ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ມີນາ ໜ້າ 20-25
  • ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ເລືອກ​ວຽກ​ອາຊີບ
  • ເມື່ອ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ
  • ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຈະ​ເອົາ​ຊະນະ​ຄວາມ​ສົງໄສ​ໄດ້​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ມີນາ ໜ້າ 20-25

ບົດ​ຄວາມສຶກສາ​ທີ 12

ເພງ​ທີ 119 ພວກ​ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ

ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ

“ພວກ​ເຮົາ​ຈຶ່ງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ບໍ່​ແມ່ນ​ຕາມ​ສິ່ງ​ທີ່​ເຫັນ.”—2ກຣ. 5:7

ຈຸດ​ສຳຄັນ

ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ​ໄດ້​ແນວ​ໃດ​ເມື່ອ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ.

1. ເປັນ​ຫຍັງ​ໂປໂລ​ມີ​ຄວາມ​ສຸກ​ເມື່ອ​ຄິດ​ຄືນ​ຫຼັງ​ກ່ຽວກັບ​ຊີວິດ​ທີ່​ຜ່ານ​ມາ?

ໂປໂລ​ຮູ້​ວ່າ​ອີກ​ບໍ່​ດົນ​ລາວ​ຈະ​ຕ້ອງ​ຕາຍ ແຕ່​ເມື່ອ​ຄິດ​ຄືນ​ຫຼັງ​ວ່າ​ຜ່ານ​ມາ​ລາວ​ໃຊ້​ຊີວິດ​ແນວ​ໃດ ມັນ​ກໍ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ຫຼາຍ. ລາວ​ເວົ້າ​ວ່າ: “ຂ້ອຍ​ແລ່ນ​ແຂ່ງ​ຈົນ​ຮອດ​ເສັ້ນ​ໄຊ​ແລ້ວ ແລະ​ຂ້ອຍ​ກໍ​ຍັງ​ຮັກສາ​ຄວາມ​ເຊື່ອ​ໄວ້​ໄດ້.” (2ຕມ. 4:6-8) ໂປໂລ​ຕັດສິນໃຈ​ຖືກຕ້ອງ​ທີ່​ໄດ້​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ແລະ​ລາວ​ກໍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ພໍໃຈ​ໃນ​ໂຕ​ລາວ. ເຮົາ​ກໍ​ຢາກ​ເປັນ​ຄື​ກັບ​ໂປໂລ ເຮົາ​ຢາກ​ຕັດສິນໃຈ​ຢ່າງ​ຖືກຕ້ອງ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

2. ການ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ໝາຍ​ຄວາມ​ວ່າ​ແນວ​ໃດ?

2 ໂປໂລ​ເວົ້າ​ເຖິງ​ໂຕເອງ​ແລະ​ຄລິດສະຕຽນ​ທີ່​ສັດຊື່​ຄົນ​ອື່ນໆ​ວ່າ: “ພວກ​ເຮົາ​ຈຶ່ງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ບໍ່​ແມ່ນ​ຕາມ​ສິ່ງ​ທີ່​ເຫັນ.” (2ກຣ. 5:7) ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄົນ​ທີ່​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ເຫັນ​ຈະ​ຕັດສິນໃຈ​ໂດຍ​ອາໄສ​ສິ່ງ​ທີ່​ເຫັນ ໄດ້​ຍິນ ແລະ​ຮູ້ສຶກ. ກົງ​ກັນ​ຂ້າມ ຄົນ​ທີ່​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຈະ​ຕັດສິນໃຈ​ໂດຍ​ເພິ່ງ​ພະ​ເຢໂຫວາ. ສິ່ງ​ທີ່​ລາວ​ເຮັດ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ໝັ້ນໃຈ​ວ່າ​ຈະ​ໄດ້​ປະໂຫຍດ​ຈາກ​ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ ແລະ​ລາວ​ຍັງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ລາວ​ແນ່ນອນ.—ພສ. 119:66; ຮຣ. 11:6

3. ການ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ເຮັດ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຍັງ? (2 ໂກຣິນໂທ 4:18)

3 ບາງ​ເທື່ອ​ເຮົາ​ກໍ​ຕັດສິນໃຈ​ໂດຍ​ອາໄສ​ສິ່ງ​ທີ່​ເຮົາ​ເຫັນ​ພາຍ​ນອກ. ແຕ່​ຖ້າ​ເຮົາ​ຕັດສິນໃຈ​ໃນ​ເລື່ອງ​ທີ່​ສຳຄັນ​ໂດຍ​ອາໄສ​ສິ່ງ​ທີ່​ເຮົາ​ເຫັນ​ຫຼື​ໄດ້​ຍິນ​ເທົ່າ​ນັ້ນ ເຮົາ​ອາດ​ຕັດສິນໃຈ​ຜິດ​ພາດ​ກໍ​ໄດ້. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ຍ້ອນ​ວ່າ​ສິ່ງ​ທີ່​ເຮົາ​ເຫັນ​ແລະ​ໄດ້​ຍິນ​ອາດ​ບໍ່​ຖືກຕ້ອງ​ສະເໝີ​ໄປ. ຖ້າ​ເຮົາ​ຕັດສິນໃຈ​ຕາມ​ສິ່ງ​ທີ່​ເຫັນ ໄດ້​ຍິນ ແລະ​ຮູ້ສຶກ ເຮົາ​ອາດ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ. (ປຍຈ. 11:9; ມທ. 24:37-39) ແຕ່​ຖ້າ​ເຮົາ​ຕັດສິນໃຈ​ຕາມ​ຄວາມ​ເຊື່ອ ເຮົາ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້ “ຜູ້​ເປັນ​ນາຍ​ພໍໃຈ.” (ອຟຊ. 5:10) ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ສະຫງົບໃຈ​ແລະ​ມີ​ຄວາມ​ສຸກ​ແທ້. (ພສ. 16:8, 9; ອຊຢ. 48:17, 18) ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ ເຮົາ​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອະນາຄົດ.—ອ່ານ 2 ໂກຣິນໂທ 4:18

4. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ກຳລັງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ບໍ່​ແມ່ນ​ຕາມ​ສິ່ງ​ທີ່​ເຫັນ?

