ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮສ ເພງ 90
  • ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ
  • ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • ເລື່ອງທີ່ຄ້າຍກັນ
  • ‘ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ທຸກ​ວັນ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ໃຫ້​ກຳລັງ​ໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • “ຈົ່ງເລົ້າໂລມກັນແລະກັນ ແລະຈົ່ງກະທຳໃຫ້ກັນແລະກັນຈຳເລີນຂຶ້ນ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ເບິ່ງຕື່ມ
ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
ຮສ ເພງ 90

ເພງ​ທີ 90

ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

(ເຫບເລີ 10:24, 25)

  1. 1. ເຮົາ​ໃຫ້​ກຳລັງ​ໃຈ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ຮັບໃຊ້​ເຢໂຫວາ​ສັດ​ຊື່

    ຊອກ​ຫາ​ຄວາມ​ຮັກ​ທີ່​ຜູກ​ພັນ​ກົມ​ກຽວ ໃຫ້​ເປັນ​ໜຶ່ງ​ດຽວ​ແລະ​ສະຫງົບ​ສຸກ

    ຄວາມ​ຮັກ​ໃນ​ທ່າມກາງ​ພີ່​ນ້ອງ​ຂອງ​ເຮົາ ຊ່ວຍ​ໃຫ້​ເຮົາ​ກ້າຫານ​ແລະ​ອົດ​ທົນ

    ປະຊາຄົມ​ເປັນ​ບ່ອນ​ຫຼົບ​ໄພ​ຂອງ​ເຮົາ ໄດ້​ຢູ່​ເຮົາ​ຈຶ່ງ​ຮູ້ສຶກ​ປອດໄພ

  2. 2. ຄຳ​ເວົ້າ​ທີ່​ດີ​ຖືກ​ເວລາ​ເໝາະ​ສົມ ໄດ້​ຟັງ​ກໍ​ເຮັດ​ໃຫ້​ເຮົາ​ຊື່ນ​ໃຈ

    ເຮົາ​ໄດ້​ຍິນ​ຄຳ​ເວົ້າ​ທີ່​ປອບ​ໂຍນ​ໃຈ ຈາກ​ເພື່ອນ​ທີ່​ຮັກ​ແພງ​ແລະ​ພັກດີ

    ດີໃຈ​ທີ່​ເຮົາ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ ກັບ​ຄົນ​ທີ່​ມີ​ເປົ້າ​ໝາຍ​ດຽວ​ກັນ

    ຊອກ​ຫາ​ວິທີ​ເສີມ​ສ້າງ​ກັນ​ແລະ​ກັນ ຊ່ວຍ​ແບກ​ພາລະ​ກັນ​ຕໍ່​ຕໍ່​ໄປ

  3. 3. ເຮົາ​ເຫັນ​ດ້ວຍ​ຕາ​ແຫ່ງ​ຄວາມ​ເຊື່ອ​ຂອງ​ເຮົາ ວ່າ​ວັນ​ໃຫຍ່​ເຢໂຫວາ​ໃກ້​ມາ

    ເຮົາ​ຈຶ່ງ​ຕ້ອງ​ໄດ້​ມາ​ຮ່ວມ​ປະຊຸມ​ກັນ ເພື່ອ​ຊ່ວຍ​ໃຫ້​ເດີນ​ທາງ​ນີ້​ຕໍ່​ໄປ

    ໄດ້​ເປັນ​ໜຶ່ງ​ດຽວ​ກັບ​ພີ່​ນ້ອງ​ຂອງ​ເຮົາ ເຮົາ​ຕັ້ງ​ໃຈ​ຮັບໃຊ້​ຕະຫຼອດ​ໄປ

    ດັ່ງ​ນັ້ນ​ເຮົາ​ຈຶ່ງ​ໃຫ້​ກຳລັງ​ໃຈ​ກັນ ເພື່ອ​ຮັກສາ​ຄວາມ​ຊື່​ສັດ​ພັກດີ

(ເບິ່ງ​ຕື່ມ ລືກາ 22:32; ກິດ. 14:21, 22; ຄລາ. 6:2; 1 ເທ. 5:14)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