ບົດຄວາມສຶກສາທີ 25
ເພງທີ 7 ພະເຢໂຫວາເປັນກຳລັງຂອງເຮົາ
ໃຫ້ຈື່ໄວ້ວ່າພະເຢໂຫວາເປັນ “ພະເຈົ້າຜູ້ມີຊີວິດຢູ່”
“ພະເຢໂຫວາຜູ້ມີຊີວິດຢູ່.”—ພສ. 18:46
ຈຸດສຳຄັນ
ເຮົາໄດ້ຮັບປະໂຫຍດຫຼາຍແທ້ໆຖ້າເຮົາຈື່ໄວ້ສະເໝີວ່າພະເຈົ້າທີ່ເຮົານະມັດສະການເປັນ “ພະເຈົ້າຜູ້ມີຊີວິດຢູ່.”
1. ເຖິງວ່າຈະເຈິບັນຫາຫຼາຍຢ່າງ ອັນໃດຊ່ວຍເຮົາໃຫ້ນະມັດສະການພະເຢໂຫວາຕໍ່ໆໄປໄດ້?
ຄຳພີໄບເບິນບອກວ່າເຮົາກຳລັງມີຊີວິດຢູ່ໃນ “ໄລຍະທີ່ມີແຕ່ຄວາມຫຍຸ້ງຍາກລຳບາກແລະອັນຕະລາຍ.” (2ຕມ. 3:1) ນອກຈາກບັນຫາຕ່າງໆທີ່ທຸກຄົນໃນໂລກນີ້ຕ້ອງເຈິແລ້ວ ປະຊາຊົນຂອງພະເຢໂຫວາຍັງຕ້ອງເຈິກັບການຕໍ່ຕ້ານແລະການຂົ່ມເຫງນຳອີກ. ເຖິງວ່າຈະເຈິບັນຫາເຫຼົ່ານີ້ ແຕ່ອັນໃດຈະຊ່ວຍເຮົາໃຫ້ນະມັດສະການພະເຢໂຫວາຕໍ່ໆໄປໄດ້? ສິ່ງໜຶ່ງທີ່ຊ່ວຍເຮົາໄດ້ແມ່ນການຮູ້ວ່າພະເຢໂຫວາເປັນ “ພະເຈົ້າຜູ້ມີຊີວິດຢູ່.”—ຢຣມ. 10:10; 2ຕມ. 1:12
2. ເຮົາຮູ້ຫຍັງກ່ຽວກັບພະເຢໂຫວາ ແລະການຮູ້ເລື່ອງນີ້ຊ່ວຍເຮົາແນວໃດ?
2 ພະເຢໂຫວາເປັນພະເຈົ້າທີ່ມີຕົວຕົນຢູ່ແທ້ໆ. ເພິ່ນເຫັນບັນຫາທຸກຢ່າງທີ່ເຮົາເຈິ ແລະເພິ່ນຢາກຊ່ວຍເຮົາສະເໝີ. (2ຂຄ. 16:9; ພສ. 23:4) ການຈື່ເລື່ອງນີ້ໄວ້ຈະຊ່ວຍເຮົາໃຫ້ອົດທົນແລະມີກຳລັງທີ່ຈະສູ້ກັບບັນຫາຕ່າງໆໄດ້. ໃຫ້ເຮົາມາເບິ່ງວ່າເລື່ອງນີ້ເປັນຈິງແນວໃດກັບກະສັດດາວິດ.
3. ດາວິດໝາຍຄວາມວ່າແນວໃດເມື່ອລາວເວົ້າວ່າ “ພະເຢໂຫວາຜູ້ມີຊີວິດຢູ່”?
