ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ພຶດສະພາ ໜ້າ 7
  • ເຈົ້າກຽມໂຕຮັບມືກັບຄວາມບໍ່ສະຫງົບທາງການເມືອງແລ້ວບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າກຽມໂຕຮັບມືກັບຄວາມບໍ່ສະຫງົບທາງການເມືອງແລ້ວບໍ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • ເຈົ້າກຽມພ້ອມແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ກຽມໂຕໃຫ້ພ້ອມຢູ່ສະເໝີໃນໄລຍະທ້າຍໆຂອງ “ສະໄໝສຸດທ້າຍ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເຈົ້າກຽມຕົວຮັບມືກັບວິກິດການທາງເສດຖະກິດແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ສອນ​ນັກ​ສຶກສາ​ໃຫ້​ກຽມ​ຕົວ​ລ່ວງ​ໜ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ພຶດສະພາ ໜ້າ 7
ຄອບຄົວ​ໜຶ່ງ​ນັ່ງ​ເບິ່ງ​ຂ່າວ​ກ່ຽວ​ກັບ​ຄວາມ​ບໍ່​ສະຫງົບ​ທາງ​ການເມືອງ. ເຂົາ​ເຈົ້າ​ມີ​ກະເປົາ​ສຸກເສີນ​ຢູ່​ໃກ້ໆ.

ຊີວິດ​ຄລິດສະຕຽນ

ເຈົ້າ​ກຽມ​ໂຕ​ຮັບ​ມື​ກັບ​ຄວາມ​ບໍ່​ສະຫງົບ​ທາງ​ການເມືອງ​ແລ້ວ​ບໍ?

ແຮ່ງ​ໃກ້​ຈະ​ເຖິງ​ຈຸດ​ຈົບ ເຮົາ​ຄາດ​ໝາຍ​ໄດ້​ວ່າ​ຈະ​ມີ​ຄວາມ​ບໍ່​ສະຫງົບ​ທາງ​ການເມືອງ ການ​ກໍ່​ການ​ຮ້າຍ ແລະ​ສົງຄາມ​ຫຼາຍ​ຂຶ້ນ. (ພນມ 6:4) ເຮົາ​ຈະ​ກຽມ​ໂຕ​ໃຫ້​ພ້ອມ​ສຳລັບ​ເລື່ອງ​ເຫຼົ່າ​ນີ້​ໄດ້​ແນວ​ໃດ?

  • ກຽມ​ພ້ອມ​ດ້ານ​ຄວາມ​ເຊື່ອ: ພະຍາຍາມ​ຫາ​ຫຼັກ​ການ​ແລະ​ເລື່ອງ​ໃນ​ຄຳ​ພີ​ໄບເບິນ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ໄວ້​ໃຈ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ​ແລະ​ຊ່ວຍ​ໃຫ້​ເຈົ້າ​ຮັກສາ​ຄວາມ​ເປັນ​ກາງ​ໄດ້. (ສຸພາ 12:5; jr-SI ໜ້າ 125-126 ຂໍ້ 23-24) ຕອນ​ນີ້​ໃຫ້​ເຈົ້າ​ພະຍາຍາມ​ສະໜິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ຫຼາຍໆ.—1​ປຕ 4:7, 8

  • ກຽມ​ໂຕ​ໃຫ້​ພ້ອມ: ໃຫ້​ວາງ​ແຜນ​ວ່າ​ຈະ​ໄປ​ລີ້​ຢູ່​ໃສ​ໃນ​ເຮືອນ​ແລະ​ກຽມ​ສິ່ງ​ຈຳເປັນ​ໃຫ້​ພ້ອມ. ນອກ​ຈາກ​ນັ້ນ ໃຫ້​ວາງ​ແຜນ​ນຳ​ວ່າ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຕ້ອງ​ອົບພະຍົບ​ອອກ​ຈາກ​ເຮືອນ. ກຽມ​ກະເປົາ​ສຸກເສີນ ເງິນ ແລະ​ອຸປະກອນ​ປ້ອງກັນ​ສ່ວນ​ບຸກຄົນ (PPE) ເຊັ່ນ: ຖົງ​ມື​ແລະ​ໜ້າ​ກາກ​ອະນາໄມ​ໃຫ້​ພ້ອມ. ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ມີ​ຂໍ້​ມູນ​ຕິດ​ຕໍ່​ຜູ້​ດູ​ແລ ແລະ​ຜູ້​ດູ​ແລ​ສາມາດ​ຕິດ​ຕໍ່​ເຈົ້າ​ໄດ້.—ເອຊາ 32:2; g17.5-SI ໜ້າ 3-7

ໃນ​ໄລຍະ​ຄວາມ​ບໍ່​ສະຫງົບ ໃຫ້​ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ຢູ່​ສະເໝີ ເຊັ່ນ: ອະທິດຖານ ສຶກສາ​ສ່ວນ​ຕົວ ແລະ​ໄປ​ປະຊຸມ. (ຟລປ 1:10) ຢ່າ​ຍ້າຍ​ບ່ອນ​ຢູ່​ເລື້ອຍໆ​ຍົກ​ເວັ້ນ​ເຈົ້າ​ຈຳເປັນ​ຕ້ອງ​ອົບພະຍົບ​ແທ້ໆ. (ມທ 10:16) ແບ່ງ​ປັນ​ອາຫານ​ແລະ​ສິ່ງ​ຈຳເປັນ​ໃຫ້​ກັນ.—ຣມ 12:13

ເບິ່ງ​ວິດີໂອ​ເຈົ້າ​ໄດ້​ກຽມ​ໂຕ​ຮັບ​ມື​ກັບ​ໄພ​ພິບັດ​ແລ້ວ​ບໍ? ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ໄລຍະ​ທີ່​ເກີດ​ໄພ​ພິບັດ?

  • ເຮົາ​ຈະ​ກຽມ​ໂຕ​ແນວ​ໃດ​ໄດ້​ແດ່?

  • ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ພິບັດ​ໄດ້​ແນວ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