ບົດຄວາມສຶກສາທີ 18
ເພງທີ 1 ຄຸນລັກສະນະຂອງພະເຢໂຫວາ
ໃຫ້ໄວ້ວາງໃຈວ່າພະເຢໂຫວາທີ່ເປັນ “ຜູ້ຕັດສິນທົ່ວໂລກ” ມີຄວາມເມດຕາ
“ພະອົງທີ່ເປັນຜູ້ຕັດສິນທົ່ວໂລກຈະບໍ່ເຮັດສິ່ງທີ່ຖືກຕ້ອງບໍ?”—ປຖກ. 18:25
ຈຸດສຳຄັນ
ເພື່ອຊ່ວຍເຮົາໃຫ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມເມດຕາແລະຄວາມຍຸຕິທຳຂອງພະເຢໂຫວາ ແລະເລື່ອງການປຸກຄົນຊົ່ວໃຫ້ຄືນມາຈາກຕາຍ.
1. ພະເຢໂຫວາຊ່ວຍອັບຣາຮາມໃຫ້ຮຽນຮູ້ບົດຮຽນທີ່ສຳຄັນຫຍັງ?
ຫຼາຍປີມາແລ້ວ ພະເຢໂຫວາໄດ້ໃຊ້ທູດສະຫວັນອົງໜຶ່ງໃຫ້ບອກອັບຣາຮາມວ່າເພິ່ນຈະທຳລາຍເມືອງໂຊໂດມແລະເມືອງໂກໂມຣາ. ເຖິງວ່າອັບຣາຮາມມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາ ແຕ່ມັນກໍຍາກຫຼາຍສຳລັບລາວທີ່ຈະເຂົ້າໃຈເລື່ອງນີ້. ລາວຖາມວ່າ: “ພະອົງຈະທຳລາຍຄົນດີພ້ອມກັບຄົນຊົ່ວແທ້ໆບໍ? . . . ພະອົງທີ່ເປັນຜູ້ຕັດສິນທົ່ວໂລກຈະບໍ່ເຮັດສິ່ງທີ່ຖືກຕ້ອງບໍ?” (ປຖກ. 18:23-33) ພະເຢໂຫວາຊ່ວຍອັບຣາຮາມໝູ່ທີ່ຮັກຂອງເພິ່ນຢ່າງອົດທົນໃຫ້ຮຽນຮູ້ບົດຮຽນທີ່ສຳຄັນທີ່ວ່າ ເພິ່ນຈະບໍ່ທຳລາຍຄົນດີເດັດຂາດ. ບົດຮຽນນີ້ເປັນປະໂຫຍດແລະໃຫ້ກຳລັງໃຈພວກເຮົາທຸກຄົນໃນທຸກມື້ນີ້.
2. ເຮົາໝັ້ນໃຈໄດ້ແນວໃດວ່າພະເຢໂຫວາຈະຕັດສິນຢ່າງຖືກຕ້ອງແລະເມດຕາສະເໝີ?
2 ເຮົາໝັ້ນໃຈໄດ້ແນວໃດວ່າພະເຢໂຫວາຈະຕັດສິນຢ່າງຖືກຕ້ອງແລະເມດຕາສະເໝີ? ເຮົາໝັ້ນໃຈໄດ້ຍ້ອນເຮົາຮູ້ວ່າ “ພະເຢໂຫວາເບິ່ງຫົວໃຈ” ຂອງມະນຸດ. (1ຊມ. 16:7) ເພິ່ນຮູ້ຈັກ “ໃຈຂອງມະນຸດທຸກຄົນ” ວ່າເປັນແນວໃດແທ້ໆ. (1ກສ. 8:39; 1ຂຄ. 28:9) ເລື່ອງນີ້ເປັນຕາງຶດຫຼາຍ. ການຕັດສິນຂອງພະເຢໂຫວາເປັນສິ່ງທີ່ເຮົາບໍ່ສາມາດເຂົ້າໃຈໄດ້ທັງໝົດ. ໂປໂລໄດ້ຮັບການດົນໃຈໃຫ້ເວົ້າເຖິງພະເຢໂຫວາວ່າ: “ເພິ່ນຈະຕັດສິນໃຈແນວໃດ . . . ບໍ່ມີຜູ້ໃດຈະເຂົ້າໃຈໄດ້ທັງໝົດ.”—ຣມ. 11:33
3-4. ບາງເທື່ອເຮົາອາດສົງໄສເລື່ອງຫຍັງ? ແລະເຮົາຈະຮຽນຫຍັງໃນບົດນີ້? (ໂຢຮັນ 5:28, 29)
3 ເຖິງວ່າເຮົາຮູ້ວ່າພະເຢໂຫວາເຮັດສິ່ງທີ່ຖືກຕ້ອງສະເໝີ ແຕ່ບາງເທື່ອເຮົາອາດສົງໄສຄືກັບອັບຣາຮາມ. ເຮົາອາດສົງໄສວ່າ: ‘ຄົນໃນເມືອງໂຊໂດມແລະເມືອງໂກໂມຣາທີ່ພະເຢໂຫວາໄດ້ທຳລາຍຈະຖືກປຸກໃຫ້ຄືນມາຈາກຕາຍບໍ? ຈະມີບາງຄົນໃນເມືອງນັ້ນຢູ່ໃນກຸ່ມ “ຄົນຊົ່ວທີ່ຈະຄືນມາຈາກຕາຍ” ບໍ?’—ກຈກ. 24:15
4 ໃຫ້ເຮົາມາທວນຄືນຄວາມເຂົ້າໃຈເລື່ອງການຟື້ນຄືນມາຈາກຕາຍນຳກັນ. ບໍ່ດົນມານີ້ ເຮົາໄດ້ຮັບການປັບປ່ຽນຄວາມເຂົ້າໃຈໃໝ່ເລື່ອງ “ຟື້ນຄືນມາແລ້ວໄດ້ຊີວິດ” ແລະ “ຟື້ນຄືນມາແລ້ວຖືກຕັດສິນ.”a (ອ່ານໂຢຮັນ 5:28, 29) ຍ້ອນແນວນີ້ຈຶ່ງເຮັດໃຫ້ມີການປັບປ່ຽນຄວາມເຂົ້າໃຈໃໝ່ຕື່ມອີກ ເຊິ່ງເຮົາຈະໄດ້ຮຽນໃນບົດນີ້ແລະບົດຕໍ່ໄປ. ເມື່ອເວົ້າເຖິງການຕັດສິນທີ່ຖືກຕ້ອງຂອງພະເຢໂຫວາ ໃຫ້ເຮົາມາເບິ່ງນຳກັນກ່ອນວ່າມີຫຍັງແດ່ທີ່ເຮົາບໍ່ຮູ້ ແລະມີຫຍັງແດ່ທີ່ເຮົາຮູ້.