3 ດາວິດຮູ້ຈັກພະເຢໂຫວາດີ ແລະລາວເພິ່ງເພິ່ນສະເໝີ. ຕອນທີ່ກະສັດຊາອູນແລະສັດຕູຄົນອື່ນໆໄລ່ລ່າເພື່ອຈະຂ້າດາວິດ ລາວອະທິດຖານຂໍໃຫ້ພະເຢໂຫວາຊ່ວຍ. (ພສ. 18:6) ຫຼັງຈາກພະເຢໂຫວາຕອບຄຳອະທິດຖານຂອງດາວິດແລະຊ່ວຍລາວໃຫ້ລອດ ດາວິດເວົ້າວ່າ: “ພະເຢໂຫວາຜູ້ມີຊີວິດຢູ່.” (ພສ. 18:46) ດາວິດໝາຍຄວາມວ່າແນວໃດ? ຈາກຄຳເວົ້ານີ້ເຮັດໃຫ້ເຫັນວ່າດາວິດບໍ່ພຽງແຕ່ຍອມຮັບວ່າພະເຈົ້າມີຊີວິດຢູ່ແທ້ໆເທົ່ານັ້ນ. ປຶ້ມອ້າງອີງຫົວໜຶ່ງອະທິບາຍວ່າ ດາວິດໝັ້ນໃຈວ່າພະເຢໂຫວາເປັນ “ພະເຈົ້າຜູ້ມີຊີວິດຢູ່ທີ່ຊ່ວຍປະຊາຊົນຂອງເພິ່ນສະເໝີ.” ດາວິດຮູ້ວ່າພະເຢໂຫວາເຫັນສິ່ງທີ່ລາວກຳລັງເຈິ ແລະເພິ່ນພ້ອມທີ່ຈະຊ່ວຍລາວສະເໝີ. ການຮູ້ແບບນີ້ເຮັດໃຫ້ດາວິດໄດ້ກຳລັງໃຈທີ່ຈະຮັບໃຊ້ແລະສັນລະເສີນພະເຢໂຫວາຕໍ່ໆໄປ.—ພສ. 18:28, 29, 49
4. ເຮົາໄດ້ຮັບປະໂຫຍດຫຍັງຈາກການໝັ້ນໃຈວ່າພະເຢໂຫວາເປັນພະເຈົ້າຜູ້ມີຊີວິດຢູ່?
4 ການທີ່ເຮົາໝັ້ນໃຈວ່າພະເຢໂຫວາເປັນພະເຈົ້າຜູ້ມີຊີວິດຢູ່ຊ່ວຍເຮົາໃຫ້ຮັບໃຊ້ເພິ່ນຢ່າງກະຕືລືລົ້ນ ເຮົາຈະມີກຳລັງອົດທົນກັບບັນຫາຕ່າງໆໄດ້ ມີແຮງກະຕຸ້ນທີ່ຈະຮັບໃຊ້ພະເຢໂຫວາຢ່າງດຸໝັ່ນ ແລະເຮົາຍັງຈະມີຄວາມຕັ້ງໃຈຫຼາຍຂຶ້ນທີ່ຈະໃກ້ຊິດກັບພະເຢໂຫວາຕໍ່ໆໄປ.
ພະເຈົ້າຜູ້ມີຊີວິດຢູ່ຈະໃຫ້ກຳລັງເຈົ້າ
5. ອັນໃດຈະຊ່ວຍເຮົາບໍ່ໃຫ້ຢ້ານເມື່ອເຈິບັນຫາ? (ຟີລິບປອຍ 4:13)
5 ເຮົາສາມາດອົດທົນກັບບັນຫາທຸກຢ່າງໄດ້ບໍ່ວ່າຈະນ້ອຍຫຼືໃຫຍ່ ຖ້າເຮົາຈື່ໄວ້ວ່າພະເຢໂຫວາມີຊີວິດຢູ່ແລະເພິ່ນພ້ອມທີ່ຈະຊ່ວຍເຮົາສະເໝີ. ເພິ່ນສາມາດຊ່ວຍເຮົາໃຫ້ຮັບມືກັບບັນຫາທຸກຢ່າງໄດ້ ຍ້ອນບໍ່ມີຫຍັງຍາກເກີນໄປສຳລັບເພິ່ນ. ພະເຢໂຫວາເປັນພະເຈົ້າຜູ້ມີລິດເດດສູງສຸດ ແລະເພິ່ນສາມາດໃຫ້ກຳລັງເຮົາທີ່ຈະອົດທົນໄດ້. (ອ່ານຟີລິບປອຍ 4:13) ການຮູ້ແບບນີ້ຊ່ວຍເຮົາບໍ່ໃຫ້ຢ້ານເມື່ອເຈິບັນຫາຕ່າງໆ ແລະເມື່ອເຮົາເຫັນດ້ວຍໂຕເອງວ່າພະເຢໂຫວາຊ່ວຍເຮົາໃຫ້ອົດທົນກັບບັນຫານ້ອຍໆໄດ້ ເຮົາກໍໝັ້ນໃຈໄດ້ເລີຍວ່າເພິ່ນຈະຊ່ວຍເຮົາໃຫ້ອົດທົນກັບບັນຫາທີ່ໜັກໆໄດ້ຄືກັນ.
6. ຕອນທີ່ດາວິດເປັນໄວລຸ້ນ ມີເຫດການຫຍັງທີ່ຊ່ວຍລາວໃຫ້ໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ?
