ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ກໍລະກົດ ໜ້າ 26-30
  • “ການ​ຕໍ່ສູ້​ນີ້​ເປັນ​ຂອງ​ພະ​ເຢໂຫວາ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ການ​ຕໍ່ສູ້​ນີ້​ເປັນ​ຂອງ​ພະ​ເຢໂຫວາ”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຖືກ​ລ້ຽງ​ໂດຍ​ພໍ່​ແມ່​ທີ່​ເປັນ​ມິດຊັນນາຣີ​ທີ່​ກະຕືລືລົ້ນ
  • ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ສຳນັກງານ​ໃຫຍ່
  • ເຮັດ​ວຽກ​ຢູ່​ພະແນກ​ກົດໝາຍ
  • ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ
  • ຂອບໃຈ​ພະ​ເຢໂຫວາ
  • ຕໍ່​ສູ້​ເພື່ອ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະເຈົ້າ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ສະໜັບສະໜູນ​ລັດຖະບານ​ຂອງ​ພະເຈົ້າ​ພຽງ​ໜຶ່ງ​ດຽວ​ດ້ວຍ​ຄວາມ​ພັກດີ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ຜູ້​ປະກາດ​ລາຊະອານາຈັກ​ສູ້​ຄະດີ​ໃນ​ສານ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ຂ້ອຍ​ເປັນ​ພຽງ​ທາດ​ທີ່​ເຮັດ​ຕາມ​ໜ້າ​ທີ່​ເທົ່າ​ນັ້ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ກໍລະກົດ ໜ້າ 26-30
ພີ່ນ້ອງ​ຟີລິບ ບຣຳເລ.

ເລື່ອງ​ຊີວິດ​ຈິງ

“ການ​ຕໍ່ສູ້​ນີ້​ເປັນ​ຂອງ​ພະ​ເຢໂຫວາ”

ເລົ່າ​ໂດຍ ຟີລິບ ບຣຳເລ

ໃນ​ວັນ​ທີ 28 ມັງກອນ 2010 ເຊິ່ງ​ເປັນ​ມື້​ທີ່​ໜາວ​ເຢັນ​ໃນ​ລະດູ​ໜາວ ຂ້ອຍ​ຢູ່​ເມືອງ​ສະຕຣາບູກ​ທີ່​ສວຍ​ງາມ​ໃນ​ປະເທດ​ຝຣັ່ງ. ແຕ່​ຂ້ອຍ​ບໍ່​ໄດ້​ໄປ​ຫັ້ນ​ເພື່ອ​ໄປ​ທ່ຽວ. ຂ້ອຍ​ຢູ່​ຫັ້ນ​ໃນ​ຖານະ​ເປັນ​ສ່ວນ​ໜຶ່ງ​ຂອງ​ທີມ​ກົດໝາຍ​ທີ່​ຖືກ​ມອບໝາຍ​ໃຫ້​ໄປ​ປົກປ້ອງ​ສິດ​ຂອງ​ພະຍານ​ພະ​ເຢໂຫວາ​ຕໍ່​ໜ້າ​ສານ​ສິດທິ​ມະນຸດ​ຂອງ​ເອີຣົບ (ECHR). ເລື່ອງ​ທີ່​ເຮົາ​ຕ້ອງ​ເວົ້າ​ແມ່ນ​ເປັນ​ສິ່ງ​ຖືກຕ້ອງ​ບໍ​ທີ່​ລັດຖະບານ​ຝຣັ່ງ​ຮຽກ​ຮ້ອງ​ໃຫ້​ພີ່ນ້ອງ​ຂອງ​ເຮົາ​ຕ້ອງ​ເສຍ​ພາສີ​ເປັນ​ເງິນ​ຈຳນວນ​ມະຫາສານ​ເກືອບ​ປະມານ 64 ລ້ານ​ຢູໂຣ (89.000.000 ໂດລາ). ເຫດຜົນ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ​ຊື່​ຂອງ​ພະ​ເຢໂຫວາ ຊື່​ສຽງ​ຂອງ​ປະຊາຊົນ​ຂອງ​ເພິ່ນ ແລະ​ເຮົາ​ຈະ​ສາມາດ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ເສລີ​ຕໍ່ໆ​ໄປ​ໄດ້​ໃນ​ປະເທດ​ຝຣັ່ງ. ສິ່ງ​ທີ່​ເກີດຂຶ້ນ​ໃນ​ການ​ພິຈາລະນາ​ຄະດີ​ຢືນຢັນ​ວ່າ “ການ​ຕໍ່ສູ້​ນີ້​ເປັນ​ຂອງ​ພະ​ເຢໂຫວາ.” (1ຊມ. 17:47) ຂ້ອຍ​ຈະ​ເລົ່າ​ໃຫ້​ຟັງ.

ໃນ​ປີ 1999 ລັດຖະບານ​ຝຣັ່ງ​ບອກ​ວ່າ​ສຳນັກງານ​ສາຂາ​ຂອງ​ເຮົາ​ທີ່​ຢູ່​ປະເທດ​ຝຣັ່ງ​ຕ້ອງ​ເສຍ​ພາສີ​ສຳລັບ​ເງິນ​ບໍລິຈາກ​ທີ່​ເຂົາເຈົ້າ​ໄດ້​ຮັບ​ໃນ​ໄລຍະ​ປີ 1993 ຫາ 1996. ເຮົາ​ຂໍ​ຄວາມ​ຍຸຕິທຳ​ກັບ​ສານ​ຕ່າງໆ​ຢູ່​ປະເທດ​ຝຣັ່ງ ແຕ່​ກໍ​ບໍ່​ໄດ້​ຮັບ​ຄວາມ​ຍຸຕິທຳ. ຫຼັງ​ຈາກ​ທີ່​ເຮົາ​ແພ້​ການ​ຍື່ນ​ອຸທອນ​ຕໍ່​ສານ ລັດຖະບານ​ໄດ້​ຍຶດ​ເງິນ​ທີ່​ຢູ່​ໃນ​ບັນຊີ​ທະນາຄານ​ຂອງ​ສາຂາ​ເຊິ່ງ​ມີ​ຈຳນວນ​ຫຼາຍ​ກວ່າ 4,5 ລ້ານ​ຢູໂຣ (6.300.000 ໂດລາ). ຄວາມ​ຫວັງ​ສຸດທ້າຍ​ຂອງ​ເຮົາ​ທີ່​ຈະ​ໄດ້​ເງິນ​ຄືນ​ແມ່ນ​ຍື່ນ​ເລື່ອງ​ນີ້​ກັບ​ສານ​ສິດທິ​ມະນຸດ​ຂອງ​ເອີຣົບ. ແຕ່​ກ່ອນ​ຈະ​ເລີ່ມ​ພິຈາລະນາ​ຄະດີ​ຂອງ​ເຮົາ ສານ​ສິດທິ​ມະນຸດ​ຂອງ​ເອີຣົບ​ໄດ້​ໃຫ້​ພວກ​ເຮົາ​ພົບ​ກັບ​ທີມ​ທະນາຍ​ຄວາມ​ຈາກ​ລັດຖະບານ​ຝຣັ່ງ​ແລະ​ພົບ​ກັບ​ຕົວແທນ​ຈາກ​ສານ​ສິດທິ​ມະນຸດ​ຂອງ​ເອີຣົບ​ເພື່ອ​ເບິ່ງ​ວ່າ​ພວກ​ເຮົາ​ຈະ​ຕົກ​ລົງ​ກັນ​ໄດ້​ບໍ່​ກ່ອນ​ທີ່​ເລື່ອງ​ນີ້​ຈະ​ຖືກ​ພິຈາລະນາ.

