ບົດຄວາມສຶກສາທີ 42
ເພງທີ 44 ຄຳອະທິດຖານຂອງຄົນທຸກໃຈ
ວິທີຊ່ວຍເຈົ້າໃຫ້ອະທິດຖານຈາກໃຈ
“ລູກຮ້ອງຫາພະອົງສຸດຫົວໃຈ. ພະເຢໂຫວາເອີ້ຍ ຂໍພະອົງຕອບລູກແດ່.”—ພສ. 119:145
ຈຸດສຳຄັນ
ການຄິດຕຶກຕອງກ່ຽວກັບຄຳອະທິດຖານທີ່ຢູ່ໃນຄຳພີໄບເບິນສາມາດຊ່ວຍເຮົາໃຫ້ອະທິດຖານຈາກໃຈ.
1-2. (ກ) ອັນໃດອາດເຮັດໃຫ້ເຮົາບໍ່ກ້າອະທິດຖານແບບເປີດໃຈກັບພະເຢໂຫວາ? (ຂ) ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຕັ້ງໃຈຟັງຄຳອະທິດຖານຂອງເຮົາ?
ບາງເທື່ອເຈົ້າຮູ້ສຶກບໍວ່າຄຳອະທິດຖານຂອງເຈົ້າເປັນການເວົ້າແບບຊ້ຳໆແລະເປັນແບບຜິວເຜີນບໍ່ໄດ້ອອກມາຈາກໃຈ? ຖ້າແມ່ນ ກໍບໍ່ໄດ້ມີແຕ່ເຈົ້າຄົນດຽວທີ່ຮູ້ສຶກແບບນັ້ນ. ຍ້ອນເຮົາທຸກຄົນມີຊີວິດທີ່ຫຍຸ້ງຫຼາຍ ເຮົາຈຶ່ງອະທິດຖານແບບຟ້າວຝັ່ງ ຫຼືເຮົາອາດຮູ້ສຶກວ່າຍາກທີ່ຈະເປີດໃຈລົມກັບພະເຢໂຫວາຍ້ອນຮູ້ສຶກວ່າໂຕເອງບໍ່ດີພໍທີ່ຈະອະທິດຖານຫາເພິ່ນ.
2 ຄຳພີໄບເບິນສອນເຮົາວ່າ ສິ່ງທີ່ສຳຄັນສຳລັບພະເຢໂຫວາບໍ່ແມ່ນຄຳອະທິດຖານທີ່ໃຊ້ຄຳເວົ້າທີ່ເລີດຫຼູ ແຕ່ເປັນຄຳອະທິດຖານທີ່ອອກມາຈາກໃຈ. ເພິ່ນຟັງ “ຄຳຮ້ອງຂໍຂອງຄົນຖ່ອມ.” (ພສ. 10:17) ພະເຢໂຫວາຕັ້ງໃຈຟັງຄຳອະທິດຖານຂອງເຮົາທຸກຄຳຍ້ອນເພິ່ນສົນໃຈເຮົາແທ້ໆ.—ພສ. 139:1-3
3. ເຮົາຈະເບິ່ງຄຳຖາມຫຍັງແດ່ໃນບົດນີ້?
3 ໃນບົດນີ້ ເຮົາຈະເບິ່ງຄຳຖາມຕ່າງໆຕໍ່ໄປນີ້: ເປັນຫຍັງເຮົາຈຶ່ງບໍ່ຢ້ານທີ່ຈະອະທິດຖານຫາພະເຢໂຫວາ? ເຮົາຈະອະທິດຖານແບບມີຄວາມໝາຍຫຼາຍຂຶ້ນໄດ້ແນວໃດ? ການຄິດຕຶກຕອງກ່ຽວກັບຄຳອະທິດຖານຈາກໃຈທີ່ຢູ່ໃນຄຳພີໄບເບິນຈະຊ່ວຍເຮົາແນວໃດໃຫ້ປັບປຸງຄຳອະທິດຖານຂອງເຮົາ? ແລະເຮົາຈະເຮັດແນວໃດຖ້າເຮົາອຸກໃຈຫຼາຍຈົນບໍ່ຮູ້ວ່າຈະເວົ້າຫຍັງກັບພະເຢໂຫວາ? ໃຫ້ເຮົາມາເບິ່ງຄຳຕອບຂອງຄຳຖາມເຫຼົ່ານີ້ນຳກັນ.
