ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢບ 11-15
ໂຢບໝັ້ນໃຈໃນເລື່ອງການຟື້ນຄືນມາຈາກຕາຍ
ໂຢບເຊື່ອໃນຄວາມສາມາດຂອງພະເຈົ້າທີ່ຈະເຮັດໃຫ້ລາວຟື້ນຄືນມາຈາກຕາຍ
ໂຢບໃຊ້ຕົວຢ່າງຂອງຕົ້ນໄມ້ເຊິ່ງອາດເປັນຕົ້ນໝາກກອກເພື່ອສະແດງວ່າລາວໝັ້ນໃຈໃນຄວາມສາມາດຂອງພະເຈົ້າທີ່ຈະປຸກລາວໃຫ້ຟື້ນຄືນມາຈາກຕາຍ
ຕົ້ນໝາກກອກມີຮາກທີ່ແຜ່ຂະຫຍາຍອອກໄປຢູ່ໃຕ້ພື້ນດິນແລະຖ້າຮາກຍັງບໍ່ຕາຍມັນກໍສາມາດປົ່ງຂຶ້ນມາໃໝ່ໄດ້ອີກເຖິງວ່າຕົ້ນຈະຖືກບັກແລ້ວກໍຕາມ
ເມື່ອຕໍຕົ້ນໝາກກອກທີ່ຫ່ຽວແຫ້ງໄດ້ຮັບນ້ຳຝົນມັນກໍຈະກັບມາມີຊີວິດອີກແລະ “ມີກິ່ງຄືຕົ້ນໄມ້ອ່ອນ”