ພວກ​ເຮົາ​ພາກັນ​ເດົາ​ວ່າ​ຕົວແທນ​ຈາກ​ສານ​ສິດທິ​ມະນຸດ​ຂອງ​ເອີຣົບ​ຈະ​ກົດ​ດັນ​ເຮົາ​ໃຫ້​ແກ້ໄຂ​ບັນຫາ​ໂດຍ​ຕົກ​ລົງ​ຈ່າຍ​ເງິນ​ຈຳນວນ​ໜຶ່ງ​ໃຫ້​ລັດຖະບານ​ຝຣັ່ງ. ແຕ່​ເຮົາ​ເຂົ້າໃຈ​ແຈ້ງ​ວ່າ​ການ​ຈ່າຍ​ເງິນ​ແມ່ນ​ແຕ່​ຢູໂຣ​ດຽວ​ກໍ​ຂັດ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ. ພີ່ນ້ອງ​ໄດ້​ບໍລິຈາກ​ເງິນ​ເພື່ອ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ສະນັ້ນ​ເງິນ​ທີ່​ເຂົາເຈົ້າ​ບໍລິຈາກ​ຈຶ່ງ​ບໍ່​ໄດ້​ເປັນ​ຂອງ​ລັດຖະບານ​ຝຣັ່ງ. (ມທ. 22:21) ແຕ່​ພວກ​ເຮົາ​ກໍ​ໄປ​ຮ່ວມ​ການ​ປະຊຸມ​ນັ້ນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ນັບຖື​ກົດ​ລະບຽບ​ຂອງ​ສານ.

ທີມ​ກົດໝາຍ​ຂອງ​ພວກ​ເຮົາ​ຖ່າຍ​ຮູບ​ຢູ່​ຕໍ່​ໜ້າ​ສານ​ສິດທິ​ມະນຸດ​ຂອງ​ເອີຣົບ ປີ 2010

ພວກ​ເຮົາ​ພົບ​ກັນ​ຢູ່​ຫ້ອງ​ປະຊຸມ​ໜຶ່ງ​ທີ່​ງາມໆ​ຂອງ​ສານ​ສິດທິ​ມະນຸດ​ຂອງ​ເອີຣົບ. ການ​ປະຊຸມ​ເລີ່ມ​ຕົ້ນ​ບໍ່​ດີ​ແທ້ໆ. ຕັ້ງແຕ່​ຕອນ​ເລີ່ມ​ຕົ້ນ​ເລີຍ ຕົວແທນ​ຈາກ​ສານ​ບອກ​ວ່າ​ພະຍານ​ພະ​ເຢໂຫວາ​ຕ້ອງ​ເສຍ​ພາສີ​ຈຳນວນ​ໜຶ່ງ​ທີ່​ລັດຖະບານ​ຝຣັ່ງ​ຮຽກ​ຮ້ອງ. ເຮົາ​ຖາມ​ລາວ​ທັນທີ​ວ່າ: “ເຈົ້າ​ຮູ້​ບໍ​ວ່າ​ລັດຖະບານ​ຝຣັ່ງ​ໄດ້​ຍຶດ​ເອົາ​ເງິນ​ຫຼາຍ​ກວ່າ 4,5 ລ້ານ​ຢູໂຣ​ຈາກ​ບັນຊີ​ທະນາຄານ​ຂອງ​ພວກ​ເຮົາ?”

ລາວ​ເຮັດ​ໜ້າ​ຕົກໃຈ​ຫຼາຍ. ເມື່ອ​ທີມ​ທະນາຍ​ຄວາມ​ຈາກ​ລັດຖະບານ​ຢືນຢັນ​ວ່າ​ເຂົາເຈົ້າ​ໄດ້​ເຮັດ​ແບບ​ນັ້ນ​ແທ້ ຄວາມ​ຄິດ​ຂອງ​ລາວ​ຕໍ່​ກັບ​ຄະດີ​ນີ້​ໄດ້​ປ່ຽນ​ໄປ. ລາວ​ຮ້າຍ​ເຂົາເຈົ້າ​ແລະ​ຈົບ​ການ​ປະຊຸມ​ທັນທີ​ເລີຍ. ໂດຍ​ທີ່​ເຮົາ​ບໍ່​ໄດ້​ຄາດ​ຄິດ ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ປ່ຽນແປງ​ທຸກ​ຢ່າງ​ເພື່ອ​ໃຫ້​ເຮົາ​ຊະນະ​ຄະດີ. ພວກ​ເຮົາ​ຕື່ນເຕັ້ນ​ຫຼາຍ​ເມື່ອ​ອອກ​ຈາກ​ການ​ປະຊຸມ​ນັ້ນ ແລະ​ພວກ​ເຮົາ​ກໍ​ຕົກໃຈ​ຫຼາຍ​ກ່ຽວກັບ​ສິ່ງ​ທີ່​ໄດ້​ເກີດຂຶ້ນ.