4 ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ກຳລັງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ບໍ່​ແມ່ນ​ຕາມ​ສິ່ງ​ທີ່​ເຫັນ? ເຮົາ​ຕ້ອງ​ຖາມ​ໂຕເອງ​ວ່າ: ‘ຕອນ​ທີ່​ຂ້ອຍ​ຕັດສິນໃຈ​ບາງ​ຢ່າງ ຂ້ອຍ​ໃຫ້​ສິ່ງ​ໃດ​ຊີ້ນຳ? ຂ້ອຍ​ອາໄສ​ແຕ່​ສິ່ງ​ທີ່​ເຫັນ​ເທົ່າ​ນັ້ນ​ບໍ ຫຼື​ຂ້ອຍ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ?’ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ​ແນວ​ໃດ​ໃນ 3 ເລື່ອງ​ທີ່​ສຳຄັນ​ຕໍ່​ໄປ​ນີ້: (1) ເມື່ອ​ເລືອກ​ວຽກ​ອາຊີບ (2) ເມື່ອ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ ແລະ (3) ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ. ໃນ​ແຕ່​ລະ​ເລື່ອງ​ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຕ້ອງ​ຄິດ​ເຖິງ​ຫຍັງ​ແດ່​ເພື່ອ​ຈະ​ຕັດສິນໃຈ​ຢ່າງ​ຖືກຕ້ອງ.

ເມື່ອ​ເລືອກ​ວຽກ​ອາຊີບ

5. ເມື່ອ​ເລືອກ​ວຽກ​ອາຊີບ ຕາມ​ປົກກະຕິ​ແລ້ວ​ເຮົາ​ຈະ​ຄິດ​ເຖິງ​ຫຍັງ?

5 ເຮົາ​ທຸກ​ຄົນ​ຢາກ​ມີ​ລາຍ​ໄດ້​ເພື່ອ​ລ້ຽງ​ໂຕເອງ​ແລະ​ຄອບຄົວ. (ປຍຈ. 7:12; 1ຕມ. 5:8) ວຽກ​ບາງ​ຢ່າງ​ກໍ​ໄດ້​ເງິນ​ຫຼາຍ​ພໍ​ທີ່​ຈະ​ເບິ່ງແຍງ​ຄວາມ​ຈຳເປັນ​ໃນ​ຄອບຄົວ​ແລະ​ມີ​ເງິນ​ທ້ອນ​ໄວ້​ນຳ. ແຕ່​ວຽກ​ບາງ​ຢ່າງ​ກໍ​ໄດ້​ເງິນ​ພໍ​ແຕ່​ໃຊ້​ຈ່າຍ​ສຳລັບ​ສິ່ງ​ທີ່​ຈຳເປັນ​ໃນ​ຄອບຄົວ​ເທົ່າ​ນັ້ນ ເຊັ່ນ: ຊື້​ຢູ່​ຊື້​ກິນ ແລະ​ຈ່າຍ​ຄ່າ​ເຊົ່າ​ເຮືອນ. ເມື່ອ​ເລືອກ​ວ່າ​ຈະ​ເຮັດ​ວຽກ​ແບບ​ໃດ ເປັນ​ເລື່ອງ​ປົກກະຕິ​ທີ່​ເຮົາ​ຈະ​ຄິດ​ວ່າ​ວຽກ​ນັ້ນ​ຈະ​ໄດ້​ເງິນ​ຫຼາຍ​ສ່ຳ​ໃດ ແຕ່​ຖ້າ​ເລື່ອງ​ນີ້​ເປັນ​ສິ່ງ​ດຽວ​ເທົ່າ​ນັ້ນ​ທີ່​ເຮົາ​ຄິດ​ເຖິງ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ເຮົາ​ກຳລັງ​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ເຫັນ ບໍ່​ແມ່ນ​ຕາມ​ຄວາມ​ເຊື່ອ.