6 ໃຫ້ເຮົາມາເບິ່ງ 2 ເຫດການທີ່ຊ່ວຍດາວິດໃຫ້ໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ. ເຫດການທຳອິດ ຕອນທີ່ດາວິດເປັນໄວລຸ້ນແລະລ້ຽງແກະໃຫ້ພໍ່ ເມື່ອມີໂຕສິງຫຼືໂຕໝີມາຄາບແກະໃນຝູງໄປ ລາວກໍແລ່ນນຳມັນໄປຢ່າງກ້າຫານແລະຊ່ວຍແກະໄວ້ບໍ່ໃຫ້ຖືກກິນ. ດາວິດບໍ່ໄດ້ຄິດວ່າລາວເຮັດແບບນັ້ນໄດ້ດ້ວຍໂຕເອງ. ລາວຮູ້ວ່າພະເຢໂຫວາໃຫ້ກຳລັງລາວ. (1ຊມ. 17:34-37) ດາວິດບໍ່ເຄີຍລືມເລື່ອງນີ້. ການຄິດຕຶກຕອງກ່ຽວກັບເລື່ອງນີ້ເຮັດໃຫ້ລາວໝັ້ນໃຈວ່າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ຈະໃຫ້ກຳລັງລາວໃນອະນາຄົດຄືກັນ.
7. ການມີຄວາມຄິດທີ່ຖືກຕ້ອງຊ່ວຍດາວິດແນວໃດໃຫ້ໄປຕໍ່ສູ້ກັບໂກລີອາດ?
7 ເຫດການທີ 2 ເກີດຂຶ້ນຫຼັງຈາກນັ້ນຕອນທີ່ດາວິດຍັງເປັນໄວລຸ້ນຢູ່. ລາວໄປຄ້າຍທະຫານຂອງອິດສະຣາເອນເພື່ອໄປຫາພວກອ້າຍທີ່ເປັນທະຫານຢູ່ຫັ້ນ. ດາວິດເຫັນທະຫານອິດສະຣາເອນຢ້ານຫຼາຍ ຍ້ອນທະຫານຟີລິດສະຕີນຜູ້ໜຶ່ງທີ່ໂຕສູງໆໃຫຍ່ໆທີ່ຊື່ໂກລີອາດໄດ້ອອກມາ “ທ້າກອງທັບອິດສະຣາເອນ.” (1ຊມ. 17:10, 11) ທະຫານອິດສະຣາເອນຢ້ານຫຼາຍຍ້ອນເຂົາເຈົ້າຄິດເຖິງແຕ່ຮູບຮ່າງທີ່ສູງໆໃຫຍ່ໆຂອງໂກລີອາດແລະສິ່ງທີ່ລາວເວົ້າເຍາະເຍີ້ຍເຂົາເຈົ້າ. (1ຊມ. 17:24, 25) ແຕ່ດາວິດເບິ່ງຕ່າງຈາກເຂົາເຈົ້າ. ລາວຖືວ່າເມື່ອໂກລີອາດທ້າກອງທັບຂອງອິດສະຣາເອນ ກໍສ່ຳກັບວ່າລາວ “ທ້າກອງທັບຂອງພະເຈົ້າຜູ້ມີຊີວິດຢູ່.” (1ຊມ. 17:26) ດາວິດຄິດເຖິງພະເຢໂຫວາສະເໝີ. ລາວໝັ້ນໃຈວ່າພະເຈົ້າທີ່ເຄີຍຊ່ວຍລາວຕອນທີ່ລ້ຽງແກະໃຫ້ພໍ່ກໍຈະຊ່ວຍລາວອີກໃນເທື່ອນີ້. ດັ່ງນັ້ນ ດາວິດຈຶ່ງອອກໄປຕໍ່ສູ້ກັບໂກລີອາດແລະລາວກໍຊະນະຍ້ອນພະເຢໂຫວາຊ່ວຍ.—1ຊມ. 17:45-51
8. ເຮົາຈະໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນໄດ້ແນວໃດຕອນທີ່ເຈິບັນຫາ? (ເບິ່ງຮູບນຳ)
8 ເຮົາກໍສາມາດເອົາຊະນະບັນຫາໄດ້ຄືກັນ ຖ້າເຮົາຈື່ໄວ້ວ່າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ພ້ອມທີ່ຈະຊ່ວຍເຮົາສະເໝີ. (ພສ. 118:6) ເຮົາສາມາດເຮັດໃຫ້ໂຕເອງໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນໂດຍຄິດເຖິງສິ່ງທີ່ເພິ່ນເຄີຍເຮັດໃນອະດີດ. ວິທີໜຶ່ງທີ່ເຮົາເຮັດໄດ້ແມ່ນ ອ່ານເລື່ອງທີ່ຢູ່ໃນຄຳພີໄບເບິນທີ່ເຮັດໃຫ້ເຫັນວ່າພະເຢໂຫວາເຄີຍຊ່ວຍຜູ້ຮັບໃຊ້ຂອງເພິ່ນແນວໃດໃນອະດີດ. (ອຊຢ. 