ໃນ​ວັນ​ທີ 30 ມິຖຸນາ 2011 ສານ​ສິດທິ​ມະນຸດ​ຂອງ​ເອີຣົບ​ໄດ້​ຕັດສິນ​ເປັນ​ເອກະພາບ​ກັນ​ໃຫ້​ເຮົາ​ຊະນະ​ຄະດີ. ຄຳ​ຕັດສິນ​ນັ້ນ​ແຈ້ງ​ວ່າ​ການ​ຮຽກ​ຮ້ອງ​ໃຫ້​ເສຍ​ພາສີ​ຖື​ວ່າ​ເປັນ​ໂມຄະ ແລະ​ສັ່ງ​ໃຫ້​ລັດຖະບານ​ຝຣັ່ງ​ສົ່ງ​ເງິນ​ທີ່​ໄດ້​ຍຶດ​ໄປ​ໃຫ້​ພວກ​ເຮົາ​ຄືນ​ລວມ​ທັງ​ໃຫ້​ຈ່າຍ​ດອກ​ເບ້ຍ​ພ້ອມ. ຄຳ​ຕັດສິນ​ທີ່​ສຳຄັນ​ນີ້​ຍັງ​ປົກປ້ອງ​ການ​ນະມັດສະການ​ແທ້​ຢູ່​ຝຣັ່ງ. ຄຳ​ຖາມ​ດຽວ​ທີ່​ພວກ​ເຮົາ​ຖາມ​ຕົວແທນ​ຈາກ​ສານ​ສິດທິ​ມະນຸດ​ເຊິ່ງ​ພວກ​ເຮົາ​ບໍ່​ໄດ້​ຄິດ​ໄວ້​ກ່ອນ​ວ່າ​ຈະ​ຖາມ​ເປັນ​ຄື​ກັບ​ກ້ອນ​ຫີນ​ທີ່​ແກວ່ງ​ໃສ່​ໜ້າ​ຜາກ​ໂກລີອາດ. ມັນ​ປ່ຽນແປງ​ຜົນ​ຂອງ​ຄະດີ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຊະນະ? ຄື​ກັບ​ທີ່​ດາວິດ​ບອກ​ໂກລີອາດ ຍ້ອນ “ການ​ຕໍ່ສູ້​ນີ້​ເປັນ​ຂອງ​ພະ​ເຢໂຫວາ.”—1ຊມ. 17:45-47

ນີ້​ບໍ່​ແມ່ນ​ເທື່ອ​ທຳອິດ​ທີ່​ເຮົາ​ຊະນະ​ຄະດີ​ທາງ​ກົດໝາຍ. ຈົນ​ຮອດ​ທຸກ​ມື້​ນີ້ ເຖິງ​ວ່າ​ລັດຖະບານ​ທີ່​ມີ​ອຳນາດ​ແລະ​ກຸ່ມ​ສາສະໜາ​ຕ່າງໆ​ຕໍ່ຕ້ານ​ເຮົາ ແຕ່​ສານ​ສູງ​ໃນ 70 ປະເທດ​ແລະ​ສານ​ຍຸຕິທຳ​ລະຫວ່າງ​ປະເທດ​ຫຼາຍ​ສານ​ໄດ້​ຕັດສິນ​ໃຫ້​ພະຍານ​ພະ​ເຢໂຫວາ​ຊະນະ 1.225 ຄະດີ. ການ​ຊະນະ​ທາງ​ດ້ານ​ກົດໝາຍ​ແບບ​ນີ້​ປົກປ້ອງ​ສິດ​ພື້ນຖານ​ຂອງ​ເຮົາ ເຊັ່ນ: ສິດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ຖານະ​ເປັນ​ກຸ່ມ​ສາສະໜາ ສາມາດ​ປະກາດ​ໄດ້ ການ​ປະຕິເສດ​ທີ່​ຈະ​ບໍ່​ເຂົ້າ​ຮ່ວມ​ພິທີ​ສະຫຼອງ​ທີ່​ສະແດງ​ເຖິງ​ຄວາມ​ຮັກ​ຊາດ ແລະ​ການ​ບໍ່​ໃສ່​ເລືອດ.

ຂ້ອຍ​ມາ​ກ່ຽວ​ຂ້ອງ​ກັບ​ຄະດີ​ຢູ່​ເອີຣົບ​ໄດ້​ແນວ​ໃດ​ທັງໆ​ທີ່​ຂ້ອຍ​ຮັບໃຊ້​ຢູ່​ສຳນັກງານ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ນິວຢອກ ປະເທດ​ອາເມຣິກາ?

ຖືກ​ລ້ຽງ​ໂດຍ​ພໍ່​ແມ່​ທີ່​ເປັນ​ມິດຊັນນາຣີ​ທີ່​ກະຕືລືລົ້ນ

ພໍ່​ແມ່​ຂອງ​ຂ້ອຍ​ຊື່​ຈອດ​ແລະ​ລູຊີ. ພວກ​ເພິ່ນ​ຈົບ​ຈາກ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 12. ພວກ​ເພິ່ນ​ຮັບໃຊ້​ຢູ່​ເອທິໂອເປຍ​ຕອນ​ທີ່​ຂ້ອຍ​ເກີດ​ໃນ​ປີ 1956. ພວກ​ເພິ່ນ​ຕັ້ງ​ຊື່​ໃຫ້​ຂ້ອຍ​ວ່າ​ຟີລິບ​ຕາມ​ຊື່​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວ​ດີ​ໃນ​ສະຕະວັດ​ທຳອິດ. (ກຈກ. 21:8) ໃນ​ປີ​ຕໍ່​ມາ ລັດຖະບານ​ໄດ້​ສັ່ງ​ຫ້າມ​ວຽກ​ຂອງ​ພະຍານ​ພະ​ເຢໂຫວາ. ເຖິງ​ວ່າ​ຕອນ​ນັ້ນ​ຂ້ອຍ​ຍັງ​ນ້ອຍ​ຫຼາຍ ແຕ່​ຂ້ອຍ​ຈື່​ໄດ້​ວ່າ​ຄອບຄົວ​ຂອງ​ເຮົາ​ຕ້ອງ​ລັກ​ໄປ​ປະຊຸມ​ແລະ​ລັກ​ໄປ​ປະກາດ​ເຊິ່ງ​ພີ່ນ້ອງ​ຈັດ​ແບບ​ລັບໆ. ຍ້ອນ​ຍັງ​ນ້ອຍ ຂ້ອຍ​ຈຶ່ງ​ຄິດ​ວ່າ​ມັນ​ໜ້າ​ຕື່ນເຕັ້ນ! ໜ້າ​ເສົ້າໃຈ ພວກ​ເຈົ້າ​ໜ້າທີ່​ລັດຖະບານ​ບັງຄັບ​ພວກ​ເຮົາ​ໃຫ້​ອອກ​ຈາກ​ປະເທດ​ໃນ​ປີ 1960.