ບໍ່ຕ້ອງຢ້ານທີ່ຈະອະທິດຖານຫາພະເຢໂຫວາ
4. ອັນໃດຈະຊ່ວຍເຮົາບໍ່ໃຫ້ຢ້ານທີ່ຈະອະທິດຖານຫາພະເຢໂຫວາ? (ເພງສັນລະເສີນ 119:145)
4 ເມື່ອເຮົາເຂົ້າໃຈວ່າພະເຢໂຫວາເປັນໝູ່ທີ່ພັກດີທີ່ຢາກໃຫ້ເຮົາໄດ້ສິ່ງທີ່ດີທີ່ສຸດ ເຮົາກໍຈະບໍ່ຢ້ານທີ່ຈະອະທິດຖານຫາເພິ່ນແລະເວົ້າກັບເພິ່ນກ່ຽວກັບສິ່ງທີ່ເຮົາຄິດແລະຮູ້ສຶກ. ຜູ້ຂຽນເພງສັນລະເສີນບົດ 119 ພະຍາຍາມເບິ່ງພະເຢໂຫວາແບບນັ້ນຕອນທີ່ລາວອະທິດຖານຫາເພິ່ນ. ຊີວິດຂອງລາວບໍ່ແມ່ນວ່າຊິບໍ່ມີບັນຫາ. ລາວຖືກພວກຄົນຊົ່ວເວົ້າໃສ່ຮ້າຍ. (ພສ. 119:23, 69, 78) ນອກຈາກນັ້ນ ບາງເທື່ອລາວກໍຮູ້ສຶກທໍ້ໃຈຍ້ອນເຮັດຜິດ. (ພສ. 119:67) ເຖິງຈະເປັນແນວນັ້ນ ແຕ່ລາວກໍກ້າເປີດໃຈທີ່ຈະລົມກັບພະເຢໂຫວາໃນຄຳອະທິດຖານ.—ອ່ານເພງສັນລະເສີນ 119:145
5. ເປັນຫຍັງເຮົາບໍ່ຄວນປ່ອຍໃຫ້ຄວາມຮູ້ສຶກໃນແງ່ລົບເຮັດໃຫ້ເຮົາບໍ່ກ້າອະທິດຖານຫາພະເຢໂຫວາ? ຂໍໃຫ້ຍົກຕົວຢ່າງ
5 ແມ່ນແຕ່ຄົນທີ່ເຮັດຜິດຮ້າຍແຮງ ພະເຢໂຫວາກໍຢາກໃຫ້ເຂົາເຈົ້າອະທິດຖານຫາເພິ່ນ. (ອຊຢ. 55:6, 7) ເຮົາບໍ່ຄວນປ່ອຍໃຫ້ຄວາມຮູ້ສຶກໃນແງ່ລົບເຮັດໃຫ້ເຮົາບໍ່ກ້າອະທິດຖານຫາພະເຢໂຫວາ. ເພື່ອເປັນຕົວຢ່າງ: ສົມມຸດວ່າເຈົ້າໄປທ່ຽວບ່ອນໃດບ່ອນໜຶ່ງທີ່ບໍ່ເຄີຍໄປຈັກເທື່ອ ແລະເຈົ້າຫຼົງທາງຢູ່ຫັ້ນ. ແຕ່ຄົນທ້ອງຖິ່ນສາມາດຊ່ວຍເຈົ້າໃຫ້ໄປທາງທີ່ຖືກໄດ້. ເຈົ້າຊິບໍ່ຂໍຄວາມຊ່ວຍເຫຼືອຈາກຜູ້ນັ້ນບໍຍ້ອນຮູ້ສຶກອາຍທີ່ຫຼົງທາງ?ເຈົ້າຈະບໍ່ເຮັດແບບນັ້ນດອກ! ຄ້າຍຄືກັນ ເຖິງວ່າບາງເທື່ອເຮົາໄດ້ເຮັດຜິດຫຼືເຮົາຮູ້ສຶກວ່າກຳລັງຫຼົງທາງ ເຮົາບໍ່ຕ້ອງຢ້ານທີ່ຈະອະທິດຖານຫາພະເຢໂຫວາ.—ພສ. 119:25, 176
ເຮົາຈະອະທິດຖານແບບມີຄວາມໝາຍຫຼາຍຂຶ້ນໄດ້ແນວໃດ?
6-7. ການຄິດຕຶກຕອງກ່ຽວກັບຄຸນລັກສະນະຕ່າງໆຂອງພະເຢໂຫວາຊ່ວຍເຮົາແນວໃດໃຫ້ອະທິດຖານແບບມີຄວາມໝາຍຫຼາຍຂຶ້ນ? ຂໍໃຫ້ຍົກຕົວຢ່າງ (ເບິ່ງໄຂເງື່ອນນຳ)
6 ເມື່ອເຮົາອະທິດຖານບອກພະເຢໂຫວາວ່າເຮົາຄິດແລະຮູ້ສຶກແນວໃດແທ້ໆ ຄຳອະທິດຖານຂອງເຮົາກໍຈະມີຄວາມໝາຍຫຼາຍຂຶ້ນ. ຄັນຊັ້ນ ອັນໃດຈະຊ່ວຍເຮົາໃຫ້ເຮັດແບບນັ້ນໄດ້?
