ຊີວິດຄລິດສະຕຽນ
ຕື່ນຕົວແລະກະຕືລືລົ້ນທາງດ້ານຄວາມເຊື່ອຢູ່ສະເໝີເມື່ອມີສະພາບການປ່ຽນແປງ
ໃນສະໄໝສຸດທ້າຍມີການປ່ຽນແປງຫຼາຍຢ່າງທີ່ເຮົາບໍ່ສາມາດຫຼີກລ່ຽງໄດ້. (1 ໂກ. 7:31) ບໍ່ວ່າຈະເປັນການປ່ຽນແປງທີ່ຄາດຄິດຫຼືບໍ ແລະການປ່ຽນແປງນັ້ນຈະເປັນເລື່ອງດີຫຼືຮ້າຍກໍຕາມ ແຕ່ນັ້ນສາມາດຂັດຂວາງການນະມັດສະການຂອງເຮົາ ແລະເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາອ່ອນລົງ. ອັນໃດທີ່ຈະຊ່ວຍເຮົາໃຫ້ຕື່ນຕົວແລະກະຕືລືລົ້ນທາງດ້ານຄວາມເຊື່ອຢູ່ສະເໝີເມື່ອມີສະພາບການປ່ຽນແປງ? ເບິ່ງວິດີໂອ ໝັ້ນຄົງໃນຄວາມເຊື່ອເມື່ອຍ້າຍໄປຮັບໃຊ້ບ່ອນອື່ນ ຫຼັງຈາກນັ້ນຕອບຄຳຖາມຕໍ່ໄປນີ້:
ພີ່ນ້ອງຊາຍຄົນໜຶ່ງແນະນຳຫຍັງກັບຄົນທີ່ເປັນພໍ່?
ຄອບຄົວນີ້ໄດ້ໃຊ້ຫຼັກການທີ່ຢູ່ໃນມັດທາຍ 7:25 ກັບສະພາບການຂອງເຂົາເຈົ້າແນວໃດ?
ຄອບຄົວນີ້ວາງແຜນລ່ວງໜ້າແນວໃດໃນການຍ້າຍ ແລະວິທີນີ້ຊ່ວຍເຂົາເຈົ້າແນວໃດ?
ອັນໃດຊ່ວຍໃຫ້ຄອບຄົວນີ້ປັບຕົວໃຫ້ເຂົ້າກັບການປ່ຽນແປງທັງໃນປະຊາຄົມ ແລະໃນເຂດປະກາດ?
ການປ່ຽນແປງຄັ້ງໃຫຍ່ທີ່ຂ້ອຍໄດ້ປະສົບເມື່ອບໍ່ດົນມານີ້:
ຂ້ອຍຈະເອົາຫຼັກການທີ່ໄດ້ຮຽນຮູ້ຈາກວິດີໂອນີ້ໄປໃຊ້ກັບສະພາບການຂອງຂ້ອຍໄດ້ແນວໃດ?