ພີ່ນ້ອງ​ນາທານ ນໍ (ຢູ່​ເບື້ອງ​ຊ້າຍ) ໄປ​ຢາມ​ຄອບຄົວ​ຂອງ​ຂ້ອຍ​ຢູ່​ເມືອງ​ອັດດິດສ໌ ອາເບບາ ປະເທດ​ເອທິໂອເປຍ ປີ 1959

ຄອບຄົວ​ຂອງ​ເຮົາ​ຍ້າຍ​ໄປ​ຢູ່​ເມືອງ​ວິ​ຊິ​ຕາ ລັດ​ຄານຊັດສ໌ ປະເທດ​ອາເມຣິກາ. ພໍ່​ກັບ​ແມ່​ເອົາ​ສິ່ງ​ໜຶ່ງ​ທີ່​ພິເສດ​ຫຼາຍ​ກັບ​ມາ​ນຳ ນັ້ນ​ຄື​ການ​ເປັນ​ມິດຊັນນາຣີ​ທີ່​ກະຕືລືລົ້ນ. ພວກ​ເພິ່ນ​ສອນ​ຂ້ອຍ ເອື້ອຍ​ຈູດີ້ ແລະ​ນ້ອງ​ຊາຍ​ຂອງ​ຂ້ອຍ​ຊື່​ເລຊະລີ້​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ​ຂອງ​ເຮົາ. ເອື້ອຍ​ຈູດີ້​ກັບ​ເລຊະລີ້​ກໍ​ເກີດ​ຢູ່​ເອທິໂອເປຍ​ຄື​ກັນ. ຂ້ອຍ​ຮັບ​ບັບເຕມາ​ຕອນ​ອາຍຸ 13 ປີ. ສາມ​ປີ​ຕໍ່​ມາ ຄອບຄົວ​ຂອງ​ເຮົາ​ຍ້າຍ​ໄປ​ຮັບໃຊ້​ຢູ່​ເມືອງ​ອາເຣຄິວພາ​ໃນ​ປະເທດ​ເປຣູ ເຊິ່ງ​ເປັນ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.

ໃນ​ປີ 1974 ຕອນ​ນັ້ນ​ຂ້ອຍ​ອາຍຸ 18 ປີ ສຳນັກງານ​ສາຂາ​ເປຣູ​ໄດ້​ມອບໝາຍ​ຂ້ອຍ​ກັບ​ພີ່ນ້ອງ​ຊາຍ​ອີກ 4 ຄົນ​ໃຫ້​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ. ເຮົາ​ຕ້ອງ​ໄປ​ປະກາດ​ໃນ​ເຂດ​ທີ່​ບໍ່​ເຄີຍ​ປະກາດ​ມາ​ກ່ອນ​ຢູ່​ເຂດ​ພູ​ແອນ​ດີ້. ວຽກ​ມອບໝາຍ​ນີ້​ລວມ​ເຖິງ​ການ​ປະກາດ​ກັບ​ຄົນ​ພື້ນເມືອງ​ທີ່​ເວົ້າ​ພາສາ​ເກຊົວ​ແລະ​ພາສາ​ອາຍ​ມາຣາ​ນຳ. ເຮົາ​ເດີນທາງ​ດ້ວຍ​ລົດ​ທີ່​ເປັນ​ເຮືອນ​ເຊິ່ງ​ເຮົາ​ເອີ້ນ​ວ່າ​ເຮືອ​ໂນອາ​ຍ້ອນ​ມັນ​ມີ​ຮູບ​ຊົງ​ຄື​ກັບ​ກ່ອງ​ໃຫຍ່ໆ. ຂ້ອຍ​ມັກ​ຄິດ​ເຖິງ​ຕອນ​ທີ່​ເຮົາ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ຄົນ​ພື້ນເມືອງ​ໃຫ້​ເຫັນ​ວ່າ​ອີກ​ຈັກ​ໜ້ອຍ​ພະ​ເຢໂຫວາ​ຈະ​ກຳຈັດ​ຄວາມ​ທຸກຍາກ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ​ໃຫ້​ໝົດ​ໄປ. (ພນມ. 21:3, 4) ຫຼາຍ​ຄົນ​ເຂົ້າ​ມາ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ.

ລົດ​ທີ່​ເປັນ​ເຮືອນ​ລຸຍ​ນ້ຳ​ທີ່​ເລິກໆ.

ລົດ​ທີ່​ເປັນ​ເຮືອນ ປີ 1974

ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ສຳນັກງານ​ໃຫຍ່

ປີ 1977 ຕອນ​ທີ່​ພີ່ນ້ອງ​ອໍ​ເບີດ ສະໂຣເດີ້​ທີ່​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ໄປ​ຢາມ​ເປຣູ ລາວ​ບອກ​ຂ້ອຍ​ໃຫ້​ຍື່ນ​ໃບ​ສະໝັກ​ເຂົ້າ​ເບເທນ​ເພື່ອ​ຮັບໃຊ້​ຢູ່​ສຳນັກງານ​ໃຫຍ່. ຂ້ອຍ​ໄດ້​ເຮັດ​ຕາມ​ທີ່​ລາວ​ບອກ. ຕໍ່​ມາ​ບໍ່​ດົນ ໃນ​ວັນ​ທີ 17 ມິຖຸນາ 1977 ຂ້ອຍ​ເລີ່ມ​ຮັບໃຊ້​ຢູ່​ເບເທນ​ບຣຸກລິນ. ໃນ 4 ປີ​ທຳອິດ ຂ້ອຍ​ເຮັດ​ວຽກ​ຢູ່​ພະແນກ​ອະນາໄມ​ແລະ​ພະແນກ​ສ້ອມ​ແປງ.

