ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕລ ບົດທີ 2 ໜ້າ 7-10
  • ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ
  • ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ
    ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
  • ໃຫ້ມີຄວາມຫວັງທີ່ຊັດເຈນຢູ່ສະ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?
    ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
ເບິ່ງຕື່ມ
ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
ຊສຕລ ບົດທີ 2 ໜ້າ 7-10
ບົດ​ທີ 2. ດວງ​ຕາເວັນ​ຂຶ້ນ​ຢູ່​ເໜືອ​ທົ່ງ​ເຂົ້າ​ສາລີ.

ບົດ​ທີ 02

ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ

ສະບັບພິມ
ສະບັບພິມ
ສະບັບພິມ

ຫຼາຍ​ຄົນ​ເຈິ​ບັນຫາ​ທີ່​ເຮັດ​ໃຫ້​ຮູ້ສຶກ​ອຸກໃຈ ເສຍໃຈ ແລະ​ເຈັບ​ປວດ. ເຈົ້າ​ເດ​ເຄີຍ​ເຈິ​ເລື່ອງ​ແບບ​ນີ້​ບໍ? ບາງ​ເທື່ອ​ເຈົ້າ​ອາດ​ຈະ​ທຸກໃຈ​ຍ້ອນ​ຄວາມ​ເຈັບ​ປ່ວຍ​ຫຼື​ຍ້ອນ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ. ເຈົ້າ​ອາດ​ສົງໄສ​ວ່າ ‘ປານ​ໃດ​ເລື່ອງ​ທີ່​ບໍ່​ດີ​ຈຶ່ງ​ຊິ​ໝົດ​ໄປ?’ ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ໃນ​ເລື່ອງ​ນີ້.

1. ຄຳພີ​ໄບເບິນ​ໃຫ້​ຄວາມ​ຫວັງ​ເຮົາ​ແນວ​ໃດ?

ຄຳພີ​ໄບເບິນ​ອະທິບາຍ​ວ່າ​ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມີ​ແຕ່​ບັນຫາ ແລະ​ຍັງ​ບອກ​ຂ່າວ​ດີ​ນຳ​ວ່າ ອີກ​ບໍ່​ດົນ​ບັນຫາ​ຈະ​ໝົດ​ໄປ. ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ ‘ຈະ​ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມ​ຫວັງ.’ (ອ່ານ​ເຢເຣມີຢາ 29:11, 12) ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ໄດ້ ຊ່ວຍ​ເຮົາ​ໃຫ້​ຄິດ​ໃນ​ແງ່​ບວກ ແລະ​ເຮັດ​ໃຫ້​ໝັ້ນໃຈ​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແທ້​ໆ.

2. ຄຳພີ​ໄບເບິນ​ບອກ​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ?

ຄຳພີ​ໄບເບິນ​ບອກ​ວ່າ​ໃນ​ອະນາຄົດ “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ຄວາມ​ໂສກເສົ້າ​ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ​ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ.” (ອ່ານ​ພະ​ນິມິດ 21:4) ບັນຫາ​ໃນ​ທຸກ​ມື້​ນີ້​ເຊັ່ນ ຄວາມ​ທຸກຍາກ ຄວາມ​ບໍ່​ຍຸຕິທຳ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ​ຈະ​ໝົດ​ໄປ. ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ.

3. ເພື່ອ​ຈະ​ໝັ້ນໃຈ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ ເຮົາ​ຕ້ອງ​ເຮັດ​ຫຍັງ?

