ເພງທີ 91
ວຽກໜັກທີ່ເຮົາເຮັດດ້ວຍຄວາມຮັກ
1. ພະເຢໂຫວາ ນີ້ເປັນວັນ ທີ່ພວກເຮົານັ້ນຢາກອະທິດຖານ
ພະອົງພໍໃຈ ພວກເຮົາ ແລະໃຫ້ກຽດ ເກີນທີ່ເຮົາ ຈະກ່າວ
ເຮົາເຮັດວຽກໜັກ ດ້ວຍຄວາມຮັກ ເຮົາເຫັນການອວຍພອນຈາກພະອົງ
ຕອນນີ້ອາຄານສຳເລັດ ດ້ວຍມືເຮົາ ເປັນຫຼັກຖານ ພິສູດ
(ທ່ອນຊ້ຳ)
ພະເຢໂຫວາ ນີ້ເປັນ ສິດພິເສດ
ທີ່ເຮົາໄດ້ສ້າງ ສະຖານແຫ່ງນີ້
ເຮົາຈະຮັບໃຊ້ ພະອົງສຸດຫົວໃຈ ຕະຫຼອດຊີວິດ
ຈະເຮັດທຸກສິ່ງໃຫ້ກຽດພະອົງ
2. ໄດ້ເຫັນໃບໜ້າ ທີ່ຍິ້ມແຍ້ມ ໄດ້ມີເພື່ອນແທ້ເປັນເພື່ອນທີ່ດີ
ເຮົາຈະເກັບຄວາມຊົງຈຳ ມິດຕະພາບ ສິ່ງທີ່ດີ ນີ້ໄວ້
ໄດ້ເຫັນພະລັງຂອງພະເຈົ້າ ຊ່ວຍເຮົາເຮັດວຽກເປັນໜຶ່ງດຽວກັນ
ໃຫ້ຊື່ພະອົງໄດ້ຮັບ ຄຳສັນເສີນ ເປັນລາງວັນ ຍິ່ງໃຫຍ່
(ທ່ອນຊ້ຳ)
ພະເຢໂຫວາ ນີ້ເປັນ ສິດພິເສດ
ທີ່ເຮົາໄດ້ສ້າງ ສະຖານແຫ່ງນີ້
ເຮົາຈະຮັບໃຊ້ ພະອົງສຸດຫົວໃຈ ຕະຫຼອດຊີວິດ
ຈະເຮັດທຸກສິ່ງໃຫ້ກຽດພະອົງ
(ເບິ່ງຕື່ມ ເພງ. 116:1; 147:1; ໂລມ 15:6)