ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ພຶດສະພາ ໜ້າ 5
  • ເຈົ້າກຽມຕົວຮັບມືກັບວິກິດການທາງເສດຖະກິດແລ້ວບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າກຽມຕົວຮັບມືກັບວິກິດການທາງເສດຖະກິດແລ້ວບໍ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ເຈົ້າກຽມພ້ອມແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ກຽມໂຕໃຫ້ພ້ອມຢູ່ສະເໝີໃນໄລຍະທ້າຍໆຂອງ “ສະໄໝສຸດທ້າຍ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເຈົ້າກຽມໂຕຮັບມືກັບຄວາມບໍ່ສະຫງົບທາງການເມືອງແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ພຶດສະພາ ໜ້າ 5

ຊີວິດ​ຄລິດສະຕຽນ

ເຈົ້າ​ກຽມ​ຕົວ​ຮັບ​ມື​ກັບ​ວິກິດການ​ທາງ​ເສດຖະກິດ​ແລ້ວ​ບໍ?

ເຮົາ​ບໍ່​ໄດ້​ຕົກໃຈ​ຫຼາຍ​ເກີນ​ໄປ​ເມື່ອ​ເຫັນ​ວ່າ​ເຫດການ​ຕ່າງໆ​ພາ​ໃຫ້​ສະພາບ​ເສດຖະກິດ​ທົ່ວ​ໂລກ​ບໍ່​ໝັ້ນຄົງ. ຍ້ອນຫຍັງ? ຍ້ອນ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດທ້າຍ ແລະ​ຄຳພີໄບເບິນ​ກໍ​ເຕືອນ​ເຮົາ​ບໍ່​ໃຫ້​ຝາກ​ຄວາມຫວັງ​ໄວ້​ກັບ “ຊັບ​ສົມບັດ​ທີ່​ບໍ່​ໝັ້ນຄົງ.” (1ຕມ 6:17; 2ຕມ 3:1) ຕົວຢ່າງ​ຂອງ​ກະສັດ​ເຢໂຮຊາຟັດ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ກຽມ​ຕົວ​ຮັບ​ມື​ກັບ​ວິກິດການ​ທາງ​ເສດຖະກິດ?

ເມື່ອ​ຊາດ​ຕ່າງໆ​ມາ​ໂຈມຕີ​ອິດສະຣາເອນ ກະສັດ​ເຢໂຮຊາຟັດ​ໄດ້​ໄວ້ໃຈ​ພະເຢໂຫວາ. (2ຂຄ 20:9-12) ລາວ​ຍັງ​ໄດ້​ກຽມ​ຕົວ​ລ່ວງ​ໜ້າ​ໂດຍ​ສົ່ງ​ທະຫານ​ໄປ​ຢູ່​ທຸກ​ເມືອງ ແລະ​ຕັ້ງ​ກອງ​ທະຫານ​ປ້ອງກັນ​ຢູ່​ເມືອງ​ຕ່າງໆ. (2ຂຄ 17:1, 2, 12, 13) ຄື​ກັບ​ເຢໂຮຊາຟັດ ເຮົາ​ຕ້ອງ​ໄວ້ໃຈ​ພະເຢໂຫວາ​ແລະ​ກຽມ​ຕົວ​ລ່ວງ​ໜ້າ​ເພື່ອ​ຈະ​ຮັບ​ມື​ໄດ້​ໃນ​ເວລາ​ທີ່​ຍາກ​ລຳບາກ.

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ກຽມ​ຕົວ​ຮັບ​ມື​ກັບ​ວິກິດການ​ທາ​ງ​ເສດຖະກິດ?