ມີຫຍັງແດ່ທີ່ເຮົາບໍ່ຮູ້
5. ແຕ່ກີ້ປຶ້ມຕ່າງໆຂອງເຮົາເຄີຍເວົ້າແນວໃດກ່ຽວກັບຄົນໃນເມືອງໂຊໂດມແລະເມືອງໂກໂມຣາທີ່ພະເຢໂຫວາໄດ້ທຳລາຍແລ້ວ?
5 ແຕ່ກີ້ປຶ້ມຕ່າງໆຂອງເຮົາເຄີຍເວົ້າວ່າຄົນທີ່ຖືກພະເຢໂຫວາທຳລາຍແລ້ວ ເຊັ່ນ ຄົນໃນເມືອງໂຊໂດມແລະເມືອງໂກໂມຣາຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍ. ແຕ່ຫຼັງຈາກທາດທີ່ສັດຊື່ແລະສຸຂຸມໄດ້ຄົ້ນຄວ້າແລະອະທິດຖານຢ່າງຈິງຈັງກ່ຽວກັບເລື່ອງນີ້ຕື່ມອີກຈຶ່ງເຫັນວ່າເຮົາສະຫຼຸບແບບນັ້ນບໍ່ໄດ້.
6. ມີຕົວຢ່າງຫຍັງແດ່ໃນຄຳພີໄບເບິນທີ່ພະເຢໂຫວາຕັດສິນລົງໂທດຄົນຊົ່ວ? ແລະຄຳພີໄບເບິນບໍ່ໄດ້ບອກຫຍັງ?
6 ນອກຈາກນັ້ນຍັງມີອີກຫຼາຍເລື່ອງໃນຄຳພີໄບເບິນທີ່ບອກເຮົາກ່ຽວກັບເລື່ອງທີ່ພະເຢໂຫວາຕັດສິນລົງໂທດຄົນຊົ່ວ. ຕົວຢ່າງເຊັ່ນ: ຕອນນ້ຳຖ້ວມໂລກພະເຢໂຫວາທຳລາຍທຸກຄົນຍົກເວັ້ນໂນອາກັບຄອບຄົວຂອງລາວ. ພະເຢໂຫວາຍັງໃຊ້ພວກອິດສະຣາເອນໃຫ້ທຳລາຍ 7 ຊາດທີ່ຢູ່ແຜ່ນດິນທີ່ເພິ່ນສັນຍາໄວ້ ແລະເພິ່ນໄດ້ໃຊ້ທູດສະຫວັນອົງໜຶ່ງໃຫ້ຂ້າທະຫານອັດຊີເຣຍ 185.000 ຄົນຕາຍພາຍໃນຄືນດຽວ. (ປຖກ. 7:23; ພບຍ. 7:1-3; ອຊຢ. 37:36, 37) ໃນເລື່ອງເຫຼົ່ານີ້ ຄຳພີໄບເບິນບອກບໍວ່າພະເຢໂຫວາຕັດສິນໃຈແລ້ວວ່າຄົນເຫຼົ່ານີ້ຈະຕາຍຕະຫຼອດໄປແລະເພິ່ນຈະບໍ່ປຸກເຂົາເຈົ້າໃຫ້ຄືນມາຈາກຕາຍ? ຄຳພີໄບເບິນບໍ່ໄດ້ບອກ. ເປັນຫຍັງຈຶ່ງເວົ້າແບບນັ້ນ?
