ບົດຄວາມສຶກສາທີ 29
ເພງທີ 121 ເຮົາຕ້ອງຄວບຄຸມຕົວເອງ
ໃຫ້ເຝົ້າລະວັງຢູ່ສະເໝີເພື່ອຈະບໍ່ຍອມແພ້ເມື່ອເຈິການລໍ້ໃຈ
“ພວກເຈົ້າຕ້ອງເຝົ້າລະວັງຢູ່ສະເໝີແລະອະທິດຖານຢູ່ເລື້ອຍໆເພື່ອພວກເຈົ້າຈະບໍ່ຍອມແພ້ເມື່ອຖືກທົດສອບ.”—ມທ. 26:41
ຈຸດສຳຄັນ
ເພື່ອຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນເລື່ອງສຳຄັນຫຼາຍທີ່ເຮົາຈະບໍ່ເຮັດຜິດ ແລະເຮົາຕ້ອງຫຼີກລ່ຽງສິ່ງທີ່ຈະເຮັດໃຫ້ເຮົາເຮັດຜິດ.
1-2. (ກ) ພະເຢຊູເຕືອນພວກລູກສິດເລື່ອງຫຍັງ? (ຂ) ເປັນຫຍັງພວກລູກສິດຈຶ່ງຖິ້ມພະເຢຊູ? (ເບິ່ງຮູບນຳ)
ພະເຢຊູເວົ້າວ່າ: “ເຖິງວ່າໃຈສູ້ ແຕ່ຮ່າງກາຍຂອງພວກເຈົ້າກໍຍັງອ່ອນແອ.” (ມທ. 26:41ຂ) ຈາກຄຳເວົ້ານີ້ ພະເຢຊູເຂົ້າໃຈດີວ່າເຮົາທຸກຄົນບໍ່ສົມບູນແບບແລະເຮັດຜິດພາດໄດ້. ແຕ່ຄຳເວົ້າຂອງພະເຢຊູກໍເຕືອນເຮົານຳວ່າ ຢ່າໝັ້ນໃຈໃນໂຕເອງຫຼາຍເກີນໄປ. ໃນຄືນກ່ອນທີ່ພະເຢຊູຈະຕາຍ ພວກລູກສິດຂອງເພິ່ນເວົ້າດ້ວຍຄວາມໝັ້ນໃຈວ່າຈັ່ງໃດເຂົາເຈົ້າກໍຈະບໍ່ຖິ້ມເພິ່ນ. (ມທ. 26:35) ພວກລູກສິດມີຄວາມຕັ້ງໃຈທີ່ດີ ແຕ່ເຂົາເຈົ້າບໍ່ຮູ້ວ່າໃນສະຖານະການທີ່ຕ້ອງເຈິກັບຄວາມກົດດັນ ເຂົາເຈົ້າອາດຈະຍອມແພ້ຕໍ່ການລໍ້ໃຈໄດ້ງ່າຍໆ. ຍ້ອນແນວນີ້ ພະເຢຊູຈຶ່ງເຕືອນເຂົາເຈົ້າວ່າ: “ພວກເຈົ້າຕ້ອງເຝົ້າລະວັງຢູ່ສະເໝີແລະອະທິດຖານຢູ່ເລື້ອຍໆເພື່ອພວກເຈົ້າຈະບໍ່ຍອມແພ້ເມື່ອຖືກທົດສອບ.”—ມທ. 26:41ກ
2 ເປັນຕາເສຍດາຍທີ່ພວກລູກສິດບໍ່ໄດ້ເຝົ້າລະວັງຢູ່ສະເໝີຄືກັບທີ່ພະເຢຊູສັ່ງໄວ້. ຕອນທີ່ພະເຢຊູຖືກຈັບ ເຂົາເຈົ້າຢູ່ກັບເພິ່ນບໍຫຼືວ່າເຂົາເຈົ້າຢ້ານແລ້ວກໍໜີໄປ? ຍ້ອນເຂົາເຈົ້າບໍ່ໄດ້ເຝົ້າລະວັງຢູ່ສະເໝີ ເຂົາເຈົ້າຈຶ່ງຖິ້ມພະເຢຊູທັງໆທີ່ກ່ອນໜ້ານີ້ເຂົາເຈົ້າບອກວ່າຈະບໍ່ມີວັນຖິ້ມເພິ່ນ.—ມທ. 26:56
ພະເຢຊູບອກພວກລູກສິດໃຫ້ເຝົ້າລະວັງຢູ່ສະເໝີເພື່ອຕ້ານທານການລໍ້ໃຈ ແຕ່ຕໍ່ມາເຂົາເຈົ້າໄດ້ຖິ້ມເພິ່ນ (ເບິ່ງຂໍ້ 1-2)
3. (ກ) ເພື່ອຈະສັດຊື່ຕໍ່ພະເຢໂຫວາຢູ່ສະເໝີ ເປັນຫຍັງເຮົາຕ້ອງລະວັງທີ່ຈະບໍ່ໝັ້ນໃຈໃນໂຕເອງຫຼາຍເກີນໄປ? (ຂ) ເຮົາຈະຮຽນຫຍັງໃນບົດນີ້?