ຫຼາຍ​ຄົນ​ຫວັງ​ຢາກ​ໃຫ້​ສິ່ງ​ດີ​ໆ​ເກີດຂຶ້ນ ແຕ່​ກໍ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ຫວັງ​ໄວ້​ຈະ​ເກີດຂຶ້ນ​ແທ້​ຫຼື​ບໍ່. ແຕ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຈະ​ເກີດຂຶ້ນ​ແທ້. ເຮົາ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ຖ້າ​ເຮົາ “ສຶກສາ​ຄົ້ນຄວ້າ​ພະຄຳພີ​ຢ່າງ​ລະອຽດ.” (ກິດຈະການ 17:11) ເມື່ອ​ຮຽນ​ໄປ​ເລື້ອຍ​ໆ ເຈົ້າ​ກໍ​ຈະ​ຮູ້​ເອງ​ວ່າ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ຫຼື​ບໍ່.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ຄຳ​ສັນຍາ​ທີ່​ຄຳພີ​ໄບເບິນ​ບອກ​ວ່າຈະ​ເກີດຂຶ້ນ​ແທ້​ໃນ​ອະນາຄົດ ແລະ​ເບິ່ງ​ວ່າຄຳ​ສັນຍາ​ນັ້ນ​ມີ​ປະໂຫຍດ​ກັບ​ເຮົາ​ແນວ​ໃດໃນ​ທຸກ​ມື້​ນີ້.

ຮູບ: ຮູບ​ປຽບທຽບ​ລະຫວ່າງ​ສະພາບການ​ທີ່​ຜູ້​ຄົນ​ເຈິ​ໃນ​ທຸກ​ມື້​ນີ້​ກັບ​ສະພາບການ​ທີ່​ຄຳພີ​ໄບເບິນ​ສັນຍາ​ໄວ້​ໃນ​ອະນາຄົດ.

4. ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ​ຈະ​ມີ​ຊີວິດ​ຢູ່ຕະຫຼອດ​ໄປ​ໃນ​ໂລກ​ທີ່​ບໍ່​ມີ​ຄວາມ​ທຸກ

ຂໍ​ໃຫ້​ເບິ່ງ​ຄຳ​ສັນຍາ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ໄວ້​ທາງ​ລຸ່ມ​ນີ້. ເຈົ້າ​ມັກ​ເລື່ອງ​ໃດ​ຫຼາຍ​ທີ່​ສຸດ? ເປັນ​ຫຍັງ​ຈຶ່ງ​ມັກ?

ອ່ານ​ຂໍ້​ຄຳພີ​ທີ່​ເວົ້າ​ເຖິງ​ຄຳ​ສັນຍາ​ແຕ່​ລະ​ຢ່າງ ແລະ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ຫຼັງ​ຈາກ​ທີ່​ໄດ້​ອ່ານ​ຂໍ້​ຄຳພີ​ເຫຼົ່າ​ນີ້? ເຈົ້າ​ຄິດ​ວ່າ​ຄອບຄົວ​ແລະ​ໝູ່​ຄູ່​ຂອງ​ເຈົ້າ​ຈະ​ມັກ​ເລື່ອງ​ນີ້​ບໍ?

ຂໍ​ໃຫ້​ນຶກພາບ​ວ່າ​ເຈົ້າ​ຢູ່​ໃນ​ໂລກ​ທີ່

ບໍ່​ມີ​ໃຜ​ຕ້ອງ . . .

ເຮົາ​ທຸກ​ຄົນ​ຈະ . . .

  • ຮູ້ສຶກ​ເຈັບ​ປວດ ເຖົ້າ​ລົງ ແລະ​ຕາຍ.—ເອຊາຢາ 25:8

  • ໄດ້​ເຈິ​ຄົນ​ທີ່​ຮັກ​ເຊິ່ງ​ຕາຍ​ໄປ ເຂົາເຈົ້າ​ຈະ​ຄືນ​ມາ​ມີ​ຊີວິດ​ໃນ​ໂລກ​ອີກ.—ໂຢຮັນ 5:28, 29

  • ເຈັບ​ປ່ວຍ​ຫຼື​ພິການ.—ເອຊາຢາ 33:24; 35:5, 6

  • ມີ​ສຸຂະພາບ​ແຂງແຮງ​ແລະ​ມີ​ເຫື່ອ​ມີ​ແຮງ​ຄື​ຕອນ​ທີ່​ເປັນ​ໜຸ່ມ​ເປັນ​ສາວ.—ໂຢບ 33:25

  • ເຈິ​ເລື່ອງ​ທີ່​ບໍ່​ຍຸຕິທຳ.—ເອຊາຢາ 32:16, 17

  • ມີ​ອາຫານ​ອຸດົມ​ສົມບູນ ມີ​ເຮືອນ​ທີ່​ເປັນ​ຕາ​ຢູ່ ແລະ​ມີ​ວຽກ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ.—ເພງ​ສັນລະເສີນ 72:16; ເອຊາຢາ 65:21, 22