ກຽມ​ພ້ອມ​ທາງ​ດ້ານ​ຄວາມເຊື່ອ: ໃຫ້​ອີ່ມໃຈ​ພໍໃຈ​ກັບ​ສິ່ງ​ທີ່​ມີ​ຢູ່​ແລະ​ໄວ້ໃຈ​ພະເຢໂຫວາ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້. (ມທ 6:26; 1ຕມ 6:8) ໃຫ້​ຕັ້ງໃຈ​ເຮັດ​ຕາມ​ຫຼັກການ​ໃນ​ຄຳພີໄບເບິນ​ເພື່ອ​ຈະ​ພໍໃຈ​ກັບ​ສິ່ງ​ທີ່​ເຮົາ​ມີ. (ຣມ 2:21) ໃຫ້​ຄິດ​ເບິ່ງ​ວ່າ​ຖ້າ​ບໍ່​ມີ​ໄຟ​ຟ້າ​ຫຼື​ອິນເຕີເນັດ ເຮົາ​ຈະ​ອ່ານ​ຄຳພີໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ​ຕໍ່ໄປ​ໄດ້​ແນວໃດ. ໃຫ້​ເກັບ​ປຶ້ມ​ແບບ​ເປັນ​ເຈ້ຍ​ໄວ້​ບາງ​ຫົວ ແລະ​ຖ້າ​ເປັນ​ໄປ​ໄດ້​ໃຫ້​ດາວໂຫຼດ​ປຶ້ມ​ຕ່າງໆ​ໄວ້​ລ່ວງ​ໜ້າ.

ກຽມ​ພ້ອມ​ທາງ​ດ້ານ​ວັດຖຸ: ພະຍາຍາມ​ຫຼຸດ​ຜ່ອນ​ໜີ້​ສິນ​ແລະ​ລາຍ​ຈ່າຍ​ທີ່​ບໍ່​ຈຳເປັນ​ກ່ອນ​ທີ່​ຈະ​ເກີດ​ບັນຫາ​ທາງ​ເສດຖະກິດ. (ສຸພາ 22:7) ຖ້າ​ເປັນ​ໄປ​ໄດ້ ໃຫ້​ສະສົມ​ອາຫານ​ແລະ​ສິ່ງ​ຂອງ​ທີ່​ຈຳເປັນ​ຕາມ​ຄວາມ​ເໝາະສົມ. ບາງຄົນ​ອາດຈະ​ປູກ​ຜັກ​ແລະ​ເຮັດ​ສວນ​ເພື່ອ​ປະຢັດ​ເງິນ.

ເບິ່ງ​ວິດີໂອ​ເຈົ້າ​ໄດ້​ກຽມ​ຕົວ​ຮັບ​ມື​ກັບ​ໄພພິບັດ​ແລ້ວ​ບໍ? ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

ຮູບ​ຈາກ​ວິດີໂອ “ເຈົ້າ​ໄດ້​ກຽມ​ຕົວ​ຮັບ​ມື​ກັບ​ໄພພິບັດ​ແລ້ວ​ບໍ?” ມີ​ປຶ້ມ​ຄຳພີໄບເບິນ ກະ​ເປົ່າ​ແລະ​ໂທລະສັບ ແລະ​ຜູ້​ທີ່​ຊ່ວຍ​ໃນ​ໂຄງການ​ກໍ່ສ້າງ.
  • ເຮົາ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ກຽມ​ຕົວ​ຮັບ​ມື​ກັບ​ໄພພິບັດ?

ຮູບ​ຈາກ​ວິດີໂອ “ເຈົ້າ​ໄດ້​ກຽມ​ຕົວ​ຮັບ​ມື​ກັບ​ໄພພິບັດ​ແລ້ວ​ບໍ?” ພີ່ນ້ອງ​ຊ່ວຍ​ວຽກ​ບັນເທົາ​ທຸກ​ໂດຍ​ເຮັດ​ວຽກ​ກໍ່ສ້າງ​ແລະ​ຂົນ​ເຄື່ອງ​ຈາກ​ລົດ​ບັນທຸກ.
  • ເຮົາ​ຈະ​ກຽມ​ຕົວ​ແນວໃດ​ເພື່ອ​ຊ່ວຍເຫຼືອ​ຄົນອື່ນ?

ເປົ້າໝາຍ

ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ ໃຫ້​ທົບທວນ​ປຶ້ມ​ຕື່ນເຖີດ! ສະບັບທີ 1 2022 ແລະ​ລົມ​ກັນ​ກ່ຽວກັບ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ເພື່ອ​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ໄພພິບັດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