3 ເຮົາຕ້ອງບໍ່ຄິດວ່າເຮົາເຂັ້ມແຂງຢູ່ແລ້ວທີ່ຈະຕ້ານທານການລໍ້ໃຈທຸກຢ່າງໄດ້. ເຖິງວ່າເຮົາຕັ້ງໃຈທີ່ຈະບໍ່ເຮັດໃຫ້ພະເຢໂຫວາເສຍໃຈ ແຕ່ເຮົາກໍຍັງເປັນຄົນບໍ່ສົມບູນແບບແລະອາດຍອມແພ້ຕໍ່ການລໍ້ໃຈໄດ້ງ່າຍໆ. (ຣມ. 5:12; 7:21-23) ໂດຍທີ່ເຮົາບໍ່ທັນຕັ້ງໂຕ ເຮົາອາດຕົກຢູ່ໃນສະຖານະການທີ່ຖືກລໍ້ໃຈໃຫ້ເຮັດຜິດ. ເພື່ອເຮົາຈະຮັກສາຄວາມສັດຊື່ຕໍ່ພະເຢໂຫວາແລະພະເຢຊູ ເຮົາຕ້ອງເຮັດຕາມຄຳແນະນຳຂອງພະເຢຊູທີ່ໃຫ້ເຝົ້າລະວັງຢູ່ສະເໝີເພື່ອຈະບໍ່ຍອມແພ້ເມື່ອຖືກລໍ້ໃຈໃຫ້ເຮັດຜິດ. ບົດນີ້ຈະຊ່ວຍເຮົາໃຫ້ເຮັດແບບນັ້ນໄດ້. ທຳອິດ ເຮົາຈະເບິ່ງວ່າເຮົາຕ້ອງເຝົ້າລະວັງເລື່ອງຫຍັງເປັນພິເສດ. ຈາກນັ້ນ ເຮົາຈະເບິ່ງວ່າເຮົາຕ້ອງເຝົ້າລະວັງແນວໃດເພື່ອຈະບໍ່ຍອມແພ້ເມື່ອເຈິການລໍ້ໃຈ ແລະສຸດທ້າຍເຮົາຈະເບິ່ງວ່າເຮົາຈະເຝົ້າລະວັງຢູ່ສະເໝີໄດ້ແນວໃດ.
ເຝົ້າລະວັງຢູ່ສະເໝີໃນເລື່ອງໃດ?
4-5. ເປັນຫຍັງເຮົາຕ້ອງລະວັງທີ່ຈະບໍ່ເຮັດຜິດແມ່ນແຕ່ໃນເລື່ອງນ້ອຍໆ?
4 ການເຮັດຜິດບາງຢ່າງກໍບໍ່ຮ້າຍແຮງ ແຕ່ມັນກໍເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາມີບັນຫາໄດ້ ແລະມັນອາດເຮັດໃຫ້ເຮົາເຮັດຜິດຮ້າຍແຮງຫຼາຍຂຶ້ນໄດ້ຄືກັນ.
5 ເຮົາທຸກຄົນຖືກລໍ້ໃຈໃຫ້ເຮັດຜິດ. ເຖິງຈະເປັນແນວນັ້ນ ເຮົາແຕ່ລະຄົນກໍມີຈຸດອ່ອນທີ່ຕ້ອງລະວັງ ເຊັ່ນ: ການເຮັດຜິດຮ້າຍແຮງ ການກະທຳທີ່ບໍ່ສະອາດ ຫຼືການຄິດແບບຄົນໃນໂລກ. ຕົວຢ່າງເຊັ່ນ: ບາງຄົນອາດຕ້ອງຕໍ່ສູ້ກັບການລໍ້ໃຈໃຫ້ເຮັດຜິດສິນລະທຳທາງເພດ. ບາງຄົນອາດຕ້ອງຕໍ່ສູ້ກັບຄວາມຕ້ອງການທີ່ຈະເຮັດສິ່ງທີ່ບໍ່ສະອາດ ເຊັ່ນ: ການສະໜອງຄວາມຕ້ອງການທາງເພດດ້ວຍໂຕເອງຫຼືການເບິ່ງສື່ລາມົກ. ບາງຄົນອາດຕ້ອງຕໍ່ສູ້ກັບການຢ້ານຄົນ ການເປັນຄົນຍິ່ງ ໃຈຮ້າຍງ່າຍ ຫຼືເລື່ອງອື່ນໆ. ຍ້ອນແນວນີ້ເຮົາຈຶ່ງເຂົ້າໃຈເຫດຜົນທີ່ຢາໂກໂບເວົ້າວ່າ: “ທຸກຄົນຖືກທົດສອບເມື່ອຄວາມຕ້ອງການຂອງໂຕເອງຊັກຈູງແລະລໍ້ລວງລາວ.”—ຢກບ. 1:14
6. ເຮົາຕ້ອງສັດຊື່ໃນເລື່ອງໃດ?