7. ມີຫຍັງແດ່ທີ່ເຮົາບໍ່ຮູ້ກ່ຽວກັບຄົນທີ່ຖືກທຳລາຍໃນສະໄໝນ້ຳຖ້ວມໂລກ ຫຼື 7 ຊາດທີ່ຢູ່ການາອານ? (ເບິ່ງຮູບໜ້າປົກ)
7 ເຮົາບໍ່ຮູ້ວ່າພະເຢໂຫວາຕັດສິນແຕ່ລະຄົນແນວໃດ ແລະເຮົາກໍບໍ່ຮູ້ວ່າຄົນເຫຼົ່ານັ້ນທີ່ຕາຍມີໂອກາດໄດ້ຮຽນຮູ້ກ່ຽວກັບພະເຢໂຫວາແລະກັບໃຈບໍ. ໃນສະໄໝນ້ຳຖ້ວມໂລກ ຄຳພີໄບເບິນບອກວ່າໂນອາເປັນ “ຜູ້ປະກາດແນວທາງທີ່ຖືກຕ້ອງ.” (2ປຕ. 2:5) ແຕ່ຄຳພີໄບເບິນບໍ່ໄດ້ບອກວ່າຕອນທີ່ໂນອາກຳລັງສ້າງເຮືອໃຫຍ່ ລາວໄດ້ພະຍາຍາມປະກາດກັບທຸກຄົນໃນໂລກບໍກ່ອນນ້ຳຖ້ວມໂລກ. ຄ້າຍຄືກັນ ໃນກໍລະນີຂອງ 7 ຊາດທີ່ຢູ່ການາອານ ເຮົາບໍ່ຮູ້ວ່າຄົນຊົ່ວເຫຼົ່ານັ້ນມີໂອກາດຮຽນຮູ້ກ່ຽວກັບພະເຢໂຫວາແລະປ່ຽນແປງໂຕເອງຫຼືບໍ່.
ໂນອາກັບຄອບຄົວກຳລັງສ້າງເຮືອໃຫຍ່. ເຮົາບໍ່ຮູ້ວ່າກ່ອນນ້ຳຖ້ວມໂລກໂນອາກັບຄອບຄົວໄດ້ປະກາດກັບທຸກຄົນໃນໂລກບໍຕອນທີ່ລາວສ້າງເຮືອ (ເບິ່ງຂໍ້ 7)
8. ມີຫຍັງແດ່ທີ່ເຮົາບໍ່ຮູ້ກ່ຽວກັບຄົນໃນເມືອງໂຊໂດມແລະເມືອງໂກໂມຣາ?
8 ຄົນທີ່ຕາຍຕອນທີ່ພະເຢໂຫວາທຳລາຍເມືອງໂຊໂດມແລະເມືອງໂກໂມຣາເດ? ໂລດທີ່ເປັນຄົນດີອາໄສຢູ່ກັບຄົນເຫຼົ່ານີ້ໃນເມືອງໂຊໂດມ. ແຕ່ເຮົາຮູ້ບໍວ່າໂລດໄດ້ປະກາດກັບທຸກຄົນໃນເມືອງນັ້ນ? ເຮົາບໍ່ຮູ້. ເຂົາເຈົ້າເປັນຄົນຊົ່ວຫຼາຍ ແຕ່ເຂົາເຈົ້າຮູ້ບໍວ່າອັນໃດຖືກອັນໃດຜິດ? ຂໍໃຫ້ຄິດເຖິງຕອນທີ່ຜູ້ຊາຍທຸກຄົນໃນເມືອງໂຊໂດມຢາກຂົ່ມຂືນແຂກຂອງໂລດ. ຄຳພີໄບເບິນບອກວ່າຄົນກຸ່ມນີ້ມີ “ຕັ້ງແຕ່ເດັກນ້ອຍຈົນຮອດຜູ້ເຖົ້າ.” ເລື່ອງນີ້ສະແດງໃຫ້ເຫັນວ່າເຂົາເຈົ້າໃຫຍ່ມາໃນສະພາບແວດລ້ອມທີ່ສິນລະທຳເສື່ອມຊາມຫຼາຍ ແລະເຂົາເຈົ້າອາດບໍ່ເຄີຍມີໂອກາດຮຽນຮູ້ກ່ຽວກັບມາດຕະຖານຂອງພະເຢໂຫວາວ່າອັນໃດຖືກອັນໃດຜິດ. (ປຖກ. 19:4; 2ປຕ. 2:7) ເຮົາຮູ້ແທ້ໆບໍວ່າພະເຢໂຫວາພະເຈົ້າທີ່ມີຄວາມເມດຕາຕັດສິນໃຈແລ້ວວ່າຄົນເຫຼົ່ານີ້ຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍ? ເຮົາບໍ່ຮູ້. ພະເຢໂຫວາບອກອັບຣາຮາມວ່າໃນເມືອງໂຊໂດມມີຄົນດີບໍ່ຮອດ 10 ຄົນ. (ປຖກ. 18:32) ຍ້ອນຄົນໃນເມືອງນີ້ເປັນຄົນຊົ່ວ ພະເຢໂຫວາຈຶ່ງທຳລາຍເຂົາເຈົ້າ. ແຕ່ເຮົາເວົ້າໄດ້ແທ້ໆບໍວ່າຈະບໍ່ມີຈັກຄົນໃນເມືອງນັ້ນຈະຢູ່ໃນກຸ່ມ “ຄົນຊົ່ວທີ່ຈະຄືນມາຈາກຕາຍ”? ເຮົາເວົ້າແບບນັ້ນບໍ່ໄດ້.
9. ມີຫຍັງແດ່ທີ່ເຮົາບໍ່ຮູ້ກ່ຽວກັບໂຊໂລໂມນ?
