ບົດຄວາມສຶກສາທີ 17
ເພງທີ 99 ພີ່ນ້ອງເປັນແສນເປັນລ້ານຄົນ
ເຮົາບໍ່ໄດ້ຢູ່ຄົນດຽວ
“ເຮົາຈະຊ່ວຍເຈົ້າ.”—ອຊຢ. 41:10
ຈຸດສຳຄັນ
ເຮົາຈະເບິ່ງ 4 ວິທີທີ່ພະເຢໂຫວາເບິ່ງແຍງເຮົາ.
1-2. (ກ) ເປັນຫຍັງເຮົາເວົ້າໄດ້ວ່າເຮົາບໍ່ໄດ້ປະເຊີນກັບບັນຫາຄົນດຽວ? (ຂ) ເຮົາຈະຮຽນຫຍັງໃນບົດນີ້?
ເມື່ອເຈິບັນຫາທີ່ຫຍຸ້ງຍາກໃນຊີວິດ ເຮົາອາດຮູ້ສຶກຄືກັບວ່າເຮົາຢູ່ໃນປ່າທີ່ຕຶບໜາຄົນດຽວແລະຊອກຫາທາງອອກບໍ່ເຫັນ. ແຕ່ຂໍໃຫ້ຈື່ໄວ້ວ່າ ເຮົາບໍ່ໄດ້ປະເຊີນກັບບັນຫາຄົນດຽວ. ພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນເຫັນສິ່ງທີ່ເຮົາກຳລັງເຈິຢູ່ ແລະເພິ່ນສັນຍາວ່າຈະຊ່ວຍເຮົາໃຫ້ຜ່ານມັນໄປໄດ້. ພະເຢໂຫວາບອກຜູ້ຮັບໃຊ້ທີ່ພັກດີຂອງເພິ່ນວ່າ: “ເຮົາຈະຊ່ວຍເຈົ້າ.”—ອຊຢ. 41:10
2 ໃນບົດນີ້ ເຮົາຈະເບິ່ງ 4 ວິທີທີ່ພະເຢໂຫວາຊ່ວຍເຮົາ ນັ້ນຄື: (1) ເພິ່ນຊີ້ນຳເຮົາ (2) ເພິ່ນໃຫ້ເຮົາມີສິ່ງທີ່ຈຳເປັນໃນຊີວິດ (3) ເພິ່ນປົກປ້ອງເຮົາ ແລະ (4) ເພິ່ນໃຫ້ກຳລັງໃຈເຮົາ. ພະເຢໂຫວາຮັບຮອງກັບເຮົາວ່າບໍ່ວ່າເຮົາຈະເຈິກັບບັນຫາຫຍັງກໍຕາມໃນຊີວິດ ເພິ່ນຈະບໍ່ມີທາງລືມເຮົາແລະຈະບໍ່ປະບໍ່ຖິ້ມເຮົາ. ດັ່ງນັ້ນ ເຮົາຈຶ່ງບໍ່ໄດ້ຢູ່ຄົນດຽວ.
ພະເຢໂຫວາຊີ້ນຳເຮົາ
3-4. ພະເຢໂຫວາຊີ້ນຳເຮົາແນວໃດ? (ເພງສັນລະເສີນ 48:14)
3 ອ່ານເພງສັນລະເສີນ 48:14. ພະເຢໂຫວາຮູ້ວ່າເຮົາຊີ້ນຳໂຕເອງບໍ່ໄດ້ ເພິ່ນຈຶ່ງບໍ່ໄດ້ຄາດໝາຍໃຫ້ເຮົາເຮັດແບບນັ້ນ. ໃນທຸກມື້ນີ້ພະເຢໂຫວາຊີ້ນຳຜູ້ຮັບໃຊ້ທີ່ພັກດີຂອງເພິ່ນແນວໃດ? ວິທີໜຶ່ງແມ່ນໂດຍທາງຄຳພີໄບເບິນ. (ພສ. 119:105) ພະເຢໂຫວາໃຊ້ຄຳພີໄບເບິນເພື່ອຊ່ວຍເຮົາໃຫ້ຕັດສິນໃຈຢ່າງຖືກຕ້ອງແລະປູກຝັງຄຸນລັກສະນະຕ່າງໆທີ່ດີເພື່ອເຮົາຈະມີຄວາມສຸກຫຼາຍຂຶ້ນໃນຕອນນີ້ແລະມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນອະນາຄົດ.a ຕົວຢ່າງເຊັ່ນ: ພະເຢໂຫວາສອນເຮົາໃຫ້ຍົກໂທດໃຫ້ຄົນອື່ນແລະບໍ່ເກັບຄວາມຄຽດແຄ້ນໄວ້ ໃຫ້ສັດຊື່ໃນທຸກເລື່ອງ ແລະໃຫ້ຮັກຄົນອື່ນສຸດຫົວໃຈ. (ພສ. 37:8; ຮຣ. 13:18; 1ປຕ. 1:22) ເມື່ອເຮົາສະແດງຄຸນລັກສະນະເຫຼົ່ານີ້ ເຮົາກໍຈະເປັນພໍ່ແມ່ ເປັນຜົວເປັນເມຍ ແລະເປັນໝູ່ທີ່ດີ.
