກະສັດ​ແທນ​ເຈົ້າ.’ ເມື່ອ​ຊາມູເອນ​ກຳລັງ​ປິ່ນ​ໜ້າ​ຊິ​ຍ່າງ​ໄປ ຊາອູນ​ກໍ​ດຶງ​ຍອຍ​ເສື້ອ​ແຂນ​ກິ້ນ​ຂອງ​ຊາມູເອນ​ຈົນ​ຂາດ. ຊາມູເອນ​ບອກ​ຊາອູນ​ວ່າ: ‘ພະ​ເຢໂຫວາ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ແລ້ວ.’ ພະ​ເຢໂຫວາ​ກຳລັງ​ຈະ​ແຕ່ງຕັ້ງ​ຄົນ​ໜຶ່ງ​ທີ່​ຮັກ​ແລະ​ເຊື່ອຟັງ​ເພິ່ນ​ໃຫ້​ເປັນ​ກະສັດ.

“ການ​ເຊື່ອຟັງ​ດີ​ກວ່າ​ເຄື່ອງ​ບູຊາ.”—1 ຊາມູເອນ 15:22

ຄຳ​ຖາມ: ພວກ​ອິດສະຣາເອນ​ຢາກ​ໄດ້​ຫຍັງ? ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ໃຫ້​ຊາອູນ​ເປັນ​ກະສັດ​ອີກ​ຕໍ່​ໄປ?

1 ຊາມູເອນ 8:1-22; 9:1, 2, 15-17; 10:8, 20-24; 13:1-14; 15:1-35

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