9 ຄຳພີໄບເບິນຍັງເວົ້າເຖິງຄົນດີທີ່ກາຍເປັນຄົນຊົ່ວ. ຕົວຢ່າງເຊັ່ນ: ກະສັດໂຊໂລໂມນ. ລາວໄດ້ຮັບການສອນທຸກຢ່າງກ່ຽວກັບເລື່ອງຂອງພະເຢໂຫວາ ແລະເພິ່ນກໍໄດ້ອວຍພອນລາວຫຼາຍຢ່າງ. ແຕ່ຕໍ່ມາລາວພັດໄປນະມັດສະການພະເຈົ້າປອມ. ເລື່ອງນີ້ເຮັດໃຫ້ພະເຢໂຫວາໃຈຮ້າຍຫຼາຍ ແລະຊາດອິດສະຣາເອນເຈິຄວາມລຳບາກເປັນເວລາຫຼາຍຮ້ອຍປີຍ້ອນຄວາມຜິດທີ່ໂຊໂລໂມນໄດ້ເຮັດ. (1ກສ. 11:5-9; 2ກສ. 23:13) ໃນທີ່ສຸດໂຊໂລໂມນກໍຕາຍ ຄຳພີໄບເບິນບອກວ່າໂຊໂລໂມນຖືກ “ຝັງ . . . ໄວ້ຢູ່ເມືອງຂອງດາວິດພໍ່ຂອງລາວ” ແລະດາວິດຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາກໍຖືກຝັງຢູ່ເມືອງນີ້ຄືກັນ. (1ກສ. 11:43; ສົມທຽບກັບ 1 ກະສັດ 2:10) ຄຳພີໄບເບິນເວົ້າແບບນີ້ມັນຮັບປະກັນບໍວ່າພະເຢໂຫວາຈະປຸກໂຊໂລໂມນໃຫ້ຄືນມາຈາກຕາຍແທ້ໆ? ຄຳພີໄບເບິນບໍ່ໄດ້ບອກເລື່ອງນີ້. ບາງຄົນຄິດວ່າໂຊໂລໂມນຈະຖືກປຸກໃຫ້ຄືນມາຈາກຕາຍຍ້ອນຄຳພີໄບເບິນເວົ້າວ່າ: “ຄົນທີ່ຕາຍແລ້ວກໍພົ້ນໂທດຈາກບາບຂອງໂຕເອງ.” (ຣມ. 6:7) ແຕ່ກໍບໍ່ໄດ້ໝາຍຄວາມວ່າທຸກຄົນທີ່ຕາຍຈະຖືກປຸກໃຫ້ຄືນມາ ຍ້ອນບໍ່ແມ່ນທຸກຄົນທີ່ຕາຍຈະມີສິດມີຊີວິດອີກເທື່ອໜຶ່ງ. ການຟື້ນຄືນມາຈາກຕາຍເປັນຂອງຂວັນຈາກພະເຢໂຫວາພະເຈົ້າທີ່ມີຄວາມຮັກ. ເພິ່ນຈະໃຫ້ຂອງຂວັນນີ້ກັບຜູ້ທີ່ຢາກຮັບໃຊ້ເພິ່ນຕະຫຼອດໄປເທົ່ານັ້ນ. (ໂຢບ 14:13, 14; ຢຮ. 6:44) ໂຊໂລໂມນຈະໄດ້ຂອງຂວັນນີ້ບໍ? ມີແຕ່ພະເຢໂຫວາເທົ່ານັ້ນທີ່ຮູ້ຄຳຕອບ ເຮົາບໍ່ຮູ້. ເຮົາຮູ້ແຕ່ວ່າພະເຢໂຫວາຈະເຮັດສິ່ງທີ່ຖືກຕ້ອງສະເໝີ.
ມີຫຍັງແດ່ທີ່ເຮົາຮູ້
10. ພະເຢໂຫວາຮູ້ສຶກແນວໃດກ່ຽວກັບການທຳລາຍມະນຸດ? (ເອເຊກຽນ 33:11) (ເບິ່ງຮູບນຳ)
10 ອ່ານເອເຊກຽນ 33:11. ພະເຢໂຫວາບອກໃຫ້ເຮົາຮູ້ວ່າເພິ່ນຮູ້ສຶກແນວໃດກ່ຽວກັບການຕັດສິນມະນຸດ. ເປໂຕໄດ້ຮັບການດົນໃຈໃຫ້ຂຽນຄ້າຍຄືກັບທີ່ຜູ້ພະຍາກອນເອເຊກຽນໄດ້ຂຽນ. ເປໂຕເວົ້າວ່າ: “ພະເຢໂຫວາ . . . ບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ.” (2ປຕ. 3:9) ຄຳເວົ້ານີ້ໃຫ້ກຳລັງໃຈເຮົາຫຼາຍແທ້ໆ. ເຮົາຮູ້ວ່າພະເຢໂຫວາບໍ່ຢາກທຳລາຍຜູ້ໃດຕະຫຼອດໄປ ນອກຈາກວ່າເພິ່ນມີເຫດຜົນທີ່ຈະເຮັດແບບນັ້ນ. ພະເຢໂຫວາເປັນພະເຈົ້າທີ່ເມດຕາ ແລະເພິ່ນສະແດງຄວາມເມດຕາສະເໝີເມື່ອເຮັດໄດ້.
ເມື່ອຄົນຊົ່ວຄືນມາຈາກຕາຍ ຄົນຈາກຫຼາຍເຊື້ອຊາດຈະມີໂອກາດຮຽນຮູ້ກ່ຽວກັບພະເຢໂຫວາ (ເບິ່ງຂໍ້ 10)
11. ມີໃຜແດ່ຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍ ແລະເຮົາຮູ້ໄດ້ແນວໃດ?