4 ນອກຈາກນັ້ນ ໃນຄຳພີໄບເບິນພະເຢໂຫວາຍັງໃຫ້ຂຽນເລື່ອງຂອງຄົນທີ່ເຄີຍເຈິບັນຫາຕ່າງໆແລະຮູ້ສຶກຄ້າຍຄືກັບເຮົາ. (1ກຣ. 10:13; ຢກບ. 5:17) ເມື່ອເຮົາອ່ານເລື່ອງຂອງຄົນເຫຼົ່ານີ້ແລະເຮັດຕາມຕົວຢ່າງຂອງເຂົາເຈົ້າ ເຮົາກໍຈະໄດ້ຮັບປະໂຫຍດຢ່າງໜ້ອຍ 2 ຢ່າງ. ປະໂຫຍດຢ່າງທຳອິດ ເຮົາເຂົ້າໃຈວ່າບໍ່ແມ່ນເຮົາຄົນດຽວເທົ່ານັ້ນທີ່ເຈິບັນຫາໃນຊີວິດ ຄົນອື່ນກໍເຈິບັນຫາຄ້າຍຄືກັບເຮົາແລະເຂົາເຈົ້າສາມາດອົດທົນໄດ້ຍ້ອນພະເຢໂຫວາຊ່ວຍ. (1ປຕ. 5:9) ປະໂຫຍດຢ່າງທີ 2 ເຮົາຮຽນຮູ້ວິທີທີ່ຈະຮັບມືແລະອົດທົນກັບບັນຫາ ແລະຍັງມີຄວາມສຸກຕໍ່ໆໄປໄດ້.—ຣມ. 15:4
5. ພະເຢໂຫວາໃຊ້ໃຜໃຫ້ຊີ້ນຳເຮົາ?
5 ພະເຢໂຫວາຍັງໃຊ້ພີ່ນ້ອງໃຫ້ຊີ້ນຳເຮົາ.b ຕົວຢ່າງເຊັ່ນ: ຜູ້ເບິ່ງແຍງໝວດໄປຢາມປະຊາຄົມຕ່າງໆເປັນປະຈຳເພື່ອໃຫ້ກຳລັງໃຈເຮົາ. ຄຳບັນລະຍາຍຂອງເຂົາເຈົ້າເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງແລະຊ່ວຍເຮົາໃຫ້ຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນ. (ກຈກ. 15:40–16:5) ຜູ້ເບິ່ງແຍງໃນປະຊາຄົມກໍເຮັດວຽກໜັກຄືກັນເພື່ອຊ່ວຍພີ່ນ້ອງໃຫ້ສະໜິດກັບພະເຢໂຫວາ. (1ປຕ. 5:2, 3) ພໍ່ແມ່ສອນລູກໃຫ້ຮັກພະເຢໂຫວາ ໃຫ້ຮູ້ຕັດສິນໃຈຢ່າງຖືກຕ້ອງ ແລະໃຫ້ມີນິດໄສທີ່ດີ. (ສພສ. 22:6) ພີ່ນ້ອງຍິງທີ່ມີຄວາມເປັນຜູ້ໃຫຍ່ຊ່ວຍພີ່ນ້ອງຍິງທີ່ຍັງໜຸ່ມໂດຍເປັນຕົວຢ່າງທີ່ດີ ໃຫ້ຄຳແນະນຳທີ່ດີ ແລະໃຫ້ກຳລັງໃຈເຂົາເຈົ້າ.—ຕຕ. 2:3-5
6. ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບປະໂຫຍດຈາກການຊີ້ນຳຂອງພະເຢໂຫວາ?
