ຊີວິດຄລິດສະຕຽນ
ສັນລະເສີນພະເຢໂຫວາຢ່າງມີຄວາມສຸກໂດຍການຮ້ອງເພງ
ຕອນທີ່ຢູ່ໃນຄຸກ ໂປໂລກັບສີລາສັນລະເສີນພະເຢໂຫວາໂດຍການຮ້ອງເພງ. (ກິດ. 16:25) ແນ່ນອນ ການທີ່ເຂົາເຈົ້າເຮັດແບບນັ້ນຊ່ວຍໃຫ້ເຂົາເຈົ້າມີຄວາມອົດທົນຫຼາຍຂຶ້ນ. ແລ້ວເຮົາໃນທຸກມື້ນີ້ເດ? ເພງທີ່ໃຊ້ສຳລັບນະມັດສະການແລະເພງທີ່ມາຈາກສ່ວນມິວສິກວິດີໂອໃຫ້ກຳລັງໃຈເຮົາແລະຊ່ວຍເຮົາໃຫ້ສັດຊື່ຕໍ່ໄປເມື່ອຖືກທົດສອບ ແລະທີ່ສຳຄັນເພງເຫຼົ່ານີ້ເປັນເພງທີ່ສັນລະເສີນພະເຢໂຫວາ. (ເພງ. 28:7) ມີການສະໜັບສະໜູນໃຫ້ເຮົາຈື່ເນື້ອເພງໄວ້ບາງເພງ. ເຈົ້າພະຍາຍາມເຮັດແບບນັ້ນບໍ? ເຮົາສາມາດຝຶກຊ້ອມຮ້ອງເພງແລະຮຽນຮູ້ກ່ຽວກັບເນື້ອເພງໄດ້ຕອນເຮັດການນະມັດສະການປະຈຳຄອບຄົວ.
ເບິ່ງວິດີໂອເດັກໆສັນລະເສີນພະເຢໂຫວາຜ່ານສຽງເພງ ແລ້ວຕອບຄຳຖາມຕໍ່ໄປນີ້:
ການຮ້ອງເພງລາຊະອານາຈັກຊ່ວຍເຮົາແນວໃດ?
ພະແນກສຽງແລະວິດີໂອໄດ້ກຽມຕົວແນວໃດກ່ອນຈະມີການອັດສຽງຮ້ອງເພງ?
ເດັກນ້ອຍແລະຄອບຄົວຂອງເຂົາເຈົ້າກຽມຕົວແນວໃດສຳລັບການອັດສຽງ?
ເຈົ້າມັກເພງສັນລະເສີນພະເຢໂຫວາເພງໃດຫຼາຍທີ່ສຸດ ແລະຍ້ອນຫຍັງ?