11 ເຮົາຮູ້ຫຍັງແດ່ກ່ຽວກັບຄົນທີ່ຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍ? ຄຳພີໄບເບິນບອກວ່າມີບາງຄົນຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍ.b ພະເຢຊູບອກວ່າຢູດາອິສະກາຣີອົດຈະບໍ່ຖືກປຸກໃຫ້ຟື້ນຄືນມາ. (ມຣກ. 14:21; ເບິ່ງໂຢຮັນ 17:12 ກັບຂໍ້ມູນສຳລັບສຶກສານຳ) ຢູດາຕັ້ງໃຈຕໍ່ຕ້ານພະເຢໂຫວາກັບພະເຢຊູ. (ເບິ່ງມາຣະໂກ 3:29 ກັບຂໍ້ມູນສຳລັບສຶກສານຳ) ນອກຈາກນັ້ນ ພະເຢຊູຍັງເວົ້າເຖິງພວກຫົວໜ້າສາສະໜາບາງຄົນໃນສະໄໝຂອງເພິ່ນທີ່ຕໍ່ຕ້ານເພິ່ນວ່າເຂົາເຈົ້າຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍ. (ມທ. 23:33; ເບິ່ງໂຢຮັນ 19:11 ກັບຂໍ້ມູນສຳລັບສຶກສານຳ) ໂປໂລເວົ້າວ່າຄົນທີ່ທໍລະຍົດພະເຈົ້າທີ່ບໍ່ຍອມກັບໃຈກໍຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍຄືກັນ.—ຮຣ. 6:4-8; 10:29
12. ມີຫຍັງແດ່ທີ່ເຮົາຮູ້ກ່ຽວກັບຄວາມເມດຕາຂອງພະເຢໂຫວາ? ຂໍໃຫ້ຍົກຕົວຢ່າງ.
12 ຄືກັບທີ່ໄດ້ເວົ້າມາແລ້ວ ພະເຢໂຫວາເປັນພະເຈົ້າທີ່ເມດຕາຫຼາຍແທ້ໆ ແລະເພິ່ນ “ບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ.” ພະເຢໂຫວາສະແດງຄວາມເມດຕາແນວໃດຕໍ່ຄົນທີ່ເຮັດຜິດຮ້າຍແຮງ? ກະສັດດາວິດເຮັດຜິດຮ້າຍແຮງຫຼາຍ ລາວຫຼິ້ນຊູ້ແລະຂ້າຄົນ. ແຕ່ເມື່ອດາວິດກັບໃຈ ພະເຢໂຫວາກໍເມດຕາແລະຍົກໂທດໃຫ້ລາວ. (2ຊມ. 12:1-13) ກະສັດມານາເຊເຮັດຊົ່ວຫຼາຍຢ່າງເກືອບຕະຫຼອດຊີວິດຂອງລາວ. ເຖິງວ່າຈະເປັນແນວນັ້ນ ແຕ່ເມື່ອລາວກັບໃຈ ພະເຢໂຫວາກໍເມດຕາແລະຍົກໂທດໃຫ້ລາວ. (2ຂຄ. 33:9-16) ຕົວຢ່າງເຫຼົ່ານີ້ເຮັດໃຫ້ເຮົາເຫັນວ່າພະເຢໂຫວາສະແດງຄວາມເມດຕາເມື່ອເພິ່ນເຫັນວ່າມີເຫດຜົນທີ່ຈະເຮັດແບບນັ້ນ. ເພິ່ນຈະປຸກເຂົາເຈົ້າໃຫ້ຄືນມາຈາກຕາຍຍ້ອນເຂົາເຈົ້າຮູ້ວ່າສິ່ງທີ່ໂຕເອງເຮັດເປັນຄວາມຜິດຮ້າຍແຮງແລະເຂົາເຈົ້າໄດ້ກັບໃຈແທ້ໆ.
13. (ກ) ເປັນຫຍັງພະເຢໂຫວາຈຶ່ງສະແດງຄວາມເມດຕາຕໍ່ຄົນນີເນເວ? (ຂ) ຕໍ່ມາພະເຢຊູເວົ້າຫຍັງກ່ຽວກັບຄົນນີເນເວ?
13 ເຮົາຮູ້ວ່າພະເຢໂຫວາສະແດງຄວາມເມດຕາຕໍ່ຄົນນີເນເວຄືກັນ. ເພິ່ນເວົ້າກັບໂຢນາວ່າ: “ເຮົາເຫັນວ່າຄົນໃນເມືອງນັ້ນເຮັດຊົ່ວຫຼາຍ.” ແຕ່ເມື່ອຄົນນີເນເວກັບໃຈ ພະເຢໂຫວາກໍຍົກໂທດໃຫ້ເຂົາເຈົ້າ. ເພິ່ນສະແດງຄວາມເມດຕາຫຼາຍກວ່າໂຢນາອີກ. ຕອນນັ້ນໂຢນາໃຈຮ້າຍຫຼາຍ ພະເຢໂຫວາຈຶ່ງເຕືອນລາວວ່າ ຄົນນີເນເວ “ບໍ່ຮູ້ຖືກບໍ່ຮູ້ຜິດອີ່ຫຍັງ.” (ຢນ. 1:1, 2; 3:10; 4:9-11) ຕໍ່ມາ ພະເຢຊູໃຊ້ຕົວຢ່າງນີ້ເພື່ອສອນກ່ຽວກັບຄວາມຍຸຕິທຳແລະຄວາມເມດຕາຂອງພະເຢໂຫວາ. ເພິ່ນເວົ້າວ່າ ເມື່ອພະເຢໂຫວາມາ “ຕັດສິນ” ຄົນໃນເມືອງນີເນເວທີ່ກັບໃຈ “ຈະຖືກປຸກໃຫ້ຄືນມາຈາກຕາຍ.”—ມທ. 12:41
14. ຄົນໃນເມືອງນີເນເວຈະໄດ້ຮັບໂອກາດຫຍັງເມື່ອເຂົາເຈົ້າ “ຟື້ນຄືນມາແລ້ວຖືກຕັດສິນ”?