7 ຄິດຕຶກຕອງກ່ຽວກັບຄຸນລັກສະນະຕ່າງໆຂອງພະເຢໂຫວາ.a ແຮ່ງເຮົາຄິດຕຶກຕອງກ່ຽວກັບຄຸນລັກສະນະຕ່າງໆຂອງພະເຢໂຫວາ ເຮົາກໍແຮ່ງຈະກ້າບອກເພິ່ນວ່າເຮົາຄິດແລະຮູ້ສຶກແນວໃດ. (ພສ. 145:8, 9, 18) ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຍິງຄົນໜຶ່ງຊື່ຄລິດສະຕິນທີ່ພໍ່ຂອງລາວມັກໃຊ້ຄວາມຮຸນແຮງ. ຄລິດສະຕິນເວົ້າວ່າ: “ການລົມກັບພະເຢໂຫວາໃນຖານະພໍ່ຍາກຫຼາຍສຳລັບຂ້ອຍ. ຂ້ອຍຮູ້ສຶກວ່າໂຕເອງບໍ່ດີພໍແລະຖ້າຂ້ອຍເຮັດຜິດພະເຢໂຫວາກໍຈະປະຖິ້ມຂ້ອຍ.” ຄຸນລັກສະນະອັນໃດຂອງພະເຢໂຫວາທີ່ຊ່ວຍລາວ? ຄລິດສະຕິນເວົ້າວ່າ: “ເມື່ອຂ້ອຍຄິດຕຶກຕອງກ່ຽວກັບຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາກໍເຮັດໃຫ້ຂ້ອຍໝັ້ນໃຈວ່າເພິ່ນຮັກຂ້ອຍ. ຂ້ອຍຮູ້ວ່າເພິ່ນຈະບໍ່ມີທາງປ່ອຍມືຂ້ອຍ. ເຖິງວ່າຂ້ອຍລົ້ມລົງ ເພິ່ນກໍຈະໂຈມຂ້ອຍຂຶ້ນດ້ວຍຄວາມຮັກ. ການຄິດແບບນີ້ຊ່ວຍຂ້ອຍໃຫ້ກ້າລະບາຍຄວາມຮູ້ສຶກທຸກຢ່າງກັບພະເຢໂຫວາທັງຕອນທີ່ມີຄວາມສຸກທີ່ສຸດແລະຕອນທີ່ໂສກເສົ້າທີ່ສຸດ.”
8-9. ການຄິດກ່ຽວກັບສິ່ງທີ່ຈະເວົ້າກ່ອນອະທິດຖານເປັນປະໂຫຍດແນວໃດ? ຂໍໃຫ້ຍົກຕົວຢ່າງ
8 ຄິດກ່ຽວກັບສິ່ງທີ່ຈະເວົ້າ. ກ່ອນຈະອະທິດຖານ ເຈົ້າອາດຖາມໂຕເອງວ່າ: ‘ຕອນນີ້ຂ້ອຍກຳລັງເຈິບັນຫາຫຍັງ? ມີໃຜບໍທີ່ຂ້ອຍຕ້ອງໃຫ້ອະໄພ? ບໍ່ດົນມານີ້ມີຫຍັງເກີດຂຶ້ນໃນຊີວິດຂອງຂ້ອຍບໍທີ່ຕ້ອງຂໍໃຫ້ພະເຢໂຫວາຊ່ວຍ?’ (2ກສ. 19:15-19) ນອກຈາກນັ້ນ ເຮົາຍັງສາມາດຮຽນແບບຄຳອະທິດຖານແບບຢ່າງຂອງພະເຢຊູໂດຍຄິດກ່ຽວກັບສິ່ງທີ່ເຮົາຈະຂໍພະເຢໂຫວາເຊິ່ງກ່ຽວຂ້ອງກັບຊື່ຂອງເພິ່ນ ການປົກຄອງຂອງເພິ່ນ ແລະຄວາມຕ້ອງການຂອງເພິ່ນ.—ມທ. 6:9, 10
9 ຕອນທີ່ພີ່ນ້ອງອາລິສ໌ກ້າຮູ້ວ່າຜົວຂອງລາວເປັນມະເຮັງສະໝອງໄລຍະສຸດທ້າຍແລະຈະຢູ່ໄດ້ອີກບໍ່ດົນ ລາວຮູ້ສຶກວ່າຍາກຫຼາຍທີ່ຈະອະທິດຖານ. ລາວເລົ່າວ່າ: “ຂ້ອຍທຸກໃຈຫຼາຍຈົນຄິດຫຍັງບໍ່ອອກແລະບໍ່ຮູ້ວ່າຈະເວົ້າຫຍັງໃນຄຳອະທິດຖານ.” ອັນໃດຊ່ວຍລາວໄດ້? ລາວເວົ້າວ່າ: “ກ່ອນອະທິດຖານ ຂ້ອຍໄດ້ໃຊ້ເວລາໜ້ອຍໜຶ່ງເພື່ອກຽມຄວາມຄິດເຊິ່ງມັນຊ່ວຍຂ້ອຍບໍ່ໃຫ້ເວົ້າເຖິງແຕ່ເລື່ອງຂອງໂຕເອງ. ການເຮັດແບບນີ້ຊ່ວຍຂ້ອຍໃຫ້ສະຫງົບໃຈຫຼາຍຂຶ້ນແລະສາມາດອະທິດຖານຫາພະເຢໂຫວາໃນເລື່ອງອື່ນໆໄດ້ນຳ.”
