ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ສິງຫາ ໜ້າ 20-25
  • ເຈົ້າ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ຊາຕານ” ຢາກ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?
  • ຄວາມ​ບໍ່​ສົມບູນແບບ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?
  • ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ?
  • “ໃຫ້​ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ”
  • ໃຫ້​ເຝົ້າ​ລະວັງ​ຢູ່​ສະເໝີ​ເພື່ອ​ຈະ​ບໍ່​ຍອມແພ້​ເມື່ອ​ເຈິ​ການ​ລໍ້ໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ສິງຫາ ໜ້າ 20-25

ບົດ​ຄວາມ​ສຶກສາ​ທີ 35

ເພງ​ທີ 121 ເຮົາ​ຕ້ອງ​ຄວບຄຸມ​ຕົວເອງ

ເຈົ້າ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້

“ຢ່າ​ໃຫ້​ບາບ​ມີ​ອຳນາດ​ຄວບຄຸມ​ຊີວິດ​ຂອງ​ພວກ​ເຈົ້າ ແລະ​ຢ່າ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ຕາຍ​ໄດ້​ຂອງ​ພວກ​ເຈົ້າ.”—ຣມ. 6:12

ຈຸດ​ສຳຄັນ

ເພື່ອ​ຊ່ວຍ​ເຮົາ​ບໍ່​ໃຫ້​ທໍ້ໃຈ​ເມື່ອ​ມີ​ຄວາມ​ຕ້ອງການ​ທີ່​ຜິດໆ​ແລະ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ຕ້ານ​ທານ​ການ​ລໍ້ໃຈ.

1. ເຮົາ​ທຸກ​ຄົນ​ຕ້ອງ​ຕໍ່ສູ້​ກັບ​ຫຍັງ?

ເຈົ້າ​ເຄີຍ​ຢາກ​ເຮັດ​ຫຍັງ​ບາງ​ຢ່າງ​ເອົາ​ແທ້​ເອົາ​ວ່າ​ບໍ​ທັງໆ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ມັກ​ສິ່ງ​ນັ້ນ? ຖ້າ​ແມ່ນ​ກໍ​ຢ່າ​ຟ້າວ​ຄິດ​ວ່າ​ເຈົ້າ​ກຳລັງ​ເຈິ​ການ​ທົດສອບ​ທີ່​ໜັກ​ກວ່າ​ຄົນ​ອື່ນ. ຄຳພີ​ໄບເບິນ​ບອກ​ວ່າ: “ການ​ລໍ້ໃຈ​ອັນ​ໃດ​ກໍ​ຕາມ​ທີ່​ເກີດຂຶ້ນ​ກັບ​ເຈົ້າ​ກໍ​ເຄີຍ​ເກີດຂຶ້ນ​ກັບ​ຄົນ​ອື່ນ​ມາ​ແລ້ວ.” (1ກຣ. 10:13) ນີ້​ໝາຍ​ຄວາມ​ວ່າ​ບໍ່​ວ່າ​ເຈົ້າ​ກຳລັງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ແບບ​ໃດ​ກໍ​ຕາມ ຄົນ​ອື່ນ​ກໍ​ກຳລັງ​ຕໍ່ສູ້​ຄື​ກັນ. ເຈົ້າ​ບໍ່​ໄດ້​ຕໍ່ສູ້​ຄົນ​ດຽວ ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ ແລະ​ເຈົ້າ​ຈະ​ເອົາ​ຊະນະ​ມັນ​ໄດ້.

2. ການ​ລໍ້ໃຈ​ແບບ​ໃດ​ແດ່​ທີ່​ພີ່ນ້ອງ​ແລະ​ນັກສຶກສາ​ຄຳພີ​ໄບເບິນ​ບາງ​ຄົນ​ກຳລັງ​ຕໍ່ສູ້​ຢູ່? (ເບິ່ງ​ຮູບ​ນຳ)

2 ຄຳພີ​ໄບເບິນ​ຍັງ​ບອກ​ວ່າ: “ທຸກ​ຄົນ​ຖືກ​ທົດສອບ​ເມື່ອ​ຄວາມ​ຕ້ອງການ​ຂອງ​ໂຕເອງ​ຊັກ​ຈູງ​ແລະ​ລໍ້ລວງ​ລາວ.” (ຢກບ. 1:14) ຂໍ້​ຄຳພີ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ແຕ່​ລະ​ຄົນ​ອາດ​ເຈິ​ການ​ລໍ້ໃຈ​ໃນ​ແບບ​ທີ່​ແຕກຕ່າງ​ກັນ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ບາງ​ຄົນ​ອາດ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ເພດ​ກົງ​ກັນ​ຂ້າມ. ສ່ວນ​ບາງ​ຄົນ​ອາດ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ເພດ​ດຽວ​ກັນ. ຄົນ​ທີ່​ເຊົາ​ເບິ່ງ​ສື່​ລາມົກ​ອາດ​ມີ​ຄວາມ​ຕ້ອງການ​ຢາກ​ກັບ​ໄປ​ເບິ່ງ​ອີກ. ຄົນ​ທີ່​ເຄີຍ​ໃຊ້​ຢາເສບຕິດ​ຫຼື​ຕິດ​ເຫຼົ້າ​ອາດ​ຖືກ​ລໍ້ໃຈ​ໃຫ້​ກັບ​ໄປ​ເຮັດ​ແບບ​ເກົ່າ​ອີກ. ຄວາມ​ຕ້ອງການ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່​ພີ່ນ້ອງ​ແລະ​ນັກສຶກສາ​ຄຳພີ​ໄບເບິນ​ບາງ​ຄົນ​ກຳລັງ​ຕໍ່ສູ້​ຢູ່. ບາງ​ເທື່ອ​ພວກ​ເຮົາ​ທຸກ​ຄົນ​ອາດ​ຮູ້ສຶກ​ຄື​ກັບ​ໂປໂລ. ລາວ​ຂຽນ​ວ່າ: “ເມື່ອ​ຂ້ອຍ​ຢາກ​ເຮັດ​ແນວ​ທີ່​ຖືກຕ້ອງ ຂ້ອຍ​ພັດ​ຢາກ​ເຮັດ​ແນວ​ທີ່​ຊົ່ວ​ນຳ.”—ຣມ. 7:21

