ເພງທີ 29
ໃຊ້ຊີວິດໃຫ້ສົມກັບຊື່ຂອງພວກເຮົາ
1. ໂອ້ເຢໂຫວາຜູ້ມີລິດຍິ່ງໃຫຍ່ນິລັນ
ເຕັມປ່ຽມດ້ວຍຮັກ ອຳນາດແລະ ຍຸຕິທຳ
ເປັນແຫຼ່ງແຫ່ງຄວາມຈິງສະຕິປັນຍາສູງສົ່ງ
ເປັນຜູ້ປົກຄອງ ທັງສະຫວັນ ແລະໂລກນີ້
ເຮົາມີຄວາມສຸກ ທີ່ໄດ້ເປັນ ຄົນຂອງພະເຈົ້າ
ພວກເຮົາຍິນດີ ປະກາດເລື່ອງ ການປົກຄອງ
(ທ່ອນຊ້ຳ)
ເຮົາເປັນພະຍານມີສິດທິພິເສດຍິ່ງໃຫຍ່
ຂໍໃຊ້ຊີວິດໃຫ້ສົມກັບຊື່ພະອົງ!
2. ໄດ້ເຮັດວຽກສຳຄັນຮ່ວມກັນກັບພີ່ນ້ອງເຮົາ
ເຮັດໃຫ້ຮັກກັນ ແລະຜູກພັນ ເປັນໜຶ່ງດຽວ
ໄດ້ສອນຄວາມຈິງແລະປະພຶດໃຫ້ກຽດພະອົງ
ເຮົາດີໃຈລົ້ນ ທີ່ໄດ້ສັນ ເສີນພະເຈົ້າ
ຄົນຮູ້ຈັກເຮົາ ໃນນາມຊື່ ພະເຢໂຫວາ
ເຮົາຂໍສັນຍາ ຈະຮັກສາ ກຽດນີ້ໄວ້
(ທ່ອນຊ້ຳ)
ເຮົາເປັນພະຍານມີສິດທິພິເສດຍິ່ງໃຫຍ່
ຂໍໃຊ້ຊີວິດໃຫ້ສົມກັບຊື່ພະອົງ!
(ເບິ່ງຕື່ມ ບັນຍັດ. 32:4; ເພງ. 43:3; ດາ. 2:20, 21)