10. ເປັນຫຍັງເຮົາຄວນໃຊ້ເວລາດົນຂຶ້ນໃນການອະທິດຖານ? (ເບິ່ງຮູບນຳ)
10 ໃຊ້ເວລາດົນຂຶ້ນໃນການອະທິດຖານ. ເຖິງວ່າການອະທິດຖານສັ້ນໆຈະມີຄວາມໝາຍ ແຕ່ເມື່ອເຮົາໃຊ້ເວລາດົນຂຶ້ນໃນການອະທິດຖານເຮົາກໍສາມາດເວົ້າເຖິງຄວາມຄິດແລະຄວາມຮູ້ສຶກເລິກໆຂອງໂຕເອງອອກມາ.b ພີ່ນ້ອງອີໄລຈາຜົວຂອງອາລິສ໌ກ້າເວົ້າວ່າ: “ໃນມື້ໜຶ່ງຂ້ອຍພະຍາຍາມອະທິດຖານຫຼາຍເທື່ອ ແລະຂ້ອຍຮູ້ສຶກວ່າໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນເມື່ອໃຊ້ເວລາອະທິດຖານດົນໆ. ພະເຢໂຫວາບໍ່ໄດ້ເລັ່ງຂ້ອຍໃຫ້ອະທິດຖານໃຫ້ແລ້ວໄວໆ ສະນັ້ນຂ້ອຍຈຶ່ງອະທິດຖານຫາເພິ່ນດົນໆໄດ້.” ໃຫ້ລອງເຮັດແບບນີ້: ໃຫ້ຊອກເວລາແລະສະຖານທີ່ທີ່ເຈົ້າຈະອະທິດຖານດົນໆໄດ້ໂດຍບໍ່ມີຫຍັງມາລົບກວນ ແລະບາງເທື່ອອາດຈະອະທິດຖານອອກສຽງໄດ້ນຳ. ໃຫ້ພະຍາຍາມເຮັດແບບນີ້ຈົນເປັນນິດໄສ.
ໃຫ້ຊອກເວລາແລະສະຖານທີ່ທີ່ເຈົ້າຈະອະທິດຖານດົນໆໄດ້ໂດຍບໍ່ມີຫຍັງມາລົບກວນ (ເບິ່ງຂໍ້ 10)
ຄິດຕຶກຕອງກ່ຽວກັບຄຳອະທິດຖານຈາກໃຈທີ່ຢູ່ໃນຄຳພີໄບເບິນ
11. ການຄິດຕຶກຕອງກ່ຽວກັບຄຳອະທິດຖານຈາກໃຈທີ່ຢູ່ໃນຄຳພີໄບເບິນເປັນປະໂຫຍດຕໍ່ເຮົາແນວໃດ? (ເບິ່ງຂອບ “ເຈົ້າຮູ້ສຶກຄືກັບເຂົາເຈົ້າບໍ? ນຳ”)
11 ເຈົ້າອາດໄດ້ຮັບປະໂຫຍດຈາກການຄິດຕຶກຕອງກ່ຽວກັບຄຳອະທິດຖານຈາກໃຈແລະເພງທີ່ຜູ້ຮັບໃຊ້ຂອງພະເຢໂຫວາຮ້ອງສັນລະເສີນເພິ່ນເຊິ່ງຂຽນໄວ້ໃນຄຳພີໄບເບິນ. ເມື່ອເຈົ້າເຫັນວ່າເຂົາເຈົ້າລະບາຍຄວາມຄິດແລະຄວາມຮູ້ສຶກເລິກໆອອກມາໃນຄຳອະທິດຖານ ມັນກໍຈະຊ່ວຍເຈົ້າໃຫ້ອະທິດຖານແບບນັ້ນໄດ້ຄືກັນ. ເຈົ້າອາດໄດ້ຮຽນຮູ້ຄຳຫຼືສຳນວນໃໝ່ໆຈາກຄຳອະທິດຖານນັ້ນທີ່ຈະເອົາມາໃຊ້ໄດ້ໃນຄຳອະທິດຖານຂອງເຈົ້າ ແລະເຈົ້າອາດຈະເຫັນຈາກຄຳອະທິດຖານຂອງບາງຄົນວ່າເຂົາເຈົ້າກຳລັງເຈິສະພາບການທີ່ຄ້າຍຄືກັບເຈົ້າ.
12. ຕອນທີ່ອ່ານຄຳອະທິດຖານໃນຄຳພີໄບເບິນ ເຮົາຈະຖາມໂຕເອງແນວໃດ?