37:17, 33-37) ອີກວິທີໜຶ່ງແມ່ນ ເບິ່ງລາຍງານໃນເວັບໄຊ jw.org ທີ່ເຮັດໃຫ້ເຫັນວ່າພະເຢໂຫວາຊ່ວຍພີ່ນ້ອງຂອງເຮົາແນວໃດໃນທຸກມື້ນີ້. ນອກຈາກນັ້ນ ໃຫ້ຄິດຄືນຫຼັງວ່າພະເຢໂຫວາເຄີຍຊ່ວຍເຈົ້າແນວໃດແດ່. ແຕ່ຖ້າເຈົ້າບໍ່ມີປະສົບການທີ່ໜ້າຕື່ນເຕັ້ນຄືກັບດາວິດຕອນທີ່ສູ້ກັບໂຕໝີຫຼືໂຕສິງ ກໍບໍ່ເປັນຫຍັງ. ທີ່ຈິງ ຜ່ານມາພະເຢໂຫວາໄດ້ຊ່ວຍເຈົ້າຫຼາຍຢ່າງແລ້ວໃນຊີວິດ ເຊັ່ນ: ເພິ່ນໄດ້ຊ່ວຍເຈົ້າໃຫ້ເຂົ້າມາໃກ້ຊິດແລະເປັນໝູ່ກັບເພິ່ນ. (ຢຮ. 6:44) ເຈົ້າຍັງຢູ່ໃນຄວາມຈິງຈົນຮອດທຸກມື້ນີ້ກໍຍ້ອນພະເຢໂຫວາຊ່ວຍເຈົ້າ. ດັ່ງນັ້ນ ໃຫ້ຂໍພະເຢໂຫວາຊ່ວຍເຈົ້າໃຫ້ຈື່ເຫດການຫຼືຄວາມຮູ້ສຶກຕອນທີ່ເພິ່ນຕອບຄຳອະທິດຖານຂອງເຈົ້າ ຕອນທີ່ເພິ່ນຊ່ວຍເຈົ້າໃນເວລາທີ່ຕ້ອງການພໍດີ ຫຼືຕອນທີ່ເພິ່ນຊ່ວຍເຈົ້າໃຫ້ຜ່ານເວລາທີ່ຍາກລຳບາກມາໄດ້. ການຄິດເຖິງເຫດການເຫຼົ່ານີ້ຈະຊ່ວຍເຈົ້າໃຫ້ໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາຈະຊ່ວຍເຈົ້າຕໍ່ໆໄປ.
ບັນຫາທີ່ເຮົາເຈິກ່ຽວຂ້ອງກັບປະເດັນທີ່ສຳຄັນ (ເບິ່ງຂໍ້ 8-9)
9. ເຮົາຄວນເບິ່ງບັນຫາທີ່ເຮົາເຈິແນວໃດ? (ສຸພາສິດ 27:11)
9 ການຄິດຢູ່ສະເໝີວ່າພະເຢໂຫວາເປັນພະເຈົ້າຜູ້ມີຊີວິດຢູ່ຈະເຮັດໃຫ້ເຮົາມີຄວາມຄິດທີ່ຖືກຕ້ອງເມື່ອເຈິບັນຫາ. ເປັນແບບນັ້ນໄດ້ແນວໃດ? ການຄິດແບບນັ້ນຈະຊ່ວຍເຮົາບໍ່ໃຫ້ລືມປະເດັນທີ່ສຳຄັນລະຫວ່າງພະເຢໂຫວາກັບຊາຕານ. ຊາຕານເວົ້າວ່າຕອນທີ່ເຮົາເຈິບັນຫາໜັກໆ ເຮົາຈະປະຖິ້ມພະເຢໂຫວາ. (ໂຢບ 1:10, 11; ອ່ານສຸພາສິດ 27:11) ດັ່ງນັ້ນ ວິທີທີ່ເຮົາຮັບມືກັບບັນຫາຈະສົ່ງຜົນກະທົບຕໍ່ຄວາມຮູ້ສຶກຂອງພະເຢໂຫວານຳ. ຖ້າເຮົາສັດຊື່ຕໍ່ພະເຢໂຫວາເຖິງວ່າເຈິບັນຫາ ເຮົາກໍສະແດງໃຫ້ເຫັນວ່າເຮົາຮັກເພິ່ນແລະເຮັດໃຫ້ເຫັນວ່າຊາຕານເວົ້າຕົວະ. ຕອນນີ້ເຈົ້າກຳລັງເຈິບັນຫາບາງຢ່າງຢູ່ບໍ ເຊັ່ນ: ການຕໍ່ຕ້ານຈາກລັດຖະບານ ບັນຫາເສດຖະກິດ ຄົນທີ່ເຈົ້າປະກາດນຳບໍ່ສົນໃຈຟັງຂ່າວດີ ຫຼືກຳລັງເຈິບັນຫາແນວອື່ນ? ຖ້າເປັນແບບນັ້ນ ຂໍໃຫ້ຈື່ໄວ້ວ່າສິ່ງທີ່ເຈົ້າກຳລັງເຈິໃນຕອນນີ້ເປັນໂອກາດທີ່ເຈົ້າຈະເຮັດໃຫ້ພະເຢໂຫວາດີໃຈ ແລະຂໍໃຫ້ຈື່ໄວ້ຄືກັນວ່າພະເຢໂຫວາຈະບໍ່ປ່ອຍໃຫ້ເຈົ້າຖືກລໍ້ໃຈຈົນອົດທົນບໍ່ໄດ້. (1ກຣ. 10:13) ເພິ່ນຈະໃຫ້ເຈົ້າມີກຳລັງເພື່ອຈະອົດທົນໄດ້.