6 ເຈົ້າຮູ້ບໍວ່າອັນໃດແມ່ນຈຸດອ່ອນທີ່ສຸດຂອງເຈົ້າທີ່ເຮັດໃຫ້ເຈົ້າຖືກລໍ້ໃຈໄດ້ງ່າຍ? ມັນບໍ່ດີທີ່ເຮົາຈະຕົວະໂຕເອງແລະຄິດວ່າເຮົາບໍ່ມີຈຸດອ່ອນຫຍັງເລີຍ ຫຼືຄິດວ່າເຮົາເຂັ້ມແຂງຢູ່ແລ້ວ ເຮົາບໍ່ມີທາງເຮັດຜິດດອກ. (1ຢຮ. 1:8) ໂປໂລເວົ້າວ່າ ແມ່ນແຕ່ “ຄົນທີ່ໄດ້ຮັບການຊີ້ນຳຈາກພະລັງບໍລິສຸດ” ກໍອາດຍອມແພ້ຕໍ່ການລໍ້ໃຈໄດ້ຖ້າລາວບໍ່ເຝົ້າລະວັງຢູ່ສະເໝີ. (ຄລຕ. 6:1) ເຮົາຕ້ອງສັດຊື່ຕໍ່ໂຕເອງແລະຕ້ອງຮູ້ວ່າເຮົາມີຈຸດອ່ອນຫຍັງແດ່.—2ກຣ. 13:5
7. ເຮົາຕ້ອງລະວັງເລື່ອງໃດເປັນພິເສດ? ຂໍໃຫ້ຍົກຕົວຢ່າງ.
7 ເມື່ອເຮົາຮູ້ວ່າອັນໃດແມ່ນຈຸດອ່ອນທີ່ສຸດຂອງເຮົາ ເຮົາຄວນເຮັດແນວໃດ? ເຮົາຕ້ອງພະຍາຍາມຕ້ານທານມັນໃຫ້ໄດ້! ເພື່ອເປັນຕົວຢ່າງ ໃນສະໄໝທີ່ຂຽນຄຳພີໄບເບິນ ສ່ວນທີ່ເປັນຈຸດອ່ອນທີ່ສຸດຂອງເມືອງແມ່ນປະຕູເມືອງ. ຍ້ອນແນວນີ້ຈຶ່ງຕ້ອງມີທະຫານຍາມຫຼາຍຄົນເຝົ້າຢູ່ຫັ້ນ. ຄ້າຍຄືກັນ ຖ້າເຮົາຮູ້ວ່າຈຸດອ່ອນຂອງເຮົາແມ່ນຫຍັງ ເຮົາກໍຕ້ອງລະວັງເປັນພິເສດ.—1ກຣ. 9:27
ເຮົາຈະເຝົ້າລະວັງແນວໃດ?
8-9. ຊາຍໜຸ່ມທີ່ເວົ້າເຖິງໃນສຸພາສິດບົດ 7 ສາມາດຫຼີກລ່ຽງການເຮັດຜິດຮ້າຍແຮງໄດ້ແນວໃດ? (ສຸພາສິດ 7:8, 9, 13, 14, 21)
8 ເຮົາຈະເຝົ້າລະວັງແນວໃດ? ໃຫ້ເຮົາມາເບິ່ງຕົວຢ່າງຂອງຊາຍໜຸ່ມທີ່ເວົ້າເຖິງໃນສຸພາສິດບົດ 7 ແລະເບິ່ງວ່າເຮົາໄດ້ບົດຮຽນຫຍັງ. ຊາຍໜຸ່ມຜູ້ນີ້ເຮັດຜິດສິນລະທຳທາງເພດກັບຜູ້ຍິງທີ່ຜິດສິນລະທຳ. ຂໍ້ 22 ບອກວ່າ ຊາຍໜຸ່ມກໍຍ່າງໄປນຳຜູ້ຍິງຄົນນັ້ນ. ເບິ່ງຄືວ່າລາວຕິດກັບດັກທັນທີແລະໄວຫຼາຍ ແຕ່ແວດບົດຂອງບົດນີ້ເຮັດໃຫ້ເຮົາຮູ້ວ່າຊາຍໜຸ່ມຜູ້ນີ້ເຮັດຫຼາຍຢ່າງທີ່ບໍ່ສະຫຼາດຈົນພາໄປສູ່ການເຮັດຜິດ.
