ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ພຶດສະພາ ໜ້າ 9
  • ກຽມໂຕໃຫ້ພ້ອມຢູ່ສະເໝີໃນໄລຍະທ້າຍໆຂອງ “ສະໄໝສຸດທ້າຍ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກຽມໂຕໃຫ້ພ້ອມຢູ່ສະເໝີໃນໄລຍະທ້າຍໆຂອງ “ສະໄໝສຸດທ້າຍ”
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ເຈົ້າກຽມພ້ອມແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເຈົ້າກຽມໂຕຮັບມືກັບຄວາມບໍ່ສະຫງົບທາງການເມືອງແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເຈົ້າກຽມຕົວຮັບມືກັບວິກິດການທາງເສດຖະກິດແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ຊ່ວຍ​ຄົນອື່ນ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ພຶດສະພາ ໜ້າ 9
ຄອບຄົວ​ໜຶ່ງ​ເກັບ​ອາຫານ ນ້ຳ ແລະ​ສິ່ງ​ຈຳເປັນ​ອື່ນໆ​ໄວ້​ສຳລັບ​ກໍລະນີ​ສຸກເສີນ.

ຊີວິດ​ຄລິດສະຕຽນ

ກຽມ​ໂຕ​ໃຫ້​ພ້ອມ​ຢູ່​ສະເໝີ​ໃນ​ໄລຍະ​ທ້າຍໆ​ຂອງ “ສະໄໝ​ສຸດ​ທ້າຍ”

ເມື່ອ​ເຮົາ​ຢູ່​ໃນ​ໄລຍະ​ທ້າຍໆ​ຂອງ “ສະໄໝ​ສຸດ​ທ້າຍ” ເຮົາ​ຄາດ​ໝາຍ​ໄດ້​ວ່າ​ບັນຫາ​ຕ່າງໆ​ຈະ​ຮຸນແຮງ​ຂຶ້ນ. (2ຕມ 3:1; nwtsty-SI ຂໍ້​ມູນ​ສຳລັບ​ສຶກສາ​ໃນ ມທ 24:8) ເມື່ອ​ເກີດ​ໄພ​ທຳມະຊາດ ຄົນ​ຂອງ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ຊ່ວຍ​ໃຫ້​ປອດໄພ​ແລະ​ເໝາະ​ກັບ​ເວລາ. ຖ້າ​ເຮົາ​ເຊື່ອ​ຟັງ​ແລະ​ກຽມ​ໂຕ​ທັງ​ດ້ານ​ຄວາມ​ເຊື່ອ​ແລະ​ດ້ານ​ຮ່າງກາຍ​ໃນ​ຕອນ​ນີ້ ເຮົາ​ກໍ​ຈະ​ລອດ​ຊີວິດ​ໃນ​ອະນາຄົດ.—ລກ 16:10

  • ກຽມ​ໂຕ​ດ້ານ​ຄວາມ​ເຊື່ອ: ຮັກສາ​ກິດຈະກຳ​ທີ່​ເສີມ​ຄວາມ​ເຊື່ອ. ຮຽນ​ຮູ້​ວິທີ​ຮັບໃຊ້​ແບບ​ໃໝ່ໆ. ຢ່າ​ຕື່ນ​ຕົກໃຈ​ຖ້າ​ເຈົ້າ​ຕ້ອງ​ແຍກ​ຈາກ​ພີ່ນ້ອງ​ຄົນ​ອື່ນໆ​ຊົ່ວຄາວ. (ເອຊາ 30:15) ເຈົ້າ​ບໍ່​ໄດ້​ຢູ່​ຫ່າງ​ໄກ​ຈາກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ.—od-SI ໜ້າ 176-177 ຂໍ້ 15-17

