ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ນາຫູມ 1–ຫາບາກຸກ 3
ຕື່ນຕົວແລະກະຕືລືລົ້ນທາງດ້ານຄວາມເຊື່ອຢູ່ສະເໝີ
ເບິ່ງຄືວ່າການທີ່ຊາວບາບີໂລນຈະມາໂຈມຕີຢູດາເປັນໄປໄດ້ຍາກ. ເນື່ອງຈາກວ່າຢູດາຢູ່ພາຍໃຕ້ການປົກຄອງທີ່ມີອຳນາດຂອງອີຢິບ ແລະກອງກຳລັງຂອງອີຢິບກໍເຂັ້ມແຂງກວ່າຊາວການເດ. ນອກຈາກນັ້ນ ຊາວຢິວຮູ້ວ່າພະເຢໂຫວາຈະບໍ່ຍອມໃຫ້ເຢຣຶຊາເລມແລະວິຫານຂອງພະອົງຖືກທຳລາຍ. ແນວໃດກໍຕາມ ຄຳພະຍາກອນຈະຕ້ອງສຳເລັດເປັນຈິງ ແລະຫາບາກຸກຈະຕ້ອງຄອຍຖ້າວັນນັ້ນຢູ່ສະເໝີ ໂດຍຕື່ນຕົວແລະກະຕືລືລົ້ນທາງດ້ານຄວາມເຊື່ອ.
ສິ່ງໃດເຮັດໃຫ້ຂ້ອຍໝັ້ນໃຈວ່າອະວະສານຂອງລະບົບນີ້ໃກ້ເຂົ້າມາເຕັມທີແລ້ວ?
ຂ້ອຍຈະຕື່ນຕົວແລະກະຕືລືລົ້ນທາງດ້ານຄວາມເຊື່ອຢູ່ສະເໝີໄດ້ແນວໃດ?