ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂລມ 9-11
ຕົວຢ່າງປຽບທຽບເລື່ອງຕົ້ນໝາກກອກ
ສ່ວນຕ່າງໆຂອງຕົ້ນໝາກກອກໂດຍໄນໝາຍເຖິງຫຍັງ?
ຕົ້ນໝາກກອກ: ໃຈປະສົງຂອງພະເຈົ້າທີ່ສຳເລັດເປັນຈິງກ່ຽວກັບຄຳສັນຍາທີ່ເຮັດກັບອັບລາຫາມ
ລຳຕົ້ນ: ພະເຍຊູເປັນຜູ້ສືບເຊື້ອສາຍອັນດັບທຳອິດຂອງອັບລາຫາມ
ກິ່ງ: ຈຳນວນທັງໝົດຂອງຄົນທີ່ສືບເຊື້ອສາຍອັນດັບຮອງຂອງອັບລາຫາມ
ກິ່ງທີ່ “ຫັກຂາດເສຍ”: ຊາວຢິວໂດຍກຳເນີດທີ່ປະຕິເສດພະເຍຊູ
ກິ່ງທີ່ “ຖືກຕໍ່ເຂົ້າຄືນ, ທ.ປ.”: ຄລິດສະຕຽນຜູ້ຖືກເຈີມທີ່ມາຈາກຊາດຕ່າງໆ
ຕາມຄຳພະຍາກອນຜູ້ທີ່ສືບເຊື້ອສາຍຂອງອັບລາຫາມແມ່ນພະເຍຊູແລະ 144.000 ຄົນ ຈະນຳພອນມາສູ່ “ຄົນຕ່າງປະເທດ.”—ໂລມ 11:12; ຕົ້ນ. 22:18
ຂ້ອຍໄດ້ຮຽນຫຍັງຈາກພະເຢໂຫວາໃນສິ່ງທີ່ພະອົງໄດ້ເຮັດໃຫ້ໃຈປະສົງຂອງພະອົງສຳເລັດກ່ຽວກັບຜູ້ສືບເຊື້ອສາຍຂອງອັບລາຫາມ?