ມື້​ທີ່​ເຮົາ​ແຕ່ງດອງ ປີ 1979

ໃນ​ເດືອນ​ມິຖຸນາ ປີ 1978 ຂ້ອຍ​ເຈິ​ກັບ​ເອລີຊາເບັດ ເອວາໂລນ​ຢູ່​ການ​ປະຊຸມ​ນາໆ​ຊາດ​ຢູ່​ເມືອງ​ນິວ​ອໍ​ລີນ ລັດ​ລຸຍຊີອານາ. ຄື​ກັບ​ຂ້ອຍ ລາວ​ຖືກ​ລ້ຽງ​ໂດຍ​ພໍ່​ແມ່​ທີ່​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຂອງ​ເຂົາເຈົ້າ. ຕອນ​ທີ່​ຂ້ອຍ​ເຈິ​ກັບ​ເອລີຊາເບັດ ລາວ​ເປັນ​ໄພໂອເນຍ​ປະຈຳ​ໄດ້ 4 ປີ​ແລ້ວ ແລະ​ລາວ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ​ຕໍ່ໆ​ໄປ​ຕະຫຼອດ​ຊີວິດ​ຂອງ​ລາວ. ເຮົາ​ຕິດຕໍ່​ກັນ ແລະ​ເມື່ອ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ ເຮົາ​ກໍ​ຮັກ​ກັນ​ຫຼາຍ. ເຮົາ​ແຕ່ງດອງ​ວັນ​ທີ 20 ຕຸລາ 1979 ແລ້ວ​ເອລີຊາເບັດ​ກໍ​ເຂົ້າ​ມາ​ຮັບໃຊ້​ຢູ່​ເບເທນ​ນຳ​ກັນ​ກັບ​ຂ້ອຍ.

ປະຊາຄົມ​ທຳອິດ​ຂອງ​ເຮົາ​ແມ່ນ​ປະຊາຄົມ​ບຣຸກລິນ​ສະເປນນິດ. ພີ່ນ້ອງ​ໃນ​ປະຊາຄົມ​ນັ້ນ​ມີ​ຄວາມ​ຮັກ​ຫຼາຍ. ຕະຫຼອດ​ຫຼາຍ​ປີ ເຮົາ​ໄດ້​ຮັບໃຊ້​ຢູ່​ອີກ 3 ປະຊາຄົມ​ທີ່​ມີ​ຄວາມ​ຮັກ​ເຊິ່ງ​ສະໜັບສະໜູນ​ເຮົາ​ໃຫ້​ຮັບໃຊ້​ຢູ່​ເບເທນ​ຕໍ່​ໄປ. ເຮົາ​ຂອບໃຈ​ແທ້ໆ​ທີ່​ເຂົາເຈົ້າ​ຊ່ວຍ​ເຫຼືອ​ເຮົາ​ສະເໝີ ແລະ​ເຮົາ​ກໍ​ຂອບໃຈ​ຄື​ກັນ​ທີ່​ໝູ່​ແລະ​ຄອບຄົວ​ໄດ້​ຊ່ວຍ​ເບິ່ງແຍງ​ພໍ່​ແມ່​ຂອງ​ເຮົາ​ທັງ​ສອງ​ຄົນ​ທີ່​ເຖົ້າ​ແລ້ວ.

ພີ່ນ້ອງ​ຟີລິບ ບຣຳເລ​ຖ່າຍ​ຮູບ​ກັບ​ພີ່ນ້ອງ​ຢູ່​ເບເທນ​ຢູ່​ການ​ປະຊຸມ​ປະຈຳ​ປະຊາຄົມ.

ພີ່ນ້ອງ​ເບເທນ​ທີ່​ຢູ່​ປະຊາຄົມ​ບຣຸກລິນ​ສະເປນນິດ ປີ 1986

ເຮັດ​ວຽກ​ຢູ່​ພະແນກ​ກົດໝາຍ

ໃນ​ເດືອນ​ມັງກອນ ປີ 1982 ຂ້ອຍ​ຕົກໃຈ​ຫຼາຍ​ຍ້ອນ​ຖືກ​ມອບໝາຍ​ໃຫ້​ໄປ​ເຮັດ​ວຽກ​ຢູ່​ພະແນກ​ກົດໝາຍ​ຂອງ​ເບເທນ. ສາມ​ປີ​ຕໍ່​ມາ ຜູ້​ເບິ່ງແຍງ​ພະແນກ​ໄດ້​ຂໍ​ໃຫ້​ຂ້ອຍ​ໄປ​ຮຽນ​ກົດໝາຍ​ຢູ່​ມະຫາວິທະຍາໄລ​ເພື່ອ​ຈະ​ໄດ້​ເປັນ​ທະນາຍ​ຄວາມ​ທີ່​ມີ​ໃບ​ອະນຸຍາດ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ວຽກ​ມອບໝາຍ​ຂອງ​ຂ້ອຍ. ຂ້ອຍ​ຕົກໃຈ​ຫຼາຍ​ທີ່​ໄດ້​ຮູ້​ຕອນ​ທີ່​ຮຽນ​ໜັງສື​ວ່າ​ປະຊາຊົນ​ຢູ່​ອາເມຣິກາ​ແລະ​ຢູ່​ປະເທດ​ອື່ນໆ​ມີ​ອິດສະຫຼະ​ເຮັດ​ຫຼາຍ​ຢ່າງ​ໄດ້​ແມ່ນ​ຍ້ອນ​ໄຊ​ຊະນະ​ທາງ​ດ້ານ​ກົດໝາຍ​ຂອງ​ພະຍານ​ພະ​ເຢໂຫວາ. ມີ​ການ​ເວົ້າ​ເຖິງ​ຄະດີ​ທີ່​ສຳຄັນ​ເຫຼົ່າ​ນີ້​ໃນ​ຫ້ອງ​ຮຽນ.

ໃນ​ປີ 1986 ຕອນ​ນັ້ນ​ຂ້ອຍ​ອາຍຸ 30 ປີ ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ພະແນກ​ກົດໝາຍ. ຍ້ອນ​ວ່າ​ອາຍຸ​ຍັງ​ນ້ອຍ​ແລະ​ຂ້ອຍ​ກໍ​ເຂົ້າໃຈ​ວ່າ​ວຽກ​ມອບໝາຍ​ນີ້​ບໍ່​ງ່າຍ​ເລີຍ ຂ້ອຍ​ຈຶ່ງ​ຮູ້ສຶກ​ວ່າ​ເປັນ​ສິດທິ​ພິເສດ​ແລະ​ທັງ​ຮູ້ສຶກ​ກັງວົນ​ໄປ​ນຳ.

