ຊີວິດຄລິດສະຕຽນ
ເພງຈາກມິວສິກວິດີໂອສອນຫຍັງເຈົ້າ?
ເຈົ້າມັກເພງໃດຫຼາຍທີ່ສຸດໃນຊຸດເພງຈາກມິວສິກວິດີໂອ? ເປັນຫຍັງຈຶ່ງມັກ? ເຈົ້າຄິດວ່າໃນວິດີໂອມີເນື້ອໃນທີ່ກ່ຽວຂ້ອງກັບຊີວິດປະຈຳວັນບໍ? ຍ້ອນມີຫົວເລື່ອງທີ່ຫຼາກຫຼາຍ ແລະດົນຕີຫຼາຍແບບ ເພງເຫຼົ່ານີ້ຈຶ່ງເໝາະສຳລັບທຸກຄົນ. ແຕ່ເພງຈາກມິວສິກວິດີໂອມີປະໂຫຍດຫຼາຍກວ່າໃຫ້ຄວາມມ່ວນຊື່ນ.
ແຕ່ລະເພງຈາກມິວສິກວິດີໂອສອນບົດຮຽນຫຼາຍຢ່າງທີ່ເຮົາເອົາມາໃຊ້ໄດ້ແທ້ໃນຊີວິດແລະວຽກຮັບໃຊ້ຂອງຄລິດສະຕຽນ. ບາງເພງເນັ້ນເລື່ອງນ້ຳໃຈຕ້ອນຮັບແຂກ ຄວາມເປັນນ້ຳໜຶ່ງໃຈດຽວກັນ ຄວາມເປັນໝູ່ກັນ ຄວາມກ້າຫານ ຄວາມຮັກ ຫຼືຄວາມເຊື່ອ. ບາງເພງເວົ້າເຖິງການກັບມາຫາພະເຢໂຫວາ ການໃຫ້ອະໄພ ການຮັກສາຄວາມສັດຊື່ໃນແຕ່ລະມື້ ແລະການຕັ້ງເປົ້າໝາຍທີ່ຈະຮັບໃຊ້ຫຼາຍຂຶ້ນ. ນອກຈາກນັ້ນຍັງມີເພງກ່ຽວກັບການໃຊ້ໂທລະສັບມືຖືຢ່າງເໝາະສົມ. ເຈົ້າເຫັນບົດຮຽນຫຍັງອີກໃນຊຸດເພງຈາກມິວສິກວິດີໂອ?
ເບິ່ງເພງຈາກມິວສິກວິດີໂອຈວນຈະເຖິງຢູ່ແລ້ວແຄ່ເອື້ອມມື ແລ້ວຕອບຄຳຖາມຕໍ່ໄປນີ້:
ພີ່ນ້ອງສູງອາຍຸຄູ່ນີ້ລໍຖ້າພອນອັນໃດໃນອະນາຄົດ?—ຕົ້ນ 12:3
ເຮົາຕ້ອງເຮັດຫຍັງເພື່ອຈະໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາຈະເຮັດໃຫ້ຄຳສັນຍາຂອງພະອົງເກີດຂຶ້ນແທ້?
ໃນອີກບໍ່ດົນເຮົາຈະພົບໃຜອີກທີ່ຈະເຮັດໃຫ້ເຮົາມີຄວາມສຸກ?
ຄວາມຫວັງເລື່ອງການປົກຄອງຂອງພະເຈົ້າຊ່ວຍເຮົາໃຫ້ອົດທົນແນວໃດກັບບັນຫາຕ່າງໆໃນທຸກມື້ນີ້?—ຣມ 8:25