ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 80 ໜ້າ 188-ໜ້າ 189 ຂໍ້ 1
  • ພະ​ເຢຊູ​ເລືອກ​ອັກຄະສາວົກ 12 ຄົນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ເລືອກ​ອັກຄະສາວົກ 12 ຄົນ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ການ​ຄັດ​ເລືອກ​ອັກຄະສາວົກ​ຂອງ​ພະອົງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະເຍຊູສັ່ງສອນເທິງພູເຂົາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຄົນ​ເຫຼົ່າ​ນີ້​ທີ່​ໄດ້​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ
    ຮຽນຈາກຄູຜູ້ຍິ່ງໃຫຍ່
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 80 ໜ້າ 188-ໜ້າ 189 ຂໍ້ 1
ພະ​ເຢຊູ​ກັບ​ອັກຄະສາວົກ 12 ຄົນ

ບົດ​ທີ 80

ພະ​ເຢຊູ​ເລືອກ​ອັກຄະສາວົກ 12 ຄົນ

ຫຼັງ​ຈາກ​ທີ່​ພະ​ເຢຊູ​ເຮັດ​ວຽກ​ປະກາດ​ມາ​ໄດ້​ປະມານ 1 ປີ​ເຄິ່ງ ເພິ່ນ​ກໍ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ. ເພິ່ນ​ຈະ​ເລືອກ​ໃຜ​ມາ​ເຮັດ​ວຽກ​ໃກ້ຊິດ​ກັບ​ເພິ່ນ​ແລະ​ຈະ​ຝຶກ​ໃຜ​ໃຫ້​ເບິ່ງແຍງ​ປະຊາຄົມ​ຄລິດສະຕຽນ? ພະ​ເຢຊູ​ຢາກ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຕັດສິນໃຈ ເພິ່ນ​ຈຶ່ງ​ໄປ​ເທິງ​ພູ​ເພື່ອ​ຈະ​ຢູ່​ຄົນ​ດຽວ​ແລະ​ອະທິດຖານ​ໝົດ​ຄືນ. ເມື່ອ​ຮອດ​ຕອນ​ເຊົ້າ ພະ​ເຢຊູ​ໄດ້​ເອີ້ນ​ພວກ​ລູກສິດ​ບາງ​ຄົນ​ໃຫ້​ມາ​ຫາ​ແລະ​ເລືອກ​ເອົາ 12 ຄົນ​ໃຫ້​ເປັນ​ອັກຄະສາວົກ. ເຈົ້າ​ຈື່​ຊື່​ອັກຄະສາວົກ​ຄົນ​ໃດ​ໄດ້​ແດ່? ເຂົາເຈົ້າ​ຊື່​ວ່າ ເປໂຕ ອັນເດອາ ຢາໂກໂບ ໂຢຮັນ ຟີລິບ ບາຣະໂທໂລມາຍ ໂທມາ ມັດທາຍ ຢາໂກໂບ​ລູກ​ຊາຍ​ຂອງ​ອາລະຟາຍ ທາດາຍ ຊີໂມນ ແລະ​ຢູດາອິສະກາຣີອົດ.

ອັນເດອາ ເປໂຕ ຟີລິບ ຢາໂກໂບ

ອັນເດອາ ເປໂຕ ຟີລິບ ຢາໂກໂບ

ພວກ​ອັກຄະສາວົກ 12 ຄົນ​ເດີນທາງ​ໄປ​ນຳ​ພະ​ເຢຊູ​ທຸກ​ບ່ອນ. ຫຼັງ​ຈາກ​ພະ​ເຢຊູ​ຝຶກ​ເຂົາເຈົ້າ​ແລ້ວໆ ເພິ່ນ​ກໍ​ສົ່ງ​ເຂົາເຈົ້າ​ອອກ​ໄປ​ປະກາດ. ພະ​ເຢໂຫວາ​ໃຫ້​ລິດເດດ​ເຂົາເຈົ້າ​ໄລ່​ພວກ​ປີສາດ​ແລະ​ປົວ​ຄົນ​ເຈັບ​ປ່ວຍ​ໄດ້.