ເຮົາ​ອາດ​ຈະ​ຖືກ​ລໍ້ໃຈ​ໄດ້​ທຸກ​ບ່ອນ​ແລະ​ທຸກ​ເວລາ (ເບິ່ງ​ຂໍ້ 2)c


3. ເຈົ້າ​ອາດ​ຮູ້ສຶກ​ແນວ​ໃດ​ຖ້າ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ແບບ​ເກົ່າ​ຢູ່​ເລື້ອຍໆ?

3 ຖ້າ​ເຈົ້າ​ກຳລັງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ແບບ​ເກົ່າ​ຢູ່​ເລື້ອຍໆ ເຈົ້າ​ອາດ​ຮູ້ສຶກ​ບໍ່​ມີ​ກຳລັງ​ທີ່​ຈະ​ຕ້ານ​ທານ​ການ​ລໍ້ໃຈ​ໄດ້. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຮູ້ສຶກ​ບໍ່​ມີ​ຫວັງ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ໂລກ​ໃໝ່​ຍ້ອນ​ເຈົ້າ​ມີ​ຄວາມ​ຕ້ອງການ​ທີ່​ຜິດໆ. ແຕ່​ສິ່ງ​ທີ່​ເຈົ້າ​ຮູ້ສຶກ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. ຍ້ອນຫຍັງ? ເພື່ອ​ຈະ​ເຂົ້າໃຈ​ເຫດຜົນ ໃນ​ບົດ​ນີ້​ຈະ​ຕອບ​ຄຳ​ຖາມ 2 ຂໍ້​ຕໍ່​ໄປ​ນີ້: (1) ໃຜ​ຢາກ​ໃຫ້​ເຈົ້າ​ຮູ້ສຶກ​ບໍ່​ມີ​ກຳລັງ​ແລະ​ບໍ່​ມີ​ຫວັງ? (2) ເຈົ້າ​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້​ແນວ​ໃດ?

“ຊາຕານ” ຢາກ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

4. (ກ) ຊາຕານ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ເມື່ອ​ຖືກ​ລໍ້ໃຈ? (ຂ) ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ສາມາດ​ຕ້ານ​ທານ​ການ​ລໍ້ໃຈ​ໄດ້?

4 ຊາຕານ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ເຮົາ​ບໍ່​ມີ​ກຳລັງ​ທີ່​ຈະ​ຕ້ານ​ທານ​ການ​ລໍ້ໃຈ​ໄດ້. ພະ​ເຢຊູ​ກໍ​ຮູ້​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ສອນ​ພວກ​ລູກສິດ​ໃຫ້​ອະທິດຖານ​ວ່າ: “ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ບໍ່​ໃຫ້​ຍອມແພ້​ຕໍ່​ການ​ລໍ້ໃຈ ແລະ​ຂໍ​ພະອົງ​ປົກປ້ອງ​ພວກ​ເຮົາ​ຈາກ​ຊາຕານ.” (ມທ. 6:13) ຊາຕານ​ເວົ້າ​ວ່າ​ມະນຸດ​ຈະ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ເມື່ອ​ເຈິ​ການ​ລໍ້ໃຈ. (ໂຢບ 2:4, 5) ເປັນ​ຫຍັງ​ຊາຕານ​ຈຶ່ງ​ຄິດ​ແບບ​ນັ້ນ? ຍ້ອນ​ຊາຕານ​ເປັນ​ຜູ້​ທຳອິດ​ທີ່​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ໂຕເອງ​ແລະ​ມັນ​ຕັ້ງໃຈ​ທີ່​ຈະ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ. ມັນ​ເຊື່ອ​ວ່າ​ເຮົາ​ຈະ​ເປັນ​ຄື​ກັບ​ມັນ ນັ້ນ​ຄື​ເຮົາ​ຈະ​ປະຖິ້ມ​ພະ​ເຢໂຫວາ​ທັນທີ​ເມື່ອ​ຖືກ​ລໍ້ໃຈ. ຊາຕານ​ເຖິງຂັ້ນ​ຄິດ​ວ່າ​ມັນ​ສາມາດ​ລໍ້ລວງ​ພະ​ເຢຊູ​ທີ່​ເປັນ​ມະນຸດ​ສົມບູນແບບ​ໃຫ້​ເຮັດ​ຜິດ​ໄດ້. (ມທ. 4:8, 9) ແຕ່​ເຮົາ​ບໍ່​ມີ​ກຳລັງ​ແທ້ໆ​ບໍ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ? ບໍ່​ແມ່ນ​ແບບ​ນັ້ນ. ເຮົາ​ເຫັນດີ​ກັບ​ຄຳເວົ້າ​ຂອງ​ໂປໂລ​ທີ່​ວ່າ: “ຂ້ອຍ​ມີ​ກຳລັງ​ອົດທົນ​ໄດ້​ທຸກ​ສິ່ງ​ຍ້ອນ​ພະເຈົ້າ​ໃຫ້​ກຳລັງ​ຂ້ອຍ.”—ຟລປ. 4:13

5. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ໝັ້ນໃຈ​ວ່າ​ເຮົາ​ສາມາດ​ຕ້ານ​ທານ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້?

