ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ມັງກອນ ໜ້າ 13
  • ຈັດລະບຽບເພື່ອປະກາດກັບທຸກຄົນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈັດລະບຽບເພື່ອປະກາດກັບທຸກຄົນ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ປະກາດ​ກັບ​ຄົນ​ທີ່​ເວົ້າ​ພາສາ​ອື່ນ
    ວຽກຮັບໃຊ້ພະເຈົ້າ—2015
  • ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ຕິດ​ຕໍ່​ກັບ​ທຸກ​ຄົນ​ໃນ​ເຂດ​ປະກາດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ຮ່ວມ​ມື​ກັນ​ປະກາດ​ໃນ​ເຂດ​ທີ່​ມີ​ຫຼາຍ​ພາສາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ພໍ່ແມ່ທີ່ເປັນ “ຄົນຕ່າງຊາດ” ຊ່ວຍລູກໄດ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ມັງກອນ ໜ້າ 13
ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຊ້​ແອັບ ‘JW Lang​uage’ ໃນ​ແທັບເລັດ.

ຊີວິດ​ຄລິດສະຕຽນ

ຈັດ​ລະບຽບ​ເພື່ອ​ປະກາດ​ກັບ​ທຸກ​ຄົນ

ຄື​ກັບ​ທີ່​ພະ​ເຢໂຫວາ​ຈັດ​ລະບຽບ​ຄົນ​ອິດສະຣາເອນ ເພິ່ນ​ກໍ​ຈັດ​ລະບຽບ​ຄົນ​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ. ຢູ່​ທົ່ວ​ໂລກ ສຳນັກງານ​ສາຂາ ໝວດ​ຕ່າງໆ ປະຊາຄົມ ແລະ​ກຸ່ມ​ປະກາດ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ປະກາດ​ຂ່າວ​ດີ. ເຮົາ​ປະກາດ​ກັບ​ທຸກ​ຄົນ ລວມ​ເຖິງ​ຄົນ​ທີ່​ເວົ້າ​ພາສາ​ອື່ນ​ນຳ.—ພນມ 14:6, 7

ເຈົ້າ​ເຄີຍ​ຄິດ​ທີ່​ຈະ​ຮຽນ​ພາສາ​ອື່ນ​ເພື່ອ​ຊ່ວຍ​ບາງ​ຄົນ​ໃຫ້​ຮຽນ​ຄວາມ​ຈິງ​ບໍ? ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ມີ​ເວລາ​ຮຽນ​ພາສາ​ອື່ນ ແຕ່​ເຈົ້າ​ກໍ​ສາມາດ​ໃຊ້​ແອັບ JW Language ເພື່ອ​ຮຽນ​ວິທີ​ປະກາດ​ແບບ​ງ່າຍໆໄດ້. ເມື່ອ​ໄດ້​ໃຊ້​ແອັບ​ນີ້​ໃນ​ວຽກ​ປະກາດ ເຈົ້າ​ອາດ​ຈະ​ມີ​ຄວາມ​ສຸກ​ຄື​ກັບ​ພີ່ນ້ອງ​ໃນ​ສະຕະວັດ​ທຳອິດ​ທີ່​ໄດ້​ເຫັນ​ຜູ້​ຄົນ​ຈາກ​ປະເທດ​ອື່ນ​ຮູ້ສຶກ​ງຶດງໍ້​ເມື່ອ​ໄດ້​ຍິນ “ສິ່ງ​ມະຫັດສະຈັນ​ຕ່າງໆຂອງ​ພະເຈົ້າ” ໃນ​ພາສາ​ຂອງ​ເຂົາ​ເຈົ້າ​ເອງ.—ກຈກ 2:7-11

ເບິ່ງ​ວິດີໂອ​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ນຳ​ກັນ—ປະກາດ​ກັບ​ຄົນ​ທີ່​ໃຊ້​ພາສາ​ອື່ນ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ນຳ​ກັນ—ປະກາດ​ກັບ​ຄົນ​ທີ່​ໃຊ້​ພາສາ​ອື່ນ.’ ແຈ໋ກກີ້​ຄິດ​ພາບ​ວ່າ​ລາວ​ໃຊ້​ຫຸ່ນ​ຍົນ​ແປ​ພາສາ​ເພື່ອ​ຊ່ວຍ​ລາວ​ປະກາດ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ບໍ່​ໄດ້​ເວົ້າ​ພາສາ​ດຽວ​ກັບ​ລາວ.

    ເຈົ້າ​ອາດ​ຈະ​ໃຊ້​ແອັບ JW Language ຕອນ​ໃດ​ແດ່?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ນຳ​ກັນ—ປະກາດ​ກັບ​ຄົນ​ທີ່​ໃຊ້​ພາສາ​ອື່ນ.’ ໜ້າ​ການ​ທັກທາຍ​ແລະ​ການ​ແນະນຳ​ໂຕ​ໃນ​ແອັບ ‘JW Lang​uage.’

    ແອັບ​ນີ້​ມີ​ລັກສະນະ​ເດັ່ນ​ຫຍັງ​ແດ່?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ນຳ​ກັນ—ປະກາດ​ກັບ​ຄົນ​ທີ່​ໃຊ້​ພາສາ​ອື່ນ.’ ຜູ້​ຍິງ​ຄົນ​ດຽວ​ກັນ​ນັ້ນ​ດີ​ໃຈ​ຫຼາຍ​ຫຼັງ​ຈາກ​ທີ່​ແຈ໋ກກີ້​ກັບ​ໂຊເຟຍ​ທັກທາຍ​ລາວ​ໃນ​ພາສາ​ຈີນ.

    ຄົນ​ຈາກ​ທຸກ​ພາສາ​ຕ້ອງ​ໄດ້​ຍິນ​ຂ່າວ​ດີ

    ໃນ​ເຂດ​ຂອງ​ເຈົ້າ​ມີ​ຄົນ​ເວົ້າ​ພາສາ​ຫຍັງ​ແດ່?

  • ເຈົ້າ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ພົບ​ຜູ້​ສົນ​ໃຈ​ທີ່​ເວົ້າ​ພາສາ​ອື່ນ?—od-SI ໜ້າ 100-101 ຂໍ້ 39-41

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