6. ເມື່ອ​ເລືອກ​ວຽກ​ອາຊີບ ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ໄດ້​ແນວ​ໃດ? (ເຮັບເຣີ 13:5)

6 ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ເຮົາ​ຈະ​ຄິດ​ນຳ​ວ່າ​ວຽກ​ນັ້ນ​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ເຮົາ​ຄວນ​ຖາມ​ໂຕເອງ​ວ່າ: ‘ພະ​ເຢໂຫວາ​ຍອມຮັບ​ວຽກ​ແບບ​ນີ້​ບໍ ຫຼື​ມັນ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ສິ່ງ​ທີ່​ເພິ່ນ​ຊັງ?’ (ສພສ. 6:16-19) ‘ວຽກ​ນັ້ນ​ຈະ​ເຮັດ​ໃຫ້​ຂ້ອຍ​ຂາດ​ການ​ປະຊຸມ ບໍ່​ມີ​ເວລາ​ໄປ​ປະກາດ ຫຼື​ບໍ່​ມີ​ເວລາ​ສຶກສາ​ຄຳພີ​ໄບເບິນ ຫຼື​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຢູ່​ໄກ​ຈາກ​ຄອບຄົວ​ເປັນ​ເວລາ​ດົນໆ​ບໍ?’ (ຟລປ. 1:10) ຖ້າ​ຄຳ​ຕອບ​ຄື​ແມ່ນ ມັນ​ກໍ​ດີ​ກວ່າ​ທີ່​ຈະ​ບໍ່​ເຮັດ​ວຽກ​ແບບ​ນັ້ນ​ເຖິງ​ວ່າ​ວຽກ​ກຳລັງ​ຫາ​ຍາກ. ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ເຮົາ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ຄວາມ​ຈຳເປັນ​ຂອງ​ເຮົາ​ແນ່ນອນ.—ມທ. 6:33; ອ່ານ​ເຮັບເຣີ 13:5

7-8. ພີ່ນ້ອງ​ຮາເວຍ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

7 ພີ່ນ້ອງ​ຊາຍ​ຊື່​ຮາເວຍaຈາກ​ອາເມຣິກາ​ໃຕ້​ຮູ້​ວ່າ​ການ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ. ລາວ​ເວົ້າ​ວ່າ: “ຂ້ອຍ​ສະໝັກ​ເຮັດ​ວຽກ​ໜຶ່ງ​ເຊິ່ງ​ເປັນ​ວຽກ​ທີ່​ດີ​ຫຼາຍ. ວຽກ​ນີ້​ໄດ້​ເງິນ​ເດືອນ​ຫຼາຍ​ກວ່າ​ວຽກ​ເກົ່າ 2 ທົບ ແລະ​ເປັນ​ວຽກ​ທີ່​ຂ້ອຍ​ມັກ​ນຳ.” ແຕ່​ຮາເວຍ​ກໍ​ຢາກ​ເປັນ​ໄພໂອເນຍ​ຄື​ກັນ. ລາວ​ເລົ່າ​ຕໍ່​ວ່າ: “ຂ້ອຍ​ຖືກ​ເລືອກ​ສຳພາດ​ສຳລັບ​ວຽກ​ນັ້ນ ແຕ່​ກ່ອນ​ທີ່​ຈະ​ເຂົ້າ​ສຳພາດ​ຂ້ອຍ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ຍ້ອນ​ຂ້ອຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ຂ້ອຍ. ຂ້ອຍ​ຢາກ​ໄດ້​ວຽກ​ທີ່​ດີ​ແລະ​ໄດ້​ເງິນ​ເດືອນ​ຫຼາຍ​ຂຶ້ນ ແຕ່​ຂ້ອຍ​ກໍ​ບໍ່​ຕ້ອງການ​ວຽກ​ນີ້​ຖ້າ​ມັນ​ບໍ່​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຂຶ້ນ.”

8 ຮາເວຍ​ເລົ່າ​ຕໍ່​ວ່າ: “ຕອນ​ທີ່​ສຳພາດ ຜູ້​ຈັດການ​ບອກ​ວ່າ​ຂ້ອຍ​ຕ້ອງ​ເຮັດ​ວຽກ​ລ່ວງ​ເວລາ​ເລື້ອຍໆ.” ຂ້ອຍ​ບອກ​ລາວ​ແບບ​ສຸພາບ​ວ່າ: “ຂ້ອຍ​ເຮັດ​ບໍ່​ໄດ້ ຍ້ອນ​ຂ້ອຍ​ຕ້ອງ​ໄປ​ປະຊຸມ​ແລະ​ໄປ​ປະກາດ.” ຮາເວຍ​ປະ​ຕິ​ເສດ​ວຽກ​ນັ້ນ ແລະ 2 ອາທິດ​ຕໍ່​ມາ​ລາວ​ກໍ​ເລີ່ມ​ເປັນ​ໄພໂອເນຍ. ສອງ​ສາມ​ເດືອນ​ຕໍ່​ມາ ລາວ​ກໍ​ໄດ້​ວຽກ​ບໍ່​ເຕັມ​ເວລາ. ຮາເວຍ​ເວົ້າ​ວ່າ: “ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ຂ້ອຍ ແລະ​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ໄດ້​ວຽກ​ທີ່​ຈະ​ເປັນ​ໄພໂອເນຍ​ໄດ້. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ວຽກ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ເວລາ​ຫຼາຍ​ຂຶ້ນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ແລະ​ພີ່ນ້ອງ.”

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃສ່​ຊຸດ​ເຮັດ​ວຽກ​ຂອງ​ບໍລິສັດ​ແລະ​ເອົາ​ແຂນ​ໜີບ​ໝວດ​ເຮັດ​ວຽກ​ໄວ້​ຢູ່​ແອວ ຫົວໜ້າ​ພາ​ລາວ​ເຂົ້າ​ໄປ​ໃນ​ຫ້ອງ​ເຮັດ​ວຽກ​ທີ່​ວ່າງ​ແລະ​ສະເໜີ​ທີ່​ຈະ​ເລື່ອນ​ຕຳແໜ່ງ​ໃຫ້​ລາວ.