5 ພະ​ເຢໂຫວາ​ຄິດ​ບໍ່​ຄື​ກັບ​ຊາຕານ ເພິ່ນ​ໝັ້ນໃຈ​ວ່າ​ເຮົາ​ສາມາດ​ຕ້ານ​ທານ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້. ເຮົາ​ຮູ້​ໄດ້​ແນວ​ໃດ? ຍ້ອນ​ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ຄົນ​ກຸ່ມ​ໃຫຍ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ເພິ່ນ​ແລະ​ຈະ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ພະ​ເຢໂຫວາ​ຜູ້​ທີ່​ເວົ້າ​ຕົວະ​ບໍ່​ໄດ້​ເວົ້າ​ວ່າ​ຄົນ​ຈຳນວນ​ຫຼາຍ​ຈະ​ເຂົ້າ​ໄປ​ໃນ​ໂລກ​ໃໝ່. ຄົນ​ເຫຼົ່າ​ນີ້ “ໄດ້​ຊັກ​ເສື້ອ​ຄຸມ​ຂອງ​ໂຕເອງ​ແລະ​ເຮັດ​ໃຫ້​ຂາວ​ດ້ວຍ​ເລືອດ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ” ເຊິ່ງ​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ເບິ່ງ​ວ່າ​ຄົນ​ເຫຼົ່າ​ນີ້​ສະອາດ​ໃນ​ສາຍ​ຕາ​ຂອງ​ເພິ່ນ. (ພນມ. 7:9, 13, 14) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້.

6-7. ຊາຕານ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ​ອີກ?

6 ຊາຕານ​ບໍ່​ພຽງ​ແຕ່​ຢາກ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ກຳລັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ເທົ່າ​ນັ້ນ ແຕ່​ມັນ​ຍັງ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ຫວັງ​ນຳ. ມັນ​ຢາກ​ໃຫ້​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ເຮົາ​ເຂົ້າ​ໄປ​ຢູ່​ໃນ​ໂລກ​ໃໝ່​ຍ້ອນ​ເຮົາ​ມີ​ຄວາມ​ຕ້ອງການ​ທີ່​ຜິດໆ. ເປັນ​ຫຍັງ​ຊາຕານ​ຈຶ່ງ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ແບບ​ນັ້ນ? ຍ້ອນ​ມັນ​ບໍ່​ມີ​ຄວາມ​ຫວັງ​ແລະ​ມັນ​ຖືກ​ພະ​ເຢໂຫວາ​ຕັດສິນ​ແລ້ວ​ວ່າ​ບໍ່​ສົມຄວນ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ປຖກ. 3:15; ພນມ. 20:10) ຊາຕານ​ໃຈ​ຮ້າຍ​ຫຼາຍ​ທີ່​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ມັນ​ຈຶ່ງ​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ຄິດ​ຄື​ກັບ​ມັນ​ແລະ​ບໍ່​ມີ​ຄວາມ​ຫວັງ​ສຳລັບ​ອະນາຄົດ ແຕ່​ເຮົາ​ບໍ່​ຄື​ກັບ​ມັນ. ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ​ພະ​ເຢໂຫວາ​ຢາກ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ. ເພິ່ນ “ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບໃຈ.”—2ປຕ. 3:9

7 ຖ້າ​ເຮົາ​ເຊື່ອ​ວ່າ​ເຮົາ​ບໍ່​ມີ​ກຳລັງ​ແລະ​ບໍ່​ມີ​ຫວັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ ເຮົາ​ກໍ​ກຳລັງ​ຄິດ​ໃນ​ແບບ​ທີ່​ຊາຕານ​ຢາກ​ໃຫ້​ເຮົາ​ຄິດ. ການ​ຮູ້​ເລື່ອງ​ນີ້​ຊ່ວຍ​ເຮົາ​ໃຫ້​ຕັ້ງໃຈ​ທີ່​ຈະ​ຢືນຢັດ​ຕໍ່ສູ້​ກັບ​ມັນ.—1ປຕ. 5:8, 9

ຄວາມ​ບໍ່​ສົມບູນແບບ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

8. ນອກ​ຈາກ​ຊາຕານ​ແລ້ວ​ຍັງ​ມີ​ສິ່ງ​ໃດ​ອີກ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ກຳລັງ​ແລະ​ບໍ່​ມີ​ຫວັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້? (ເພງ​ສັນລະເສີນ 51:5) (ເບິ່ງ “ການ​ອະທິບາຍ​ຄຳສັບ” ນຳ)

8 ນອກ​ຈາກ​ຊາຕານ​ແລ້ວ​ຍັງ​ມີ​ສິ່ງ​ອື່ນ​ອີກ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ກຳລັງ​ແລະ​ບໍ່​ມີ​ຫວັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້. ສິ່ງ​ນັ້ນ​ແມ່ນ​ຫຍັງ? ສິ່ງ​ນັ້ນ​ກໍ​ຄື​ບາບ​ທີ່​ເຮົາ​ທຸກ​ຄົນ​ໄດ້​ຮັບ​ຈາກ​ພໍ່​ແມ່​ຜູ້​ທຳອິດ​ຂອງ​ເຮົາ.a—ໂຢບ 14:4; ອ່ານ​ເພງ​ສັນລະເສີນ 51:5

9-10. (ກ) ບາບ​ມີ​ຜົນ​ຕໍ່​ອາດາມ​ກັບ​ເອວາ​ແນວ​ໃດ? (ເບິ່ງ​ຮູບ​ນຳ) (ຂ) ບາບ​ມີ​ຜົນ​ຕໍ່​ເຮົາ​ແນວ​ໃດ?

