ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 83 ໜ້າ 194-ໜ້າ 195 ຂໍ້ 1
  • ພະ​ເຢຊູ​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຍຊູ​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ​ໂດຍ​ເຮັດ​ການ​ອັດສະຈັນ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເຮົາ​ຮຽນ​ຫຍັງ​ຈາກ​ການ​ອັດສະຈັນ​ຂອງ​ພະ​ເຢຊູ​ເລື່ອງ​ເຂົ້າຈີ່?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ພະເຍຊູລ້ຽງຜູ້ຄົນຈຳນວນຫຼາຍ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ອາຫານ​ແລງ​ຄາບ​ສຸດທ້າຍ​ຂອງ​ພະ​ເຢຊູ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 83 ໜ້າ 194-ໜ້າ 195 ຂໍ້ 1
ພວກ​ອັກຄະສາວົກ​ຢາຍ​ຂອງກິນ​ໃຫ້​ຄົນ​ກຸ່ມ​ໃຫຍ່

ບົດ​ທີ 83

ພະ​ເຢຊູ​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ

ບໍ່​ດົນ​ກ່ອນ​ເທດສະການ​ປັດສະຄາ​ປີ 32 ພວກ​ອັກຄະສາວົກ​ຫາກໍ​ກັບ​ມາ​ຈາກ​ການ​ໄປ​ປະກາດ​ຕາມ​ເມືອງ​ຕ່າງໆ​ແລະ​ຮູ້ສຶກ​ເມື່ອຍ​ຫຼາຍ ພະ​ເຢຊູ​ຈຶ່ງ​ພາ​ເຂົາເຈົ້າ​ຂີ່​ເຮືອ​ໄປ​ເມືອງ​ເບັດຊາອີດາ​ເພື່ອ​ພັກຜ່ອນ. ແຕ່​ຕອນ​ທີ່​ເຮືອ​ໃກ້​ຈະ​ຮອດ​ຝັ່ງ ພະ​ເຢຊູ​ກໍ​ເຫັນ​ປະຊາຊົນ​ຫຼາຍ​ພັນ​ຄົນ​ມາ​ຖ້າ​ເພິ່ນ​ຢູ່​ຫັ້ນ​ແລ້ວ. ເຖິງ​ວ່າ​ພະ​ເຢຊູ​ຢາກ​ພັກຜ່ອນ​ກັບ​ພວກ​ອັກຄະສາວົກ​ເປັນ​ສ່ວນ​ໂຕ ແຕ່​ເພິ່ນ​ກໍ​ຍິນດີ​ຕ້ອນຮັບ​ເຂົາເຈົ້າ​ດ້ວຍ​ຄວາມ​ເມດຕາ. ເພິ່ນ​ປົວ​ຄົນ​ເຈັບ​ປ່ວຍ​ແລະ​ເລີ່ມ​ສອນ​ເຂົາເຈົ້າ. ພະ​ເຢຊູ​ສອນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ເຂົາເຈົ້າ​ຟັງ​ໝົດ​ມື້. ເມື່ອ​ຮອດ​ຕອນ​ແລງ ພວກ​ອັກຄະສາວົກ​ມາ​ບອກ​ພະ​ເຢຊູ​ວ່າ: ‘ປະຊາຊົນ​ຫິວ​ແລ້ວ. ໃຫ້​ເຂົາເຈົ້າ​ອອກ​ໄປ​ຊອກ​ຊື້​ອາຫານ​ກິນ​ເບາະ.’

ເດັກນ້ອຍ​ຜູ້​ຊາຍ​ເອົາ​ກະຕ່າ​ທີ່​ມີ​ເຂົ້າຈີ່​ກັບ​ປາ​ໃຫ້​ພະ​ເຢຊູ

ພະ​ເຢຊູ​ບອກ​ວ່າ: ‘ບໍ່​ຕ້ອງ​ໃຫ້​ເຂົາເຈົ້າ​ໄປ​ດອກ ໃຫ້​ເຂົາເຈົ້າ​ກິນ​ຢູ່​ນີ້​ແຫຼະ.’ ພວກ​ອັກຄະສາວົກ​ຖາມ​ວ່າ: ‘ຊິ​ໃຫ້​ພວກ​ເຮົາ​ໄປ​ຊື້​ຂອງກິນ​ມາ​ໃຫ້​ເຂົາເຈົ້າ​ກິນ​ບໍ?’ ອັກຄະສາວົກ​ທີ່​ຊື່​ຟີລິບ​ບອກ​ວ່າ: ‘ເຖິງ​ພວກ​ເຮົາ​ຊິ​ມີ​ເງິນ​ຫຼາຍ ແຕ່​ພວກ​ເຮົາ​ກໍ​ບໍ່​ສາມາດ​ຊື້​ຂອງກິນ​ໃຫ້​ຄົນ​ຫຼາຍ​ປານ​ນີ້​ໄດ້​ດອກ.’