9 ຊາຍໜຸ່ມຜູ້ນີ້ໄດ້ເຮັດຫຍັງ? ກ່ອນລາວເຮັດຜິດຮ້າຍແຮງ ທຳອິດໃນຕອນແລງໃກ້ຊິຄ່ຳ “ລາວຍ່າງໄປທາງແຍກທີ່ຢູ່ໃກ້ເຮືອນຂອງຜູ້ຍິງ [ທີ່ເຮັດຜິດສິນລະທຳ].” (ອ່ານສຸພາສິດ 7:8, 9) ຈາກນັ້ນ ລາວກໍຍ່າງໄປຫາເຮືອນຜູ້ຍິງຄົນນັ້ນ. ເມື່ອເຫັນຜູ້ຍິງຄົນນັ້ນ ລາວບໍ່ໄດ້ຍ່າງໜີ ແຕ່ລາວປ່ອຍໃຫ້ຜູ້ຍິງຄົນນັ້ນຈູບແລະຟັງຕອນທີ່ຜູ້ຍິງຄົນນັ້ນເວົ້າວ່າເອົາເຄື່ອງບູຊາເພື່ອສ້າງຄວາມສະຫງົບສຸກໄປໃຫ້ພະເຈົ້າ. ຜູ້ຍິງຄົນນັ້ນເວົ້າແບບນີ້ອາດເປັນຍ້ອນວ່າຢາກໃຫ້ຊາຍໜຸ່ມຄິດວ່າລາວບໍ່ແມ່ນຜູ້ຍິງທີ່ບໍ່ດີ. (ອ່ານສຸພາສິດ 7:13, 14, 21) ຖ້າຊາຍໜຸ່ມຫຼີກລ່ຽງສິ່ງຕ່າງໆທີ່ເປັນອັນຕະລາຍທີ່ຈະພາໄປສູ່ການເຮັດຜິດ ລາວຈະບໍ່ເຈິກັບການລໍ້ໃຈແລະຈະບໍ່ເຮັດຜິດ.
10. ຄົນເຮົາອາດເຮັດຜິດແບບດຽວກັບຊາຍໜຸ່ມທີ່ເວົ້າເຖິງໃນສຸພາສິດບົດ 7 ແນວໃດ?
10 ຕົວຢ່າງນີ້ເຮັດໃຫ້ເຫັນວ່າເລື່ອງນີ້ອາດເກີດຂຶ້ນໄດ້ກັບຜູ້ຮັບໃຊ້ຂອງພະເຢໂຫວາທຸກຄົນ. ຄົນເຮົາອາດເຮັດຜິດຮ້າຍແຮງແລະຮູ້ສຶກວ່າທຸກຢ່າງເກີດຂຶ້ນທັນທີຫຼືເກີດຂຶ້ນໄວຫຼາຍໂດຍບໍ່ທັນຕັ້ງໂຕ. ແຕ່ຖ້າລາວຄິດດີໆ ລາວກໍອາດຈະເຫັນວ່າໂຕເອງຕັດສິນໃຈເຮັດສິ່ງທີ່ບໍ່ສະຫຼາດຫຼາຍຢ່າງທີ່ພາໄປສູ່ການເຮັດຜິດ ເຊັ່ນ: ລາວອາດຫຼິ້ນນຳໝູ່ທີ່ບໍ່ດີ ເບິ່ງຄວາມບັນເທີງທີ່ບໍ່ເໝາະສົມ ຫຼືໄປຢູ່ບ່ອນທີ່ບໍ່ຄວນຢູ່ທັງໃນສະຖານທີ່ແທ້ໆຫຼືທາງອິນເຕີເນັດ. ບາງເທື່ອລາວອາດເຊົາອະທິດຖານ ບໍ່ອ່ານຄຳພີໄບເບິນ ບໍ່ໄປປະຊຸມ ຫຼືບໍ່ໄປປະກາດ. ຄືກັບຊາຍໜຸ່ມທີ່ເວົ້າເຖິງໃນສຸພາສິດ ສິ່ງທີ່ລາວເຮັດບໍ່ໄດ້ເກີດຂຶ້ນທັນທີ ແຕ່ມັນເກີດຂຶ້ນຫຼັງຈາກການຕັດສິນໃຈທີ່ບໍ່ສະຫຼາດຫຼາຍເທື່ອກ່ອນໜ້ານັ້ນ.
11. ເຮົາຕ້ອງເຮັດຫຍັງເພື່ອຈະບໍ່ເຮັດຜິດ?