9 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ບາບ​ມີ​ຜົນ​ແນວ​ໃດ​ຕໍ່​ອາດາມ​ກັບ​ເອວາ. ຫຼັງ​ຈາກ​ທີ່​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ອາດາມ​ກັບ​ເອວາ​ກໍ​ໄດ້​ໄປ​ລີ້​ແລະ​ພະຍາຍາມ​ເອົາ​ບາງ​ຢ່າງ​ປົກ​ປິດ​ຮ່າງກາຍ​ຂອງ​ໂຕເອງ. ປຶ້ມ​ການ​ເຂົ້າໃຈ​ພະຄຳພີ​ຢ່າງ​ເລິກ​ເຊິ່ງ (Insight on the Scriptures) ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້​ວ່າ: “ບາບ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ຜິດ ຢ້ານ ບໍ່​ໝັ້ນຄົງ ແລະ​ອາຍ.” ມັນ​ເປັນ​ຄື​ກັບ​ວ່າ​ອາດາມ​ແລະ​ເອວາ​ຖືກ​ຂັງ​ຢູ່​ໃນ​ເຮືອນ​ທີ່​ມີ​ແຕ່ 4 ຫ້ອງ​ເທົ່າ​ນັ້ນ. ເຂົາເຈົ້າ​ສາມາດ​ຍ້າຍ​ຈາກ​ຫ້ອງ​ໜຶ່ງ​ໄປ​ອີກ​ຫ້ອງ​ໜຶ່ງ​ໄດ້ ແຕ່​ບໍ່​ສາມາດ​ອອກ​ຈາກ​ເຮືອນ​ຫຼັງ​ນັ້ນ​ໄດ້. ເຂົາເຈົ້າ​ບໍ່​ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ບາບ​ໄດ້.

10 ເຮົາ​ບໍ່​ຄື​ກັບ​ອາດາມ​ແລະ​ເອວາ ເຮົາ​ມີ​ຄ່າໄຖ່​ທີ່​ສາມາດ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ການ​ຍົກໂທດ​ແລະ​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ. (1ກຣ. 6:11) ເຖິງ​ເຮົາ​ຈະ​ມີ​ຄ່າໄຖ່​ຊ່ວຍ ແຕ່​ເຮົາ​ກໍ​ຍັງ​ມີ​ບາບ​ຢູ່. ສະນັ້ນ​ຈຶ່ງ​ບໍ່​ແປກ​ທີ່​ເຮົາ​ຈະ​ຮູ້ສຶກ​ຜິດ ຢ້ານ ບໍ່​ໝັ້ນຄົງ ແລະ​ອາຍ. ທີ່​ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ບາບ​ຍັງ​ຄວບຄຸມ​ມະນຸດ​ທຸກ​ຄົນ​ຢູ່ “ເຖິງ​ວ່າ​ເຂົາເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ຄື​ອາດາມ.” (ຣມ. 5:14) ເຖິງ​ວ່າ​ຄວາມ​ຈິງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ທໍ້ໃຈ ແຕ່​ເຮົາ​ກໍ​ບໍ່​ຄວນ​ໃຫ້​ມັນ​ມາ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ບໍ່​ມີ​ກຳລັງ​ແລະ​ບໍ່​ມີ​ຫວັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ. ເຮົາ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ເຫຼົ່າ​ນີ້​ໄດ້. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ອາດາມ​ກັບ​ເອວາ​ອອກ​ຈາກ​ສວນ​ເອເດັນ​ດ້ວຍ​ຄວາມ​ຮູ້ສຶກ​ອາຍ. ເຂົາເຈົ້າ​ນຸ່ງ​ເຄື່ອງ​ທີ່​ເຮັດ​ຈາກ​ໜັງ​ສັດ.

ຫຼັງ​ຈາກ​ທີ່​ອາດາມ​ກັບ​ເອວາ​ເຮັດ​ບາບ ເຂົາເຈົ້າ​ກໍ​ຮູ້ສຶກ​ຜິດ ຢ້ານ ບໍ່​ໝັ້ນຄົງ ແລະ​ອາຍ (ເບິ່ງ​ຂໍ້ 9)


11. ຖ້າ​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ກຳລັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ ໂຣມ 6:12 ສອນ​ຫຍັງ​ເຮົາ?

11 ຍ້ອນ​ເຮົາ​ເປັນ​ຄົນ​ບາບ ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ບໍ່​ມີ​ກຳລັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້. ມັນ​ເປັນ​ຄື​ກັບ​ວ່າ​ມີ​ສຽງ​ທີ່​ຢູ່​ໃນ​ໂຕ​ເຮົາ​ບອກ​ເຮົາ​ວ່າ ເຮົາ​ບໍ່​ມີ​ທາງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້. ແຕ່​ເຮົາ​ຕ້ອງ​ບໍ່​ຟັງ​ສຽງ​ນັ້ນ. ຍ້ອນຫຍັງ? ຍ້ອນ​ຄຳພີ​ໄບເບິນ​ສອນ​ວ່າ​ເຮົາ​ບໍ່​ຕ້ອງ​ໃຫ້​ບາບ “ມີ​ອຳນາດ​ຄວບຄຸມ” ຊີວິດ​ເຮົາ. (ອ່ານ​ໂຣມ 6:12) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ສາມາດ​ເລືອກ​ທີ່​ຈະ​ບໍ່​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້. (ຄລຕ. 5:16) ພະ​ເຢໂຫວາ​ໝັ້ນໃຈ​ວ່າ​ເຮົາ​ສາມາດ​ຕ້ານ​ທານ​ການ​ລໍ້ໃຈ​ໄດ້ ຄັນບໍ່ຊັ້ນ​ເພິ່ນ​ກໍ​ບໍ່​ບອກ​ໃຫ້​ເຮົາ​ເຮັດ​ແບບ​ນັ້ນ. (ພບຍ. 30:11-14; ຣມ. 6:6; 1ທຊ. 4:3) ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ມີ​ກຳລັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້.

12. ເຮົາ​ຄວນ​ເຮັດ​ແນວ​ໃດ​ຕອນ​ທີ່​ຮູ້ສຶກ​ບໍ່​ມີ​ຫວັງ ແລະ​ຍ້ອນຫຍັງ?

