ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຮ 3/15 ໜ້າ 1
  • ກຽມ​ຕົວ​ສຳລັບ​ວັນ​ອະນຸສອນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກຽມ​ຕົວ​ສຳລັບ​ວັນ​ອະນຸສອນ
  • ວຽກຮັບໃຊ້ພະເຈົ້າ—2015
  • ເລື່ອງທີ່ຄ້າຍກັນ
  • ເຈົ້າກຽມໂຕສຳລັບການປະຊຸມອະນຸສອນແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ພະເຢໂຫວາ​ອວຍພອນ​ເຮົາ​ທີ່​ພະຍາຍາມ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ວຽກຮັບໃຊ້ພະເຈົ້າ—2015
ວຮ 3/15 ໜ້າ 1

ກຽມ​ຕົວ​ສຳລັບ​ວັນ​ອະນຸສອນ

ໃນ​ວັນ​ທີ 13 ເດືອນ​ນີຊານ ປີ​ສາກົນ​ສັກ​ສະ​ລາດ 33. ພະ​ເຍຊູ​ຮູ້​ວ່າ​ມີ​ອີກ​ຄືນ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ຢູ່​ກັບ​ໝູ່​ສະໜິດ​ກ່ອນ​ຈະ​ຖືກ​ປະຫານ​ຊີວິດ. ພະອົງ​ຈະ​ສະຫຼອງ​ປັດສະຄາ​ຄັ້ງ​ສຸດ​ທ້າຍ​ກັບ​ເຂົາ​ເຈົ້າ ແລະ​ຈະ​ຕັ້ງ​ການ​ສະຫຼອງ​ໃໝ່​ຂຶ້ນ ນັ້ນ​ຄື ການ​ສະຫຼອງ​ອາຫານ​ແລງ​ຂອງ​ພະອົງ​ເຈົ້າ. ພະອົງ​ຮູ້​ວ່າ​ຕ້ອງ​ມີ​ການ​ກະກຽມ​ທີ່​ດີ​ເພື່ອ​ໂອກາດ​ສຳຄັນ​ແບບ​ນັ້ນ ດັ່ງ​ນັ້ນ​ຈຶ່ງ​ສົ່ງ​ເປໂຕ​ແລະ​ໂຢຮັນ​ໃຫ້​ໄປ​ກຽມ​ທຸກ​ຢ່າງ​ໃຫ້​ຮຽບຮ້ອຍ. (ລືກາ 22:7-13) ຕັ້ງ​ແຕ່​ນັ້ນ​ມາ ໃນ​ທຸກໆ​ປີ​ຄລິດສະຕຽນ​ກໍ​ຕ້ອງ​ກຽມ​ຕົວ​ສຳລັບ​ວັນ​ອະນຸສອນ. (ລືກາ 22:19) ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ກຽມ​ຕົວ​ສຳລັບ​ວັນ​ອະນຸສອນ​ເຊິ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ເມສາ?

ສິ່ງ​ທີ່​ຜູ້​ເຖົ້າ​ແກ່​ກຽມ​ຕົວ

  • ກຽມ​ຫໍ​ປະຊຸມ​ຫຼື​ສະຖານ​ທີ່​ອື່ນ​ທີ່​ເໝາະ​ສົມ ໃຫ້​ມີ​ບ່ອນ​ນັ່ງ​ພຽງ​ພໍ ບໍ່​ມືດ​ເກີນ​ໄປ ແລະ​ມີ​ອາກາດ​ລ່ວງ​ດີ. ອະນາໄມ​ສະຖານ​ທີ່​ລ່ວງ​ໜ້າ​ໃຫ້​ສະອາດ​ດີ

  • ເລືອກ​ພີ່​ນ້ອງ​ຊາຍ​ທີ່​ມີ​ຄຸນວຸດທິ​ໃຫ້​ເປັນ​ຜູ້​ບັນລະຍາຍ ເປັນ​ປະທານ ແລະ​ເປັນ​ຜູ້​ນຳ​ການ​ອະທິດຖານ​ກ່ອນ​ສົ່ງ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ

  • ຖ້າ​ຈັດການ​ປະຊຸມ​ອະນຸສອນ​ຫຼາຍ​ກວ່າ​ໜຶ່ງ​ຮອບ ຄວນ​ຕົກ​ລົງ​ກັນ​ເລື່ອງ​ເວລາ ການ​ເຂົ້າ​ອອກ​ສະຖານ​ທີ່​ແລະ​ບ່ອນ​ຈອດ​ລົດ

  • ເລືອກ​ພີ່​ນ້ອງ​ຊາຍ​ທີ່​ຈະ​ເຮັດ​ໜ້າ​ທີ່​ຕ້ອນຮັບ​ແລະ​ສົ່ງ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ. ຄວນ​ແນະນຳ​ເຂົາ​ເຈົ້າ​ວ່າ​ຕ້ອງ​ເຮັດ​ຫຍັງ​ແດ່

  • ມອບ​ໝາຍ​ພີ່​ນ້ອງ​ບາງ​ຄົນ​ໃຫ້​ກຽມ​ເຂົ້າຈີ່​ບໍ່​ໃສ່​ເຊື້ອ​ແລະ​ເຫຼົ້າ​ແວງ ລວມ​ທັງ​ຈານ ຈອກ​ເຫຼົ້າ​ແວງ ໂຕະ ແລະ​ຜ້າ​ປູ​ໂຕະ

ສິ່ງ​ທີ່​ພີ່​ນ້ອງ​ກຽມ​ຕົວ

  • ຈັດ​ເວລາ​ເພື່ອ​ມີ​ສ່ວນ​ຢ່າງ​ເຕັມທີ​ໃນ​ການ​ເຊີນ​ຄົນ​ມາ​ຮ່ວມ​ວັນ​ອະນຸສອນ

  • ເຮັດ​ລາຍ​ຊື່​ເພື່ອ​ເຊີນ​ນັກ​ສຶກສາ ຍາດ​ພີ່​ນ້ອງ ໝູ່​ຢູ່​ໂຮງ​ຮຽນ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ແລະ​ຄົນ​ທີ່​ຮູ້ຈັກ ໃຫ້​ມາ​ຮ່ວມ​ວັນ​ອະນຸສອນ

  • ອ່ານ​ແລະ​ຄຶດ​ຕຶກຕອງ​ກ່ຽວ​ກັບ​ຂໍ້​ພະ​ຄຳພີ​ທີ່​ກຳນົດ​ໄວ້​ສຳລັບ​ໄລຍະ​ວັນ​ອະນຸສອນ

  • ກຽມ​ຕົວ​ໃຫ້​ພ້ອມ​ເພື່ອ​ຕ້ອນຮັບ​ຄົນ​ສົນ​ໃຈ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