ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ປະກາດກັບຄົນທີ່ເວົ້າພາສາອື່ນ
ເປັນຫຍັງຈຶ່ງສຳຄັນ: ພະເຢໂຫວາຢາກໃຫ້ຜູ້ຄົນຈາກ “ທຸກປະເທດ.” ໄດ້ຮັບຄວາມຮູ້ເລື່ອງພະອົງ. (ກິດ. 10:34, 35) ດ້ວຍເຫດນີ້ ພະເຍຊູຈຶ່ງຊີ້ໃຫ້ເຫັນວ່າຂ່າວດີຈະແພ່ “ໄປທົ່ວແຜ່ນດິນໂລກ” ແລະ “ແກ່ພວກຕ່າງປະເທດທັງປວງ.” (ມັດ. 24:14) ຊາກາລີພະຍາກອນວ່າຜູ້ຄົນ “ແຕ່ພາສາຊາວປະເທດທັງປວງ” ຈະຕອບຮັບເລື່ອງຂ່າວດີ. (ຊກາ. 8:23) ສອດຄ່ອງກັບນິມິດທີ່ອັກຄະສາວົກໂຢຮັນເຫັນ ຄົນເຫຼົ່ານັ້ນແມ່ນກຸ່ມທີ່ລອດຈາກຄວາມທຸກລຳບາກຄັ້ງໃຫຍ່ລວມມີຜູ້ທີ່ “ມາແຕ່ທຸກປະເທດ ແລະທຸກກະກູນ ແລະທຸກຊາດ ແລະທຸກພາສາ.” (ຄຳປ. 7:9, 13, 14) ຕາມນິມິດທີ່ເຫັນລ່ວງໜ້າ ເມື່ອເຮົາພົບຄົນທີ່ເວົ້າພາສາອື່ນໃນເຂດປະກາດຂອງເຮົາ ເຮົາຄວນຈະພະຍາຍາມບອກຂ່າວດີກັບລາວ.
ລອງເຮັດໃນເດືອນນີ້:
ໃນລະຫວ່າງທີ່ເຈົ້ານະມັດສະການປະຈຳຄອບຄົວໃນຄັ້ງຕໍ່ໄປ ໃຫ້ຝຶກຊ້ອມສາກການປະກາດກັບຄົນໜຶ່ງທີ່ເວົ້າພາສາອື່ນ.