ຖ້າ​ເຈົ້າ​ໄດ້​ຮັບ​ຂໍ້​ສະເໜີ​ໃຫ້​ເລື່ອນ​ຕຳແໜ່ງ ການ​ຕັດສິນໃຈ​ຂອງ​ເຈົ້າ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ເຈົ້າ? (ເບິ່ງ​ຂໍ້ 7-8)


9. ເຈົ້າ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ພີ່ນ້ອງ​ເຕຣຊໍ້?

9 ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ເຫັນ​ວ່າ​ວຽກ​ທີ່​ເຮັດ​ຢູ່​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ? ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ເຕຣຊໍ້​ຈາກ​ສາທາລະນະລັດ​ກົງໂກ. ລາວ​ເວົ້າ​ວ່າ: “ວຽກ​ໃໝ່​ຂອງ​ຂ້ອຍ​ເປັນ​ໂອກາດ​ດຽວ​ເທົ່າ​ນັ້ນ​ທີ່​ຂ້ອຍ​ຈະ​ໄດ້​ເຮັດ​ໃນ​ຊີວິດ. ຂ້ອຍ​ໄດ້​ເງິນ​ເດືອນ​ຫຼາຍ​ກວ່າ​ເກົ່າ 3 ທົບ ແລະ​ເປັນ​ວຽກ​ທີ່​ຄົນ​ໃຫ້​ຄວາມ​ນັບຖື.” ແຕ່​ວຽກ​ນີ້​ເຮັດ​ໃຫ້​ເຕຣຊໍ້​ຂາດ​ການ​ປະຊຸມ​ເລື້ອຍໆ​ຍ້ອນ​ລາວ​ຕ້ອງ​ເຮັດ​ວຽກ​ລ່ວງ​ເວລາ ແລະ​ລາວ​ຍັງ​ຖືກ​ກົດ​ດັນ​ໃຫ້​ປົກ​ປິດ​ການ​ສໍ້​ໂກງ​ທີ່​ເກີດຂຶ້ນ​ໃນ​ບໍລິສັດ​ນຳ. ເຕຣຊໍ້​ຢາກ​ລາ​ອອກ​ຈາກ​ວຽກ​ນີ້ ແຕ່​ລາວ​ກໍ​ອຸກໃຈ​ຍ້ອນ​ຢ້ານ​ວ່າ​ຈະ​ບໍ່​ມີ​ວຽກ​ເຮັດ. ສິ່ງ​ໃດ​ຊ່ວຍ​ລາວ? ລາວ​ເວົ້າ​ວ່າ: “ຮາບາກຸກ 3:17-19 ຊ່ວຍ​ຂ້ອຍ​ໃຫ້​ເຂົ້າໃຈ​ວ່າ​ເຖິງ​ວ່າ​ຂ້ອຍ​ຈະ​ຕົກ​ວຽກ ແຕ່​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ຂ້ອຍ​ບໍ່​ວິທີ​ໃດ​ກໍ​ວິທີ​ໜຶ່ງ.” ດັ່ງນັ້ນ ລາວ​ຈຶ່ງ​ລາ​ອອກ​ຈາກ​ວຽກ​ນັ້ນ. ລາວ​ເວົ້າ​ຕໍ່​ວ່າ: “ນາຍ​ຈ້າງ​ຫຼາຍ​ຄົນ​ຄິດ​ວ່າ​ຖ້າ​ໃຫ້​ເງິນ​ເດືອນ​ຫຼາຍໆ ທຸກ​ຄົນ​ຈະ​ຍອມ​ສະລະ​ທຸກ​ສິ່ງ​ແມ່ນ​ແຕ່​ເວລາ​ທີ່​ໃຊ້​ກັບ​ຄອບຄົວ​ແລະ​ການ​ນະມັດສະການ​ພະເຈົ້າ. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ປົກປ້ອງ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ແລະ​ກັບ​ຄອບຄົວ. ປີ 1 ຕໍ່​ມາ ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ໄດ້​ວຽກ​ທີ່​ດີ​ທີ່​ໄດ້​ເງິນ​ພຽງ​ພໍ​ທີ່​ຈະ​ເບິ່ງແຍງ​ຄວາມ​ຈຳເປັນ​ຂອງ​ຄອບຄົວ​ແລະ​ມີ​ເວລາ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັບໃຊ້​ເພິ່ນ.” ເມື່ອ​ເຮົາ​ໃຫ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ບາງ​ເທື່ອ​ເຮົາ​ອາດ​ຈະ​ມີ​ບັນຫາ​ເລື່ອງ​ເງິນ ແຕ່​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ເຮົາ​ສະເໝີ. ແມ່ນ​ແລ້ວ ຖ້າ​ເຮົາ​ເພິ່ງ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ແລະ​ເຊື່ອ​ໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ເພິ່ນ ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ ແລະ​ພະ​ເຢໂຫວາ​ຈະ​ອວຍພອນ​ເຮົາ.

ເມື່ອ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ

10. ເມື່ອ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ ເຮົາ​ອາດ​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ເຫັນ​ແນວ​ໃດ?