12 ຕອນທີ່ເຈົ້າອ່ານຄຳອະທິດຖານໃນຄຳພີໄບເບິນ ໃຫ້ຖາມໂຕເອງວ່າ: ‘ໃຜເປັນຜູ້ອະທິດຖານ ແລະລາວຢູ່ໃນສະພາບການແບບໃດ? ຂ້ອຍຮູ້ສຶກຄືກັບທີ່ລາວເວົ້າໃນຄຳອະທິດຖານບໍ? ຂ້ອຍໄດ້ບົດຮຽນຫຍັງຈາກຄຳອະທິດຖານນີ້?’ ເຈົ້າອາດຕ້ອງຄົ້ນຄວ້າເພີ່ມເຕີມເພື່ອຈະໄດ້ຄຳຕອບຂອງຄຳຖາມເຫຼົ່ານີ້ ແຕ່ມັນກໍຄຸ້ມຄ່າທີ່ເຈົ້າອອກຄວາມພະຍາຍາມ. ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
13. ບົດຮຽນຢ່າງໜຶ່ງທີ່ເຮົາໄດ້ຈາກຄຳອະທິດຖານຂອງຮັນນາແມ່ນຫຍັງ? (1 ຊາມູເອນ 1:10, 11) (ເບິ່ງຮູບໜ້າປົກນຳ)
13 ອ່ານ 1 ຊາມູເອນ 1:10, 11. ຕອນທີ່ຮັນນາອະທິດຖານແບບນີ້ລາວເຈິກັບບັນຫາໃຫຍ່ 2 ເລື່ອງ ນັ້ນຄື: ລາວເປັນໝັນແລະເມຍອີກຄົນໜຶ່ງຂອງຜົວລາວກໍເຮັດໃຫ້ລາວທຸກໃຈຫຼາຍແທ້ໆ. (1ຊມ. 1:4-7) ຖ້າເຈົ້າກຳລັງເຈິກັບບັນຫາໜຶ່ງທີ່ບໍ່ຈົບບໍ່ສິ້ນຈັກເທື່ອ ເຈົ້າໄດ້ບົດຮຽນຫຍັງຈາກຄຳອະທິດຖານຂອງຮັນນາ? ຮັນນາໃຊ້ເວລາລົມກັບພະເຢໂຫວາທຸກເລື່ອງທີ່ລາວກັງວົນ ແລະຫຼັງຈາກນັ້ນລາວກໍຮູ້ສຶກສະບາຍໃຈຫຼາຍຂຶ້ນ. (1ຊມ. 1:12, 18) ເຮົາກໍສະບາຍໃຈຂຶ້ນໄດ້ຄືກັນເມື່ອເຮົາ “ເອົາຄວາມກັງວົນ [ຂອງເຮົາ] ຝາກໄວ້ກັບພະເຢໂຫວາ” ໂດຍບອກເພິ່ນທຸກເລື່ອງທີ່ເຮົາກັງວົນແລະເລື່ອງເຫຼົ່ານັ້ນເຮັດໃຫ້ເຮົາຮູ້ສຶກແນວໃດ.—ພສ. 55:22
ຮັນນາທຸກໃຈຍ້ອນເປັນໝັນແລະຖືກເມຍອີກຄົນໜຶ່ງຂອງຜົວລາວເຍາະເຍີ້ຍຕະຫຼອດ ລາວຈຶ່ງລະບາຍຄວາມທຸກໃຈກັບພະເຢໂຫວາ (ເບິ່ງຂໍ້ 13)
14. (ກ) ເຮົາໄດ້ບົດຮຽນຫຍັງອີກຈາກເລື່ອງຂອງຮັນນາ? (ຂ) ເປັນຫຍັງການອ່ານແລະການຄິດຕຶກຕອງສິ່ງທີ່ຢູ່ໃນຄຳພີໄບເບິນຈຶ່ງຊ່ວຍເຮົາໃຫ້ອະທິດຖານໄດ້ດີຂຶ້ນ? (ເບິ່ງໄຂເງື່ອນ)
14 ຫຼັງຈາກຊາມູເອນເກີດໄດ້ສອງສາມປີ ຮັນນາກໍເອົາລາວໄປໃຫ້ປະໂລຫິດໃຫຍ່ເອລີ. (1ຊມ. 1:24-28) ໃນຄຳອະທິດຖານຂອງຮັນນາ ລາວສະແດງໃຫ້ເຫັນວ່າລາວໝັ້ນໃຈວ່າພະເຢໂຫວາຈະປົກປ້ອງແລະເບິ່ງແຍງຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນ.c (1ຊມ. 2:1, 8, 9) ເຖິງວ່າບັນຫາທີ່ຮັນນາເຈິຍັງມີຢູ່ ແຕ່ລາວຄິດເຖິງສິ່ງດີໆທີ່ລາວໄດ້ຮັບຈາກພະເຢໂຫວາ. ເຮົາໄດ້ບົດຮຽນຫຍັງ? ເຮົາສາມາດຮັບມືກັບບັນຫາໄດ້ດີຂຶ້ນຖ້າເຮົາຄິດຢູ່ສະເໝີວ່າພະເຢໂຫວາໄດ້ຊ່ວຍເຫຼືອເຮົາແນວໃດຈົນຮອດຕອນນີ້.
15. ເມື່ອເຈິກັບຄວາມບໍ່ຍຸຕິທຳ ເຮົາໄດ້ບົດຮຽນຫຍັງຈາກຄຳອະທິດຖານຂອງຜູ້ພະຍາກອນເຢເຣມີຢາ? (ເຢເຣມີຢາ 12:1)
15 ອ່ານເຢເຣມີຢາ 12:1. ຕອນທີ່ຜູ້ພະຍາກອນເຢເຣມີຢາເຫັນຄົນຊົ່ວມີຊີວິດທີ່ສຸກສະບາຍ ລາວຮູ້ສຶກທໍ້ໃຈ. ນອກຈາກນັ້ນ ລາວຍັງຖືກຄົນຊາດດຽວກັນເຍາະເຍີ້ຍ. (ຢຣມ. 20:7, 8) ເຮົາເຂົ້າໃຈຄວາມຮູ້ສຶກຂອງລາວເມື່ອເຮົາເຫັນຄົນຊົ່ວໄດ້ດິບໄດ້ດີຫຼືເມື່ອເຮົາຖືກເຍາະເຍີ້ຍ. ເຖິງວ່າເຢເຣມີຢາສະແດງຄວາມບໍ່ພໍໃຈອອກມາ ແຕ່ລາວກໍບໍ່ໄດ້ສົງໄສໃນເລື່ອງຄວາມຍຸຕິທຳຂອງພະເຢໂຫວາ. ເມື່ອລາວເຫັນວ່າພະເຢໂຫວາສັ່ງສອນປະຊາຊົນຂອງເພິ່ນທີ່ບໍ່ເຊື່ອຟັງ ລາວກໍໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາເປັນພະເຈົ້າທີ່ຍຸຕິທຳແທ້ໆ. (ຢຣມ. 32:19) ເຮົາກໍເຮັດແບບນັ້ນໄດ້ຄືກັນ. ຕອນທີ່ອະທິດຖານ ເຮົາສາມາດບອກພະເຢໂຫວາວ່າເຮົາຮູ້ສຶກບໍ່ດີແນວໃດແດ່ ແລະໃນເວລາດຽວກັນເຮົາກໍບອກພະເຢໂຫວາວ່າເຮົາໝັ້ນໃຈວ່າເພິ່ນຈະຈັດການກັບຄວາມບໍ່ຍຸຕິທຳທີ່ເຮົາເຈິຢູ່ຕອນນີ້ໃນເວລາທີ່ເໝາະສົມ.