11 ເຮົາໄດ້ບົດຮຽນຫຍັງ? ເຮົາຕ້ອງລະວັງທີ່ຈະບໍ່ເຮັດຜິດເທົ່ານັ້ນ ແຕ່ເຮົາຕ້ອງລະວັງສິ່ງທີ່ອາດພາໄປສູ່ການເຮັດຜິດນຳ. ໂຊໂລໂມນເວົ້າເຖິງເລື່ອງນີ້ຫຼັງຈາກທີ່ລາວເວົ້າເຖິງສິ່ງທີ່ເກີດຂຶ້ນກັບຊາຍໜຸ່ມຜູ້ນັ້ນ. ໂຊໂລໂມນແນະນຳວ່າ: “ຢ່ານຳລາວໄປຕາມບ່ອນຕ່າງໆ.” (ສພສ. 7:25) ລາວຍັງບອກອີກວ່າ: “ໃຫ້ຢູ່ຫ່າງໆຈາກຜູ້ຍິງແບບນັ້ນ ແລະຢ່າເຂົ້າໄປໃກ້ທາງເຂົ້າເຮືອນຂອງລາວ.” (ສພສ. 5:3, 8) ເຮົາຈະບໍ່ເຮັດຜິດຖ້າເຮົາຫຼີກລ່ຽງສະຖານະການແລະສິ່ງທີ່ຈະພາເຮົາໄປສູ່ການເຮັດຜິດ.a ນີ້ໝາຍຄວາມວ່າເຖິງວ່າບາງສິ່ງມັນບໍ່ຜິດສຳລັບຄລິດສະຕຽນ ເຮົາຈະບໍ່ເຮັດຖ້າເຮົາຮູ້ວ່າມັນຈະລໍ້ໃຈເຮົາແລະພາເຮົາໄປສູ່ການເຮັດຜິດ.—ມທ. 5:29, 30
12. ໂຢບຕັ້ງໃຈທີ່ຈະເຮັດຫຍັງ ແລະສິ່ງນັ້ນຊ່ວຍລາວແນວໃດໃຫ້ຕ້ານທານການລໍ້ໃຈ? (ໂຢບ 31:1)
12 ເພື່ອຫຼີກລ່ຽງສະຖານະການທີ່ພາໄປສູ່ການເຮັດຜິດ ເຮົາຕ້ອງຕັ້ງໃຈແທ້ໆທີ່ຈະລະວັງໂຕ. ໂຢບໄດ້ເຮັດແບບນີ້. ລາວເວົ້າວ່າ: “ຂ້ອຍເຮັດສັນຍາກັບຕາຂອງຂ້ອຍໄວ້ແລ້ວວ່າ ຂ້ອຍຈະບໍ່ເບິ່ງຜູ້ຍິງຄົນອື່ນ” ດ້ວຍຄວາມຮູ້ສຶກທາງເພດ. (ອ່ານໂຢບ 31:1, ໄຂເງື່ອນ) ການຍຶດໝັ້ນກັບສິ່ງທີ່ລາວຕັ້ງໃຈໄວ້ຊ່ວຍລາວບໍ່ໃຫ້ຕົກຢູ່ໃນສະຖານະການທີ່ສ່ຽງຕໍ່ການຫຼິ້ນຊູ້. ເຮົາກໍຄວນຕັ້ງໃຈແທ້ໆທີ່ຈະຫຼີກລ່ຽງສິ່ງໃດກໍຕາມທີ່ອາດພາໄປສູ່ການລໍ້ໃຈ.
13. ເປັນຫຍັງເຮົາຕ້ອງລະວັງຄວາມຄິດຂອງເຮົາ? (ເບິ່ງຮູບນຳ)
13 ເຮົາຕ້ອງລະວັງຄວາມຄິດຂອງເຮົານຳ. (ອພຍ. 20:17) ບາງຄົນຄິດວ່າການຄິດເຖິງຄວາມຕ້ອງການທີ່ຜິດໆບໍ່ເປັນຫຍັງດອກຖ້າເຮົາບໍ່ໄດ້ເຮັດແທ້. ແຕ່ການຄິດແບບນີ້ບໍ່ຖືກ. ແຮ່ງເຮົາຄິດເຖິງແຕ່ການເຮັດຜິດ ມັນກໍແຮ່ງກະຕຸ້ນເຮົາໃຫ້ຢາກເຮັດສິ່ງນັ້ນ. ຖ້າຄິດແບບນີ້ ລາວກໍກຳລັງສ້າງການລໍ້ໃຈທີ່ເຮັດໃຫ້ຕ້ານທານໄດ້ຍາກ. ແມ່ນຢູ່ວ່າບາງເທື່ອຄວາມຄິດທີ່ບໍ່ດີອາດໂປໂລຂຶ້ນມາ ແຕ່ເມື່ອເປັນແບບນັ້ນສິ່ງສຳຄັນແມ່ນເຮົາຕ້ອງຟ້າວກຳຈັດຄວາມຄິດທີ່ບໍ່ດີນັ້ນອອກໄປທັນທີແລະຄິດເຖິງເລື່ອງທີ່ດີແທນ. ເມື່ອເຮັດຈັ່ງຊັ້ນ ເຮົາກໍຈະປ້ອງກັນບໍ່ໃຫ້ຄວາມຕ້ອງການທີ່ຜິດໆມີຫຼາຍຂຶ້ນໃນຫົວໃຈຈົນຕ້ານທານໄດ້ຍາກແລະໃນທີ່ສຸດອາດເຮັດໃຫ້ເຮົາເຮັດຜິດຮ້າຍແຮງ.—ຟລປ. 4:8; ກລຊ. 3:2; ຢກບ. 1:13-15
ເຮົາຕ້ອງຫຼີກລ່ຽງສິ່ງໃດກໍຕາມທີ່ອາດພາເຮົາໄປສູ່ການລໍ້ໃຈ (ເບິ່ງຂໍ້ 13)
14. ເຮົາຕ້ອງເຮັດຫຍັງອີກເພື່ອຈະຕ້ານທານການລໍ້ໃຈໄດ້?