10 ການ​ແຕ່ງດອງ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ ແລະ​ເປັນ​ເລື່ອງ​ທຳມະຊາດ​ທີ່​ເຮົາ​ຢາກ​ແຕ່ງດອງ. ເມື່ອ​ພີ່ນ້ອງ​ຍິງ​ຊອກ​ຫາ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ ລາວ​ອາດ​ສັງເກດ​ເບິ່ງ​ພີ່ນ້ອງ​ຊາຍ​ໃນ​ເລື່ອງ​ນິດໄສ​ໃຈ​ຄໍ ຮູບ​ຮ່າງ​ໜ້າ​ຕາ ຊື່​ສຽງ ຖານະ​ທາງ​ການ​ເງິນ ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ຄອບຄົວ ແລະ​ເບິ່ງ​ວ່າ​ຢູ່​ນຳ​ແລ້ວ​ຈະ​ມີ​ຄວາມ​ສຸກ​ບໍ?b ສິ່ງ​ເຫຼົ່າ​ນີ້​ກໍ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ແຕ່​ຖ້າ​ລາວ​ຄິດ​ເຖິງ​ແຕ່​ສິ່ງ​ເຫຼົ່າ​ນີ້​ເທົ່າ​ນັ້ນ ລາວ​ອາດ​ເປັນ​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ເຫັນ.

11. ເມື່ອ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ​ໄດ້​ແນວ​ໃດ? (1 ໂກຣິນໂທ 7:39)

11 ພະ​ເຢໂຫວາ​ຕ້ອງ​ພູມໃຈ​ຫຼາຍ​ແທ້ໆ​ທີ່​ພີ່ນ້ອງ​ຊາຍ​ຍິງ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ​ຕອນ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ. ຕົວຢ່າງ​ເຊັ່ນ: ເຂົາເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໃຫ້​ລໍ​ຖ້າ​ຈົນ “ກາຍ​ໄວ​ໜຸ່ມ​ສາວ” ໄປ​ກ່ອນ ແລ້ວ​ຈຶ່ງ​ຄິດ​ເລື່ອງ​ແຕ່ງດອງ. (1ກຣ. 7:36) ເມື່ອ​ເລືອກ​ຄົນ​ທີ່​ຈະ​ແຕ່ງ​ດອງ​ນຳ ເຂົາເຈົ້າ​ກໍ​ຈະ​ຄິດ​ວ່າ​ຜູ້​ນັ້ນ​ມີ​ຄຸນລັກສະນະ​ທີ່​ດີ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຜົວ​ຫຼື​ເມຍ​ຄວນ​ຈະ​ມີ. (ສພສ. 31:10-13, 26-28; ອຟຊ. 5:33; 1ຕມ. 5:8) ຖ້າ​ມີ​ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ສົນໃຈ​ເຂົາເຈົ້າ ເຂົາເຈົ້າ​ກໍ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ 1 ໂກຣິນໂທ 7:39 (ອ່ານ) ທີ່​ບອກ​ໃຫ້​ແຕ່ງດອງ​ກັບ​ຄົນ​ທີ່ “ເຊື່ອ​ໃນ​ຜູ້​ເປັນ​ນາຍ” ເທົ່າ​ນັ້ນ. ເຂົາເຈົ້າ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ​ໂດຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ສາມາດ​ເບິ່ງແຍງ​ເອົາໃຈໃສ່​ອາລົມ​ຄວາມ​ຮູ້ສຶກ​ຂອງ​ເຂົາເຈົ້າ​ໄດ້​ດີ​ທີ່​ສຸດ.—ພສ. 55:22

12. ເຈົ້າ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ພີ່ນ້ອງ​ໂຣຊ້າ?

12 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຊື່​ໂຣຊ້າ​ທີ່​ເປັນ​ໄພໂອເນຍ​ຢູ່​ປະເທດ​ໂກລົມບີ. ວຽກ​ຂອງ​ລາວ​ເຮັດ​ໃຫ້​ລາວ​ຕ້ອງ​ຕິດຕໍ່​ພົວພັນ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ເລື້ອຍໆ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ. ຜູ້​ຊາຍ​ຄົນ​ນີ້​ເລີ່ມ​ຈີບ​ລາວ ແລະ​ລາວ​ກໍ​ມັກ​ຜູ້​ຊາຍ​ຄົນ​ນີ້​ຄື​ກັນ. ໂຣຊ້າ​ເລົ່າ​ວ່າ: “ລາວ​ເບິ່ງ​ເປັນ​ຄົນ​ດີ​ຫຼາຍ. ມັກ​ຊ່ວຍ​ຄົນ​ທີ່​ຢູ່​ແຖວ​ບ້ານ​ລາວ ບໍ່​ກິນ​ເຫຼົ້າ ບໍ່​ສູບ​ຢາ ເອົາໃຈໃສ່​ເບິ່ງແຍງ​ຂ້ອຍ​ຢ່າງ​ດີ. ສະຫຼຸບ​ແລ້ວ ລາວ​ເປັນ​ຜູ້​ຊາຍ​ທີ່​ຂ້ອຍ​ຢາກ​ແຕ່ງດອງ​ນຳ ເສຍ​ຢ່າງ​ດຽວ​ທີ່​ລາວ​ບໍ່​ແມ່ນ​ພະຍານ.” ໂຣຊ້າ​ເລົ່າ​ຕໍ່​ວ່າ: “ມັນ​ຍາກ​ຫຼາຍ​ທີ່​ຈະ​ປະຕິເສດ​ລາວ​ຍ້ອນ​ຂ້ອຍ​ກໍ​ຢາກ​ມີ​ແຟນ​ຄື​ກັນ. ຕອນ​ນັ້ນ ຂ້ອຍ​ຮູ້ສຶກ​ເຫງົາ​ຫຼາຍ​ແລະ​ຢາກ​ແຕ່ງດອງ ແຕ່​ກໍ​ບໍ່​ມີ​ພີ່ນ້ອງ​ຊາຍ​ຄົນ​ໃດ​ທີ່​ຖືກ​ໃຈ​ຂ້ອຍ.” ເຖິງ​ຈະ​ເປັນ​ແນວ​ນັ້ນ ໂຣຊ້າ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ເຫັນ​ເທົ່າ​ນັ້ນ ແຕ່​ລາວ​ຄິດ​ວ່າ​ຖ້າ​ລາວ​ຕັດສິນໃຈ​ເປັນ​ແຟນ​ກັບ​ຜູ້​ຊາຍ​ຄົນ​ນັ້ນ​ມັນ​ຈະ​ມີ​ຜົນ​ແນວ​ໃດ​ຕໍ່​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ. ເມື່ອ​ຄິດ​ເຖິງ​ເລື່ອງ​ນີ້​ລາວ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ເຊົາ​ຕິດຕໍ່​ທຸກ​ທາງ​ກັບ​ຜູ້​ຊາຍ​ຄົນ​ນີ້​ແລະ​ຫຍຸ້ງ​ຢູ່​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ ລາວ​ກໍ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ຜູ້​ປະກາດ​ລາຊະອານາຈັກ ແລະ​ຕອນນີ້​ລາວ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ. ໂຣຊ້າ​ເວົ້າ​ວ່າ: “ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ.” ເຖິງ​ວ່າ​ບໍ່​ງ່າຍ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ໂດຍ​ສະເພາະ​ໃນ​ເລື່ອງ​ຂອງ​ຫົວໃຈ ແຕ່​ມັນ​ກໍ​ຄຸ້ມ​ຄ່າ​ແນ່ນອນ.

ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ

13. ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ ເຮົາ​ອາດ​ຈະ​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ເຫັນ​ແນວ​ໃດ?

13 ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ເລື້ອຍໆ​ກ່ຽວກັບ​ການ​ນະມັດສະການ​ໂດຍ​ຜ່ານ​ທາງ​ອົງການ ຜູ້​ເບິ່ງແຍງ​ໃນ​ປະຊາຄົມ ຜູ້​ເບິ່ງແຍງ​ໝວດ ສຳນັກງານ​ສາຂາ ຫຼື​ຄະນະ​ກຳມະການ​ປົກຄອງ ແຕ່​ບາງ​ເທື່ອ​ເຮົາ​ອາດ​ບໍ່​ເຂົ້າໃຈ​ເຫດຜົນ​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ຄຳ​ແນະນຳ​ແບບ​ນັ້ນ. ເຮົາ​ອາດ​ຈະ​ຄິດ​ວ່າ​ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ​ມັນ​ຈະ​ອອກ​ມາ​ດີ​ບໍ ແລະ​ເຮົາ​ອາດ​ເລີ່ມ​ເບິ່ງ​ແຕ່​ຄວາມ​ບໍ່​ສົມບູນແບບ​ຂອງ​ພີ່ນ້ອງ​ທີ່​ໃຫ້​ຄຳ​ແນະນຳ​ນັ້ນ. ແຕ່​ການ​ເຮັດ​ແບບ​ນີ້​ເປັນ​ການ​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ເຫັນ.

14. ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ໄດ້​ແນວ​ໃດ? (ເຮັບເຣີ 13:17)

14 ເມື່ອ​ເຮົາ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ເຮົາ​ກໍ​ຈະ​ໝັ້ນໃຈ​ວ່າ​ທຸກ​ຢ່າງ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ. ເມື່ອ​ເປັນ​ແບບ​ນັ້ນ ເຮົາ​ກໍ​ພ້ອມ​ທີ່​ຈະ​ເຊື່ອຟັງ​ແລະ​ຄິດ​ໃນ​ແງ່​ບວກ​ສະເໝີ. (ອ່ານ​ເຮັບເຣີ 13:17) ເຮົາ​ຮູ້​ວ່າ​ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຈະ​ເຮັດ​ໃຫ້​ປະຊາຄົມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. (ອຟຊ. 4:2, 3) ເຖິງ​ວ່າ​ພີ່ນ້ອງ​ທີ່​ນຳໜ້າ​ເປັນ​ຄົນ​ບໍ່​ສົມບູນແບບ ແຕ່​ເຮົາ​ກໍ​ໝັ້ນໃຈ​ວ່າ​ຖ້າ​ເຮົາ​ເຊື່ອຟັງ ພະ​ເຢໂຫວາ​ຈະ​ອວຍພອນ​ເຮົາ. (1ຊມ. 15:22) ເຮົາ​ຍັງ​ໝັ້ນໃຈ​ນຳ​ວ່າ​ຖ້າ​ຕ້ອງ​ມີ​ການ​ປັບ​ປ່ຽນ​ຄຳ​ແນະນຳ​ບາງ​ຢ່າງ ເມື່ອ​ຮອດ​ເວລາ​ພະ​ເຢໂຫວາ​ກໍ​ຈະ​ຈັດການ​ເລື່ອງ​ນັ້ນ​ແນ່ນອນ.—ມກ. 7:7

