ບົດທີ 37
ພະເຢໂຫວາເວົ້າກັບຊາມູເອນ
ປະໂລຫິດເອລີມີລູກຊາຍສອງຄົນຊື່ໂຮບນີແລະຟີເນຮາດ ເຂົາເຈົ້າຮັບໃຊ້ເປັນປະໂລຫິດຢູ່ເຕັ້ນສັກສິດ. ທັງສອງຄົນບໍ່ເຮັດຕາມກົດໝາຍຂອງພະເຢໂຫວາແລະເຮັດບໍ່ດີຕໍ່ປະຊາຊົນຫຼາຍ. ເມື່ອພວກອິດສະຣາເອນເອົາເຄື່ອງບູຊາມາໃຫ້ພະເຢໂຫວາ ໂຮບນີແລະຟີເນຮາດຈະເອົາຊີ້ນສ່ວນທີ່ດີທີ່ສຸດໄວ້ໃຫ້ໂຕເອງ. ເອລີຮູ້ວ່າລູກຂອງລາວເຮັດບໍ່ດີຫຍັງແດ່ ແຕ່ລາວກໍບໍ່ໄດ້ເຮັດຫຍັງ. ແລ້ວພະເຢໂຫວາຈະປ່ອຍໃຫ້ເປັນແບບນີ້ຕໍ່ໄປບໍ?
ເຖິງວ່າຊາມູເອນອາຍຸນ້ອຍກວ່າໂຮບນີແລະຟີເນຮາດຫຼາຍ ແຕ່ລາວກໍບໍ່ໄດ້ຮຽນແບບເຂົາເຈົ້າ. ພະເຢໂຫວາຈຶ່ງພໍໃຈຊາມູເອນ. ມີຄືນໜຶ່ງຕອນທີ່ຊາມູເອນນອນຫຼັບ ລາວໄດ້ຍິນສຽງເອີ້ນຊື່ລາວ ລາວຈຶ່ງລຸກຂຶ້ນ ແລ້ວແລ່ນໄປຫາເອລີແລະຖາມວ່າ: “ລຸງເອີ້ນຫຼານບໍ?” ແຕ່ເອລີຕອບວ່າ: “ລຸງບໍ່ໄດ້ເອີ້ນ. ກັບໄປນອນສະ.” ຊາມູເອນກໍກັບໄປນອນ. ແຕ່ລາວກໍໄດ້ຍິນສຽງເອີ້ນອີກ. ເມື່ອຊາມູເອນໄດ້ຍິນສຽງເອີ້ນເທື່ອທີສາມ ເອລີກໍຮູ້ວ່າພະເຢໂຫວາເປັນຜູ້ເອີ້ນຊາມູເອນ. ລາວຈຶ່ງບອກຊາມູເອນວ່າຖ້າຫຼານໄດ້ຍິນສຽງເອີ້ນອີກ ໃຫ້ຫຼານຕອບວ່າ: “ພະເຢໂຫວາບອກລູກໂລດ ຜູ້ຮັບໃຊ້ຂອງພະອົງກຳລັງຟັງຢູ່.”
ຊາມູເອນກັບໄປນອນຕໍ່ ແລ້ວລາວກໍໄດ້ຍິນສຽງເອີ້ນວ່າ: “ຊາມູເອນ! ຊາມູເອນ!” ລາວຕອບວ່າ: “ບອກລູກໂລດ ຜູ້ຮັບໃຊ້ຂອງພະອົງກຳລັງຟັງຢູ່.” ພະເຢໂຫວາບອກລາວວ່າ: ‘ໃຫ້ໄປບອກເອລີວ່າເຮົາຈະລົງໂທດລາວກັບຄອບຄົວ. ຍ້ອນລາວຮູ້ຢູ່ແລ້ວວ່າລູກຊາຍຂອງລາວເຮັດຊົ່ວຢູ່ເຕັ້ນສັກສິດຂອງເຮົາ ແຕ່ລາວກໍບໍ່ໄດ້ເຮັດຫຍັງເລີຍ.’ ເຊົ້າມື້ຕໍ່ມາ ຊາມູເອນກໍໄປເປີດປະຕູທາງເຂົ້າເຕັ້ນສັກສິດຄືກັບທີ່ລາວເຮັດເປັນປະຈຳ. ລາວບໍ່ກ້າບອກປະໂລຫິດໃຫຍ່ເອລີວ່າພະເຢໂຫວາບອກຫຍັງລາວ. ແຕ່ເອລີເອີ້ນຊາມູເອນມາຖາມວ່າ: ‘ຫຼານເອີ້ຍ ພະເຢໂຫວາບອກຫຍັງຫຼານ? ບອກລຸງມາໃຫ້ໝົດ.’ ຊາມູເອນຈຶ່ງເລົ່າທຸກຢ່າງໃຫ້ເອລີຟັງ.
ເມື່ອຊາມູເອນໃຫຍ່ຂຶ້ນ ພະເຢໂຫວາກໍຍັງຢູ່ນຳລາວ. ພວກອິດສະຣາເອນທຸກຄົນຮູ້ວ່າພະເຢໂຫວາເລືອກຊາມູເອນໃຫ້ເປັນຜູ້ພະຍາກອນແລະຜູ້ຕັດສິນ.
“ໃຫ້ເຈົ້າຄິດເຖິງຜູ້ສ້າງທີ່ຍິ່ງໃຫຍ່ຂອງເຈົ້າໃນຕອນທີ່ເຈົ້າຍັງໜຸ່ມຢູ່.”—ປັນຍາຈານ 12:1