12 ຄ້າຍຄື​ກັນ ຕອນ​ທີ່​ເຮົາ​ຮູ້ສຶກ​ບໍ່​ມີ​ຫວັງ ມັນ​ເປັນ​ຄື​ກັບ​ວ່າ​ມີ​ສຽງ​ທີ່​ຢູ່​ໃນ​ໂຕ​ເຮົາ​ບອກ​ເຮົາ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ເຮົາ​ເຂົ້າ​ໄປ​ໃນ​ໂລກ​ໃໝ່​ຍ້ອນ​ເຮົາ​ມີ​ຄວາມ​ຕ້ອງການ​ທີ່​ຜິດໆ. ແຕ່​ເຮົາ​ຕ້ອງ​ບໍ່​ຟັງ​ສຽງ​ນັ້ນ. ຍ້ອນຫຍັງ? ຍ້ອນ​ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຢໂຫວາ​ເຂົ້າໃຈ​ວ່າ​ເຮົາ​ເປັນ​ຄົນ​ບາບ. (ພສ. 103:13, 14) ເພິ່ນ “ຮູ້​ທຸກ​ສິ່ງ” ກ່ຽວກັບ​ເຮົາ​ລວມ​ທັງ​ຮູ້​ວ່າ​ບາບ​ທີ່​ເຮົາ​ໄດ້​ຮັບ​ມາ​ເຮັດ​ໃຫ້​ເຮົາ​ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ຜິດ. (1ຢຮ. 3:19, 20) ຖ້າ​ເຮົາ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຢາກ​ຈະ​ເຮັດ​ຜິດ​ແລະ​ບໍ່​ເຮັດ​ຕາມ​ຄວາມ​ຕ້ອງການ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ເບິ່ງ​ວ່າ​ເຮົາ​ເປັນ​ຄົນ​ສະອາດ. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ແບບ​ນັ້ນ?

13-14. ພຽງ​ແຕ່​ມີ​ຄວາມ​ຕ້ອງການ​ທີ່​ຜິດໆ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍໃຈ​ແລ້ວ​ບໍ? ຂໍ​ໃຫ້​ອະທິບາຍ.

13 ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ການ​ມີ​ຄວາມ​ຕ້ອງ​ທີ່​ຜິດໆ​ກັບ​ການ​ລົງມື​ເຮັດ​ຕາມ​ຄວາມ​ຕ້ອງການ​ນັ້ນ. ບາງ​ທີ​ຄວາມ​ຕ້ອງການ​ທີ່​ຜິດໆ​ອາດ​ເກີດຂຶ້ນ​ໄດ້​ໂດຍ​ທີ່​ເຮົາ​ບໍ່​ຕັ້ງໃຈ ແຕ່​ເຮົາ​ສາມາດ​ຄວບຄຸມ​ໂຕເອງ​ບໍ່​ໃຫ້​ລົງມື​ເຮັດ​ຜິດ​ໄດ້. ຕົວຢ່າງ​ເຊັ່ນ: ຄລິດສະຕຽນ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ທີ່​ຢູ່​ເມືອງ​ໂກຣິນໂທ​ເຄີຍ​ເປັນ​ຄົນ​ຮັກ​ເພດ​ດຽວ​ກັນ. ໂປໂລ​ຂຽນ​ວ່າ: “ພວກ​ເຈົ້າ​ບາງ​ຄົນ​ເຄີຍ​ເປັນ​ແບບ​ນັ້ນ.” ນີ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຈະ​ບໍ່​ມີ​ຄວາມ​ຮູ້ສຶກ​ຮັກ​ເພດ​ດຽວ​ກັນ​ອີກ​ເລີຍ​ບໍ? ຄື​ຊິ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ບໍ່​ມີ​ເລີຍ. ຍ້ອນ​ວ່າ​ບາງ​ເທື່ອ​ຄວາມ​ຮູ້ສຶກ​ແບບ​ນີ້​ມັນ​ຝັງ​ຮາກ​ເລິກ​ແລະ​ຍາກ​ຫຼາຍ​ທີ່​ຈະ​ກຳຈັດ​ໃຫ້​ໝົດ​ໄປ. ແຕ່​ພີ່ນ້ອງ​ຢູ່​ເມືອງ​ໂກຣິນໂທ​ທີ່​ຝຶກ​ການ​ຄວບຄຸມ​ໂຕເອງ​ແລະ​ບໍ່​ລົງມື​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ເພິ່ນ​ເບິ່ງ​ວ່າ​ເຂົາເຈົ້າ​ເປັນ​ຄົນ “ສະອາດ​ແລ້ວ.” (1ກຣ. 6:9-11) ໃນ​ທຸກ​ມື້​ນີ້​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ.

14 ບໍ່​ວ່າ​ເຈົ້າ​ກຳລັງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ແບບ​ໃດ ເຈົ້າ​ສາມາດ​ເອົາ​ຊະນະ​ມັນ​ໄດ້. ເຖິງ​ວ່າ​ເຈົ້າ​ບໍ່​ສາມາດ​ກຳຈັດ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້ ແຕ່​ເຈົ້າ​ສາມາດ​ຄວບຄຸມ​ແລະ​ຫຼີກລ່ຽງ​ທີ່​ຈະບໍ່​ເຮັດ “ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດ​ໃຈ​ຕ້ອງການ.” (ອຟຊ. 2:3) ຄັນຊັ້ນ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ແລະ​ເອົາ​ຊະນະ​ມັນ​ໄດ້?

ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ?

15. ຖ້າ​ເຮົາ​ຢາກ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ ເປັນ​ຫຍັງ​ເຮົາ​ຕ້ອງ​ສັດຊື່​ຕໍ່​ໂຕເອງ?

