ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ມີນາ ໜ້າ 5
  • ເຈົ້າກຽມໂຕສຳລັບການປະຊຸມອະນຸສອນແລ້ວບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າກຽມໂຕສຳລັບການປະຊຸມອະນຸສອນແລ້ວບໍ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ຂ້ອຍຈະເຊີນໃຜແດ່?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ພະເຢໂຫວາ​ອວຍພອນ​ເຮົາ​ທີ່​ພະຍາຍາມ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ກຽມ​ຕົວ​ສຳລັບ​ວັນ​ອະນຸສອນ
    ວຽກຮັບໃຊ້ພະເຈົ້າ—2015
  • ເຈົ້າ​ພ້ອມ​ສຳລັບ​ມື້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ມີນາ ໜ້າ 5
ເປໂຕ​ກັບ​ໂຢຮັນ​ກຽມ​ເຂົ້າຈີ່​ກັບ​ຈອກ​ໄວ້​ເທິງ​ໜ້າ​ໂຕະ.

ເປໂຕ​ກັບ​ໂຢຮັນ​ກຽມ​ຫ້ອງ​ຊັ້ນ​ເທິງ​ເພື່ອ​ສະຫຼອງ​ປັດສະຄາ​ປີ ຄ.ສ 33.

ຊີວິດ​ຄລິດສະຕຽນ

ເຈົ້າ​ກຽມ​ໂຕ​ສຳລັບ​ການ​ປະຊຸມ​ອະນຸສອນ​ແລ້ວ​ບໍ?

ການ​ສະຫຼອງ​ປັດສະຄາ​ຄັ້ງ​ສຸດ​ທ້າຍ​ຂອງ​ພະ​ເຢຊູ​ມີ​ຄວາມ​ສຳຄັນ​ຫຼາຍ. ຍ້ອນ​ການ​ຕາຍ​ຂອງ​ເພິ່ນ​ໃກ້​ເຂົ້າ​ມາ​ແລ້ວ ເພິ່ນ​ຈຶ່ງ​ຕັ້ງ​ໃຈ​ຈະ​ກິນ​ອາຫານ​ປັດສະຄາ​ກັບ​ພວກ​ອັກຄະສາວົກ​ແລະ​ຕັ້ງ​ການ​ສະຫຼອງ​ແບບ​ໃໝ່​ທີ່​ຕ້ອງ​ສະຫຼອງ​ທຸກ​ປີ​ເຊິ່ງ​ກໍ​ຄື ການ​ສະຫຼອງ​ອາຫານ​ແລງ​ຂອງ​ພະຄລິດ. ເພິ່ນ​ຈຶ່ງ​ສົ່ງ​ເປໂຕ​ກັບ​ໂຢຮັນ​ໄປ​ກຽມ​ຫ້ອງ​ທີ່​ຈະ​ໃຊ້​ສະຫຼອງ. (ລກ 22:7-13; ເບິ່ງ​ຮູບ​ໜ້າ​ປົກ) ນີ້​ເຕືອນ​ເຮົາ​ໃຫ້​ກຽມ​ໂຕ​ສຳລັບ​ການ​ປະຊຸມ​ອະນຸສອນ​ໃນ​ວັນ​ທີ 27 ມີນາ. ປະຊາຄົມ​ຕ່າງໆຈະ​ກຽມ​ຜູ້​ບັນຍາຍ ເຂົ້າຈີ່​ແລະ​ເຫຼົ້າ​ແວງ ແລະ​ອື່ນໆ. ແຕ່​ເຮົາ​ຈະ​ກຽມ​ໂຕ​ໃຫ້​ພ້ອມ​ສຳລັບ​ການ​ປະຊຸມ​ອະນຸສອນ​ໄດ້​ແນວ​ໃດ?

ກຽມ​ຫົວໃຈ​ຂອງ​ເຈົ້າ. ອ່ານ​ແລະ​ຄິດ​ຕຶກຕອງ​ຂໍ້​ຄຳພີ​ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ. ຂໍ້​ຄຳພີ​ເຫຼົ່າ​ນັ້ນ​ຢູ່​ໃນ​ປຶ້ມ​ການ​ພິຈາລະນາ​ຂໍ້​ພະ​ຄຳພີ​ປະຈຳ​ວັນ. ພາກ​ຜະໜວກ ຂ​12 ໃນ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ມີ​ຕາ​ຕະລາງ​ທີ່​ໃຫ້​ລາຍ​ລະອຽດ​ຫຼາຍ​ຂຶ້ນ (ບໍ່​ມີ​ໃນ​ພາສາ​ລາວ). (ເບິ່ງ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ການ​ປະຊຸມ ເມສາ 2020.) ແຕ່​ລະ​ຄອບຄົວ​ສາມາດ​ຊອກ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ຄ່າໄຖ່​ເພື່ອ​ໃຊ້​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ​ໂດຍ​ຊອກ​ໃນ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ້ (ພາສາ​ອັງກິດ) ຫຼື​ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ.

ຄອບຄົວ​ໜຶ່ງ​ລົມ​ກັນ​ເລື່ອງ​ການ​ປະຊຸມ​ອະນຸສອນ​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ.

ເຊີນ​ຄົນ​ອື່ນ​ເຂົ້າ​ຮ່ວມ​ປະຊຸມ. ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ທີ່​ໃນ​ໂຄງການ​ພິເສດ​ເພື່ອ​ຢາຍ​ໃບ​ເຊີນ. ຄິດ​ເຖິງ​ຄົນ​ທີ່​ເຈົ້າ​ຈະ​ເຊີນ​ໄດ້ ເຊັ່ນ​ຄົນ​ທີ່​ເຈົ້າ​ກັບ​ໄປ​ຢາມ ຄົນ​ທີ່​ເຄີຍ​ສຶກສາ​ຄຳພີ​ໄບເບິນ ຄົນ​ຮູ້ຈັກ ແລະ​ຍາດ​ພີ່ນ້ອງ. ຜູ້​ດູ​ແລ​ຄວນ​ເຊີນ​ຄົນ​ທີ່​ເຊົາ​ປະຊຸມ​ເຊົາ​ປະກາດ​ນຳ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຖ້າ​ຄົນ​ທີ່​ເຈົ້າ​ເຊີນ​ບໍ່​ໄດ້​ຢູ່​ໃນ​ເຂດ​ຂອງ​ເຈົ້າ ເຈົ້າ​ສາມາດ​ຊ່ວຍ​ລາວ​ຊອກ​ເວລາ​ແລະ​ບ່ອນ​ປະຊຸມ​ທີ່​ຢູ່​ໃກ້​ເຮືອນ​ລາວ​ໂດຍ​ກົດ​ປ່ອງ​ກ່ຽວ​ກັບ​ເຮົາ​ທີ່​ຢູ່​ໜ້າ​ຫຼັກ​ຂອງ​ເວັບໄຊ jw.org/lo ແລ້ວ​ເລືອກ “ການ​ປະຊຸມ​ອະນຸສອນ.”

ຜູ້​ດູ​ແລ​ສອງ​ຄົນ​ໄປ​ຢາມ​ພີ່ນ້ອງ​ຊາຍ​ທີ່​ເຊົາ​ປະຊຸມ​ເຊົາ​ປະກາດ​ແລະ​ເຊີນ​ລາວ​ໄປ​ປະຊຸມ​ອະນຸສອນ.

ເຮົາ​ຈະ​ກຽມ​ໂຕ​ແນວ​ໃດ​ໄດ້​ອີກ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