14 ພະເຢຊູໝາຍຄວາມວ່າແນວໃດທີ່ເວົ້າວ່າ: “ເມື່ອພະເຈົ້າມາຕັດສິນ ຄົນໃນເມືອງນີເນເວຈະຖືກປຸກໃຫ້ຄືນມາຈາກຕາຍ”? ພະເຢຊູໝາຍຄວາມວ່າ ໃນອະນາຄົດຈະມີຄົນ “ຟື້ນຄືນມາແລ້ວຖືກຕັດສິນ.” (ຢຮ. 5:29) ພະເຢຊູກຳລັງເວົ້າເຖິງໄລຍະ 1.000 ປີທີ່ເພິ່ນປົກຄອງ. ໃນຕອນນັ້ນທັງ “ຄົນດີແລະຄົນຊົ່ວ” ຈະຄືນມາຈາກຕາຍ. (ກຈກ. 24:15) ສຳລັບຄົນຊົ່ວ ເຂົາເຈົ້າຈະ “ຟື້ນຄືນມາແລ້ວຖືກຕັດສິນ.” ນີ້ໝາຍຄວາມວ່າຫຼັງຈາກເຂົາເຈົ້າຟື້ນຄືນມາຈາກຕາຍແລ້ວ ພະເຢໂຫວາແລະພະເຢຊູຈະເບິ່ງວ່າເຂົາເຈົ້າເຊື່ອຟັງແລະເອົາສິ່ງທີ່ຮຽນມາໃຊ້ໃນຊີວິດຫຼືບໍ່. ຖ້າຄົນນີເນເວທີ່ຄືນມາຈາກຕາຍບໍ່ຢາກນະມັດສະການພະເຢໂຫວາ ເພິ່ນກໍຈະບໍ່ໃຫ້ລາວມີຊີວິດຕໍ່ໄປ. (ອຊຢ. 65:20) ແຕ່ຄົນທີ່ເລືອກນະມັດສະການພະເຢໂຫວາຢ່າງສັດຊື່ ເຂົາເຈົ້າມີໂອກາດທີ່ຈະມີຊີວິດຕະຫຼອດໄປ!—ດນອ. 12:2
15. (ກ) ເປັນຫຍັງເຮົາບໍ່ຄວນເວົ້າວ່າຈະບໍ່ມີຈັກຄົນໃນເມືອງໂຊໂດມແລະເມືອງໂກໂມຣາຈະຖືກປຸກໃຫ້ຄືນມາຈາກຕາຍ? (ຂ) ຢູດາໝາຍເຖິງຫຍັງທີ່ລາວເວົ້າໃນຢູດາ 7? (ເບິ່ງຂອບ “ຢູດາໝາຍເຖິງຫຍັງ?”)
15 ພະເຢຊູເວົ້າເຖິງຄົນທີ່ບໍ່ຍອມຮັບເພິ່ນແລະບໍ່ຟັງສິ່ງທີ່ເພິ່ນສອນວ່າ ເຂົາເຈົ້າຈະຖືກໂທດໜັກກວ່າຄົນໃນເມືອງໂຊໂດມແລະເມືອງໂກໂມຣາ “ໃນມື້ທີ່ພະເຈົ້າຕັດສິນ.” (ມທ. 10:14, 15; 11:23, 24; ລກ. 10:12) ພະເຢຊູໝາຍຄວາມວ່າແນວໃດ? ເຮົາອາດຄິດວ່າຕອນນັ້ນພະເຢຊູໃຊ້ຄຳເວົ້າທີ່ເກີນຈິງ. ແຕ່ເບິ່ງຄືວ່າບໍ່ໄດ້ເປັນແບບນັ້ນ ຍ້ອນຕອນທີ່ພະເຢຊູເວົ້າເຖິງຄົນນີເນເວວ່າເຂົາເຈົ້າຈະຖືກປຸກໃຫ້ຄືນມາຈາກຕາຍແລ້ວຖືກຕັດສິນc ເບິ່ງຄືວ່າເພິ່ນໝາຍຄວາມວ່າແບບນັ້ນແທ້ໆ. “ມື້ທີ່ພະເຈົ້າຕັດສິນ” ທີ່ພະເຢຊູໃຊ້ກັບຄົນໃນເມືອງໂຊໂດມແລະເມືອງໂກໂມຣາເປັນມື້ດຽວກັນກັບມື້ “ຕັດສິນ” ທີ່ເພິ່ນໃຊ້ເວົ້າເຖິງຄົນໃນເມືອງນີເນເວ. ຄົນໃນເມືອງໂຊໂດມແລະເມືອງໂກໂມຣາເຮັດຊົ່ວຄືກັບຄົນນີເນເວ. ຄົນນີເນເວມີໂອກາດໄດ້ກັບໃຈ ແຕ່ຄົນໃນເມືອງໂຊໂດມແລະເມືອງໂກໂມຣາບໍ່ມີໂອກາດໄດ້ກັບໃຈ. ຂໍໃຫ້ຈື່ໄວ້ວ່າຕອນທີ່ພະເຢຊູເວົ້າເຖິງຄົນທີ່ “ຟື້ນຄືນມາແລ້ວຖືກຕັດສິນ” ເພິ່ນໝາຍເຖິງ “ຄົນທີ່ເຮັດຊົ່ວ” ນຳ. (ຢຮ. 5:29) ເບິ່ງຄືວ່າອາດຈະມີຄວາມຫວັງສຳລັບບາງຄົນໃນເມືອງໂຊໂດມແລະເມືອງໂກໂມຣາທີ່ຈະຖືກປຸກໃຫ້ຄືນມາຈາກຕາຍ ແລະເຮົາອາດຈະມີໂອກາດໄດ້ສອນເຂົາເຈົ້າກ່ຽວກັບພະເຢໂຫວາແລະພະເຢຊູ.