ພະ​ເຢຊູ​ຖາມ​ເຂົາເຈົ້າ​ວ່າ: ‘ເຮົາ​ມີ​ຂອງກິນ​ຫຼາຍ​ສ່ຳ​ໃດ?’ ອັນເດອາ​ຕອບ​ວ່າ: ‘ເຮົາ​ມີ​ເຂົ້າຈີ່ 5 ອັນ​ກັບ​ປາ​ໂຕ​ນ້ອຍໆ 2 ໂຕ. ຈັ່ງ​ໃດ​ກໍ​ບໍ່​ພໍ​ກິນ​ດອກ.’ ພະ​ເຢຊູ​ບອກ​ວ່າ: ‘ເອົາ​ເຂົ້າຈີ່​ກັບ​ປາ​ມາ​ໃຫ້​ຂ້ອຍ.’ ແລ້ວ​ເພິ່ນ​ກໍ​ບອກ​ໃຫ້​ປະຊາຊົນ​ນັ່ງ​ຢູ່​ເທິງ​ຫຍ້າ​ເປັນ​ກຸ່ມໆ. ບາງ​ກຸ່ມ​ມີ 50 ຄົນ ແລະ​ບາງ​ກຸ່ມ​ກໍ​ມີ 100 ຄົນ. ພະ​ເຢຊູ​ຈັບ​ເອົາ​ເຂົ້າຈີ່​ກັບ​ປາ​ຂຶ້ນ​ມາ ແລ້ວ​ເງີຍ​ໜ້າ​ຂຶ້ນ​ຟ້າ​ແລະ​ອະທິດຖານ​ຂອບໃຈ​ພະເຈົ້າ. ຈາກ​ນັ້ນ ເພິ່ນ​ກໍ​ຢາຍ​ເຂົ້າຈີ່​ໃຫ້​ພວກ​ອັກຄະສາວົກ ແລ້ວ​ເຂົາເຈົ້າ​ກໍ​ເອົາ​ໄປ​ຢາຍ​ໃຫ້​ປະຊາຊົນ. ມີ​ຜູ້​ຊາຍ​ປະມານ 5.000 ຄົນ​ແລະ​ມີ​ຜູ້​ຍິງ​ກັບ​ເດັກນ້ອຍ​ນຳ. ທຸກ​ຄົນ​ໄດ້​ກິນ​ຈົນ​ອີ່ມ. ຫຼັງ​ຈາກ​ນັ້ນ ພວກ​ອັກຄະສາວົກ​ກໍ​ຊ່ວຍ​ກັນ​ເກັບ​ອາຫານ​ທີ່​ເຫຼືອ​ເພື່ອ​ບໍ່​ໃຫ້​ເສຍ​ຖິ້ມ​ໄປ​ລ້າໆ. ເຂົາເຈົ້າ​ເກັບ​ໄດ້​ເຕັມ 12 ກະຕ່າ! ການ​ອັດສະຈັນ​ນີ້​ທີ່​ພະ​ເຢຊູ​ເຮັດ​ເປັນ​ຕາ​ງຶດ​ຫຼາຍ​ແທ້ໆ​ແມ່ນ​ບໍ?

ປະຊາຊົນ​ຮູ້ສຶກ​ປະທັບໃຈ​ຫຼາຍ​ຈົນ​ຢາກ​ໃຫ້​ພະ​ເຢຊູ​ເປັນ​ກະສັດ. ແຕ່​ພະ​ເຢຊູ​ຮູ້​ວ່າ​ຍັງ​ບໍ່​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ເພິ່ນ​ເປັນ​ກະສັດ. ເພິ່ນ​ຈຶ່ງ​ບອກ​ປະຊາຊົນ​ໃຫ້​ກັບ​ເມືອ​ເຮືອນ​ແລະ​ບອກ​ໃຫ້​ພວກ​ອັກຄະສາວົກ​ຂ້າມ​ທະເລ​ຄາລີເລ​ໄປ​ອີກ​ຟາກ​ໜຶ່ງ. ພວກ​ອັກຄະສາວົກ​ກໍ​ຂີ່​ເຮືອ​ໄປ ສ່ວນ​ພະ​ເຢຊູ​ກໍ​ຂຶ້ນ​ໄປ​ເທິງ​ພູ​ຄົນ​ດຽວ. ຍ້ອນຫຍັງ? ຍ້ອນ​ເພິ່ນ​ຢາກ​ອະທິດຖານ​ຫາ​ພໍ່​ຂອງ​ເພິ່ນ. ເຖິງ​ວ່າ​ພະ​ເຢຊູ​ຈະ​ຫຍຸ້ງ​ຫຼາຍ​ສ່ຳ​ໃດ ແຕ່​ເພິ່ນ​ກໍ​ຫາ​ເວລາ​ທີ່​ຈະ​ອະທິດຖານ​ສະເໝີ.

“ຢ່າ​ເຮັດ​ວຽກ​ເພື່ອ​ຈະ​ໄດ້​ອາຫານ​ທີ່​ເນົ່າ​ເປື່ອຍ​ໄດ້ ແຕ່​ໃຫ້​ເຮັດ​ວຽກ​ເພື່ອ​ຈະ​ໄດ້​ອາຫານ​ທີ່​ບໍ່​ເນົ່າ​ເປື່ອຍ​ເຊິ່ງ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ. ລູກ​ມະນຸດ​ຈະ​ເອົາ​ອາຫານ​ນັ້ນ​ໃຫ້​ພວກ​ເຈົ້າ.”—ໂຢຮັນ 6:27

ຄຳ​ຖາມ: ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ຫ່ວງ​ປະຊາຊົນ? ເລື່ອງ​ນີ້​ສອນ​ເຮົາ​ແນວ​ໃດ​ກ່ຽວກັບ​ພະ​ເຢໂຫວາ?

ມັດທາຍ 14:14-22; ລູກາ 9:10-17; ໂຢຮັນ 6:1-15

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