6 ພະເຢໂຫວາໃຫ້ມີສິ່ງທີ່ຊີ້ນຳເຮົາເພື່ອເຮົາຈະຕັດສິນໃຈຢ່າງຖືກຕ້ອງແລະມີຊີວິດທີ່ມີຄວາມສຸກ. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາເຫັນຄ່າສິ່ງທີ່ເພິ່ນເຮັດເພື່ອເຮົາ? ສຸພາສິດ 3:5, 6 ບອກວ່າ: “ໃຫ້ໄວ້ວາງໃຈພະເຢໂຫວາສຸດຫົວໃຈຂອງລູກ ແລະຢ່າເພິ່ງຄວາມເຂົ້າໃຈຂອງໂຕເອງ.” ເມື່ອເຮົາເຮັດແບບນັ້ນ “ເພິ່ນຈະບອກທາງທີ່ຖືກຕ້ອງໃຫ້ [ເຮົາ].” ນີ້ໝາຍຄວາມວ່າເພິ່ນຈະຊ່ວຍເຮົາໃຫ້ຫຼີກລ່ຽງບັນຫາຫຼາຍຢ່າງໄດ້ແລະມີຊີວິດທີ່ມີຄວາມສຸກຫຼາຍຂຶ້ນ. ເຮົາຂອບໃຈແທ້ໆທີ່ພະເຢໂຫວາຊີ້ນຳເຮົາດ້ວຍຄວາມຮັກແລະໃຫ້ຄຳແນະນຳເຮົາ!—ພສ. 32:8
ພະເຢໂຫວາໃຫ້ເຮົາມີສິ່ງທີ່ຈຳເປັນໃນຊີວິດ
7. ພະເຢໂຫວາໃຫ້ເຮົາມີສິ່ງທີ່ຈຳເປັນຫຍັງແດ່ໃນຊີວິດ? (ຟີລິບປອຍ 4:19)
7 ອ່ານຟີລິບປອຍ 4:19. ນອກຈາກຊີ້ນຳເຮົາທາງດ້ານຄວາມເຊື່ອແລ້ວ ພະເຢໂຫວາຍັງຊ່ວຍເຮົາເມື່ອເຮົາພະຍາຍາມເຮັດວຽກໜັກເພື່ອຈະມີອາຫານກິນ ມີເຄື່ອງນຸ່ງ ແລະບ່ອນຢູ່ອາໄສ. (ມທ. 6:33; 2ທຊ. 3:12) ເປັນເລື່ອງປົກກະຕິທີ່ເຮົາຈະກັງວົນກ່ຽວກັບເລື່ອງເຫຼົ່ານີ້ ແຕ່ພະເຢໂຫວາກໍບໍ່ຢາກໃຫ້ເຮົາກັງວົນຫຼາຍເກີນໄປ. (ເບິ່ງຂໍ້ມູນສຳລັບສຶກສາໃນມັດທາຍ 6:25)c ຍ້ອນຫຍັງ? ຍ້ອນພະເຢໂຫວາພໍ່ຂອງເຮົາຈະບໍ່ປະຖິ້ມຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນ. (ມທ. 6:8; ຮຣ. 13:5) ເຮົາໝັ້ນໃຈໄດ້ເຕັມທີໃນຄຳເວົ້າຂອງພະເຢໂຫວາເມື່ອເພິ່ນເວົ້າວ່າຈະໃຫ້ເຮົາມີສິ່ງທີ່ຈຳເປັນໃນຊີວິດ.
8. ພະເຢໂຫວາໄດ້ເຮັດຫຍັງເພື່ອດາວິດ?
8 ໃຫ້ເຮົາມາເບິ່ງວ່າພະເຢໂຫວາຊ່ວຍດາວິດແນວໃດ? ໃນໄລຍະຫຼາຍປີທີ່ດາວິດຕ້ອງໜີຈາກການໄລ່ລ່າຂອງກະສັດຊາອູນ ພະເຢໂຫວາໃຫ້ດາວິດກັບຄົນຂອງລາວມີສິ່ງຈຳເປັນໃນຊີວິດເພື່ອຈະຢູ່ລອດໄດ້. ເມື່ອດາວິດຄິດເຖິງວິທີທີ່ພະເຢໂຫວາເບິ່ງແຍງລາວໃນຕອນນັ້ນ ລາວເວົ້າວ່າ: “ຕັ້ງແຕ່ຂ້ອຍຍັງໜຸ່ມຈົນຮອດຕອນນີ້ທີ່ຂ້ອຍເຖົ້າແລ້ວ ຂ້ອຍຍັງບໍ່ເຄີຍເຫັນຄົນທີ່ເຮັດສິ່ງທີ່ຖືກຕ້ອງຖືກປະຖິ້ມຈັກເທື່ອ ແລະບໍ່ເຄີຍເຫັນລູກຫຼານຂອງລາວຕ້ອງໄປເປັນຂໍທານ.” (ພສ. 37:25) ຄືກັບດາວິດ ເຈົ້າກໍອາດເຫັນດ້ວຍໂຕເອງວ່າພະເຢໂຫວາໃຫ້ເຈົ້າແລະພີ່ນ້ອງມີສິ່ງຈຳເປັນໃນຊີວິດໃນຍາມທີ່ຍາກລຳບາກ.