ຂ້ອຍ​ໄດ້​ເປັນ​ທະນາຍ​ຄວາມ​ໃນ​ປີ 1988 ແຕ່​ຂ້ອຍ​ບໍ່​ໄດ້​ສຳນຶກ​ເລີຍ​ວ່າ​ການ​ຮຽນ​ແບບ​ນັ້ນ​ສົ່ງ​ຜົນ​ເສຍຫາຍ​ຫຼາຍ​ສ່ຳ​ໃດ​ຕໍ່​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ. ການ​ຮຽນ​ສູງໆ​ເຮັດ​ໃຫ້​ຄົນ​ເຮົາ​ເປັນ​ຄົນ​ທະເຍີທະຍານ​ແລະ​ຮູ້ສຶກ​ວ່າ​ເຂົາເຈົ້າ​ດີ​ກວ່າ​ຄົນ​ອື່ນ​ທີ່​ບໍ່​ໄດ້​ຮຽນ​ສູງ​ແບບ​ນັ້ນ. ເອລີຊາເບັດ​ໄດ້​ຊ່ວຍ​ຂ້ອຍ​ຫຼາຍ​ແທ້ໆ. ລາວ​ຊ່ວຍ​ຂ້ອຍ​ໃຫ້​ກັບ​ມາ​ຈົດຈໍ່​ໃນ​ສິ່ງ​ທີ່​ຂ້ອຍ​ເຄີຍ​ເຮັດ​ເພື່ອ​ຈະ​ມີ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ພະ​ເຢໂຫວາ​ຄື​ກັບ​ຕອນ​ກ່ອນ​ທີ່​ຂ້ອຍ​ຈະ​ເຂົ້າ​ໂຮງຮຽນ​ກົດໝາຍ. ມັນ​ຕ້ອງ​ໃຊ້​ເວລາ ແຕ່​ຂ້ອຍ​ຄ່ອຍໆ​ຟື້ນ​ໂຕ​ທາງ​ດ້ານ​ຄວາມ​ເຊື່ອ. ຂ້ອຍ​ຮຽນ​ຮູ້​ຈາກ​ປະສົບການ​ຂອງ​ໂຕເອງ​ວ່າ​ການ​ມີ​ຄວາມ​ຮູ້​ພິເສດ​ບາງ​ຢ່າງ​ບໍ່​ແມ່ນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ສິ່ງ​ທີ່​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ໝາຍ​ແທ້ໆ​ແມ່ນ​ການ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ເພິ່ນ​ແລະ​ຕໍ່​ພີ່ນ້ອງ.

ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ

ຫຼັງ​ຈາກ​ຮຽນ​ຈົບ​ກົດໝາຍ ຂ້ອຍ​ສຸມ​ໃສ່​ການ​ຊ່ວຍ​ພະແນກ​ຂອງ​ເຮົາ​ເພື່ອ​ເບິ່ງແຍງ​ເລື່ອງ​ກົດໝາຍ​ຢູ່​ເບເທນ​ແລະ​ການ​ປົກປ້ອງ​ສິດ​ຂອງ​ເຮົາ​ໃນ​ການ​ປະກາດ​ຂ່າວ​ດີ​ຢູ່​ສານ. ວຽກ​ຂອງ​ຂ້ອຍ​ຕື່ນເຕັ້ນ​ຫຼາຍ ແຕ່​ກໍ​ທ້າທາຍ​ນຳ​ຍ້ອນ​ສິ່ງ​ຕ່າງໆ​ປ່ຽນແປງ​ໄວ​ຫຼາຍ​ໃນ​ອົງການ. ຕົວຢ່າງ​ເຊັ່ນ: ເຮົາ​ເຄີຍ​ຂໍ​ໃຫ້​ຄົນ​ບໍລິຈາກ​ເງິນ​ເມື່ອ​ເອົາ​ປຶ້ມ​ຂອງ​ເຮົາ ແຕ່​ເລີ່ມ​ຕັ້ງແຕ່​ປີ 1991 ພະແນກ​ກົດໝາຍ​ຖືກ​ຂໍ​ໃຫ້​ຊ່ວຍ​ແນະນຳ​ເພື່ອ​ຈະ​ເຊົາ​ເຮັດ​ແບບ​ນີ້. ຫຼັງ​ຈາກ​ນັ້ນ ພະຍານ​ພະ​ເຢໂຫວາ​ໄດ້​ແຈກ​ຢາຍ​ປຶ້ມ​ໂດຍ​ທີ່​ບໍ່​ໃຫ້​ເສຍ​ຄ່າ​ຫຍັງ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ວຽກ​ຢູ່​ເບເທນ​ແລະ​ວຽກ​ໃນ​ເຂດ​ງ່າຍ​ຂຶ້ນ ແລະ​ທັງ​ຊ່ວຍ​ຫຼີກລ່ຽງ​ບັນຫາ​ເລື່ອງ​ເສຍ​ພາສີ. ບາງ​ຄົນ​ຄິດ​ວ່າ​ການ​ປ່ຽນແປງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ເງິນ​ຈຳນວນ​ຫຼາຍ​ຈົນ​ບໍ່​ມີ​ປຶ້ມ​ພຽງ​ພໍ​ທີ່​ຈະ​ເອົາ​ໄປ​ໃຫ້​ຄົນ​ສົນໃຈ ແລະ​ຜົນ​ກໍ​ຄື​ຈະ​ມີ​ໜ້ອຍ​ຄົນ​ທີ່​ຈະ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ. ມັນ​ພັດ​ກົງ​ກັນ​ຂ້າມ. ຈຳນວນ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຕັ້ງແຕ່​ປີ 1990 ມີ​ຫຼາຍ​ກວ່າ​ສອງ​ເທົ່າ ແລະ​ຕອນນີ້​ທຸກ​ຄົນ​ສາມາດ​ອ່ານ​ຄວາມ​ຮູ້​ທີ່​ປົກປ້ອງ​ຊີວິດ​ໂດຍ​ບໍ່​ຕ້ອງ​ຈ່າຍ​ຄ່າ​ຫຍັງ​ເລີຍ. ຂ້ອຍ​ໄດ້​ເຫັນ​ດ້ວຍ​ຕາ​ໂຕເອງ​ວ່າ​ການ​ປ່ຽນແປງ​ໃຫຍ່ໆ​ໃນ​ອົງການ​ຂອງ​ເຮົາ​ປະສົບ​ຜົນ​ສຳເລັດ​ໄດ້​ແມ່ນ​ຍ້ອນ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເທົ່າ​ນັ້ນ ແລະ​ຍ້ອນ​ການ​ຊີ້ນຳ​ທີ່​ເຮົາ​ໄດ້​ຮັບ​ຈາກ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ.—ອພຍ. 15:2; ມທ. 24:45

