ເພງທີ 73
ຂໍຊ່ວຍໃຫ້ເຮົາກ້າຫານ
1. ເມື່ອບອກເລື່ອງລາຊະອານາຈັກ
ເມື່ອປະກາດຊື່ຂອງພະອົງ
ມີຜູ້ທີ່ຕໍ່ຕ້ານພວກເຮົາຫຼາຍ
ຕ້ອງການເຮັດໃຫ້ເຮົາອັບອາຍ
ພວກມະນຸດບໍ່ແມ່ນພະເຈົ້າ
ພວກເຮົາຈະເຊື່ອຟັງແຕ່ພະອົງ
ເຮົາຈຶ່ງຂໍພະລັງທີ່ບໍລິສຸດ
ຂໍເຢໂຫວາຟັງເຮົາອ້ອນວອນ
(ທ່ອນຊ້ຳ)
ຂໍຊ່ວຍເຮົາປະກາດຢ່າງກ້າຫານ
ເອົາຊະນະຄວາມຢ້ານໃຫ້ໄດ້
ຊ່ວຍໃຫ້ໃຈພວກເຮົາບໍ່ຫວັ່ນໄຫວ
ໃຫ້ທົ່ວໂລກໄດ້ຟັງຄວາມຈິງ
ອະລະມະເຄໂດນຢູ່ບໍ່ໄກ
ກ່ອນຈະເຖິງວັນໃຫຍ່ຂອງພະເຈົ້າ
ຂໍຊ່ວຍເຮົາປະກາດຢ່າງກ້າຫານ
ເຮົາຂໍອ້ອນວອນ
2. ເຖິງວ່າພວກເຮົາອາດຮູ້ສຶກຢ້ານ
ແຕ່ພະເຈົ້າກໍຮູ້ຈັກດີ
ແລະພະອົງກໍຈະບໍ່ປະຖິ້ມ
ວາງໃຈພະອົງໄດ້ແນ່ນອນ
ເມື່ອບ່ອນໃດມີການຄຸກຄາມ
ຈາກຜູ້ປອງຮ້າຍແລະຂົ່ມເຫງເຮົາ
ຂໍຊ່ວຍເຫຼືອພວກເຮົາຕະຫຼອດເລື້ອຍໄປ
ໃນຂະນະປະກາດຊື່ພະອົງ
(ທ່ອນຊ້ຳ)
ຂໍຊ່ວຍເຮົາປະກາດຢ່າງກ້າຫານ
ເອົາຊະນະຄວາມຢ້ານໃຫ້ໄດ້
ຊ່ວຍໃຫ້ໃຈພວກເຮົາບໍ່ຫວັ່ນໄຫວ
ໃຫ້ທົ່ວໂລກໄດ້ຟັງຄວາມຈິງ
ອະລະມະເຄໂດນຢູ່ບໍ່ໄກ
ກ່ອນຈະເຖິງວັນໃຫຍ່ຂອງພະເຈົ້າ
ຂໍຊ່ວຍເຮົາປະກາດຢ່າງກ້າຫານ
ເຮົາຂໍອ້ອນວອນ
(ເບິ່ງຕື່ມ 1 ເທ. 2:2; ເຫບ. 10:35)