ເພງທີ 80
“ລອງຊີມແລ້ວຈະຮູ້ວ່າພະເຢໂຫວາດີ”
1. ໄດ້ຮັບໃຊ້ພະເຈົ້າ ຂອງພວກເຮົາ
ເຮົາທຸ່ມເທຕົວໃນການຮັບໃຊ້
ຍາດເວລາມາໃຊ້ ໃຫ້ສິ່ງດີທີ່ສຸດ
ເຮົາຕ້ອງໄດ້ໄປບອກອີກຫຼາຍຄົນ
(ທ່ອນຊ້ຳ)
ພະຄຳພີໄດ້ກ່າວ “ລອງຊີມຈະຮູ້
ວ່າເຢໂຫວາດີສ່ຳໃດ”
ພັກດີຕໍ່ພະອົງ ໄດ້ພອນມາກລົ້ນ
ເຮັດສຸດກຳລັງຂອງພວກເຮົາ
2. ຜູ້ທີ່ໄດ້ຮັບໃຊ້ ເຕັມເວລາ
ໄດ້ພອນນານາສິ່ງດີມາກລົ້ນ
ວາງໃຈໃນພະເຈົ້າ ຈະໃຫ້ສິ່ງຈຳເປັນ
ພໍໃຈໃນສິ່ງທີ່ເຮົາມີຢູ່
(ທ່ອນຊ້ຳ)
ພະຄຳພີໄດ້ກ່າວ “ລອງຊີມຈະຮູ້
ວ່າເຢໂຫວາດີສ່ຳໃດ”
ພັກດີຕໍ່ພະອົງ ໄດ້ພອນມາກລົ້ນ
ເຮັດສຸດກຳລັງຂອງພວກເຮົາ
(ເບິ່ງຕື່ມ ມໂກ. 14:8; ລືກາ 21:2; 1 ຕີໂມ. 1:12; 6:6)