ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ອົບພະຍົບ 10-11
ໂມເຊກັບອາໂຣນສະແດງຄວາມກ້າຫານ
ໂມເຊກັບອາໂຣນສະແດງຄວາມກ້າຫານເມື່ອເວົ້າກັບຟາໂຣ ຜູ້ທີ່ມີອຳນາດສູງສຸດໃນສະໄໝນັ້ນ. ອັນໃດຊ່ວຍເຂົາເຈົ້າໃຫ້ກ້າຫານ? ຄຳພີໄບເບິນເວົ້າກ່ຽວກັບໂມເຊວ່າ: “ຍ້ອນຄວາມເຊື່ອ ລາວອອກຈາກເອຢິບໂດຍບໍ່ຢ້ານຄວາມໃຈຮ້າຍຂອງກະສັດ ແລະລາວຢືນຢັດຕໍ່ໄປຄືກັບເຫັນພະເຈົ້າທີ່ມະນຸດເບິ່ງບໍ່ເຫັນ.” (ຮຣ 11:27) ໂມເຊກັບອາໂຣນມີຄວາມເຊື່ອເຂັ້ມແຂງແລະໄວ້ວາງໃຈໃນພະເຢໂຫວາ.
ໃນສະຖານະການໃດແດ່ທີ່ເຈົ້າຕ້ອງມີຄວາມກ້າຫານເພື່ອສະແດງຄວາມເຊື່ອຕໍ່ຜູ້ທີ່ມີອຳນາດ?