ພະເຈົ້າຜູ້ມີຊີວິດຢູ່ຈະໃຫ້ລາງວັນເຈົ້າ
10. ພະເຈົ້າຜູ້ມີຊີວິດຢູ່ຈະໃຫ້ຫຍັງຜູ້ທີ່ນະມັດສະການເພິ່ນ?
10 ພະເຢໂຫວາໃຫ້ລາງວັນຜູ້ທີ່ນະມັດສະການເພິ່ນ. (ຮຣ. 11:6) ເພິ່ນໃຫ້ເຮົາມີຄວາມສະຫງົບໃຈແລະມີຄວາມອີ່ມໃຈພໍໃຈຕັ້ງແຕ່ຕອນນີ້ ແລະໃນອະນາຄົດເພິ່ນຈະໃຫ້ເຮົາມີຊີວິດຕະຫຼອດໄປ. ເຮົາຝາກຄວາມຫວັງໄວ້ກັບພະເຢໂຫວາໄດ້ ຍ້ອນເພິ່ນຢາກໃຫ້ລາງວັນເຮົາ ແລະເພິ່ນມີລິດເດດທີ່ຈະເຮັດແບບນັ້ນໄດ້ແທ້ໆ. ການໝັ້ນໃຈໃນເລື່ອງນີ້ກະຕຸ້ນເຮົາໃຫ້ເຮັດສຸດຄວາມສາມາດໃນວຽກຮັບໃຊ້ຄືກັບທີ່ຜູ້ຮັບໃຊ້ຂອງພະເຢໂຫວາໄດ້ເຮັດໃນອະດີດ. ຕີໂມທຽວໄດ້ເຮັດແບບນັ້ນ.—ຮຣ. 6:10-12
11. ເປັນຫຍັງຕີໂມທຽວຈຶ່ງເຮັດວຽກໜັກໃນປະຊາຄົມ? (1 ຕີໂມທຽວ 4:10)
11 ອ່ານ 1 ຕີໂມທຽວ 4:10. ຕີໂມທຽວເຊື່ອວ່າພະເຈົ້າຜູ້ມີຊີວິດຢູ່ຈະໃຫ້ລາງວັນລາວ ລາວຈຶ່ງທຸ່ມເທເຮັດວຽກໜັກເພື່ອພະເຢໂຫວາແລະເພື່ອຄົນອື່ນ. ລາວເຮັດຫຍັງແດ່? ໂປໂລກະຕຸ້ນລາວໃຫ້ພັດທະນາໂຕເອງເພື່ອຈະເປັນຜູ້ສອນທີ່ດີຂຶ້ນທັງໃນວຽກປະກາດແລະໃນປະຊາຄົມ. ໂປໂລຍັງບອກຕີໂມທຽວໃຫ້ເປັນຕົວຢ່າງທີ່ດີໃຫ້ພີ່ນ້ອງ ທັງຜູ້ທີ່ອາຍຸນ້ອຍແລະອາຍຸຫຼາຍ. ນອກຈາກນັ້ນ ຕີໂມທຽວຍັງໄດ້ຮັບວຽກມອບໝາຍບາງຢ່າງທີ່ຍາກ ເຊິ່ງລວມເຖິງການໃຫ້ຄຳແນະນຳພີ່ນ້ອງແບບກົງໆແຕ່ໃຫ້ເຮັດດ້ວຍຄວາມຮັກ. (1ຕມ. 4:11-16; 2ຕມ. 4:1-5) ບາງເທື່ອຄົນອື່ນບໍ່ເຫັນສິ່ງທີ່ຕີໂມທຽວເຮັດຫຼືບໍ່ຮູ້ຄຸນຄ່າໃນວຽກທີ່ລາວເຮັດ ແຕ່ລາວໝັ້ນໃຈວ່າພະເຢໂຫວາຈະໃຫ້ລາງວັນລາວແນ່ນອນ.—ຣມ. 2:6, 7
12. ເປັນຫຍັງຜູ້ເບິ່ງແຍງຈຶ່ງເຮັດວຽກໜັກໃນປະຊາຄົມ? (ເບິ່ງຮູບນຳ)
12 ໃນທຸກມື້ນີ້ ຜູ້ເບິ່ງແຍງກໍໝັ້ນໃຈໄດ້ຄືກັນວ່າພະເຢໂຫວາເຫັນຄ່າທຸກຢ່າງທີ່ເຂົາເຈົ້າເຮັດ. ນອກຈາກວຽກສອນ ວຽກປະກາດ ແລະໄປຢາມເພື່ອໃຫ້ກຳລັງໃຈພີ່ນ້ອງ ຜູ້ເບິ່ງແຍງຫຼາຍຄົນຍັງຊ່ວຍໃນໂຄງການກໍ່ສ້າງແລະຊ່ວຍເມື່ອມີໄພພິບັດ. ບາງຄົນກໍເຮັດວຽກໃນກຸ່ມທີ່ໄປຢາມຄົນເຈັບຫຼືໃນຄະນະກຳມະການປະສານງານກັບໂຮງໝໍ. ຜູ້ເບິ່ງແຍງທີ່ເຮັດວຽກໜັກແບບນີ້ຮູ້ວ່າພີ່ນ້ອງໃນປະຊາຄົມເປັນຂອງພະເຢໂຫວາ ບໍ່ແມ່ນຂອງມະນຸດ. ຍ້ອນແນວນີ້ ເຂົາເຈົ້າຈຶ່ງຕັ້ງໃຈເຮັດສຸດຄວາມສາມາດແລະໝັ້ນໃຈແທ້ໆວ່າພະເຢໂຫວາຈະໃຫ້ລາງວັນເຂົາເຈົ້າ.—ກລຊ. 3:23, 24
ພະເຈົ້າຜູ້ມີຊີວິດຢູ່ຈະໃຫ້ລາງວັນເຈົ້າທີ່ເຮັດວຽກໜັກເພື່ອປະຊາຄົມ (ເບິ່ງຂໍ້ 12-13)
13. ພະເຢໂຫວາຮູ້ສຶກແນວໃດກັບສິ່ງທີ່ເຮົາເຮັດເພື່ອເພິ່ນ?
13 ບໍ່ແມ່ນທຸກຄົນຈະເປັນຜູ້ເບິ່ງແຍງໄດ້ ແຕ່ເຮົາທຸກຄົນສາມາດໃຫ້ບາງຢ່າງພະເຢໂຫວາໄດ້. ພະເຢໂຫວາເຫັນຄ່າເມື່ອເຮົາພະຍາຍາມສຸດຄວາມສາມາດທີ່ຈະຮັບໃຊ້ເພິ່ນ. ພະເຢໂຫວາສັງເກດເຫັນເມື່ອເຮົາບໍລິຈາກສຳລັບວຽກງານທົ່ວໂລກເຖິງວ່າເຮົາບໍ່ສາມາດໃຫ້ຫຼາຍກໍຕາມ. ພະເຢໂຫວາດີໃຈເມື່ອເຫັນເຮົາຍົກມືອອກຄຳຄິດເຫັນຢູ່ການປະຊຸມເຖິງວ່າເຮົາເປັນຄົນຂີ້ອາຍ ແລະເພິ່ນກໍດີໃຈທີ່ເຮົາຍົກໂທດໃຫ້ຄົນທີ່ເຮັດຜິດຕໍ່ເຮົາ. ເຖິງວ່າເຈົ້າຮູ້ສຶກວ່າເຈົ້າເຮັດໃຫ້ພະເຢໂຫວາບໍ່ໄດ້ຫຼາຍຄືກັບທີ່ຢາກເຮັດ ແຕ່ເຈົ້າໝັ້ນໃຈໄດ້ວ່າເພິ່ນເຫັນຄ່າທຸກສິ່ງທີ່ເຈົ້າເຮັດ. ເພິ່ນຮັກເຈົ້າຫຼາຍ ແລະເພິ່ນຈະໃຫ້ລາງວັນເຈົ້າ.—ລກ. 21:1-4
ໃຫ້ໃກ້ຊິດກັບພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ຕໍ່ໆໄປ
14. ການໃກ້ຊິດກັບພະເຢໂຫວາຊ່ວຍເຮົາແນວໃດໃຫ້ຮັກສາຄວາມສັດຊື່ຕໍ່ເພິ່ນ? (ເບິ່ງຮູບນຳ)
14 ຖ້າພະເຢໂຫວາເປັນຈິງສຳລັບເຮົາ ເຮົາກໍຈະຮູ້ສຶກວ່າບໍ່ຍາກທີ່ຈະຮັກສາຄວາມສັດຊື່ຕໍ່ເພິ່ນ. ເຮົາເຫັນເລື່ອງນີ້ຈາກຕົວຢ່າງຂອງໂຢເຊັບ. ລາວປະຕິເສດຢ່າງໜັກແໜ້ນທີ່ຈະບໍ່ເຮັດຜິດສິນລະທຳທາງເພດ ຍ້ອນພະເຢໂຫວາເປັນຈິງສຳລັບລາວແລະລາວບໍ່ຢາກເຮັດໃຫ້ເພິ່ນເສຍໃຈ. (ປຖກ. 39:9) ຖ້າເຮົາຢາກໃຫ້ພະເຢໂຫວາເປັນຈິງສຳລັບເຮົາ ເຮົາຕ້ອງຈັດເວລາໄວ້ເພື່ອອະທິດຖານແລະສຶກສາຄຳພີໄບເບິນ. ຖ້າເຮົາເຮັດແບບນັ້ນ ເຮົາຈະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ເມື່ອເຮົາໃກ້ຊິດກັບພະເຢໂຫວາຄືກັບໂຢເຊັບ ເຮົາກໍຈະບໍ່ເຮັດສິ່ງໃດກໍຕາມທີ່ເຮັດໃຫ້ເພິ່ນເສຍໃຈ.—ຢກບ. 4:8