14 ເຮົາຕ້ອງເຮັດຫຍັງອີກເພື່ອຈະຕ້ານທານການລໍ້ໃຈໄດ້? ເຮົາຕ້ອງໝັ້ນໃຈແທ້ໆວ່າການເຊື່ອຟັງກົດໝາຍຂອງພະເຢໂຫວາເປັນປະໂຫຍດສຳລັບເຮົາສະເໝີ. ບາງເທື່ອມັນອາດບໍ່ງ່າຍທີ່ຈະຄິດແລະເຮັດໃນແບບທີ່ພະເຢໂຫວາຕ້ອງການ ແຕ່ເມື່ອພະຍາຍາມເຕັມທີທີ່ຈະເຮັດໃຫ້ໄດ້ ເຮົາຈະມີຄວາມສຸກແລະມີຄວາມສະຫງົບໃຈແທ້ໆ.
15. ການປູກຝັງຄວາມຕ້ອງການທີ່ຈະເຮັດສິ່ງທີ່ຖືກຕ້ອງຊ່ວຍເຮົາແນວໃດໃຫ້ຕ້ານທານການລໍ້ໃຈໄດ້?
15 ເຮົາຕ້ອງປູກຝັງຄວາມຕ້ອງການທີ່ຈະເຮັດສິ່ງທີ່ຖືກຕ້ອງ. ຖ້າເຮົາຮຽນຮູ້ທີ່ຈະ “ຮັກແນວດີໆແລະຊັງແນວຊົ່ວໆ” ເຮົາກໍແຮ່ງຈະມີຄວາມຕັ້ງໃຈຫຼາຍຂຶ້ນທີ່ຈະເຮັດສິ່ງທີ່ຖືກຕ້ອງແລະຫຼີກລ່ຽງສະຖານະການທີ່ພາໄປສູ່ການເຮັດຜິດ. (ອມ. 5:15) ນອກຈາກນັ້ນ ຖ້າເຮົາມີຄວາມຕ້ອງການທີ່ຈະເຮັດສິ່ງທີ່ຖືກຕ້ອງ ມັນຈະຊ່ວຍເຮົາໃຫ້ເຂັ້ມແຂງແລະຕ້ານທານໄດ້ຕອນທີ່ເຮົາເຈິການລໍ້ໃຈແບບບໍ່ຄາດຄິດ.
16. ການເຮັດສິ່ງທີ່ເສີມຄວາມເຊື່ອຊ່ວຍເຮົາແນວໃດໃຫ້ເຝົ້າລະວັງຢູ່ສະເໝີ? (ເບິ່ງຮູບນຳ)
16 ເຮົາຈະປູກຝັງຄວາມຕ້ອງການທີ່ຈະເຮັດສິ່ງທີ່ຖືກຕ້ອງໄດ້ແນວໃດ? ໂດຍຈົດຈໍ່ຢູ່ກັບສິ່ງທີ່ເສີມຄວາມເຊື່ອ. ຕອນທີ່ເຮົາໄປປະຊຸມຫຼືໄປປະກາດ ເຮົາຈະບໍ່ຖືກລໍ້ໃຈໄດ້ງ່າຍໆໃຫ້ເຮັດຜິດ ແຕ່ເຮົາແຮ່ງຢາກຈະເຮັດສິ່ງທີ່ພະເຢໂຫວາພໍໃຈ. (ມທ. 28:19, 20; ຮຣ. 10:24, 25) ການອ່ານ ການຄົ້ນຄວ້າຄຳພີໄບເບິນ ແລະການຄິດຕຶກຕອງແຮ່ງຈະເຮັດໃຫ້ເຮົາຮັກແນວດີໆແລະຊັງແນວຊົ່ວໆ. (ຢຊ. 1:8; ພສ. 1:2, 3; 119:97, 101) ໃຫ້ຈື່ສິ່ງທີ່ພະເຢຊູບອກພວກລູກສິດຂອງເພິ່ນທີ່ວ່າ: “ອະທິດຖານຢູ່ເລື້ອຍໆເພື່ອພວກເຈົ້າຈະບໍ່ຍອມແພ້ເມື່ອຖືກທົດສອບ.” (ມທ. 26:41) ເມື່ອໃຊ້ເວລາອະທິດຖານຫາພະເຢໂຫວາ ເຮົາກໍເປີດໂອກາດໃຫ້ເພິ່ນຊ່ວຍເຮົາໃຫ້ຕັ້ງໃຈຫຼາຍຂຶ້ນທີ່ຈະເຮັດສິ່ງທີ່ເພິ່ນພໍໃຈ.—ຢກບ. 4:8
ການເຮັດສິ່ງທີ່ເສີມຄວາມເຊື່ອເປັນປະຈຳຊ່ວຍເຮົາໃຫ້ເຂັ້ມແຂງແລະຕ້ານທານການລໍ້ໃຈໄດ້ (ເບິ່ງຂໍ້ 16)b
ໃຫ້ເຝົ້າລະວັງຢູ່ສະເໝີ
17. ເປໂຕມີຈຸດອ່ອນຫຍັງທີ່ລາວຕ້ອງສູ້ກັບມັນຕໍ່ໆໄປ?