ໂຢຮັນ ມັດທາຍ ບາຣະໂທໂລມາຍ ໂທມາ

ໂຢຮັນ ມັດທາຍ ບາຣະໂທໂລມາຍ ໂທມາ

ພະ​ເຢຊູ​ເອີ້ນ​ພວກ​ອັກຄະສາວົກ​ວ່າ​ໝູ່​ແລະ​ເພິ່ນ​ກໍ​ໄວ້ໃຈ​ເຂົາເຈົ້າ. ພວກ​ຟາຣີຊາຍ​ເບິ່ງ​ວ່າ​ພວກ​ອັກຄະສາວົກ​ຂອງ​ພະ​ເຢຊູ​ເປັນ​ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ ແຕ່​ພະ​ເຢຊູ​ຝຶກ​ເຂົາເຈົ້າ​ໃຫ້​ເຮັດ​ວຽກ​ປະກາດ. ເຂົາເຈົ້າ​ຈະ​ຢູ່​ກັບ​ພະ​ເຢຊູ​ໃນ​ຊ່ວງ​ເວລາ​ທີ່​ສຳຄັນ​ທີ່​ສຸດ ເຊັ່ນ ກ່ອນ​ພະ​ເຢຊູ​ຕາຍ​ແລະ​ຫຼັງ​ຈາກ​ເພິ່ນ​ຄືນ​ມາ​ຈາກ​ຕາຍ. ອັກຄະສາວົກ​ສ່ວນ​ຫຼາຍ​ເປັນ​ຄົນ​ຄາລີເລ​ຄື​ກັບ​ພະ​ເຢຊູ ແລະ​ບາງ​ຄົນ​ກໍ​ແຕ່ງດອງ​ແລ້ວ.

ຢາໂກໂບ​ລູກ​ຊາຍ​ຂອງ​ອາລະຟາຍ ຢູດາອິສະກາຣີອົດ ທາດາຍ ຊີໂມນ

ຢາໂກໂບ​ລູກ​ຊາຍ​ຂອງ​ອາລະຟາຍ ຢູດາອິສະກາຣີອົດ ທາດາຍ ຊີໂມນ

ພວກ​ອັກຄະສາວົກ​ເປັນ​ຄົນ​ບໍ່​ສົມບູນແບບ​ແລະ​ເຮັດ​ຜິດ​ພາດ. ບາງ​ເທື່ອ​ເຂົາເຈົ້າ​ກໍ​ເວົ້າ​ກ່ອນ​ຄິດ​ແລະ​ຕັດສິນໃຈ​ຜິດ ແລະ​ບາງ​ເທື່ອ​ກໍ​ບໍ່​ມີ​ຄວາມ​ອົດທົນ. ເຂົາເຈົ້າ​ເຖິງ​ກັບ​ຜິດ​ກັນ​ເລື່ອງ​ທີ່​ວ່າ​ແມ່ນ​ໃຜ​ສຳຄັນ​ກວ່າ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ແຕ່​ເຂົາເຈົ້າ​ກໍ​ເປັນ​ຄົນ​ດີ​ແລະ​ຮັກ​ພະ​ເຢໂຫວາ. ເຂົາເຈົ້າ​ຈະ​ເປັນ​ຄົນ​ກຸ່ມ​ທຳອິດ​ທີ່​ເບິ່ງແຍງ​ປະຊາຄົມ​ຄລິດສະຕຽນ​ຫຼັງ​ຈາກ​ພະ​ເຢຊູ​ຕາຍ.

“ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່ ຍ້ອນ​ຂ້ອຍ​ບອກ​ພວກ​ເຈົ້າ​ໃຫ້​ຮູ້​ທຸກ​ເລື່ອງ​ທີ່​ຂ້ອຍ​ໄດ້​ຍິນ​ຈາກ​ພໍ່​ຂອງ​ຂ້ອຍ.”—ໂຢຮັນ 15:15

ຄຳ​ຖາມ: ພະ​ເຢຊູ​ເລືອກ​ໃຜ​ເປັນ​ອັກຄະສາວົກ 12 ຄົນ? ພະ​ເຢຊູ​ສົ່ງ​ພວກ​ອັກຄະສາວົກ​ໃຫ້​ໄປ​ເຮັດ​ວຽກ​ຫຍັງ?

ມັດທາຍ 10:1-10; ມາຣະໂກ 3:13-19; 10:35-40; ລູກາ 6:12-16; ໂຢຮັນ 15:15; 20:24, 25; ກິດຈະການ 2:7; 4:13; 1 ໂກຣິນໂທ 9:5; ເອເຟໂຊ 2:20-22

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