ການໃກ້ຊິດກັບພະເຈົ້າຜູ້ມີຊີວິດຢູ່ຈະຊ່ວຍເຈົ້າໃຫ້ຮັກສາຄວາມສັດຊື່ຕໍ່ເພິ່ນ (ເບິ່ງຂໍ້ 14-15)
15. ເຮົາຮຽນຫຍັງຈາກຄົນອິດສະຣາເອນຕອນທີ່ຢູ່ບ່ອນກັນດານ? (ເຮັບເຣີ 3:12)
15 ຄົນທີ່ລືມວ່າພະເຢໂຫວາເປັນພະເຈົ້າຜູ້ມີຊີວິດຢູ່ຈະຄ່ອຍໆຫ່າງອອກຈາກເພິ່ນ ແລະໃນທີ່ສຸດກໍເຊົາຮັບໃຊ້ເພິ່ນ. ຂໍໃຫ້ຄິດເຖິງສິ່ງທີ່ເກີດຂຶ້ນກັບຄົນອິດສະຣາເອນຕອນທີ່ເຂົາເຈົ້າຢູ່ບ່ອນກັນດານ. ເຂົາເຈົ້າຮູ້ວ່າພະເຢໂຫວາມີຕົວຕົນຢູ່ແທ້ ແຕ່ເຂົາເຈົ້າເລີ່ມສົງໄສວ່າເພິ່ນຈະເບິ່ງແຍງເຂົາເຈົ້າບໍ? ເຂົາເຈົ້າເຖິງຂັ້ນຖາມວ່າ: “ພະເຢໂຫວາຢູ່ກັບພວກເຮົາແທ້ໆບໍ?” (ອພຍ. 17:2, 7) ໃນທີ່ສຸດເຂົາເຈົ້າກໍບໍ່ເຊື່ອຟັງພະເຢໂຫວາ. ແນ່ນອນວ່າເຮົາບໍ່ຢາກເຮັດຕາມຕົວຢ່າງທີ່ບໍ່ດີຂອງເຂົາເຈົ້າ.—ອ່ານເຮັບເຣີ 3:12
16. ອັນໃດອາດທົດສອບຄວາມເຊື່ອຂອງເຮົາ?
16 ໂລກຂອງຊາຕານເຮັດໃຫ້ຍາກຫຼາຍທີ່ເຮົາຈະໃກ້ຊິດກັບພະເຢໂຫວາ ຍ້ອນຫຼາຍຄົນບໍ່ເຊື່ອວ່າພະເຈົ້າມີຢູ່ແທ້ ແລະຄົນສ່ວນຫຼາຍທີ່ບໍ່ເຮັດຕາມມາດຕະຖານຂອງພະເຢໂຫວາເບິ່ງຄືວ່າມີຊີວິດທີ່ດີ. ເມື່ອເຮົາເຫັນແບບນີ້ ຄວາມເຊື່ອຂອງເຮົາອາດຖືກທົດສອບ. ເຖິງວ່າເຮົາເຊື່ອວ່າພະເຈົ້າມີຢູ່ແທ້ ແຕ່ເຮົາອາດເລີ່ມສົງໄສວ່າເພິ່ນຈະເບິ່ງແຍງເຮົາແທ້ໆບໍ? ຜູ້ຂຽນເພງສັນລະເສີນບົດ 73 ກໍເຄີຍສົງໄສເລື່ອງນີ້ຄືກັນ. ລາວເຫັນຄົນທີ່ຢູ່ອ້ອມຂ້າງບໍ່ເຊື່ອຟັງກົດໝາຍຂອງພະເຈົ້າ ແຕ່ເບິ່ງຄືວ່າເຂົາເຈົ້າກໍມີຊີວິດທີ່ມີຄວາມສຸກ. ຍ້ອນແນວນີ້ ລາວຈຶ່ງເລີ່ມສົງໄສວ່າມັນຄຸ້ມຄ່າບໍທີ່ຈະຮັບໃຊ້ພະເຢໂຫວາຕໍ່ໄປ.—ພສ. 73:11-13
17. ອັນໃດຈະຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາຕໍ່ໆໄປ?