  • ກຽມ​ໂຕ​ດ້ານ​ຮ່າງກາຍ: ແຕ່​ລະ​ຄອບຄົວ​ຄວນ​ກຽມ​ກະເປົາ​ສຸກເສີນ​ທີ່​ມີ​ອາຫານ ນ້ຳ ຢາ ແລະ​ສິ່ງ​ຈຳເປັນ​ອື່ນໆ​ໃຫ້​ພໍ​ສຳລັບ​ກໍ​ລະ​ທີ​ທີ່​ຕ້ອງ​ອົບພະຍົບ​ໄປ​ຢູ່​ບ່ອນ​ອື່ນ​ຊົ່ວຄາວ.—ສຸພາ 22:3; g​17.5-SI ໜ້າ 4, 6

ເບິ່ງ​ວິດີໂອ​ເຈົ້າ​ໄດ້​ກຽມ​ໂຕ​ຮັບ​ມື​ໄພ​ທຳມະຊາດ​ແລ້ວ​ບໍ? ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ເຈົ້າ​ໄດ້​ກຽມ​ໂຕ​ຮັບ​ມື​ໄພ​ທຳມະຊາດ​ແລ້ວ​ບໍ?’ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ອ່ານ​ຄຳພີ​ໄບເບິນ.

    ເຮົາ​ຈະ​ກຽມ​ໂຕ​ດ້ານ​ຄວາມ​ເຊື່ອ​ແນວ​ໃດ​ເພື່ອ​ຮັບ​ມື​ກັບ​ໄພ​ທຳມະຊາດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ເຈົ້າ​ໄດ້​ກຽມ​ໂຕ​ຮັບ​ມື​ໄພ​ທຳມະຊາດ​ແລ້ວ​ບໍ?’ ຮູບ​ກະເປົາ​ສຸກເສີນ ຂໍ້​ມູນ​ຕິດ​ຕໍ່ ແລະ​ແຜນທີ່​ຈຸດ​ນັດ​ພົບ​ທີ່​ທຸກ​ຄົນ​ໃນ​ຄອບຄົວ​ຈະ​ໄປ​ເຈິ​ກັນ​ໄດ້​ໃນ​ກໍລະນີ​ສຸກເສີນ.

    ເປັນ​ຫຍັງ​ເຮົາ​ຄວນ . . .

    • ບອກ​ຂໍ້​ມູນ​ຕິດ​ຕໍ່​ຫຼ້າ​ສຸດ​ກັບ​ຜູ້​ດູ​ແລ​ສະເໝີ?

    • ກຽມ​ກະເປົາ​ສຸກເສີນ?

    • ລົມ​ກັນ​ວ່າ​ມີ​ໄພ​ທຳມະຊາດ​ຫຍັງ​ແດ່​ທີ່​ອາດ​ຈະ​ເກີດ​ຂຶ້ນ​ແລະ​ຈະ​ຮັບ​ມື​ກັບ​ໄພ​ທຳມະຊາດ​ນັ້ນ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ເຈົ້າ​ໄດ້​ກຽມ​ໂຕ​ຮັບ​ມື​ໄພ​ທຳມະຊາດ​ແລ້ວ​ບໍ?’ ຮູບ: ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຊ່ວຍ​ພີ່ນ້ອງ​ທີ່​ປະສົບ​ໄພ​ທຳມະຊາດ. 1. ພີ່ນ້ອງ​ຄົນ​ໜຶ່ງ​ອະທິດຖານ​ເພື່ອ​ເຂົາ​ເຈົ້າ. 2. ພີ່ນ້ອງ​ຊ່ວຍ​ວຽກ​ບັນເທົາ​ທຸກ. 3. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບໍລິຈາກ​ເພື່ອ​ວຽກ​ທົ່ວ​ໂລກ.

    ມີ 3 ວິທີ​ຫຍັງ​ແດ່​ທີ່​ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ເຈິ​ໄພ​ທຳມະຊາດ​ໄດ້?

ຖາມ​ໂຕ​ເອງ​ວ່າ ‘ຂ້ອຍ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ການ​ລະ​ບາດ​ໃຫຍ່​ຂອງ​ໂຄ​ວິດ-19 ເລື່ອງ​ການ​ກຽມ​ໂຕ​ໃຫ້​ພ້ອມ?’

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