ຊີວິດຄລິດສະຕຽນ
ຮ່ວມມືກັນປະກາດໃນເຂດທີ່ມີຫຼາຍພາສາ
ຜູ້ຄົນຈະສົນໃຈຟັງຂ່າວສານເລື່ອງລາຊະອານາຈັກຫຼາຍຂຶ້ນ ຖ້າເຂົາເຈົ້າໄດ້ຍິນເປັນພາສາຂອງຕົວເອງ. ນີ້ອາດເປັນເຫດຜົນທີ່ໃນວັນເພນເຕກອດປີ ຄ.ສ. 33 ພະເຢໂຫວາໄດ້ໃຫ້ “ຊາວຢິວ ຈາກທຸກໆປະເທດໃນໂລກ” ໄດ້ຍິນຂ່າວດີໃນ “ພາສາບ້ານເກີດເມືອງນອນ” ເຖິງວ່າເຂົາເຈົ້າຈະເວົ້າພາສາກາງໄດ້ເຊັ່ນ: ພາສາເກັຣກແລະເຫບເລີ. (ກິດ. 2:5, 8, ທ.ປ.) ທຸກມື້ນີ້ ໃນເຂດທີ່ມີຜູ້ຄົນເວົ້າຫຼາຍພາສາ ປະຊາຄົມທີ່ຈັດການປະຊຸມໃນພາສາເຫຼົ່ານັ້ນອາດມີເຂດປະກາດດຽວກັນ. ດັ່ງນັ້ນ ຜູ້ປະກາດໃນປະຊາຄົມເຫຼົ່ານັ້ນຈະຮ່ວມມືກັນປະກາດໃຫ້ທົ່ວເຖິງໄດ້ແນວໃດໂດຍບໍ່ເຮັດຊ້ຳກັນເຊິ່ງອາດເຮັດໃຫ້ເຈົ້າຂອງເຮືອນຮູ້ສຶກຫງຸດຫງິດ?
ການປຶກສາກັນ (ສຸພາ. 15:22): ຜູ້ດູແລການຮັບໃຊ້ແຕ່ລະປະຊາຄົມຕ້ອງປຶກສາກັນແລະເຮັດວຽກຮ່ວມກັນຢ່າງເປັນລະບົບເພື່ອປະກາດຂ່າວດີ. ຖ້າເຂດປະກາດຂອງເຂົາເຈົ້າມີຂອບເຂດຈຳກັດ ປະຊາຄົມທີ່ປະກາດໃນພາສາອື່ນອາດຕ້ອງການໃຫ້ເຈົ້າຂ້າມເຮືອນທີ່ເປັນເຂດຂອງເຂົາເຈົ້າ. ແຕ່ຖ້າເຂົາເຈົ້າບໍ່ສາມາດປະກາດໄດ້ຢ່າງທົ່ວເຖິງໃນເຂດເປັນປະຈຳ ເພາະເຮືອນຂອງຄົນທີ່ເວົ້າພາສານັ້ນຢາຍກັນຢູ່ແລະເປັນເຂດທີ່ກວ້າງຫຼາຍ ເຂົາເຈົ້າອາດຈະຂໍໃຫ້ເຈົ້າປະກາດກັບທຸກເຮືອນ ແຕ່ຖ້າມີຄົນເວົ້າພາສາອື່ນສົນໃຈກໍອາດຈະແຈ້ງໃຫ້ພີ່ນ້ອງທີ່ເວົ້າພາສານັ້ນເປັນຜູ້ສືບຕໍ່. (ອກ ໜ້າ 93 ຂໍ້ 37) ພີ່ນ້ອງອາດຂໍໃຫ້ປະຊາຄົມຂອງເຈົ້າຊ່ວຍຫາຄົນທີ່ເວົ້າພາສາຂອງເຂົາເຈົ້າແລະສົ່ງທີ່ຢູ່ໃຫ້. (km 7/12 ໜ້າ 5, ຂອບ) ຂໍຈື່ໄວ້ວ່າບາງເຮືອນອາດມີການໃຊ້ຫຼາຍກວ່າໜຶ່ງພາສາ. ການຈັດກຽມເພື່ອປະກາດຢ່າງທົ່ວເຖິງຄວນສອດຄ່ອງກັບກົດໝາຍຂອງປະເທດວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນ.
ການຮ່ວມມືກັນ (ເອເຟ. 4:16): ເຮັດຕາມຄຳແນະນຳຂອງຜູ້ດູແລການຮັບໃຊ້ຢ່າງຄັກແນ່. ເຈົ້າກຳລັງນຳການສຶກສາຄຳພີໄບເບິນກັບຄົນທີ່ເວົ້າພາສາອື່ນເຊິ່ງບໍ່ແມ່ນພາສາໃນປະຊາຄົມຂອງເຈົ້າບໍ? ນັກສຶກສາຈະກ້າວໜ້າໄວຂຶ້ນ ຖ້າເຈົ້າໃຫ້ລາວສຶກສາກັບພີ່ນ້ອງໃນປະຊາຄົມຫຼືກຸ່ມທີ່ເວົ້າພາສາຂອງລາວ.
ການກຽມຕົວ (ສຸພາ. 15:28; 16:1): ເມື່ອເຈົ້າພົບຄົນທີ່ເວົ້າພາສາອື່ນໃນເຂດປະກາດ ຂໍໃຫ້ເຈົ້າເຮັດຢ່າງເຕັມທີເພື່ອປະກາດຂ່າວດີ. ເຈົ້າສາມາດກຽມຕົວລ່ວງໜ້າໄດ້ໂດຍຄິດໄວ້ກ່ອນວ່າຄົນໃນເຂດຈະເວົ້າພາສາຫຍັງແດ່ ແລະດາວໂຫຼດຄຳພີໄບເບິນກັບວິດີໂອໃນພາສາເຫຼົ່ານັ້ນໄວ້. ນອກຈາກນັ້ນ ເຈົ້າຍັງສາມາດໃຊ້ແອັບຂອງອົງການທີ່ສອນພາສາ (JW Language) ເພື່ອຮຽນຮູ້ວິທີທັກທາຍໃນພາສາເຫຼົ່ານັ້ນ.