ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢບ 21-27
ໂຢບຕ້ານທານຄວາມຄິດທີ່ຜິດໆ
ໃນທຸກມື້ນີ້ຊາຕານໃຊ້ຄຳຕົວະເພື່ອເຮັດໃຫ້ຜູ້ຮັບໃຊ້ຂອງພະເຢໂຫວາທໍ້ແທ້ໃຈ. ຂໍໃຫ້ສັງເກດຄວາມແຕກຕ່າງລະຫວ່າງຄຳຕົວະຂອງຊາຕານແລະຄວາມຮູ້ສຶກແທ້ໆຂອງພະເຢໂຫວາທີ່ສະແດງໃຫ້ເຫັນໃນພະທຳໂຢບ. ມີຂໍ້ພະຄຳພີຫຼາຍຂໍ້ທີ່ພິສູດໃຫ້ເຫັນວ່າພະເຢໂຫວາເປັນຫ່ວງເຮົາ.
| ຄຳຕົວະຕ່າງໆທີ່ຊາຕານເວົ້າ | ພະເຢໂຫວາຮູ້ສຶກແນວໃດແທ້ໆ | 
|---|---|
| ພະເຈົ້າເຂັ້ມງວດຫຼາຍໂພດຈົນບໍ່ມີຫຍັງເລີຍທີ່ຜູ້ຮັບໃຊ້ຂອງພະອົງເຮັດຈະດີພໍສຳລັບພະອົງ. ບໍ່ມີສິ່ງເນລະມິດສ້າງໃດເຮັດໃຫ້ພະອົງພໍໃຈ. (ໂຢບ 4:18; 25:5) | ພະເຢໂຫວາເຫັນຄຸນຄ່າເຮົາທີ່ພະຍາຍາມຖ່ອມໃຈ. (ໂຢບ 36:5) | 
| ມະນຸດບໍ່ມີຄ່າພໍສຳລັບພະເຈົ້າ. (ໂຢບ 22:2) | ພະເຢໂຫວາຍອມຮັບແລະອວຍພອນວຽກຮັບໃຊ້ທີ່ສັດຊື່ຂອງເຮົາ. (ໂຢບ 33:26; 36:11) | 
| ພະເຈົ້າບໍ່ສົນໃຈວ່າເຈົ້າເປັນຄົນຊອບທຳ. (ໂຢບ 22:3) | ພະເຢໂຫວາເຝົ້າເບິ່ງຄົນທີ່ຊອບທຳ. (ໂຢບ 36:7) |