ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ໜ້າ 72-73
  • ຄຳນຳ​ຕອນ​ທີ 6

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳນຳ​ຕອນ​ທີ 6
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ການລອດພົ້ນຈາກອີຢີບຈົນເຖິງກະສັດອົງທຳອິດຂອງຊາດຍິດສະລາເອນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ການ​ເປັນ​ຄົນ​ສັດ​ຊື່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ລາວ​ເຮັດ​ໃຫ້​ພໍ່​ແລະ​ພະ​ເຢໂຫວາ​ມີ​ຄວາມ​ສຸກ
    ສອນລູກໃຫ້ເປັນຄົນດີ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ໜ້າ 72-73
ແຊມຊັນ​ແບກ​ປະຕູ​ເມືອງ​ຄາຊາ

ຄຳນຳ​ຕອນ​ທີ 6

ໃນ​ທີ່​ສຸດ​ພວກ​ອິດສະຣາເອນ​ກໍ​ມາ​ຮອດ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ເຂົາເຈົ້າ​ມີ​ເຕັ້ນ​ສັກສິດ​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້ ມີ​ປະໂລຫິດ​ສອນ​ກົດໝາຍ​ຂອງ​ພະເຈົ້າ ແລະ​ມີ​ຜູ້​ຕັດສິນ​ນຳໜ້າ​ຊາດ​ອິດສະຣາເອນ. ໃນ​ຕອນ​ທີ 6 ນີ້ ເຮົາ​ຈະ​ເຫັນ​ວ່າ​ການ​ຕັດສິນໃຈ​ແລະ​ການ​ກະທຳ​ຂອງ​ຄົນ​ໜຶ່ງ​ອາດ​ມີ​ຜົນ​ກະທົບ​ຕໍ່​ຄົນ​ອື່ນ​ຫຼາຍ. ຄົນ​ອິດສະຣາເອນ​ແຕ່​ລະ​ຄົນ​ຕ້ອງ​ສັດຊື່​ຕໍ່​ພະ​ເຢໂຫວາ​ແລະ​ຄົນ​ຊາດ​ດຽວ​ກັນ. ຂໍ​ເນັ້ນ​ໃຫ້​ລູກ​ເຫັນ​ວ່າ​ຕົວຢ່າງ​ທີ່​ດີ​ຂອງ​ເດໂບຣາ ນາໂອມີ ໂຢຊວຍ ຮັນນາ ລູກ​ສາວ​ຂອງ​ເຢັບທາ ແລະ​ຊາມູເອນ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ໄດ້​ຮັບ​ຜົນ​ດີ​ແນວ​ໃດ ແລະ​ແມ່ນ​ແຕ່​ຄົນ​ອື່ນໆ​ທີ່​ບໍ່​ແມ່ນ​ຄົນ​ອິດສະຣາເອນ ເຊັ່ນ: ຣາຮາບ ຣຸດ ຢາເອນ ແລະ​ພວກ​ກິເບໂອນ​ທີ່​ຕັດສິນໃຈ​ຢູ່​ກັບ​ຄົນ​ອິດສະຣາເອນ​ຍ້ອນ​ຮູ້​ວ່າ​ພະເຈົ້າ​ຢູ່​ນຳ​ເຂົາເຈົ້າ.

ຈຸດ​ສຳຄັນ

  • ພະ​ເຢໂຫວາ​ໃຊ້​ຜູ້​ຕັດສິນ​ໃຫ້​ຊ່ວຍ​ຄົນ​ຂອງ​ເພິ່ນ​ຢ່າງ​ອັດສະຈັນ

  • ພະ​ເຢໂຫວາ​ອວຍພອນ​ທັງ​ຄົນ​ໜຸ່ມ​ແລະ​ຜູ້​ເຖົ້າ​ທີ່​ສັດຊື່​ແລະ​ໄວ້ໃຈ​ເພິ່ນ​ຢ່າງ​ເຕັມທີ

  • ພະເຈົ້າ​ບໍ່​ລຳອຽງ ເພິ່ນ​ຍອມຮັບ​ທຸກ​ຄົນ​ທີ່​ຮັກ​ເພິ່ນ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ບໍ່​ວ່າ​ເຂົາເຈົ້າ​ຈະ​ເປັນ​ຄົນ​ຊາດ​ໃດ​ຫຼື​ມີ​ພູມ​ຫຼັງ​ແບບ​ໃດ​ກໍ​ຕາມ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