15 ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້ ເຈົ້າ​ຕ້ອງ​ສັດຊື່​ຕໍ່​ໂຕເອງ​ແລະ​ຍອມຮັບ​ວ່າ​ໂຕເອງ​ມີ​ຈຸດ​ອ່ອນ. ຢ່າ​ຕົວະ​ໂຕເອງ​ໂດຍ “ຄິດ​ຫາ​ເຫດຜົນ​ແບບ​ຜິດໆ.” (ຢກບ. 1:22) ຢ່າ​ເຮັດ​ຄື​ກັບ​ວ່າ​ຈຸດ​ອ່ອນ​ຂອງ​ເຈົ້າ​ບໍ່​ແມ່ນ​ເລື່ອງ​ໃຫຍ່. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ທີ່​ມີ​ບັນຫາ​ກ່ຽວກັບ​ການ​ກິນ​ເຫຼົ້າ​ອາດ​ເວົ້າ​ວ່າ: ‘ຄົນ​ອື່ນ​ແຮ່ງ​ກິນ​ຫຼາຍ​ກວ່າ​ຂ້ອຍ.’ ຫຼື​ບາງ​ຄົນ​ທີ່​ມີ​ບັນຫາ​ເລື່ອງ​ການ​ເບິ່ງ​ສື່​ລາມົກ​ອາດ​ຈະ​ໂທດ​ຄົນ​ອື່ນ​ໂດຍ​ເວົ້າ​ວ່າ: ‘ຂ້ອຍ​ຈະ​ບໍ່​ເບິ່ງ​ສື່​ລາມົກ ຖ້າ​ເມຍ​ສະແດງ​ຄວາມ​ຮັກ​ຕໍ່​ຂ້ອຍ​ຫຼາຍ​ກວ່າ​ນີ້.’ ຖ້າ​ເຈົ້າ​ເລີ່ມ​ຫາ​ເຫດຜົນ​ຄ້າຍໆ​ກັນ​ນີ້ ເຈົ້າ​ຈະ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ​ໄດ້​ງ່າຍ. ສະນັ້ນ ຢ່າ​ຫາ​ຂໍ້​ອ້າງ​ທີ່​ຈະ​ເຮັດ​ຜິດ. ເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ.—ຄລຕ. 6:7

16. ເຈົ້າ​ຈະ​ມີ​ຄວາມ​ຕັ້ງໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ?

16 ນອກ​ຈາກ​ສັດຊື່​ຕໍ່​ໂຕເອງ​ແລະ​ຍອມຮັບ​ວ່າ​ໂຕເອງ​ມີ​ຈຸດ​ອ່ອນ​ແລ້ວ ເຈົ້າ​ຕ້ອງ​ມີ​ຄວາມ​ຕັ້ງໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ບໍ່​ຍອມແພ້​ຕໍ່​ຈຸດ​ອ່ອນ​ເຫຼົ່າ​ນັ້ນ. (1ກຣ. 9:26, 27; 1ທຊ. 4:4; 1ປຕ. 1:15, 16) ໃຫ້​ຄິດ​ເບິ່ງ​ວ່າ​ຈຸດ​ອ່ອນ​ຂອງ​ເຈົ້າ​ແມ່ນ​ຫຍັງ ແລະ​ເວລາ​ໃດ​ທີ່​ເຈົ້າ​ຕ້ານ​ທານ​ການ​ລໍ້ໃຈ​ໄດ້​ຍາກ​ທີ່​ສຸດ. ຕົວຢ່າງ​ເຊັ່ນ: ເຈົ້າ​ຮູ້ສຶກ​ວ່າ​ຕ້ານ​ທານ​ການ​ລໍ້ໃຈ​ໄດ້​ຍາກ​ກວ່າ​ບໍ​ຖ້າ​ເປັນ​ຕອນ​ເດິກ​ຫຼື​ຕອນ​ທີ່​ເຈົ້າ​ຮູ້ສຶກ​ເມື່ອຍ? ໃຫ້​ເຈົ້າ​ກຽມ​ໂຕ​ໃຫ້​ພ້ອມ​ແລະ​ຄິດ​ລ່ວງ​ໜ້າ​ວ່າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈິ​ການ​ລໍ້ໃຈ. ເວລາ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເຮັດ​ແບບ​ນີ້​ແມ່ນ​ກ່ອນ​ທີ່​ຈະ​ເຈິ​ການ​ລໍ້ໃຈ.—ສພສ. 22:3

17. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢເຊັບ? (ປະຖົມມະການ 39:7-9) (ເບິ່ງ​ຮູບ​ນຳ)

17 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ໂຢເຊັບ​ໄດ້​ເຮັດ​ແນວ​ໃດ​ຕອນ​ທີ່​ເມຍ​ໂປຕີຟາ​ຊວນ​ລາວ​ໃຫ້​ໄປ​ນອນ​ນຳ. ລາວ​ໄດ້​ປະຕິເສດ​ທັນທີ​ແລະ​ຢ່າງ​ໜັກແໜ້ນ. (ອ່ານ​ປະຖົມມະການ 39:7-9) ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ໂຢເຊັບ​ຮູ້​ວ່າ​ການ​ຫຼິ້ນຊູ້​ກັບ​ເມຍ​ຂອງ​ຄົນ​ອື່ນ​ເປັນ​ເລື່ອງ​ທີ່​ຜິດ ແລະ​ລາວ​ຕັ້ງໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກ່ອນ​ທີ່​ເມຍ​ຂອງ​ໂປຕີຟາ​ຈະ​ຊວນ​ລາວ​ໃຫ້​ໄປ​ນອນ​ນຳ. ຄ້າຍຄື​ກັນ ເຈົ້າ​ກໍ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກ່ອນ​ທີ່​ຈະ​ເຈິ​ການ​ລໍ້ໃຈ​ແທ້ໆ. ເມື່ອ​ເຮັດ​ແບບ​ນັ້ນ ຕອນ​ທີ່​ເຈິ​ການ​ລໍ້ໃຈ​ເຈົ້າ​ກໍ​ຈະ​ປະຕິເສດ​ມັນ​ໄດ້​ງ່າຍ​ຂຶ້ນ​ຍ້ອນ​ເຈົ້າ​ຕັ້ງໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

ຮູບ: ຮູບ​ທີ 1. ໂຢເຊັບ​ແລ່ນ​ໜີ​ຈາກ​ເມຍ​ໂປຕີຟາ​ຕອນ​ທີ່​ລາວ​ຈັບ​ເຄື່ອງນຸ່ງ​ຂອງ​ໂຢເຊັບ​ໄວ້. 2. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ໄວລຸ້ນ​ປະຕິເສດ​ການ​ຈີບ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ໂຮງຮຽນ.