16. ຖ້າສະພາບການຂອງເຮົາຖືກຈຳກັດ ເຮົາຮຽນຫຍັງໄດ້ຈາກຄຳອະທິດຖານຂອງຄົນເລວີ? (ເພງສັນລະເສີນ 42:1-4) (ເບິ່ງຮູບນຳ)
16 ອ່ານເພງສັນລະເສີນ 42:1-4. ຜູ້ທີ່ຂຽນເພງສັນລະເສີນບົດນີ້ແມ່ນຄົນເລວີທີ່ເປັນຊະເລີຍຢູ່ບາບີໂລນ ເຊິ່ງລາວບໍ່ສາມາດນະມັດສະການຢູ່ວິຫານຮ່ວມກັບຄົນຊາດດຽວກັນໄດ້. ຄຳເວົ້າຂອງລາວໃນເພງສັນລະເສີນບົດນີ້ສະແດງເຖິງຄວາມຮູ້ສຶກຂອງລາວ. ເຮົາອາດຮູ້ສຶກຄືກັບຄົນເລວີຜູ້ນີ້ຖ້າເຮົາຕ້ອງຢູ່ແຕ່ໃນເຮືອນຍ້ອນບໍ່ສະບາຍຫຼືຕິດຄຸກຍ້ອນຄວາມເຊື່ອ. ອາລົມຄວາມຮູ້ສຶກຂອງເຮົາອາດຈະຂຶ້ນໆລົງໆ ແຕ່ບໍ່ວ່າເຮົາຈະຮູ້ສຶກແນວໃດເຮົາສາມາດອະທິດຖານບອກພະເຢໂຫວາໄດ້. ການເຮັດແບບນີ້ອາດຊ່ວຍເຮົາໃຫ້ກວດເບິ່ງຄວາມຄິດຂອງໂຕເອງແລະຊ່ວຍເຮົາໃຫ້ເບິ່ງສະພາບການຂອງໂຕເອງໃນແບບທີ່ຖືກຕ້ອງ. ຕົວຢ່າງເຊັ່ນ: ຄົນເລວີຜູ້ນີ້ຮູ້ວ່າລາວຈະມີໂອກາດໃໝ່ໆທີ່ຈະສັນລະເສີນພະເຢໂຫວາ. (ພສ. 42:5) ລາວຍັງໄດ້ຄິດຕຶກຕອງວ່າພະເຢໂຫວາໄດ້ເບິ່ງແຍງລາວແນວໃດ. (ພສ. 42:8) ການອະທິດຖານຫາພະເຢໂຫວາຢ່າງຈິງຈັງຈະຊ່ວຍເຮົາໃຫ້ເຂົ້າໃຈຄວາມຮູ້ສຶກຂອງໂຕເອງໄດ້ດີຂຶ້ນ ສະຫງົບໃຈ ແລະມີກຳລັງທີ່ຈະອົດທົນໄດ້.
ຄົນເລວີທີ່ຂຽນເພງສັນລະເສີນບົດ 42 ລະບາຍຄວາມໃນໃຈກັບພະເຢໂຫວາ. ເມື່ອເຮົາລະບາຍຄວາມຮູ້ສຶກຂອງເຮົາກັບພະເຢໂຫວາໃນຄຳອະທິດຖານ ມັນຈະຊ່ວຍເຮົາໃຫ້ເບິ່ງສະພາບການຂອງໂຕເອງໃນແບບທີ່ຖືກຕ້ອງ. (ເບິ່ງຂໍ້ 16)
17. (ກ) ເຮົາໄດ້ບົດຮຽນຫຍັງຈາກຄຳອະທິດຖານຂອງຜູ້ພະຍາກອນໂຢນາ? (ໂຢນາ 2:1, 2) (ຂ) ການຈື່ຂໍ້ຄຳພີບາງຂໍ້ໃນປຶ້ມເພງສັນລະເສີນຊ່ວຍເຮົາແນວໃດຕອນທີ່ເຈິຄວາມຍາກລຳບາກ? (ເບິ່ງໄຂເງື່ອນ)
17 ອ່ານໂຢນາ 2:1, 2. ຜູ້ພະຍາກອນໂຢນາອະທິດຖານຫາພະເຢໂຫວາແບບນີ້ຕອນທີ່ລາວຢູ່ໃນທ້ອງປາໃຫຍ່. ເຖິງວ່າໂຢນາບໍ່ເຊື່ອຟັງພະເຢໂຫວາ ແຕ່ລາວກໍໝັ້ນໃຈວ່າເພິ່ນຈະຟັງຄຳອະທິດຖານຂອງລາວ. ໂຢນາໃຊ້ຄຳເວົ້າທີ່ຢູ່ໃນປຶ້ມເພງສັນລະເສີນເມື່ອອະທິດຖານ.d ນີ້ສະແດງວ່າລາວຕ້ອງຮູ້ຈັກຂໍ້ຄຳພີເຫຼົ່ານີ້ດີ. ການຈື່ແລະຄິດຕຶກຕອງກ່ຽວກັບຂໍ້ຄຳພີເຫຼົ່ານີ້ເຮັດໃຫ້ລາວໝັ້ນໃຈວ່າພະເຢໂຫວາຈະຊ່ວຍລາວ. ຄ້າຍຄືກັນ ຖ້າເຮົາພະຍາຍາມຈື່ຂໍ້ຄຳພີບາງຂໍ້ ເຮົາອາດຈະນຶກເຖິງຂໍ້ຄຳພີເຫຼົ່ານັ້ນທີ່ໃຫ້ກຳລັງໃຈເຮົາເມື່ອອະທິດຖານຫາພະເຢໂຫວາຕອນທີ່ເຈິຄວາມຍາກລຳບາກ.