17 ເຮົາອາດເອົາຊະນະຈຸດອ່ອນບາງຢ່າງໄດ້ແລ້ວ ແຕ່ກໍອາດມີຈຸດອ່ອນບາງຢ່າງທີ່ເຮົາຕ້ອງສູ້ກັບມັນຕໍ່ໆໄປ. ໃຫ້ເບິ່ງຕົວຢ່າງຂອງເປໂຕ. ຍ້ອນຢ້ານຄົນ ລາວຈຶ່ງປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກພະເຢຊູ. (ມທ. 26:69-75) ແຕ່ຕໍ່ມາ ເບິ່ງຄືວ່າເປໂຕສາມາດເອົາຊະນະການຢ້ານຄົນໄດ້ແລ້ວ ຍ້ອນລາວສາມາດເວົ້າຕໍ່ໜ້າສານຊັນເຮດຣິນຢ່າງກ້າຫານ. (ກຈກ. 5:27-29) ຫຼາຍປີຕໍ່ມາ ລາວໄດ້ເຊົາກິນເຂົ້າກັບຄລິດສະຕຽນທີ່ເປັນຄົນຕ່າງຊາດຍ້ອນ “ຢ້ານຄົນ . . . ທີ່ສົ່ງເສີມການຮັບສິນຕັດ” ເຊິ່ງກໍຄືຄລິດສະຕຽນທີ່ເປັນຄົນຢິວ. (ຄລຕ. 2:11, 12) ເຫັນໄດ້ແຈ້ງວ່າເປໂຕກັບມາຢ້ານຄົນອີກ. ອາດເປັນໄປໄດ້ທີ່ລາວຍັງບໍ່ທັນເອົາຊະນະຈຸດອ່ອນນີ້ໄດ້ແທ້ໆ.
18. ອາດເກີດຫຍັງຂຶ້ນກັບຈຸດອ່ອນບາງຢ່າງຂອງເຮົາ?
18 ເຮົາກໍອາດເປັນຄືກັບເປໂຕ. ບາງເທື່ອຈຸດອ່ອນບາງຢ່າງທີ່ເຮົາຄິດວ່າເອົາຊະນະໄດ້ແລ້ວອາດກັບຄືນມາອີກ. ຕົວຢ່າງເຊັ່ນ: ພີ່ນ້ອງຊາຍຄົນໜຶ່ງຍອມຮັບວ່າ: “ຂ້ອຍເຊົາເບິ່ງສື່ລາມົກໄດ້ 10 ປີແລ້ວ ແລະໝັ້ນໃຈວ່າຂ້ອຍບໍ່ມີບັນຫາໃນເລື່ອງນີ້ແລ້ວ. ທີ່ຈິງ ຄວາມຮູ້ສຶກຢາກເບິ່ງສື່ລາມົກເປັນຄືກັບສັດຮ້າຍທີ່ຈອບຢູ່ແລະຖ້າຄຸບເຫຍື່ອໃນເວລາທີ່ເໝາະສົມທີ່ສຸດ.” ເປັນຕາຊົມເຊີຍທີ່ພີ່ນ້ອງຜູ້ນີ້ບໍ່ຍອມແພ້. ລາວຮູ້ວ່າລາວຕ້ອງຕໍ່ສູ້ກັບຈຸດອ່ອນນີ້ທຸກມື້ ແລະລາວອາດຕ້ອງຕໍ່ສູ້ກັບມັນຕະຫຼອດຊີວິດຈົນກວ່າໂລກຂອງຊາຕານຈະເຖິງຈຸດຈົບ. ລາວລະວັງຫຼາຍຂຶ້ນທີ່ຈະຢູ່ໄກໆຈາກສື່ລາມົກ. ຜູ້ເບິ່ງແຍງໃນປະຊາຄົມແລະເມຍຂອງລາວໄດ້ຊ່ວຍລາວຫຼາຍ.
19. ເຮົາຄວນເຮັດແນວໃດຖ້າເຮົາມີຈຸດອ່ອນບາງຢ່າງທີ່ຍັງເອົາຊະນະບໍ່ໄດ້?