ໃຫ້​ປະຕິເສດ​ການ​ລໍ້ໃຈ​ທັນທີ​ຄື​ກັບ​ທີ່​ໂຢເຊັບ​ເຮັດ (ເບິ່ງ​ຂໍ້ 17)


“ໃຫ້​ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ”

18. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ? (2 ໂກຣິນໂທ 13:5)

18 ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ ເຈົ້າ​ຕ້ອງ “ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ” ວ່າ​ຕອນນີ້​ເຈົ້າ​ເປັນ​ແນວ​ໃດ. (ອ່ານ 2 ໂກຣິນໂທ 13:5) ໃຫ້​ກວດ​ເບິ່ງ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ໂຕເອງ​ເປັນ​ໄລຍະໆ ແລະ​ໃຫ້​ປັບ​ປ່ຽນ​ຖ້າ​ເຫັນ​ວ່າ​ຈຳເປັນ. ຕົວຢ່າງ​ເຊັ່ນ: ສົມມຸດ​ວ່າ​ເຈົ້າ​ກຳລັງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ. ເຖິງ​ວ່າ​ເຈົ້າ​ປະຕິເສດ​ການ​ລໍ້ໃຈ​ໄດ້​ແລ້ວ ເຈົ້າ​ອາດ​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ໃຊ້​ເວລາ​ດົນ​ປານ​ໃດ​ຈຶ່ງ​ປະຕິເສດ​ໄດ້?’ ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ໄດ້​ປະຕິເສດ​ທັນທີ ກໍ​ບໍ່​ຕ້ອງ​ໂທດ​ໂຕເອງ. ແຕ່​ໃຫ້​ຄິດ​ວ່າ​ເຈົ້າ​ຈະ​ເຮັດ​ໃຫ້​ດີ​ຂຶ້ນ​ໄດ້​ແນວ​ໃດ​ໃນ​ເທື່ອ​ຕໍ່​ໄປ. ເຈົ້າ​ອາດ​ຖາມ​ໂຕເອງ​ດ້ວຍ​ຄຳ​ຖາມ​ຕໍ່​ໄປ​ນີ້: ‘ເມື່ອ​ຂ້ອຍ​ມີ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ ຂ້ອຍ​ຢຸດ​ຄິດ​ກ່ຽວກັບ​ເລື່ອງ​ນັ້ນ​ທັນທີ​ບໍ? ສິ່ງ​ທີ່​ຂ້ອຍ​ເບິ່ງ ອ່ານ ແລະ​ຟັງ​ເຮັດ​ໃຫ້​ຍາກ​ສຳລັບ​ຂ້ອຍ​ບໍ​ທີ່​ຈະ​ຕ້ານ​ທານ​ການ​ລໍ້ໃຈ? ຕອນ​ທີ່​ເຫັນ​ສາກ​ຜິດ​ສິນລະທຳ ຂ້ອຍ​ປິ່ນ​ໜ້າ​ໜີ​ທັນທີ​ບໍ? ເຖິງ​ວ່າ​ຕ້ອງ​ໄດ້​ຄວບຄຸມ​ໂຕເອງ​ເພື່ອ​ຈະ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ແຕ່​ຂ້ອຍ​ເຊື່ອ​ບໍ​ວ່າ​ການ​ເຮັດ​ແບບ​ນັ້ນ​ດີ​ທີ່​ສຸດ​ສຳລັບ​ຂ້ອຍ?’—ພສ. 101:3

19. ເປັນ​ຫຍັງ​ເລື່ອງເລັກ​ນ້ອຍ​ບາງ​ຢ່າງ​ອາດ​ເຮັດ​ໃຫ້​ເຮົາ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້​ຍາກ?