ສະໜິດກັບພະເຢໂຫວາຕໍ່ໆໄປໂດຍການອະທິດຖານ
18-19. ຖ້າເຮົາອຸກໃຈຫຼາຍຈົນບໍ່ຮູ້ວ່າຊິເວົ້າແນວໃດ ຄຳເວົ້າໃນໂຣມ 8:26, 27 ຊ່ວຍເຮົາຈັ່ງໃດ? ຂໍໃຫ້ຍົກຕົວຢ່າງ
18 ອ່ານໂຣມ 8:26, 27. ບາງເທື່ອເຮົາອາດອຸກໃຈຫຼາຍຈົນບໍ່ຮູ້ຊິເວົ້າອອກມາແນວໃດ. ແຕ່ໃນເວລາແບບນັ້ນມີສິ່ງໜຶ່ງທີ່ຊ່ວຍເຮົາໄດ້. ພະລັງບໍລິສຸດຂອງພະເຈົ້າຈະ “ຂໍ” ແທນເຮົາ. ນີ້ໝາຍຄວາມວ່າແນວໃດ? ໂດຍທາງພະລັງບໍລິສຸດ ພະເຢໂຫວາໄດ້ໃຫ້ຜູ້ຂຽນຄຳພີໄບເບິນຂຽນຄຳອະທິດຖານຂອງຜູ້ຮັບໃຊ້ຂອງເພິ່ນໄວ້ໃນຄຳພີໄບເບິນເຊິ່ງເຂົາເຈົ້າເຈິບັນຫາຄ້າຍຄືກັບເຮົາ. ເມື່ອເຮົາອຸກໃຈຫຼາຍຈົນຄິດບໍ່ອອກວ່າຈະອະທິດຖານແນວໃດ ເຮົາອາດໃຊ້ຄຳເວົ້າທີ່ຢູ່ໃນຄຳພີໄບເບິນມາເປັນຄຳອະທິດຖານຂອງເຮົາໄດ້. ພະເຢໂຫວາຈະຖືວ່າຄຳເວົ້າບາງຢ່າງທີ່ຢູ່ໃນຄຳອະທິດຖານເຫຼົ່ານັ້ນເປັນສິ່ງທີ່ເຮົາຢາກເວົ້າແທ້ໆ ແລະເພິ່ນອາດຈະຕອບຄຳອະທິດຖານຂອງເຮົາ.
19 ພີ່ນ້ອງຍິງຊື່ເຢເຣນາທີ່ຢູ່ລັດເຊຍໄດ້ເຮັດແບບນັ້ນ. ລາວຖືກຈັບຍ້ອນອະທິດຖານແລະອ່ານຄຳພີໄບເບິນ. ເຢເຣນາເຄັ່ງຕຶງຫຼາຍຈົນຮູ້ສຶກວ່າການອະທິດຖານເປັນເລື່ອງຍາກສຳລັບລາວ. ລາວເລົ່າວ່າ: “ຂ້ອຍຈື່ໄດ້ວ່າເມື່ອຂ້ອຍອຸກໃຈຫຼາຍຈົນບໍ່ຮູ້ວ່າຊິເວົ້າແນວໃດໃນຄຳອະທິດຖານ ການອ່ານຄຳອະທິດຖານຂອງຜູ້ຮັບໃຊ້ໃນສະໄໝແຕ່ກີ້ທີ່ຢູ່ໃນຄຳພີໄບເບິນຊ່ວຍໄດ້ຫຼາຍ ຍ້ອນພະເຢໂຫວາຈະຖືວ່າຄຳອະທິດຖານເຫຼົ່ານັ້ນເປັນຄຳອະທິດຖານຂອງຂ້ອຍເອງ. . . . ເລື່ອງນີ້ໃຫ້ກຳລັງໃຈຂ້ອຍຫຼາຍແທ້ໆຕອນທີ່ເຈິຄວາມຍາກລຳບາກ.”
