ຊີວິດຄລິດສະຕຽນ | ຕັ້ງເປົ້າໝາຍສຳລັບປີການຮັບໃຊ້ໃໝ່
ຍ້າຍໄປຮັບໃຊ້ໃນເຂດທີ່ມີຄວາມຈຳເປັນຫຼາຍກວ່າ
ເຮົາຕ້ອງມີຄວາມເຊື່ອເພື່ອຈະຂະຫຍາຍວຽກຮັບໃຊ້ໂດຍຍ້າຍຈາກບ່ອນທີ່ເຮົາຄຸ້ນເຄີຍໄປຢູ່ບ່ອນໃໝ່. (ຮຣ 11:8-10) ຖ້າເຈົ້າກຳລັງຄິດເຖິງເປົ້າໝາຍທີ່ຈະຍ້າຍໄປຮັບໃຊ້ໃນເຂດທີ່ມີຄວາມຈຳເປັນຫຼາຍກວ່າ ຂໍໃຫ້ລົມເລື່ອງນີ້ກັບຜູ້ດູແລ. ເຈົ້າຕ້ອງເຮັດຫຍັງແດ່ເພື່ອຈະຄິດໄລ່ຄ່າໃຊ້ຈ່າຍແລະເລືອກວ່າຈະໄປຮັບໃຊ້ຢູ່ໃສ? ລອງອ່ານບົດຄວາມກ່ຽວກັບການຮັບໃຊ້ໃນເຂດທີ່ມີຄວາມຈຳເປັນຫຼາຍກວ່າ. ລົມກັບຄົນທີ່ເຄີຍຍ້າຍໄປຮັບໃຊ້ບ່ອນອື່ນ. (ສຸພາ 15:22) ອະທິດຖານຂໍການຊີ້ນຳຈາກພະເຢໂຫວາ. (ຢກບ 1:5) ລອງຄົ້ນຄວ້າຂໍ້ມູນກ່ຽວກັບບ່ອນທີ່ເຈົ້າຢາກຈະຍ້າຍໄປ ແລະຖ້າເປັນໄປໄດ້ ລອງໄປຢູ່ບ່ອນນັ້ນຈັກ 4-5 ມື້ກ່ອນຈະຕັດສິນໃຈ.
ກາບຣ້ຽນເຈິອຸປະສັກຫຍັງແດ່ ແລະອັນໃດຊ່ວຍລາວໃຫ້ເອົາຊະນະອຸປະສັກເຫຼົ່ານັ້ນໄດ້?