19 ເຈົ້າ​ຍັງ​ຕ້ອງ​ຫຼີກລ່ຽງ​ການ​ຫາ​ເຫດຜົນ​ເຂົ້າ​ຂ້າງ​ໂຕເອງ. ຄຳພີ​ໄບເບິນ​ບອກ​ວ່າ: “ຫົວໃຈ​ທໍລະຍົດ​ຫຼາຍ​ກວ່າ​ທຸກ​ສິ່ງ​ແລະ​ລໍ້​ໃຫ້​ເຮັດ​ຊົ່ວ​ໄດ້​ທຸກ​ຢ່າງ.” (ຢຣມ. 17:9) ພະ​ເຢຊູ​ເວົ້າ​ວ່າ “ຄວາມ​ຄິດ​ຊົ່ວ” ມາ​ຈາກ​ໃຈ. (ມທ. 15:19) ຕົວຢ່າງ​ເຊັ່ນ: ຄົນ​ທີ່​ເຊົາ​ເບິ່ງ​ສື່​ລາມົກ​ອາດ​ຄິດ​ວ່າ “ບໍ່​ອັນຕະລາຍ” ທີ່​ຈະ​ເບິ່ງ​ຮູບ​ທີ່​ກະຕຸ້ນ​ອາລົມ​ທາງ​ເພດ​ຍ້ອນ​ມັນ​ບໍ່​ແມ່ນ​ຮູບ​ໂປ້ ຫຼື​ລາວ​ອາດ​ຄິດ​ວ່າ ‘ມັນ​ບໍ່​ແມ່ນ​ເລື່ອງ​ຜິດ​ທີ່​ຈະ​ຈິນຕະນາການ​ກ່ຽວກັບ​ຄວາມ​ຕ້ອງການ​ທີ່​ບໍ່​ຖືກຕ້ອງ​ຖ້າ​ຂ້ອຍ​ບໍ່​ໄດ້​ເຮັດ​ແບບ​ນັ້ນ​ແທ້ໆ.’ ຄົນ​ທີ່​ຄິດ​ແບບ​ນີ້​ເປັນ​ຄື​ກັບ​ລາວ​ກຳລັງ “ວາງ​ແຜນ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ.” (ຣມ. 13:14) ເຈົ້າ​ຈະ​ຫຼີກລ່ຽງ​ທີ່​ຈະ​ບໍ່​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຈົ້າ​ຕ້ອງ​ບໍ່​ຄິດ​ວ່າ​ເລື່ອງ​ເລັກ​ນ້ອຍ​ແບບ​ນີ້​ເປັນ​ສິ່ງ​ທີ່​ເຮັດ​ໄດ້ ຍ້ອນ​ມັນ​ອາດ​ນຳ​ໄປ​ສູ່​ການ​ເຮັດ​ສິ່ງ​ທີ່​ບໍ່​ສະຫຼາດ​ໃນ​ເລື່ອງ​ໃຫຍ່ໆ​ເຊິ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ລົງມື​ເຮັດ​ຜິດ​ໄດ້.b ໃຫ້​ຫຼີກລ່ຽງ “ຄວາມ​ຄິດ​ຊົ່ວ” ແບບ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ເຈົ້າ​ຫາ​ຂໍ້​ອ້າງ​ທີ່​ຈະ​ເຮັດ​ຜິດ.

20. ເຮົາ​ມີ​ຄວາມ​ຫວັງ​ຫຍັງ​ໃນ​ອະນາຄົດ ແລະ​ເຮົາ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແນວ​ໃດ​ໃນ​ຕອນນີ້?

20 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ນີ້ ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ກຳລັງ​ທີ່​ຈະ​ຕ້ານ​ທານ​ການ​ລໍ້ໃຈ​ໄດ້. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ​ໂດຍ​ໃຫ້​ມີ​ຄ່າໄຖ່​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່. ໃນ​ຕອນ​ນັ້ນ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ຈະ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ໂດຍ​ທີ່​ບໍ່​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ອີກ​ຕໍ່​ໄປ. ແຕ່​ກ່ອນ​ຈະ​ຮອດ​ຕອນ​ນັ້ນ ເຮົາ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ຈະ​ມີ​ກຳລັງ​ແລະ​ມີ​ຫວັງ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້. ເມື່ອ​ພະ​ເຢໂຫວາ​ຊ່ວຍ ແລະ​ເຮົາ​ອອກ​ຄວາມ​ພະຍາຍາມ​ໄປ​ນຳ ເຮົາ​ກໍ​ຈະ​ເອົາ​ຊະນະ​ມັນ​ໄດ້!

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ທີ່​ບໍ່​ມີ​ກຳລັງ​ແລະ​ບໍ່​ມີ​ຫວັງ?

  •  ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ?

  •  ເຮົາ​ຈະ “ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ” ໄດ້​ແນວ​ໃດ?

ເພງ​ທີ 122 ຂໍ​ໃຫ້​ຢືນຢັດ​ໝັ້ນຄົງ!

a ການ​ອະທິບາຍ​ຄຳສັບ: ໃນ​ຄຳພີ​ໄບເບິນ ຄຳ​ວ່າ “ບາບ” ມັກ​ໝາຍ​ເຖິງ​ການ​ເຮັດ​ຜິດ ເຊັ່ນ: ການ​ລັກ ການ​ຫຼິ້ນຊູ້ ຫຼື​ການ​ຂ້າ​ຄົນ. (ອພຍ. 20:13-15; 1ກຣ. 6:18) ແຕ່​ພະຄຳພີ​ບາງ​ຂໍ້​ອະທິບາຍ​ຄຳ​ວ່າ “ບາບ” ໝາຍ​ເຖິງ​ຄວາມ​ບໍ່​ສົມບູນແບບ​ທີ່​ເຮົາ​ໄດ້​ຮັບ​ມາ​ຕັ້ງແຕ່​ເກີດ​ເຖິງ​ວ່າ​ເຮົາ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ.

b ຂໍ​ໃຫ້​ສັງເກດ​ວ່າ​ຊາຍ​ໜຸ່ມ​ທີ່​ເວົ້າ​ເຖິງ​ໃນ​ສຸພາສິດ 7:7-23 ໄດ້​ຕັດສິນໃຈ​ແບບ​ບໍ່​ສະຫຼາດ​ໃນ​ເລື່ອງ​ເລັກ​ນ້ອຍ​ກ່ອນ​ທີ່​ລາວ​ຈະ​ຕັດສິນໃຈ​ແບບ​ບໍ່​ສະຫຼາດ​ໃນ​ເລື່ອງ​ໃຫຍ່ໆ ນັ້ນ​ກໍ​ຄື​ລາວ​ຍອມແພ້​ຕໍ່​ການ​ລໍ້ໃຈ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.

c ຄຳ​ອະທິບາຍ​ຮູບ: ຮູບ​ເບື້ອງ​ຊ້າຍ: ຕອນ​ທີ່​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ນັ່ງ​ຢູ່​ຮ້ານ​ກາເຟ ລາວ​ເຫັນ​ຜູ້​ຊາຍ 2 ຄົນ​ສະແດງ​ຄວາມ​ຮັກ​ຕໍ່​ກັນ. ຮູບ​ເບື້ອງ​ຂວາ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເຫັນ 2 ຄົນ​ກຳລັງ​ສູບ​ຢາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