20. ຕອນທີ່ເຮົາເຄັ່ງຕຶງ ເຮົາຈະກຽມຄວາມຄິດຂອງເຮົາແນວໃດເພື່ອອະທິດຖານ?
20 ຕອນທີ່ເຮົາເຄັ່ງຕຶງ ເຮົາອາດຮູ້ສຶກວ່າຍາກທີ່ຈະຈົດຈໍ່ໃນການອະທິດຖານ. ສິ່ງໃດຈະຊ່ວຍໄດ້? ໃຫ້ເຮົາອ່ານອອກສຽງເພງສັນລະເສີນບາງບົດກ່ອນຈະເລີ່ມອະທິດຖານ. ນອກຈາກນັ້ນ ເຮົາອາດຈະຂຽນຄວາມຮູ້ສຶກຂອງເຮົາອອກມາກ່ອນຄືກັບທີ່ກະສັດດາວິດເຮັດ. (ພສ. 18, 34, 142 ແລະຫົວບົດຂອງມັນ) ທີ່ຈິງ ບໍ່ມີກົດຕາຍໂຕວ່າເຮົາຄວນກຽມໂຕແນວໃດເພື່ອຈະອະທິດຖານ. (ພສ. 141:2) ສະນັ້ນ ໃຫ້ເຮັດສິ່ງທີ່ເຈົ້າຄິດວ່າດີທີ່ສຸດສຳລັບເຈົ້າ.
21. ເປັນຫຍັງເຮົາຄວນອະທິດຖານຫາພະເຢໂຫວາດ້ວຍສຸດຫົວໃຈ?
21 ເຮົາໄດ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາເຂົ້າໃຈຄວາມຮູ້ສຶກຂອງເຮົາແມ່ນແຕ່ກ່ອນທີ່ເຮົາຈະເວົ້າອອກມາຊ້ຳ. (ພສ. 139:4) ເຖິງຈະເປັນແນວນັ້ນ ພະເຢໂຫວາຢາກໃຫ້ເຮົາບອກເພິ່ນວ່າເຮົາຮູ້ສຶກແນວໃດແລະເຮົາໄວ້ວາງໃຈເພິ່ນຫຼາຍສ່ຳໃດ. ສະນັ້ນ ບໍ່ຕ້ອງຢ້ານທີ່ຈະອະທິດຖານຫາພະເຢໂຫວາພໍ່ຂອງເຈົ້າທີ່ຢູ່ໃນສະຫວັນ. ໃຫ້ຮຽນຈາກຄຳອະທິດຖານທີ່ຢູ່ໃນຄຳພີໄບເບິນ. ໃຫ້ອະທິດຖານຫາພະເຢໂຫວາດ້ວຍສຸດຫົວໃຈ. ເລົ່າໃຫ້ເພິ່ນຟັງທຸກເລື່ອງທັງເລື່ອງທີ່ເຮັດໃຫ້ເຈົ້າມີຄວາມສຸກແລະເລື່ອງທີ່ເຮັດໃຫ້ເຈົ້າມີຄວາມທຸກ. ພະເຢໂຫວາເປັນໝູ່ແທ້ຂອງເຈົ້າ ເພິ່ນຈະຢູ່ຄຽງຂ້າງເຈົ້າສະເໝີ!
ເພງທີ 45 ສິ່ງທີ່ຄິດຕຶກຕອງໃນໃຈ
a ເບິ່ງ “ຄຸນລັກສະນະທີ່ໂດດເດັ່ນບາງຢ່າງຂອງພະເຢໂຫວາ” ທີ່ເວົ້າເຖິງໃນຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ ໃນຫົວຂໍ້ “ພະເຢໂຫວາ.”
b ຕາມປົກກະຕິແລ້ວພີ່ນ້ອງທີ່ເປັນຕົວແທນອະທິດຖານໃນການປະຊຸມຄວນອະທິດຖານສັ້ນໆ.
c ໃນຄຳອະທິດຖານຂອງຮັນນາ ລາວໃຊ້ຄຳທີ່ຄ້າຍຄືກັບທີ່ໂມເຊຂຽນໄວ້. ເລື່ອງນີ້ສະແດງໃຫ້ເຫັນວ່າຮັນນາໄດ້ໃຊ້ເວລາອ່ານແລະຄິດຕຶກຕອງຖ້ອຍຄຳຂອງພະເຈົ້າ. (ພບຍ. 4:35; 8:18; 32:4, 39; 1ຊມ. 2:2, 6, 7) ຫຼາຍຮ້ອຍປີຕໍ່ມາ ມາຣິອາແມ່ຂອງພະເຢຊູກໍໃຊ້ຄຳຍ້ອງຍໍສັນລະເສີນພະເຈົ້າຄ້າຍຄືກັບທີ່ຮັນນາໃຊ້.—ລກ. 1:46-55
d ຕົວຢ່າງເຊັ່ນ: ສົມທຽບໂຢນາ 2:3-9 ກັບເພງສັນລະເສີນ 69:1; 16:10; 30:3; 142:2, 3; 143:4, 5; 18:6 ແລະ 3:8. ໂຢນາອະທິດຖານໂດຍອາໄສຂໍ້ຄຳພີໃນເພງສັນລະເສີນລຽງລຳດັບຕາມນີ້.