ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ມັງກອນ ໜ້າ 13
  • ບົດຮຽນຈາກຊີວິດຂອງຊາມູເອນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ບົດຮຽນຈາກຊີວິດຂອງຊາມູເອນ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ເວົ້າ​ກັບ​ຊາມູເອນ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຊາເມືອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆໄປ
    ສອນລູກໃຫ້ເປັນຄົນດີ
  • ເດັກນ້ອຍຊາຍຄົນນຶ່ງຮັບໃຊ້ພະເຈົ້າ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ກະສັດ​ອົງ​ທຳອິດ​ຂອງ​ອິດສະຣາເອນ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ມັງກອນ ໜ້າ 13
ຮູບ: ຮູບ​ປະກອບ​ອີງ​ຕາມ​ວິດີໂອ “ຮຽນ​ຈາກ​ເຂົາ​ເຈົ້າ-ຊາມູເອນ.” 1. ແດນ​ນີ້. 2. ຊາມູເອນ​ຕອນ​ຍັງ​ນ້ອຍ.

ຊີວິດ​ຄລິດສະຕຽນ

ບົດຮຽນ​ຈາກ​ຊີວິດ​ຂອງ​ຊາມູເອນ

ຊາມູເອນ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕະຫຼອດ​ຊີວິດ. ເຖິງ​ວ່າ​ຕອນ​ເປັນ​ເດັກ​ນ້ອຍ​ລາວ​ຈະ​ເຫັນ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ໂຫບນີ​ກັບ​ຟີເນ​ລູກ​ຊາຍ​ຂອງ​ເອລີ ແຕ່​ລາວ​ກໍ​ບໍ່​ເຮັດ​ຄື​ກັບ​ສອງ​ຄົນ​ນັ້ນ. (1ຊາມ 2:22-26) ຊາມູເອນ​ເຕີບ​ໃຫຍ່​ຂຶ້ນ ແລະ​ພະ​ເຢໂຫວາ​ກໍ​ເບິ່ງ​ແຍງ​ລາວ. (1ຊາມ 3:19) ເຖິງ​ວ່າ​ຊາມູເອນ​ຈະ​ເຖົ້າ​ແລ້ວ​ກໍ​ຍັງ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ ແຕ່​ລູກ​ຊາຍ​ຂອງ​ລາວ​ບໍ່​ໄດ້​ເຮັດ​ຕາມ​ແບບ​ຢ່າງ​ທີ່​ດີ​ຂອງ​ລາວ.—1ຊາມ 8:1-5

ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຈາກ​ຕົວຢ່າງ​ຂອງ​ຊາມູເອນ? ຖ້າ​ເຈົ້າ​ອາຍຸ​ຍັງ​ນ້ອຍ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເຂົ້າ​ໃຈ​ວ່າ​ເຈົ້າ​ຕ້ອງ​ເຈິ​ກັບ​ບັນຫາ​ຫຍັງ​ແດ່​ແລະ​ເຈົ້າ​ຮູ້ສຶກ​ແນວ​ໃດ. ເພິ່ນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ກ້າ. (ເອຊາ 41:10, 13) ຖ້າ​ເຈົ້າ​ເປັນ​ພໍ່​ແມ່​ແລະ​ລູກ​ຂອງ​ເຈົ້າ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ເຈົ້າ​ຄື​ຊິ​ໄດ້​ຮັບ​ກຳລັງ​ໃຈ​ທີ່​ຮູ້​ວ່າ​ຊາມູເອນ​ກໍ​ບໍ່​ສາມາດ​ບັງຄັບ​ລູກ​ທີ່​ໃຫຍ່​ແລ້ວ​ໃຫ້​ສັດຊື່​ຕໍ່​ພະ​ເຢໂຫວາ​ໄດ້. ຊາມູເອນ​ຝາກ​ເລື່ອງ​ນີ້​ໄວ້​ກັບ​ພະ​ເຢໂຫວາ ລາວ​ຍັງ​ສັດ​ຊື່​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ບາງ​ເທື່ອ​ຕົວຢ່າງ​ທີ່​ດີ​ຂອງ​ເຈົ້າ​ອາດ​ເຮັດ​ໃຫ້​ລູກ​ກັບ​ມາ​ຫາ​ພະ​ເຢໂຫວາ​ກໍ​ໄດ້.

ເບິ່ງ​ວິດີໂອ​ຮຽນ​ຈາກ​ເຂົາ​ເຈົ້າ—ຊາມູເອນ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ “ຮຽນ​ຈາກ​ເຂົາ​ເຈົ້າ-ຊາມູເອນ.” ຊາມູເອນ​ຂົນ​ຟືນ​ໃນ​ເດີ່ນ​ເຕັ້ນ​ສັກສິດ.

    ຕອນ​ເປັນ​ເດັກ​ນ້ອຍ​ຊາມູເອນ​ໄດ້​ສະແດງ​ຄວາມ​ກ້າຫານ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ຮຽນ​ຈາກ​ເຂົາ​ເຈົ້າ-ຊາມູເອນ.” ແດນ​ນີ້​ເຂົ້າ​ໄປ​ຖາມ​ອ້າຍ​ເລື່ອງ​ທີ່​ອ້າຍ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ.

    ແດນນີ້​ໄດ້​ສະແດງ​ຄວາມ​ກ້າຫານ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ຮຽນ​ຈາກ​ເຂົາ​ເຈົ້າ-ຊາມູເອນ.” ຜູ້​ພະຍາກອນ​ຊາມູເອນ​ຕອນ​ເຖົ້າ.

    ຕອນ​ທີ່​ຊາມູເອນ​ເຖົ້າ​ແລ້ວ ລາວ​ຍັງ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ຮຽນ​ຈາກ​ເຂົາ​ເຈົ້າ-ຊາມູເອນ.” ພໍ່​ແມ່​ຂອງ​ແດນນີ້​ຫຼັງ​ຈາກ​ທີ່​ໄປ​ປະກາດ​ສາທາລະນະ​ກັບ​ລາວ.

    ພະ​ເຢໂຫວາ​ຈະ​ສະໜັບສະໜູນ​ຄົນ​ທີ່​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ

    ພໍ່​ແມ່​ແດນນີ້​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