9. ເມື່ອເກີດໄພທຳມະຊາດ ພະເຢໂຫວາໃຫ້ຜູ້ຮັບໃຊ້ຂອງເພິ່ນມີສິ່ງທີ່ຈຳເປັນໂດຍວິທີໃດ? (ເບິ່ງຮູບນຳ)
9 ພະເຢໂຫວາຍັງໃຫ້ຜູ້ຮັບໃຊ້ຂອງເພິ່ນມີສິ່ງທີ່ຈຳເປັນເມື່ອເກີດໄພທຳມະຊາດ. ຕົວຢ່າງເຊັ່ນ: ເມື່ອມີຄວາມອຶດຢາກເກີດຂຶ້ນຢູ່ເມືອງເຢຣູຊາເລັມໃນສະຕະວັດທຳອິດ ພີ່ນ້ອງຈາກບ່ອນຕ່າງໆໄດ້ສົ່ງສິ່ງຂອງທີ່ຈຳເປັນໄປໃຫ້ພີ່ນ້ອງຢູ່ຫັ້ນ. (ກຈກ. 11:27-30; ຣມ. 15:25, 26) ຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກມື້ນີ້ກໍສະແດງນ້ຳໃຈແບບນີ້ຄືກັນ. ເມື່ອເກີດໄພທຳມະຊາດ ພະເຢໂຫວາສະແດງຄວາມຮັກໂດຍກະຕຸ້ນພີ່ນ້ອງໃຫ້ຈັດກຽມສິ່ງຈຳເປັນຕ່າງໆ ເຊັ່ນ: ອາຫານ ນ້ຳ ເຄື່ອງນຸ່ງ ແລະຢາ ໄປໃຫ້ພີ່ນ້ອງທີ່ຢູ່ໃນເຂດທີ່ໄດ້ຮັບຜົນກະທົບ. ທີມກໍ່ສ້າງໄດ້ແປງເຮືອນຂອງພີ່ນ້ອງແລະຫໍປະຊຸມທີ່ເພ. ນອກຈາກນັ້ນ ຜູ້ຮັບໃຊ້ຂອງພະເຢໂຫວາຍັງໃຊ້ຄຳພີໄບເບິນເພື່ອປອບໂຍນແລະໃຫ້ກຳລັງໃຈພີ່ນ້ອງທີ່ສູນເສຍເຮືອນຊານຫຼືຄົນທີ່ເຂົາເຈົ້າຮັກ.
ພະເຢໂຫວາໃຫ້ເຮົາມີສິ່ງທີ່ຈຳເປັນແລະໃຫ້ກຳລັງໃຈເຮົາແນວໃດຕອນທີ່ເກີດໄພທຳມະຊາດ? (ເບິ່ງຂໍ້ 9)e
10-11. ເຮົາຮຽນຫຍັງຈາກເລື່ອງຂອງບໍຣິດສ໌?
10 ພະເຢໂຫວາຍັງສະແດງຄວາມໃຈກວ້າງຕໍ່ຄົນທີ່ຍັງບໍ່ທັນໄດ້ຮັບໃຊ້ເພິ່ນໂດຍໃຫ້ເຂົາເຈົ້າມີສິ່ງທີ່ຈຳເປັນຄືກັນ. ເຮົາຮຽນແບບພະເຢໂຫວາແລະຊອກຫາໂອກາດທີ່ຈະເຮັດດີກັບຄົນທີ່ບໍ່ໄດ້ຮັບໃຊ້ເພິ່ນ. (ຄລຕ. 6:10) ເມື່ອເຮັດແບບນີ້ ເຮົາອາດຊ່ວຍເຂົາເຈົ້າໃຫ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາ. ໃຫ້ເຮົາມາເບິ່ງເລື່ອງຂອງບໍຣິດສ໌ທີ່ເປັນອຳນວຍການໂຮງຮຽນຢູ່ປະເທດຢູເຄຣນ. ເຖິງວ່າບໍຣິດສ໌ບໍ່ໄດ້ເປັນພະຍານພະເຢໂຫວາ ແຕ່ລາວກໍປະຕິບັດດີກັບນັກຮຽນທີ່ເປັນພະຍານແລະສະແດງຄວາມນັບຖືຕໍ່ຄວາມເຊື່ອຂອງເຂົາເຈົ້າ. ເມື່ອບໍຣິດສ໌ຕັດສິນໃຈວ່າຈະໜີອອກຈາກບ່ອນທີ່ລາວຢູ່ເຊິ່ງເປັນເຂດທີ່ມີສົງຄາມແລະຍ້າຍໄປຢູ່ບ່ອນອື່ນໃນຢູເຄຣນທີ່ປອດໄພກວ່າ ພີ່ນ້ອງຂອງເຮົາໄດ້ຊ່ວຍລາວ. ຕໍ່ມາ ບໍຣິດສ໌ໄດ້ເຂົ້າຮ່ວມການປະຊຸມອະນຸສອນ. ເມື່ອຄິດເຖິງສິ່ງທີ່ພີ່ນ້ອງໄດ້ເຮັດເພື່ອລາວ ລາວເວົ້າວ່າ: “ພະຍານພະເຢໂຫວາດີຕໍ່ຂ້ອຍຫຼາຍແລະເບິ່ງແຍງຂ້ອຍດີອີ່ຫຼີ. ຂ້ອຍຂອບໃຈເຂົາເຈົ້າຫຼາຍແທ້ໆ.”