16. ພະເຢໂຫວາກວດເບິ່ງຫຍັງເພື່ອຕັດສິນວ່າຈະປຸກໃຜໃຫ້ຄືນມາຈາກຕາຍ? (ເຢເຣມີຢາ 17:10)
16 ອ່ານເຢເຣມີຢາ 17:10. ຂໍ້ຄຳພີນີ້ເຮັດໃຫ້ເຮົາໄດ້ຂໍ້ສະຫຼຸບວ່າເຮົາຮູ້ຫຍັງແດ່. ພະເຢໂຫວາເປັນ “ຜູ້ກວດເບິ່ງຫົວໃຈ ກວດເບິ່ງຄວາມຮູ້ສຶກທີ່ເລິກທີ່ສຸດ”d ຂອງແຕ່ລະຄົນ. ເມື່ອພະເຢໂຫວາຕັດສິນໃຈວ່າຈະປຸກຜູ້ໃດຜູ້ໜຶ່ງໃຫ້ຄືນມາຈາກຕາຍ ເພິ່ນຈະ “ຕອບແທນແຕ່ລະຄົນຕາມສິ່ງທີ່ເຂົາເຈົ້າເຮັດ.” ພະເຢໂຫວາຈະໜັກແໜ້ນເມື່ອຈຳເປັນ ແຕ່ເພິ່ນຈະສະແດງຄວາມເມດຕາເມື່ອເຮັດໄດ້. ດັ່ງນັ້ນ ເຮົາບໍ່ຄວນສະຫຼຸບເອົາເອງວ່າຜູ້ໃດຜູ້ໜຶ່ງຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍຖ້າຄຳພີໄບເບິນບໍ່ໄດ້ເວົ້າແບບນັ້ນ.
ຜູ້ຕັດສິນທົ່ວໂລກຈະເຮັດສິ່ງທີ່ຖືກຕ້ອງສະເໝີ
17. ອະນາຄົດຂອງຄົນທີ່ຕາຍໄປແລ້ວຈະເປັນແນວໃດ?
17 ນັບຕັ້ງແຕ່ອາດາມກັບເອວາໄປຢູ່ຝ່າຍຊາຕານແລະບໍ່ເຊື່ອຟັງພະເຢໂຫວາ ຫຼາຍພັນລ້ານຄົນຕ້ອງຕາຍ. ຄວາມຕາຍເປັນ “ສັດຕູ” ທີ່ໂຫດຮ້າຍທີ່ສຸດ. (1ກຣ. 15:26) ອະນາຄົດຂອງຄົນເຫຼົ່ານີ້ຈະເປັນແນວໃດ? ຜູ້ຮັບໃຊ້ທີ່ສັດຊື່ຂອງພະຄລິດກຸ່ມນ້ອຍໆທີ່ມີຈຳນວນ 144.000 ຄົນຈະຖືກປຸກໃຫ້ຄືນມາຈາກຕາຍແລະມີຊີວິດອະມະຕະໃນສະຫວັນ. (ພນມ. 14:1) ສ່ວນຄົນທີ່ສັດຊື່ຈຳນວນຫຼາຍທີ່ຮັກພະເຢໂຫວາຈະຢູ່ໃນກຸ່ມ “ຄົນດີ . . . ທີ່ຈະຄືນມາຈາກຕາຍ” ແລະເຂົາເຈົ້າຈະມີຊີວິດຕະຫຼອດໄປໃນໂລກຖ້າເຂົາເຈົ້າຮັກສາຄວາມສັດຊື່ຢູ່ສະເໝີໃນໄລຍະການປົກຄອງ 1.000 ປີຂອງພະຄລິດແລະໃນໄລຍະການທົດສອບເທື່ອສຸດທ້າຍ. (ດນອ. 12:13; ຮຣ. 12:1) ໃນໄລຍະ 1.000 ປີນັ້ນ “ຄົນຊົ່ວ” ເຊິ່ງລວມເຖິງຄົນທີ່ບໍ່ເຄີຍຮັບໃຊ້ພະເຢໂຫວາ ຫຼືແມ່ນແຕ່ “ຄົນທີ່ເຮັດຊົ່ວ” ຈະມີໂອກາດໄດ້ປ່ຽນແປງໂຕເອງແລະເຂົ້າມາເປັນຜູ້ນະມັດສະການພະເຢໂຫວາ. (ລກ. 23:42, 43) ແຕ່ບາງຄົນທີ່ເຮັດຊົ່ວຫຼາຍແທ້ໆແລະຕັ້ງໃຈຕໍ່ຕ້ານພະເຢໂຫວາແລະຄວາມຕ້ອງການຂອງເພິ່ນ ພະເຢໂຫວາໄດ້ຕັດສິນໃຈແລ້ວວ່າຈະບໍ່ປຸກເຂົາເຈົ້າໃຫ້ຄືນມາຈາກຕາຍ.—ລກ. 12:4, 5
18-19. (ກ) ເປັນຫຍັງເຮົາຈຶ່ງໝັ້ນໃຈວ່າພະເຢໂຫວາຈະຕັດສິນຄົນທີ່ຕາຍໄປແລ້ວຢ່າງຍຸຕິທຳ? (ເອຊາຢາ 55:8, 9) (ຂ) ເຮົາຈະຮຽນຫຍັງໃນບົດຕໍ່ໄປ?