15-16. ອັນ​ໃດ​ຊ່ວຍ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ເຖິງ​ວ່າ​ຕອນ​ທຳອິດ​ລາວ​ສົງໄສ​ໃນ​ຄຳ​ແນະນຳ​ຂອງ​ອົງການ? (ເບິ່ງ​ຮູບ​ນຳ)

15 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ທີ່​ເນັ້ນ​ເຖິງ​ປະໂຫຍດ​ຂອງ​ການ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ. ຢູ່​ປະເທດ​ເປຣູ​ພາສາ​ຫຼັກ​ທີ່​ຄົນ​ໃຊ້​ແມ່ນ​ພາສາ​ສະເປນ ແຕ່​ກໍ​ມີ​ຫຼາຍ​ຄົນ​ທີ່​ເວົ້າ​ພາສາ​ທ້ອງຖິ່ນ​ນຳ​ເຊິ່ງ​ໜຶ່ງ​ໃນ​ນັ້ນ​ແມ່ນ​ພາສາ​ເກຊົວ. ເປັນ​ເວລາ​ຫຼາຍ​ປີ​ທີ່​ພີ່ນ້ອງ​ພະຍາຍາມ​ຊອກ​ຫາ​ຄົນ​ທີ່​ເວົ້າ​ພາສາ​ເກຊົວ​ໃນ​ເຂດ​ປະກາດ. ແຕ່​ເພື່ອ​ໃຫ້​ເປັນ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະບານ ອົງການ​ຂອງ​ເຮົາ​ຈຶ່ງ​ໃຫ້​ຄຳ​ແນະນຳ​ໃໝ່​ເລື່ອງ​ວິທີ​ຊອກ​ຫາ​ຄົນ​ທີ່​ເວົ້າ​ພາສາ​ນີ້. (ຣມ. 13:1) ດັ່ງນັ້ນ ພີ່ນ້ອງ​ບາງ​ຄົນ​ຈຶ່ງ​ຄິດ​ວ່າ​ວິທີ​ໃໝ່​ນີ້​ຊິ​ໄດ້​ຜົນ​ແທ້ໆ​ບໍ? ຍ້ອນ​ເຂົາເຈົ້າ​ເຮັດ​ຕາມ​ການ​ປັບ​ປ່ຽນ ພະ​ເຢໂຫວາ​ກໍ​ອວຍພອນ​ເຂົາເຈົ້າ​ໃຫ້​ເຈິ​ກັບ​ຫຼາຍ​ຄົນ​ທີ່​ເວົ້າ​ພາສາ​ເກຊົວ.

16 ເຄວິ້ນ​ທີ່​ເປັນ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ເກຊົວ​ກໍ​ເປັນ​ຄົນ​ໜຶ່ງ​ທີ່​ສົງໄສ​ວ່າ​ການ​ປັບ​ປ່ຽນ​ຈະ​ເກີດ​ຜົນ​ດີ​ບໍ່? ລາວ​ເລົ່າ​ວ່າ: “ເມື່ອ​ໄດ້​ຍິນ​ຄຳ​ແນະນຳ ຂ້ອຍ​ກໍ​ຄິດ​ວ່າ ‘ເຮົາ​ຈະ​ເຈິ​ຄົນ​ທີ່​ເວົ້າ​ພາສາ​ເກຊົວ​ໄດ້​ແນວ​ໃດ?’” ແຕ່​ເຄວິ້ນ​ປັບ​ປ່ຽນ​ຄວາມ​ຄິດ​ຂອງ​ໂຕເອງ​ແນວ​ໃດ? ລາວ​ເລົ່າ​ວ່າ: “ຂ້ອຍ​ຄິດ​ເຖິງ​ສຸພາສິດ 3:5 ແລະ​ກໍ​ຄິດ​ເຖິງ​ຕົວຢ່າງ​ຂອງ​ໂມເຊ. ຕອນ​ນັ້ນ ໂມເຊ​ຕ້ອງ​ພາ​ຊາດ​ອິດສະຣາເອນ​ອອກ​ຈາກ​ເອຢິບ. ແຕ່​ເບິ່ງ​ຄື​ວ່າ​ລາວ​ຈະ​ພາ​ເຂົາເຈົ້າ​ໄປ​ທາງ​ທີ່​ຕັນ​ແລະ​ເຮັດ​ໃຫ້​ເຂົາເຈົ້າ​ຕົກ​ເປັນ​ເປົ້າ​ຂອງ​ການ​ໂຈມຕີ​ຈາກ​ຄົນ​ເອຢິບ. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ​ໂມເຊ​ກໍ​ຍັງ​ເຊື່ອຟັງ ແລະ​ພະ​ເຢໂຫວາ​ກໍ​ອວຍພອນ​ລາວ​ໂດຍ​ເຮັດ​ການ​ອັດສະຈັນ​ໃນ​ແບບ​ທີ່​ເປັນ​ຕາ​ງຶດ​ຫຼາຍ​ເພື່ອ​ຊ່ວຍ​ເຂົາເຈົ້າ.” (ອພຍ. 14:1, 2, 9-11, 21, 22) ເຄວິ້ນ​ພ້ອມ​ທີ່​ຈະ​ປັບ​ປ່ຽນ​ຕາມ​ຄຳ​ແນະນຳ. ຜົນ​ເປັນ​ແນວ​ໃດ? ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ປະທັບໃຈ​ຫຼາຍ​ໃນ​ວິທີ​ທີ່​ພະ​ເຢໂຫວາ​ອວຍພອນ​ເຮົາ. ກ່ອນ​ໜ້າ​ນີ້​ເຮົາ​ຕ້ອງ​ຍ່າງ​ບັກ​ຫຼາຍໆ​ໃນ​ເຂດ​ປະກາດ ແລະ​ບາງ​ເທື່ອ​ກໍ​ເຈິ​ຄົນ​ທີ່​ເວົ້າ​ພາສາ​ເກຊົວ​ພຽງ​ແຕ່ 1 ຫຼື 2 ຄົນ​ເທົ່າ​ນັ້ນ ແຕ່​ຕອນນີ້​ເຮົາ​ເນັ້ນ​ປະກາດ​ໃນ​ເຂດ​ທີ່​ຈະ​ໄດ້​ເຈິ​ຄົນ​ທີ່​ເວົ້າ​ພາສາ​ເກຊົວ​ຫຼາຍ​ກວ່າ. ຜົນ​ກໍ​ຄື ເຮົາ​ໄດ້​ລົມ​ກັບ​ຫຼາຍ​ຄົນ ມີ​ຄົນ​ທີ່​ກັບ​ໄປ​ຢາມ​ໄດ້ ແລະ​ນັກສຶກສາ​ກໍ​ເພີ່ມ​ຂຶ້ນ. ຈຳນວນ​ຄົນ​ທີ່​ເຂົ້າ​ຮ່ວມ​ປະຊຸມ​ກັບ​ເຮົາ​ກໍ​ຫຼາຍ​ຂຶ້ນ​ຄື​ກັນ.” ສະນັ້ນ ເຫັນ​ໄດ້​ແຈ້ງ​ວ່າ​ເມື່ອ​ເຮົາ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ເຮົາ​ຈະ​ໄດ້​ຮັບ​ລາງວັນ​ຈາກ​ພະ​ເຢໂຫວາ​ແນ່ນອນ.

ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເວົ້າ​ພາສາ​ເກຊົວ​ບອກ​ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ກຳລັງ​ປະກາດ​ຕາມ​ບ້ານ​ວ່າ​ມີ​ຄົນ​ທີ່​ເວົ້າ​ພາສາ​ເກຊົວ​ຢູ່​ໃສ​ແດ່.

ມີ​ຫຼາຍ​ຄົນ​ບອກ​ພີ່ນ້ອງ​ວ່າ​ຈະ​ເຈິ​ຄົນ​ທີ່​ເວົ້າ​ພາສາ​ເກຊົວ​ໄດ້​ຢູ່​ໃສ (ເບິ່ງ​ຂໍ້ 15-16)


17. ເຈົ້າ​ໄດ້​ຮຽນ​ຫຍັງ​ໃນ​ບົດ​ນີ້?

17 ໃນ​ບົດ​ນີ້​ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ແນວ​ໃດ​ໃນ 3 ເລື່ອງ​ທີ່​ສຳຄັນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເຮົາ​ກໍ​ຕ້ອງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຕໍ່ໆ​ໄປ​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ ເຊັ່ນ: ຕອນ​ທີ່​ເຮົາ​ເລືອກ​ຄວາມ​ບັນເທີງ ຕອນ​ທີ່​ຕັດສິນໃຈ​ວ່າ​ຈະ​ຮຽນ​ສູງ​ສ່ຳ​ໃດ ຫຼື​ຈະ​ລ້ຽງ​ລູກ​ແນວ​ໃດ. ບໍ່​ວ່າ​ເຮົາ​ຈະ​ຕ້ອງ​ຕັດສິນໃຈ​ໃນ​ເລື່ອງ​ຫຍັງ ເຮົາ​ບໍ່​ຄວນ​ຕັດສິນໃຈ​ໂດຍ​ອາໄສ​ສິ່ງ​ທີ່​ເຮົາ​ເຫັນ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ຄິດ​ເຖິງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ ຄິດ​ເຖິງ​ຄຳ​ແນະນຳ​ຂອງ​ເພິ່ນ ແລະ​ຄຳ​ສັນຍາ​ຂອງ​ເພິ່ນ​ທີ່​ບອກ​ວ່າ​ຈະ​ເບິ່ງແຍງ​ເຮົາ​ສະເໝີ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ “ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ​ຕະຫຼອດ​ໄປ.”—ມກ. 4:5.

ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ໄດ້​ແນວ​ໃດ . . .

  • ເມື່ອ​ເລືອກ​ວຽກ​ອາຊີບ?

  • ເມື່ອ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ?

  • ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ?

ເພງ​ທີ 156 ເພາະ​ມີ​ຄວາມ​ເຊື່ອ

a ຊື່​ສົມມຸດ.

b ເຖິງ​ວ່າ​ຂໍ້​ນີ້​ເວົ້າ​ເຖິງ​ພີ່ນ້ອງ​ຍິງ​ທີ່​ກຳລັງ​ຊອກ​ຫາ​ພີ່ນ້ອງ​ຊາຍ​ທີ່​ຈະ​ແຕ່ງດອງ​ນຳ ແຕ່​ຄຳ​ແນະນຳ​ນີ້​ກໍ​ໃຊ້​ໄດ້​ກັບ​ພີ່ນ້ອງ​ຊາຍ​ທີ່​ກຳລັງ​ຊອກ​ຫາ​ພີ່ນ້ອງ​ຍິງ​ທີ່​ຈະ​ແຕ່ງດອງ​ນຳ​ຄື​ກັນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