  • ເຈິ​ກັບ​ຄວາມ​ທຸກ​ທີ່​ເກີດ​ຈາກ​ສົງຄາມ.—ເພງ​ສັນລະເສີນ 46:9

  • ມີ​ແຕ່​ຄວາມ​ສະຫງົບສຸກ.—ເພງ​ສັນລະເສີນ 37:11

  • ທຸກໃຈ​ກັບ​ເລື່ອງ​ບໍ່​ດີ​ໃນ​ອະດີດ.—ເອຊາຢາ 65:17

  • ມີ​ຊີວິດ​ຕະຫຼອດ​ໄປ​ຢ່າງ​ມີ​ຄວາມ​ສຸກ.—ເພງ​ສັນລະເສີນ 37:29

ເດັກນ້ອຍ​ທີ່​ເຄີຍ​ປ່ວຍ​ໄດ້​ມີ​ສຸຂະພາບ​ທີ່​ແຂງແຮງ​ແລະ​ໄດ້​ກອດ​ແມ່. ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ເຖົ້າ​ໄດ້​ກັບ​ມາ​ເປັນ​ໜຸ່ມ​ແລະ​ຍູ້​ລໍ້​ທີ່​ມີ​ຜັກ. ເດັກນ້ອຍ​ທີ່​ເຄີຍ​ອຶດ​ຫິວ​ແລະ​ເຄີຍ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ໄດ້​ປູກ​ພືດ​ໃນ​ສວນ​ແລະ​ຫຼິ້ນ​ເຕະ​ບານ. ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເຄີຍ​ຊຶມເສົ້າ​ແລະ​ນັ່ງ​ກອດ​ເຂົ່າ​ຮ້ອງໄຫ້​ກາຍ​ເປັນ​ຄົນ​ເຂັ້ມແຂງ​ແລະ​ຍິ້ມ​ແຍ້ມ​ແຈ່ມ​ໃສ.

5. ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ໄດ້

ຫຼາຍ​ຄົນ​ຮູ້ສຶກ​ທໍ້​ຫຼື​ບໍ່​ພໍໃຈ​ເມື່ອ​ເຫັນ​ບັນຫາ​ໃນ​ສັງຄົມ. ບາງ​ຄົນ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ປ່ຽນແປງ​ສິ່ງ​ຕ່າງ​ໆ​ໃຫ້​ດີ​ຂຶ້ນ. ມາ​ເບິ່ງ​ວ່າ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ຜູ້​ຄົນ​ໄດ້​ແນວ​ໃດ​ໃນ​ຕອນນີ້. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ຂ້ອຍ​ຢາກ​ຕໍ່ສູ້​ກັບ​ຄວາມ​ບໍ່​ຍຸຕິທຳ (4:07)

ຮູບ: ສາກ​ຈາກ​ວິດີໂອ ‘ຂ້ອຍ​ຢາກ​ຕໍ່ສູ້​ກັບ​ຄວາມ​ບໍ່​ຍຸຕິທຳ.’ 1. ຕອນ​ຍັງ​ນ້ອຍ​ຣາຟິກ້າ​ເກັບ​ຝ້າຍ​ກັບ​ຄົນ​ເຊື້ອ​ຊາດດຽວກັນ. 2. ຣາຟິກ້າ​ປະທັບໃຈ​ເມື່ອ​ເຫັນ​ຄົນ​ຈາກ​ຫຼາຍ​ເຊື້ອ​ຊາດ​ຢູ່​ຮ່ວມ​ກັນ​ຕອນ​ທີ່​ລາວ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ເທື່ອ​ທຳອິດ.
  • ໃນ​ວິດີໂອ ມີ​ເລື່ອງ​ຫຍັງ​ທີ່​ເຮັດ​ໃຫ້​ຣາຟິກ້າ​ຮູ້ສຶກ​ບໍ່​ສະບາຍ​ໃຈ?