ເຮົາ​ຊະນະ​ຄະດີ​ຕ່າງໆ​ໃນ​ສານ​ບໍ່​ແມ່ນ​ຍ້ອນ​ເຮົາ​ມີ​ທະນາຍ​ຄວາມ​ທີ່​ເກັ່ງ ແຕ່​ຫຼາຍ​ເທື່ອ​ສິ່ງ​ທີ່​ເຮັດ​ໃຫ້​ຜູ້​ພິພາກສາ​ແລະ​ເຈົ້າ​ໜ້າທີ່​ລັດຖະບານ​ຊ່ວຍ​ເຮົາ​ແມ່ນ​ຍ້ອນ​ການ​ປະພຶດ​ທີ່​ດີ​ຂອງ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ເຫັນ​ຕົວຢ່າງ​ເລື່ອງ​ນີ້​ໃນ​ປີ 1998 ຕອນ​ທີ່​ຄະນະ​ກຳມະການ​ປົກຄອງ 3 ຄົນ​ກັບ​ເມຍ​ຂອງ​ເຂົາເຈົ້າ​ໄປ​ຮ່ວມ​ການ​ປະຊຸມ​ພິເສດ​ຢູ່​ກູບາ. ຄວາມ​ອ່ອນໂຍນ​ແລະ​ການ​ປະພຶດ​ທີ່​ສະແດງ​ຄວາມ​ນັບຖື​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ເຈົ້າ​ໜ້າທີ່​ລັດຖະບານ​ໝັ້ນໃຈ​ວ່າ​ພວກ​ເຮົາ​ບໍ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ການເມືອງ. ການ​ປະພຶດ​ແບບ​ນີ້​ສຳຄັນ​ກວ່າ​ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ກັບ​ເຈົ້າ​ໜ້າທີ່​ລັດຖະບານ​ໃນ​ການ​ປະຊຸມ​ທີ່​ເປັນ​ທາງ​ການ​ກັບ​ເຂົາເຈົ້າ.

ແຕ່​ເມື່ອ​ເລື່ອງ​ທາງ​ດ້ານ​ກົດໝາຍ​ບໍ່​ສາມາດ​ແກ້ໄຂ​ໄດ້​ໃນ​ວິທີ​ສັນຕິ ເຮົາ​ກໍ “ພະຍາຍາມ​ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ” ໃນ​ສານ. (ຟລປ. 1:7) ຕົວຢ່າງ​ເຊັ່ນ: ເປັນ​ເວລາ​ຫຼາຍ​ສິບ​ປີ​ທີ່​ອຳນາດ​ການ​ປົກຄອງ​ຢູ່​ເອີຣົບ​ແລະ​ຢູ່​ເກົາຫຼີ​ໃຕ້​ປະຕິເສດ​ບໍ່​ຍອມຮັບ​ສິດ​ຂອງ​ເຮົາ​ທີ່​ຈະ​ບໍ່​ເປັນ​ທະຫານ. ຜົນ​ກໍ​ຄື ພີ່ນ້ອງ​ຊາຍ​ຢູ່​ເອີຣົບ​ປະມານ 18.000 ຄົນ ແລະ​ພີ່ນ້ອງ​ຊາຍ​ຫຼາຍ​ກວ່າ 19.000 ຄົນ​ຢູ່​ເກົາຫຼີ​ໃຕ້​ຕ້ອງ​ຕິດ​ຄຸກ​ຫຼາຍ​ປີ​ຍ້ອນ​ການ​ເປັນ​ທະຫານ​ຂັດ​ກັບໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຂົາເຈົ້າ.

ໃນ​ທີ່​ສຸດ ໃນ​ວັນ​ທີ 7 ກໍລະກົດ 2011 ສານ​ສິດທິ​ມະນຸດ​ຂອງ​ເອີຣົບ​ໄດ້​ອອກ​ຄຳ​ຕັດສິນ​ທີ່​ສຳຄັນ​ໃນ​ຄະດີ​ລະຫວ່າງ​ພີ່ນ້ອງ​ບາຍັດຍັນ​ກັບ​ປະເທດ​ອາກເມນີ​ວ່າ​ໃຫ້​ທຸກ​ປະເທດ​ໃນ​ເອີຣົບ​ອະນຸຍາດ​ໃຫ້​ມີ​ການ​ເລືອກ​ເຮັດ​ວຽກ​ຮັບໃຊ້​ສັງຄົມ​ແທນ​ທີ່​ຈະ​ໄປ​ເປັນ​ທະຫານ​ຍ້ອນ​ຄວາມ​ເຊື່ອ​ທາງ​ສາສະໜາ. ໃນ​ວັນ​ທີ 28 ມິຖຸນາ 2018 ສານ​ລັດຖະທຳມະນູນ​ເກົາຫຼີ​ໃຕ້​ກໍ​ໄດ້​ຕັດສິນ​ຄ້າຍໆ​ກັນ​ນີ້. ຖ້າ​ພີ່ນ້ອງ​ຊາຍ​ໜຸ່ມ​ຈຳນວນ​ໜຶ່ງ​ບໍ່​ໄດ້​ຮັກສາ​ຄວາມ​ເປັນ​ກາງ ເຮົາ​ຈະ​ບໍ່​ມີ​ທາງ​ໄດ້​ຮັບ​ໄຊ​ຊະນະ​ແບບ​ນີ້.