18 ເຮົາໝັ້ນໃຈໄດ້ແທ້ໆບໍວ່າເມື່ອພະເຢໂຫວາຕັດສິນມະນຸດ ເພິ່ນຈະຕັດສິນທຸກເລື່ອງຢ່າງຖືກຕ້ອງສະເໝີ? ໝັ້ນໃຈໄດ້ແທ້! ຄືກັບທີ່ອັບຣາຮາມເຂົ້າໃຈດີ ພະເຢໂຫວາເປັນ “ຜູ້ຕັດສິນທົ່ວໂລກ” ທີ່ດີທີ່ສຸດ ສະຫຼາດທີ່ສຸດ ແລະມີຄວາມເມດຕາ. ເພິ່ນໄດ້ຝຶກລູກຊາຍຂອງເພິ່ນແລະມອບໝາຍໃຫ້ເຮັດໜ້າທີ່ຕັດສິນມະນຸດທຸກຄົນ. (ຢຮ. 5:22) ທັງພະເຢໂຫວາແລະພະເຢຊູອ່ານຫົວໃຈມະນຸດທຸກຄົນໄດ້. (ມທ. 9:4) ດັ່ງນັ້ນ ເຮົາໝັ້ນໃຈໄດ້ວ່າເມື່ອພວກເພິ່ນຕັດສິນຜູ້ໃດຜູ້ໜຶ່ງ ພວກເພິ່ນຈະເຮັດ “ສິ່ງທີ່ຖືກຕ້ອງ” ສະເໝີ!
19 ຂໍໃຫ້ເຮົາຕັ້ງໃຈທີ່ຈະໄວ້ວາງໃຈພະເຢໂຫວາແລະໝັ້ນໃຈວ່າເພິ່ນຈະຕັດສິນທຸກເລື່ອງຢ່າງຖືກຕ້ອງສະເໝີ. ເຮົາຮູ້ດີວ່າເຮົາບໍ່ມີຄຸນສົມບັດພຽງພໍທີ່ຈະຕັດສິນຄົນອື່ນ ມີແຕ່ພະເຢໂຫວາເທົ່ານັ້ນທີ່ເຮັດໄດ້. (ອ່ານເອຊາຢາ 55:8, 9) ດັ່ງນັ້ນ ໃຫ້ເຮົາຝາກການຕັດສິນທຸກຢ່າງໄວ້ກັບພະເຢໂຫວາແລະພະເຢຊູກະສັດຂອງເຮົາທີ່ຮຽນແບບພໍ່ຂອງເພິ່ນໄດ້ຢ່າງຄົບຖ້ວນໃນການສະແດງຄວາມຍຸຕິທຳແລະຄວາມເມດຕາ. (ອຊຢ. 11:3, 4) ການຕັດສິນທີ່ຈະເກີດຂຶ້ນຕອນຄວາມທຸກລຳບາກຄັ້ງໃຫຍ່ເດຈະເປັນແນວໃດ? ມີຫຍັງແດ່ທີ່ເຮົາບໍ່ຮູ້? ແລະມີຫຍັງແດ່ທີ່ເຮົາຮູ້? ໃນບົດຕໍ່ໄປຈະຕອບຄຳຖາມເຫຼົ່ານີ້.
ເພງທີ 57 ປະກາດກັບຄົນທຸກຊະນິດ
b ກ່ຽວກັບອາດາມ ເອວາ ແລະກາອິນ ໃຫ້ເບິ່ງຫໍສັງເກດການ 1 ມັງກອນ 2013 ໜ້າ 12, ໄຂເງື່ອນ. (ພາສາໄທ)
c ບາງຄົນໃຊ້ການເວົ້າເກີນຈິງເພື່ອເນັ້ນເທົ່ານັ້ນ ບໍ່ໄດ້ມີຄວາມໝາຍຕາມໂຕ. ແຕ່ຕອນທີ່ພະເຢຊູເວົ້າເຖິງຄົນໃນເມືອງໂຊໂດມແລະເມືອງໂກໂມຣາ ເພິ່ນອາດໝາຍຄວາມວ່າແບບນັ້ນແທ້ໆ.
d ຄວາມຄິດທີ່ເລິກທີ່ສຸດ