  • ເຖິງ​ວ່າ​ຄວາມ​ບໍ່​ຍຸຕິທຳ​ຍັງ​ມີ​ຢູ່ ແຕ່​ເມື່ອ​ຮຽນ​ຄຳພີ​ໄບເບິນ​ແລ້ວ ລາວ​ຮູ້ສຶກ​ແນວ​ໃດ?

ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ມີ​ກຳລັງ​ໃຈ​ແລະ​ອົດທົນ​ກັບ​ບັນຫາ​ໄດ້. ອ່ານ​ສຸພາສິດ 17:22 ແລະ​ໂຣມ 12:12 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຊີວິດ​ທີ່​ດີ​ຂຶ້ນໃນ​ຕອນນີ້​ບໍ? ເປັນ​ຫຍັງ​ຈຶ່ງ​ຄິດ​ແນວ​ນັ້ນ?

ບາງ​ຄົນ​ເວົ້າ​ວ່າ: “ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ບໍ່​ມີ​ທາງ​ເກີດຂຶ້ນ​ແທ້​ດອກ.”

  • ເຈົ້າ​ຄິດ​ແນວ​ໃດ ເຈົ້າ​ຄິດ​ວ່າ​ດີ​ບໍ​ທີ່​ເຮົາ​ຈະ​ເບິ່ງ​ເຫດຜົນ​ກ່ອນ​ວ່າ​ຄຳ​ສັນຍາ​ນັ້ນ​ເຊື່ອຖື​ໄດ້​ຫຼື​ບໍ່?

ສະຫຼຸບ

ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ​ຈະ​ມີ​ອະນາຄົດ​ທີ່​ມີ​ຄວາມ​ສຸກ. ຄຳ​ສັນຍາ​ນີ້​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຫວັງ​ແລະ​ອົດທົນ​ກັບ​ບັນຫາ​ຕ່າງ​ໆ​ໄດ້.

ຄຳ​ຖາມ​ທົບທວນ

  • ເປັນ​ຫຍັງ​ຄົນ​ເຮົາ​ຕ້ອງ​ມີ​ຄວາມ​ຫວັງ?

  • ຄຳພີ​ໄບເບິນ​ສັນຍາ​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ?

  • ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ​ໃນ​ຕອນນີ້?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ຄວາມ​ຫວັງ​ໃນ​ອະນາຄົດ​ຈະ​ຊ່ວຍ​ຄົນ​ທີ່​ເຈັບ​ປ່ວຍ​ຊຳເຮື້ອ​ໄດ້​ແນວ​ໃດ.

“ຮັບມື​ກັບ​ຄວາມ​ເຈັບ​ປ່ວຍ​ຊຳເຮື້ອ—ຄຳພີ​ໄບເບິນ​ຊ່ວຍ​ໄດ້​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ຕອນ​ທີ່​ເບິ່ງ​ມິວສິກ​ວິດີໂອ​ນີ້ ລອງ​ນຶກພາບ​ໂຕ​ເຈົ້າ​ແລະ​ຄອບຄົວ​ຢູ່​ໃນ​ສວນ​ອຸທິຍານ​ທີ່​ສວຍ​ງາມ​ທີ່​ຄຳພີ​ໄບເບິນ​ສັນຍາ​ໄວ້.

ນຶກ​ເຖິງ​ເວລາ​ນັ້ນ (3:37)

ລອງ​ອ່ານ​ເບິ່ງ​ວ່າ​ຄວາມ​ຫວັງ​ເລື່ອງ​ອະນາຄົດ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ນັກ​ຕໍ່ສູ້​ເພື່ອ​ສັງຄົມ​ແນວ​ໃດ.

“ຂ້ອຍ​ເຊົາ​ຄິດ​ທີ່​ຈະ​ປ່ຽນ​ໂລກ​ດ້ວຍ​ມື​ຂອງ​ຂ້ອຍ​ເອງ” (ຫໍສັງເກດການ 1 ກໍລະກົດ 2013)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