11 ເຮົາທຸກຄົນສາມາດຮຽນແບບຄວາມເມດຕາຂອງພະເຢໂຫວາໂດຍສະແດງຄວາມຮັກຕໍ່ຄົນທີ່ຕ້ອງການຄວາມຊ່ວຍເຫຼືອບໍ່ວ່າເຂົາເຈົ້າຈະມີຄວາມເຊື່ອຄືກັນກັບເຮົາຫຼືບໍ່. (ລກ. 6:31, 36) ເຮົາຫວັງວ່າຄວາມຮັກທີ່ເຮົາສະແດງນັ້ນຈະກະຕຸ້ນເຂົາເຈົ້າໃຫ້ຢາກຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນແລະເຂົ້າມາຮັບໃຊ້ເພິ່ນນຳກັນກັບເຮົາ. (1ປຕ. 2:12) ບໍ່ວ່າເຂົາເຈົ້າຈະເລືອກຮັບໃຊ້ພະເຢໂຫວາຫຼືບໍ່ ເຮົາຍັງຈະມີຄວາມສຸກ ຍ້ອນ “ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.”—ກຈກ. 20:35
ພະເຢໂຫວາປົກປ້ອງເຮົາ
12. ພະເຢໂຫວາສັນຍາວ່າຈະປົກປ້ອງປະຊາຊົນຂອງເພິ່ນຈາກຫຍັງໃນຖານະເປັນກຸ່ມ? (ເພງສັນລະເສີນ 91:1, 2, 14)
12 ອ່ານເພງສັນລະເສີນ 91:1, 2, 14. ໃນທຸກມື້ນີ້ ພະເຢໂຫວາສັນຍາວ່າຈະປົກປ້ອງຜູ້ຮັບໃຊ້ຂອງເພິ່ນຈາກສິ່ງທີ່ຈະທຳລາຍສາຍສຳພັນຂອງເຂົາເຈົ້າກັບເພິ່ນ. ພະເຢໂຫວາຈະບໍ່ຍອມໃຫ້ຊາຕານຢຸດປະຊາຊົນຂອງເພິ່ນໄວ້ຈາກການນະມັດສະການແທ້. (ຢຮ. 17:15) ເມື່ອ “ຄວາມທຸກລຳບາກຄັ້ງໃຫຍ່” ເລີ່ມຕົ້ນ ເຮົາໝັ້ນໃຈເຕັມທີວ່າພະເຢໂຫວາຈະເຮັດຕາມທີ່ສັນຍາໄວ້ແນ່ນອນເພື່ອປົກປ້ອງເຮົາທາງດ້ານຄວາມເຊື່ອແລະທັງຈະຊ່ວຍເຮົາໃຫ້ລອດນຳ.—ພນມ. 7:9, 14
13. ພະເຢໂຫວາປົກປ້ອງເຮົາເປັນສ່ວນໂຕໂດຍທາງໃດແດ່?
13 ພະເຢໂຫວາປົກປ້ອງເຮົາແນວໃດເປັນສ່ວນໂຕ? ໂດຍທາງຄຳພີໄບເບິນ ພະເຢໂຫວາຊ່ວຍເຮົາໃຫ້ແຍກອອກວ່າອັນໃດຖືກອັນໃດຜິດ. (ຮຣ. 5:14) ເມື່ອເຮົາໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນ ເຮົາກໍປົກປ້ອງໂຕເອງຈາກສິ່ງທີ່ເປັນອັນຕະລາຍຕໍ່ຄວາມເຊື່ອແລະຕໍ່ຮ່າງກາຍຂອງເຮົາ. (ພສ. 91:4) ນອກຈາກນັ້ນ ພະເຢໂຫວາຍັງປົກປ້ອງເຮົາຜ່ານທາງປະຊາຄົມ. (ອຊຢ. 32:1, 2) ເມື່ອເຮົາໃຊ້ເວລາກັບພີ່ນ້ອງທີ່ຮັກພະເຢໂຫວາແລະໃຊ້ຊີວິດຕາມຫຼັກການຂອງເພິ່ນ ເຮົາກໍຈະໄດ້ຮັບກຳລັງໃຈແລະມີກຳລັງຫຼາຍຂຶ້ນທີ່ຈະຕ້ານທານອິດທິພົນທີ່ບໍ່ດີໄດ້.—ສພສ. 13:20