17 ໃນທີ່ສຸດ ອັນໃດຊ່ວຍຜູ້ຂຽນເພງສັນລະເສີນໃຫ້ມີຄວາມຄິດທີ່ຖືກຕ້ອງ? ລາວຄິດຕຶກຕອງວ່າຈະເກີດຫຍັງຂຶ້ນກັບຄົນທີ່ເຊົາໄວ້ວາງໃຈພະເຢໂຫວາ. (ພສ. 73:18, 19, 27) ນອກຈາກນັ້ນ ລາວຍັງຄິດເຖິງປະໂຫຍດທີ່ໄດ້ຈາກການຮັບໃຊ້ພະເຢໂຫວານຳ. (ພສ. 73:24) ເຮົາເອງກໍສາມາດຄິດຕຶກຕອງເຖິງສິ່ງດີໆທີ່ພະເຢໂຫວາໄດ້ໃຫ້ເຮົາ. ລອງຄິດເບິ່ງວ່າຊີວິດຂອງເຮົາຈະເປັນແນວໃດຖ້າເຮົາບໍ່ໄດ້ຮັບໃຊ້ພະເຢໂຫວາ. ຖ້າເຮົາຈື່ໄວ້ສະເໝີວ່າການຮັບໃຊ້ພະເຢໂຫວາເຮັດໃຫ້ຊີວິດຂອງເຮົາດີແນວໃດ ມັນກໍຈະຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ຕໍ່ເພິ່ນຕໍ່ໆໄປ. ຄືກັບຜູ້ຂຽນເພງສັນລະເສີນ ເຮົາກໍຈະເວົ້າໄດ້ວ່າ: “ສຳລັບລູກ ການທີ່ໄດ້ຢູ່ໃກ້ພະເຈົ້າເປັນປະໂຫຍດຫຼາຍ.”—ພສ. 73:28
18. ເປັນຫຍັງເຮົາບໍ່ຕ້ອງຢ້ານສິ່ງທີ່ຈະເກີດຂຶ້ນໃນອະນາຄົດ?
18 ບໍ່ວ່າເຮົາຈະເຈິກັບບັນຫາຫຍັງກໍຕາມໃນສະໄໝສຸດທ້າຍນີ້ ເຮົາກໍບໍ່ຕ້ອງຢ້ານ ຍ້ອນເຮົາ “ເປັນທາດຂອງພະເຈົ້າທ່ຽງແທ້ຜູ້ມີຊີວິດຢູ່.” (1ທຊ. 1:9) ພະເຈົ້າຂອງເຮົາມີຕົວຕົນຢູ່ແທ້ແລະພ້ອມຈະຊ່ວຍເຮົາສະເໝີ. ເພິ່ນເຄີຍຊ່ວຍຜູ້ຮັບໃຊ້ຂອງເພິ່ນໃນອະດີດມາແລ້ວ ແລະເພິ່ນກໍຊ່ວຍເຮົາໃນທຸກມື້ນີ້ຄືກັນ. ອີກບໍ່ດົນເຮົາຈະຕ້ອງເຈິກັບຄວາມທຸກລຳບາກຄັ້ງໃຫຍ່ແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນໂລກນີ້. ແຕ່ເຮົາບໍ່ຕ້ອງຮັບມືກັບເລື່ອງນີ້ຄົນດຽວ. (ອຊຢ. 41:10) ຂໍໃຫ້ເຮົາທຸກຄົນ “ມີຄວາມກ້າແລະເວົ້າໄດ້ວ່າ: ‘ພະເຢໂຫວາເປັນຜູ້ຊ່ວຍເຫຼືອຂ້ອຍ ຂ້ອຍຈະບໍ່ຢ້ານຫຍັງ.’”—ຮຣ. 13:5, 6
ເພງທີ 3 ເປັນກຳລັງ ຄວາມຫວັງ ແລະຄວາມໝັ້ນໃຈຂອງເຮົາ