ເພງທີ 30
ພະອົງເປັນພະເຈົ້າ ເປັນພໍ່ ແລະເພື່ອນຂອງຂ້ອຍ
1. ຊີວິດຫຍຸ້ງຍາກໃນໂລກນີ້
ມີຄວາມລຳບາກ ຕ້ອງຮ້ອງໄຫ້ ປວດໃຈ
ແຕ່ເຮົາຍັງເວົ້າໄດ້ທຸກວັນ
ວ່າຊີວິດຍັງມີຄ່າ
(ທ່ອນຊ້ຳ)
ພະເຈົ້າ ພະອົງຜູ້ຊອບທຳ
ບໍ່ເຄີຍລືມຄວາມຮັກ ທີ່ຂ້ອຍສະແດງ
ພະອົງ ຢູ່ໃກ້ຂ້ອຍສະເໝີ
ມີເຢໂຫວາ ຂ້ອຍບໍ່ໂດດດ່ຽວ
ພະເຈົ້າ ຄຸ້ມຄອງແລະປ້ອງກັນ
ຜູ້ທີ່ເບິ່ງແຍງຂ້ອຍ ຈົນວັນສຸດທ້າຍ
ພະເຢໂຫວາ ພະເຈົ້າທ່ຽງແທ້
ເປັນພໍ່ ແລະເພື່ອນ
2. ເມື່ອຄວາມເປັນໜຸ່ມຜ່ານເລີຍໄປ
ສູ່ໄວຊະລາ ຄວາມຫຍຸ້ງຍາກ ມາເຖິງ
ແຕ່ຄວາມເຊື່ອຂ້ອຍຄວາມຫວັງຂ້ອຍ
ຍັງສົດໃສຢູ່ສະເໝີ
(ທ່ອນຊ້ຳ)
ພະເຈົ້າ ພະອົງຜູ້ຊອບທຳ
ບໍ່ເຄີຍລືມຄວາມຮັກ ທີ່ຂ້ອຍສະແດງ
ພະອົງ ຢູ່ໃກ້ຂ້ອຍສະເໝີ
ມີເຢໂຫວາ ຂ້ອຍບໍ່ໂດດດ່ຽວ
ພະເຈົ້າ ຄຸ້ມຄອງແລະປ້ອງກັນ
ຜູ້ທີ່ເບິ່ງແຍງຂ້ອຍ ຈົນວັນສຸດທ້າຍ
ພະເຢໂຫວາ ພະເຈົ້າທ່ຽງແທ້
ເປັນພໍ່ ແລະເພື່ອນ
(ເບິ່ງຕື່ມ ເພງ. 71:17, 18)