14. (ກ) ເປັນຫຍັງພະເຢໂຫວາຍອມໃຫ້ເຮົາເຈິຄວາມຍາກລຳບາກ? (ຂ) ເພງສັນລະເສີນ 9:10 ຮັບຮອງຫຍັງກັບເຮົາ? (ເບິ່ງໄຂເງື່ອນນຳ)
14 ໃນອະດີດ ບາງເທື່ອພະເຢໂຫວາປົກປ້ອງຜູ້ຮັບໃຊ້ຂອງເພິ່ນຈາກອັນຕະລາຍຫຼືບໍ່ໃຫ້ຖືກຂ້າ. ແຕ່ເພິ່ນກໍບໍ່ໄດ້ເຮັດແບບນັ້ນຕະຫຼອດ. ບາງເທື່ອ “ເຫດການທີ່ບໍ່ຄາດຄິດ” ເກີດຂຶ້ນກັບເຮົາ. (ປຍຈ. 9:11) ນອກຈາກນັ້ນ ພະເຢໂຫວາໄດ້ຍອມໃຫ້ຜູ້ຮັບໃຊ້ຂອງເພິ່ນເຈິການຂົ່ມເຫງແລະເຖິງຂັ້ນຖືກຂ້າເພື່ອພິສູດວ່າຊາຕານເວົ້າຕົວະ. (ໂຢບ 2:4-6; ມທ. 23:34) ໃນທຸກມື້ນີ້ ເລື່ອງແບບນີ້ກໍເກີດຂຶ້ນກັບເຮົາຄືກັນ. ເຖິງວ່າພະເຢໂຫວາອາດຈະບໍ່ໄດ້ກຳຈັດຄວາມຍາກລຳບາກທີ່ເຮົາເຈິໃຫ້ໝົດໄປ ແຕ່ເຮົາໝັ້ນໃຈໄດ້ວ່າເພິ່ນຈະບໍ່ປະບໍ່ຖິ້ມຄົນທີ່ຮັກເພິ່ນ.d—ພສ. 9:10
ພະເຢໂຫວາໃຫ້ກຳລັງໃຈເຮົາ
15. ເຮົາໄດ້ຮັບກຳລັງໃຈແນວໃດຈາກການອະທິດຖານ ຈາກຄຳພີໄບເບິນ ແລະຈາກພີ່ນ້ອງ? (2 ໂກຣິນໂທ 1:3, 4)
15 ອ່ານ 2 ໂກຣິນໂທ 1:3, 4. ບາງເທື່ອເຮົາຮູ້ສຶກທຸກໃຈ ກັງວົນ ແລະໂສກເສົ້າ. ໃນຕອນນີ້ ເຈົ້າອາດກຳລັງເຈິເລື່ອງທີ່ເຮັດໃຫ້ທຸກໃຈເຊິ່ງເຮັດໃຫ້ເຈົ້າຮູ້ສຶກຄືກັບວ່າຢູ່ຄົນດຽວ. ມີໃຜເຂົ້າໃຈບໍວ່າເຈົ້າກຳລັງຮູ້ສຶກແນວໃດ? ພະເຢໂຫວາເຂົ້າໃຈເຈົ້າ. ເພິ່ນບໍ່ພຽງແຕ່ຮູ້ສຶກເຖິງຄວາມເຈັບປວດຂອງເຮົາເທົ່ານັ້ນ ແຕ່ເພິ່ນ “ໃຫ້ກຳລັງໃຈພວກເຮົາທຸກເທື່ອທີ່ເຈິຄວາມຍາກລຳບາກ.” ເພິ່ນໃຫ້ກຳລັງໃຈເຮົາແນວໃດ? ເມື່ອເຮົາອ້ອນວອນອະທິດຖານຫາພະເຢໂຫວາ ເພິ່ນໃຫ້ “ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງ” ກັບເຮົາ. (ຟລປ. 4:6, 7) ເຮົາຍັງໄດ້ຮັບກຳລັງໃຈຄືກັນເມື່ອອ່ານຄຳພີໄບເບິນ ຍ້ອນຄຳພີໄບເບິນບອກເຮົາວ່າພະເຢໂຫວາຮັກເຮົາຫຼາຍ ສອນເຮົາໃຫ້ເປັນຄົນສະຫຼາດ ແລະໃຫ້ຄວາມຫວັງເຮົາ. ນອກຈາກນັ້ນ ເຮົາຍັງໄດ້ຮັບກຳລັງໃຈຢູ່ການປະຊຸມ ຍ້ອນຢູ່ຫັ້ນເຮົາໄດ້ຮຽນສິ່ງທີ່ຄຳພີໄບເບິນສອນແລະໄດ້ຢູ່ກັບພີ່ນ້ອງ.
16. ເຈົ້າຮຽນຫຍັງຈາກເລື່ອງຂອງນາທານກັບພຣິຊິລາ?
