ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | 1 ເທຊະໂລນີກ 1-5
“ຈົ່ງເລົ້າໂລມກັນແລະກັນ ແລະຈົ່ງກະທຳໃຫ້ກັນແລະກັນຈຳເລີນຂຶ້ນ”
ຄລິດສະຕຽນທຸກຄົນສາມາດໃຫ້ກຳລັງໃຈຄົນອື່ນໄດ້. ຕົວຢ່າງເຊັ່ນ: ເຮົາໃຫ້ກຳລັງໃຈພີ່ນ້ອງຄລິດສະຕຽນເມື່ອເຮົາເຂົ້າຮ່ວມປະຊຸມເປັນປະຈຳແລະດຸໝັ່ນໃນວຽກປະກາດ ເຖິງວ່າຈະມີ “ອຸປະສັກຫຼາຍຢ່າງ” ບໍ່ວ່າຈະເປັນເລື່ອງສຸຂະພາບຫຼືບັນຫາອື່ນໆ. (1 ເທ. 2:2, ລ.ມ. ໄຂເງື່ອນ) ນອກຈາກນັ້ນ ຖ້າເຮົາຄິດລ່ວງໜ້າວ່າຈະເວົ້າແນວໃດເພື່ອໃຫ້ກຳລັງໃຈຄົນອື່ນ ຫຼືຄົ້ນຄວ້າຫາຂໍ້ມູນທີ່ໃຫ້ກຳລັງໃຈ ເຮົາກໍຈະເວົ້າປອບໂຍນພີ່ນ້ອງທີ່ຕ້ອງການກຳລັງໃຈໄດ້.
ເຈົ້າຈະຊອກຫາຂໍ້ມູນທີ່ເປັນປະໂຫຍດໄດ້ຈາກໄສເພື່ອໃຫ້ກຳລັງໃຈຄົນທີ່ເຈິບັນຫາ?
ມີໃຜໃນປະຊາຄົມທີ່ເຈົ້າຢາກໃຫ້ກຳລັງໃຈບໍ?