19 ເຮົາຄວນເຮັດແນວໃດຖ້າເຮົາມີຈຸດອ່ອນບາງຢ່າງທີ່ຍັງເອົາຊະນະບໍ່ໄດ້? ເຮົາຕ້ອງເຮັດຕາມຄຳແນະນຳຂອງພະເຢຊູທີ່ໃຫ້ຕ້ານທານການລໍ້ໃຈ. ເພິ່ນບອກວ່າ: “ເຝົ້າລະວັງຢູ່ສະເໝີ.” ແມ່ນແຕ່ຕອນທີ່ເຈົ້າຄິດວ່າໂຕເອງເຂັ້ມແຂງ ໃຫ້ພະຍາຍາມເຕັມທີທີ່ຈະຫຼີກລ່ຽງສິ່ງທີ່ຈະພາເຈົ້າໄປສູ່ການລໍ້ໃຈ. (1ກຣ. 10:12) ຢ່າເຊົາເຮັດສິ່ງທີ່ຊ່ວຍເຈົ້າໃຫ້ເອົາຊະນະຈຸດອ່ອນຂອງໂຕເອງໄດ້. ສຸພາສິດ 28:14 ບອກວ່າ: “ຄົນທີ່ລະວັງການກະທຳຂອງໂຕເອງສະເໝີກໍມີຄວາມສຸກ.”—2ປຕ. 3:14
ລາງວັນສຳລັບຄົນທີ່ເຝົ້າລະວັງຢູ່ສະເໝີ
20-21. (ກ) ຖ້າເຮົາເຝົ້າລະວັງຢູ່ສະເໝີເພື່ອຕ້ານທານການລໍ້ໃຈ ເຮົາຈະໄດ້ຮັບລາງວັນຫຍັງ? (ຂ) ຖ້າເຮົາເຮັດສ່ວນຂອງເຮົາ ພະເຢໂຫວາຈະຊ່ວຍເຮົາແນວໃດ? (2 ໂກຣິນໂທ 4:7)
20 ເຮົາໝັ້ນໃຈໄດ້ວ່າການເຝົ້າລະວັງຢູ່ສະເໝີເພື່ອຈະບໍ່ຍອມແພ້ເມື່ອເຈິການລໍ້ໃຈເປັນປະໂຫຍດຕໍ່ເຮົາຫຼາຍແທ້ໆ. ເມື່ອເຮັດຜິດ ເຮົາອາດ “ມ່ວນຊື່ນຊົ່ວຄາວ” ແຕ່ຖ້າເຮົາໃຊ້ຊີວິດໃນແບບທີ່ພະເຢໂຫວາພໍໃຈ ເຮົາຈະມີຄວາມສຸກຫຼາຍກວ່ານັ້ນອີກ. (ຮຣ. 11:25; ພສ. 19:8) ມັນເປັນແນວນີ້ຍ້ອນເຮົາຖືກສ້າງໃຫ້ໃຊ້ຊີວິດຕາມທີ່ພະເຢໂຫວາຕ້ອງການ. (ປຖກ. 1:27) ເມື່ອເຮົາໃຊ້ຊີວິດແບບນັ້ນ ກໍຈະບໍ່ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກຂອງເຮົາ ແລະໃນອະນາຄົດເຮົາຈະມີໂອກາດມີຊີວິດຕະຫຼອດໄປ.—1ຕມ. 6:12; 2ຕມ. 1:3; ຢດ. 20, 21
21 ແມ່ນຢູ່ວ່າ “ຮ່າງກາຍ . . . ອ່ອນແອ” ແຕ່ກໍບໍ່ໄດ້ໝາຍຄວາມວ່າເຮົາຈະເອົາຊະນະຈຸດອ່ອນຂອງໂຕເອງບໍ່ໄດ້. ພະເຢໂຫວາພ້ອມທີ່ຈະໃຫ້ກຳລັງເຮົາ. (ອ່ານ 2 ໂກຣິນໂທ 4:7) ໃຫ້ຈື່ໄວ້ວ່າເຖິງວ່າເພິ່ນໃຫ້ກຳລັງທີ່ຫຼາຍກວ່າປົກກະຕິກັບເຮົາ ແຕ່ທຳອິດເຮົາຕ້ອງເຮັດສຸດຄວາມສາມາດຂອງເຮົາກ່ອນເພື່ອຕ້ານທານການລໍ້ໃຈ. ຖ້າເຮົາເຮັດສ່ວນຂອງເຮົາ ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະຕອບຄຳອະທິດຖານໂດຍໃຫ້ເຮົາມີກຳລັງທີ່ຈຳເປັນຫຼາຍຂຶ້ນ. (1ກຣ. 10:13) ຖ້າພະເຢໂຫວາຊ່ວຍເຮົາ ເຮົາຈະຕ້ານທານການລໍ້ໃຈໄດ້ແນ່ນອນ.
ເພງທີ 47 ອະທິດຖານຕໍ່ພະເຢໂຫວາທຸກວັນ
a ສຳລັບຄົນທີ່ເຮັດຜິດຮ້າຍແຮງ ມີສິ່ງທີ່ຊ່ວຍໄດ້ໃນປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບົດທີ 57 ຂໍ້ 1-3 ແລະບົດຄວາມຊື່ “‘ເບິ່ງໄປທີ່ອະນາຄົດ’” ໃນຫໍສັງເກດການເດືອນພະຈິກ 2020 ໜ້າ 27-29 ຂໍ້ 12-17
b ຄຳອະທິບາຍຮູບ: ພີ່ນ້ອງຊາຍຄົນໜຶ່ງອ່ານຂໍ້ພະຄຳພີປະຈຳວັນຕອນເຊົ້າ ອ່ານຄຳພີໄບເບິນຕອນພັກກິນເຂົ້າສວາຍ ແລະເຂົ້າຮ່ວມປະຊຸມກາງອາທິດຕອນແລງ.