16 ໃຫ້ເຮົາມາເບິ່ງວ່າພະເຢໂຫວາປອບໂຍນແລະໃຫ້ກຳລັງໃຈແນວໃດໂດຍທາງຄຳພີໄບເບິນຈາກເລື່ອງຂອງນາທານກັບພຣິຊິລາທີ່ຢູ່ອາເມຣິກາ. ຫຼາຍປີມາແລ້ວ ເຂົາເຈົ້າຕັດສິນໃຈຍ້າຍໄປເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ນາທານເວົ້າວ່າ: “ເຮົາໝັ້ນໃຈວ່າພະເຢໂຫວາຈະອວຍພອນຄວາມພະຍາຍາມຂອງເຮົາແລະໃຫ້ທຸກສິ່ງເປັນໄປດ້ວຍດີ.” ແຕ່ຫຼັງຈາກໄປຮອດເຂດມອບໝາຍໃໝ່ ເຂົາເຈົ້າກໍມີບັນຫາສຸຂະພາບທີ່ບໍ່ເຄີຍຮູ້ມາກ່ອນແລະມີບັນຫາເລື່ອງເງິນ. ໃນທີ່ສຸດເຂົາເຈົ້າຕ້ອງກັບເມືອບ້ານ ແຕ່ກໍຍັງມີບັນຫາເລື່ອງເງິນຢູ່. ນາທານຈື່ວ່າ: “ຂ້ອຍສົງໄສວ່າເປັນຫຍັງພະເຢໂຫວາບໍ່ຊ່ວຍເຮົາໃນແບບທີ່ເຮົາຄິດໄວ້. ຂ້ອຍເຖິງຂັ້ນເລີ່ມສົງໄສວ່າຂ້ອຍໄດ້ເຮັດບາງຢ່າງຜິດບໍ.” ແຕ່ຕໍ່ມາ ນາທານກັບພຣິຊິລາກໍເຂົ້າໃຈວ່າພະເຢໂຫວາບໍ່ໄດ້ປະຖິ້ມເຂົາເຈົ້າ. ນາທານເລົ່າວ່າ: “ໃນຍາມທີ່ຍາກລຳບາກແບບນັ້ນ ຄຳພີໄບເບິນເປັນຄືກັບໝູ່ທີ່ສະຫຼາດທີ່ໃຫ້ກຳລັງໃຈແລະຊີ້ນຳເຮົາ. ການຄິດເຖິງວິທີທີ່ພະເຢໂຫວາຊ່ວຍເຮົາໃຫ້ອົດທົນກັບຄວາມຍາກລຳບາກແທນທີ່ຈະຄິດເຖິງບັນຫາທີ່ເຮົາມີ ເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຮົາຕໍ່ໆໄປໃນອະນາຄົດ.”
17. ພີ່ນ້ອງເຮວກ້າໄດ້ຮັບກຳລັງໃຈແນວໃດ? (ເບິ່ງຮູບນຳ)
17 ພະເຢໂຫວາຍັງໃຫ້ກຳລັງໃຈເຮົາໂດຍທາງພີ່ນ້ອງ. ເຮົາເຫັນເລື່ອງນີ້ຈາກປະສົບການຂອງພີ່ນ້ອງເຮວກ້າທີ່ຢູ່ປະເທດຮົງກາລີ. ເປັນເວລາຫຼາຍປີທີ່ລາວເຈິກັບບັນຫາຫຍຸ້ງຍາກຫຼາຍຢ່າງເຊິ່ງເຮັດໃຫ້ລາວຮູ້ສຶກໝົດຫວັງແລະບໍ່ມີຄ່າ. ແຕ່ເມື່ອຄິດຄືນຫຼັງ ລາວກໍເຫັນວ່າພະເຢໂຫວາໃຫ້ກຳລັງໃຈລາວໂດຍທາງປະຊາຄົມ. ລາວຂຽນວ່າ: “ພະເຢໂຫວາຊ່ວຍຂ້ອຍສະເໝີເມື່ອເຫັນວ່າຂ້ອຍໝົດແຮງຍ້ອນວຽກອາຊີບ ຍ້ອນເບິ່ງແຍງລູກຊາຍທີ່ເຈັບປ່ວຍ ແລະຍ້ອນບັນຫາອື່ນໆ. ໃນໄລຍະ 30 ປີຜ່ານມາ ບໍ່ມີມື້ໃດທີ່ພະເຢໂຫວາບໍ່ໄດ້ເຮັດຕາມຄຳສັນຍາຂອງເພິ່ນທີ່ວ່າຈະໃຫ້ກຳລັງໃຈຂ້ອຍ. ເພິ່ນໃຫ້ກຳລັງໃຈຂ້ອຍສະເໜີໂດຍທາງຄຳເວົ້າທີ່ໃຫ້ກຳລັງໃຈຈາກພີ່ນ້ອງ. ຂ້ອຍໄດ້ຮັບຂໍ້ຄວາມ ກ໋າດ ແລະຄຳຊົມເຊີຍເລື້ອຍໆໃນຕອນທີ່ຂ້ອຍຕ້ອງການຫຼາຍທີ່ສຸດ.”
ພະເຢໂຫວາອາດຈະໃຊ້ເຈົ້າແນວໃດເພື່ອໃຫ້ກຳລັງໃຈຄົນອື່ນ? (ເບິ່ງຂໍ້ 17)
18. ເຮົາຈະໃຫ້ກຳລັງໃຈຄົນອື່ນແນວໃດ?