ພະແນກ​ກົດໝາຍ​ຢູ່​ສຳນັກງານ​ໃຫຍ່​ແລະ​ຢູ່​ສາຂາ​ຕ່າງໆ​ທົ່ວ​ໂລກ​ກຳລັງ​ເຮັດ​ວຽກ​ໜັກ​ເພື່ອ​ປົກປ້ອງ​ສິດ​ຂອງ​ເຮົາ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ແລະ​ເພື່ອ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ. ເຮົາ​ຖື​ວ່າ​ເປັນ​ກຽດ​ແທ້ໆ​ທີ່​ໄດ້​ເປັນ​ຕົວແທນ​ຂອງ​ພີ່ນ້ອງ​ທີ່​ເຈິ​ກັບ​ການ​ຕໍ່ຕ້ານ​ຈາກ​ລັດຖະບານ. ເຖິງ​ວ່າ​ບາງ​ເທື່ອ​ເຮົາ​ບໍ່​ຊະນະ​ຄະດີ​ໃນ​ສານ ແຕ່​ເຮົາ​ກໍ​ໄດ້​ບອກ​ໃຫ້​ເຈົ້າແຂວງ ກະສັດ ແລະ​ຊາດ​ຕ່າງໆ​ຮູ້​ກ່ຽວກັບ​ຄວາມ​ເຊື່ອ​ຂອງ​ເຮົາ. (ມທ. 10:18) ຜູ້​ພິພາກສາ ຕົວແທນ​ຈາກ​ລັດຖະບານ ສື່​ມວນ​ຊົນ ແລະ​ຄົນ​ທົ່ວໄປ​ຕ້ອງ​ໄດ້​ພິຈາລະນາ​ຂໍ້​ຄຳພີ​ຕ່າງໆ​ທີ່​ເຮົາ​ຂຽນ​ໄວ້​ໃນ​ເອກະສານ​ທຸກ​ຢ່າງ​ທີ່​ເຮົາ​ຍື່ນ​ແລະ​ຂໍ້​ຄຳພີ​ທີ່​ເຮົາ​ຍົກ​ຂຶ້ນ​ມາ​ເວົ້າ​ໃນ​ສານ​ເພື່ອ​ສະໜັບສະໜູນ​ຄະດີ​ຂອງ​ເຮົາ. ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ໄດ້​ຮຽນ​ຮູ້​ວ່າ​ພະຍານ​ພະ​ເຢໂຫວາ​ແມ່ນ​ໃຜ​ແລະ​ຄວາມ​ເຊື່ອ​ຂອງ​ເຮົາ​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ. ບາງ​ຄົນ​ໃນ​ກຸ່ມ​ຄົນ​ເຫຼົ່າ​ນີ້​ໄດ້​ເຂົ້າ​ມາ​ເປັນ​ພີ່ນ້ອງ.

ຂອບໃຈ​ພະ​ເຢໂຫວາ

ຕະຫຼອດ 40 ປີ​ທີ່​ຜ່ານ​ມາ ຂ້ອຍ​ມີ​ສິດທິ​ພິເສດ​ໄດ້​ເຮັດ​ວຽກ​ເລື່ອງ​ກົດໝາຍ​ກັບ​ສຳນັກງານ​ສາຂາ​ຢູ່​ທົ່ວ​ໂລກ ໄດ້​ໄປ​ຂຶ້ນ​ສານ​ສູງ​ຫຼາຍ​ບ່ອນ ແລະ​ໄດ້​ເຈິ​ກັບ​ເຈົ້າ​ໜ້າທີ່​ລັດຖະບານ​ທີ່​ເປັນ​ຄົນ​ສຳຄັນ. ຂ້ອຍ​ຮັກ​ແລະ​ຊົມເຊີຍ​ພີ່ນ້ອງ​ທີ່​ເຮັດ​ວຽກ​ນຳ​ກັນ​ກັບ​ຂ້ອຍ​ໃນ​ພະແນກ​ກົດໝາຍ​ຢູ່​ສຳນັກງານ​ໃຫຍ່​ແລະ​ຢູ່​ສາຂາ​ຕ່າງໆ​ທົ່ວ​ໂລກ. ຊີວິດ​ຂອງ​ຂ້ອຍ​ໄດ້​ຮັບ​ສິ່ງ​ດີໆ​ຫຼາຍ​ຢ່າງ​ແລະ​ມີ​ຄວາມ​ສຸກ​ຫຼາຍ.

ຟີລິບ​ກັບ​ເອລີຊາເບັດ ບຣຳເລ.

ເອລີຊາເບັດ​ສະໜັບສະໜູນ​ຂ້ອຍ​ດ້ວຍ​ຄວາມ​ຮັກ​ແລະ​ດ້ວຍ​ຄວາມ​ພັກດີ​ທັງ​ໃນ​ຍາມ​ທີ່​ສະດວກ​ແລະ​ໃນ​ຍາມ​ທີ່​ຍາກ​ລຳບາກ​ຕະຫຼອດ 45 ປີ​ທີ່​ຜ່ານ​ມາ. ຂ້ອຍ​ຊົມເຊີຍ​ລາວ​ທີ່​ໄດ້​ເຮັດ​ແບບ​ນັ້ນ​ທັງໆ​ທີ່​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ເຈັບ​ປ່ວຍ​ກ່ຽວກັບ​ລະບົບ​ພູມ​ຕ້ານ​ທານ​ເຊິ່ງ​ເຮັດ​ໃຫ້​ລາວ​ບໍ່​ມີ​ແຮງ.

ເຮົາ​ໄດ້​ເຫັນ​ດ້ວຍ​ຕາ​ໂຕເອງ​ວ່າ​ກຳລັງ​ແລະ​ໄຊ​ຊະນະ​ບໍ່​ໄດ້​ມາ​ຈາກ​ຄວາມ​ສາມາດ​ຂອງ​ເຮົາ​ເອງ. ຄື​ກັບ​ທີ່​ດາວິດ​ເວົ້າ “ພະ​ເຢໂຫວາ​ເປັນ​ກຳລັງ​ສຳລັບ​ຄົນ​ຂອງ​ເພິ່ນ.” (ພສ. 28:8) ທີ່​ຈິງ “ການ​ຕໍ່ສູ້​ນີ້​ເປັນ​ຂອງ​ພະ​ເຢໂຫວາ.”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