18 ເຮົາມີສິດທິພິເສດທີ່ໄດ້ຮຽນແບບພະເຢໂຫວາໂດຍໃຫ້ກຳລັງໃຈຄົນອື່ນ. ເຮົາເຮັດແບບນັ້ນແນວໃດ? ເຮົາຟັງເຂົາເຈົ້າຢ່າງອົດທົນ ເວົ້າໃຫ້ກຳລັງໃຈ ແລະຊ່ວຍເຂົາເຈົ້າໃນວິທີຕ່າງໆ. (ສພສ. 3:27) ເຮົາພະຍາຍາມໃຫ້ກຳລັງໃຈທຸກຄົນທີ່ເຈິກັບບັນຫາລວມທັງຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ. ເມື່ອເຮົາເຫັນຄົນອື່ນທຸກໃຈ ເຈັບປ່ວຍ ຫຼືກັງວົນ ເຮົາໄປຢາມເຂົາເຈົ້າ ຟັງເຂົາເຈົ້າເວົ້າ ແລະໃຊ້ຄຳພີໄບເບິນເພື່ອໃຫ້ກຳລັງໃຈເຂົາເຈົ້າ. ເມື່ອເຮົາຮຽນແບບພະເຢໂຫວາ “ພະເຈົ້າທີ່ໃຫ້ກຳລັງໃຈໃນທຸກສະຖານະການ” ເຮົາບໍ່ພຽງແຕ່ຊ່ວຍພີ່ນ້ອງໃຫ້ອົດທົນກັບບັນຫາເທົ່ານັ້ນ ແຕ່ເຮົາອາດຊ່ວຍຄົນທີ່ມີຄວາມເຊື່ອຕ່າງຈາກເຮົາໃຫ້ຢາກຮຽນຮູ້ກ່ຽວກັບພະເຢໂຫວາ.—ມທ. 5:16
ພະເຢໂຫວາຈະຊ່ວຍເຮົາສະເໝີ
19. ພະເຢໂຫວາເຮັດຫຍັງເພື່ອເຮົາແດ່ ແລະເຮົາຈະຮຽນແບບເພິ່ນແນວໃດ?
19 ພະເຢໂຫວາເປັນຫ່ວງທຸກຄົນທີ່ຮັກເພິ່ນ. ເພິ່ນບໍ່ເຄີຍປະຖິ້ມເຮົາຕອນທີ່ເຮົາເຈິຄວາມຍາກລຳບາກ. ຄືກັບພໍ່ແມ່ທີ່ຮັກແລະເປັນຫ່ວງລູກ ພະເຢໂຫວາກໍເປັນຫ່ວງຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນ. ເພິ່ນຊີ້ນຳເຮົາ ໃຫ້ເຮົາມີສິ່ງທີ່ຈຳເປັນໃນຊີວິດ ປົກປ້ອງເຮົາ ແລະໃຫ້ກຳລັງໃຈເຮົາ. ເຮົາຮຽນແບບພະເຢໂຫວາພໍ່ທີ່ຮັກຂອງເຮົາເມື່ອເຮົາຊ່ວຍເຫຼືອແລະໃຫ້ກຳລັງໃຈຄົນອື່ນຕອນທີ່ເຂົາເຈົ້າເຈິຄວາມຍາກລຳບາກ. ເຖິງວ່າເຮົາອາດເຈິບັນຫາໃນຊີວິດແລະຮູ້ສຶກໂສກເສົ້າ ແຕ່ໃຫ້ໝັ້ນໃຈວ່າພະເຢໂຫວາຢູ່ກັບເຮົາ. ທີ່ຈິງ ເພິ່ນສັນຍາວ່າ: “ບໍ່ຕ້ອງຢ້ານ ຍ້ອນວ່າເຮົາຢູ່ນຳເຈົ້າ.” (ອຊຢ. 41:10) ຄຳສັນຍານີ້ເຮັດໃຫ້ໝັ້ນໃຈຢ່າງເຕັມທີວ່າເຮົາບໍ່ໄດ້ຢູ່ຄົນດຽວ.
ເພງທີ 100 ສະແດງນ້ຳໃຈຕ້ອນຮັບແຂກ
a ເບິ່ງບົດຄວາມ “ຈົ່ງຕັດສິນໃຈແບບທີ່ເຮັດໃຫ້ພະເຈົ້າໄດ້ຮັບການສັນລະເສີນ” ໃນຫໍສັງເກດການ 15 ເມສາ 2011. (ພາສາໄທ)
b ເບິ່ງຂໍ້ 11-14 ຂອງບົດຄວາມ “ເຮັດຕາມການຊີ້ນຳຂອງພະເຢໂຫວາສະເໝີ” ໃນຫໍສັງເກດການເດືອນກຸມພາ ປີ 2024.
c ພາສາໄທ
d ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການເດືອນກຸມພາ ປີ 2017.
e ຄຳອະທິບາຍຮູບ: ພີ່ນ້ອງຢູ່ປະເທດມາລາວີໄດ້ຮັບການຊ່ວຍເຫຼືອທາງດ້ານວັດຖຸແລະທາງດ້ານຄວາມເຊື່ອຫຼັງຈາກເກີດໄພທຳມະຊາດ.