ບົດຄວາມສຶກສາທີ 43
ເພງທີ 41 ຂໍຟັງຄຳອະທິດຖານຂອງເຮົາ
ຢ່າລືມອະທິດຖານເພື່ອຄົນອື່ນ
“ອະທິດຖານເພື່ອກັນແລະກັນ . . . ຄຳອະທິດຖານຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງມີພະລັງຫຼາຍແລະຊ່ວຍຄົນອື່ນໄດ້ແທ້ໆ.”—ຢກບ. 5:16
ຈຸດສຳຄັນ
ເຮົາຈະຮຽນວ່າເປັນຫຍັງຈຶ່ງສຳຄັນທີ່ຈະອະທິດຖານເພື່ອຄົນອື່ນ ແລະເຮົາຈະເບິ່ງຄຳແນະນຳຕ່າງໆທີ່ຊ່ວຍເຮົາໃຫ້ເຮັດແບບນັ້ນໄດ້.
1. ເຮົາຮູ້ໄດ້ແນວໃດວ່າຄຳອະທິດຖານຂອງເຮົາສຳຄັນຕໍ່ພະເຢໂຫວາ?
ການອະທິດຖານເປັນການຈັດກຽມທີ່ພິເສດຫຼາຍ. ໃຫ້ຄິດເບິ່ງວ່າພະເຢໂຫວາມອບໝາຍວຽກບາງຢ່າງໃຫ້ທູດສະຫວັນເຮັດ. (ພສ. 91:11) ເພິ່ນຍັງໃຫ້ພະເຢຊູເຮັດວຽກທີ່ສຳຄັນຫຼາຍ. (ມທ. 28:18) ແຕ່ເພິ່ນມອບໝາຍໃຫ້ໃຜຟັງຄຳອະທິດຖານຂອງເຮົາບໍ? ບໍ່. ພະເຢໂຫວາເລືອກທີ່ຈະເຮັດໜ້າທີ່ນີ້ເອງ. ພະເຢໂຫວາ “ຜູ້ຟັງຄຳອະທິດຖານ” ຟັງຄຳອະທິດຖານຂອງເຮົາດ້ວຍໂຕເພິ່ນເອງ.—ພສ. 65:2
2. ອັກຄະສາວົກໂປໂລເປັນຕົວຢ່າງທີ່ດີແນວໃດເລື່ອງການອະທິດຖານເພື່ອຄົນອື່ນ?
2 ເຖິງວ່າເຮົາສາມາດອະທິດຖານຫາພະເຢໂຫວາໄດ້ທຸກເລື່ອງທີ່ເຮົາກັງວົນ ແຕ່ເຮົາຄວນອະທິດຖານເພື່ອຄົນອື່ນນຳ. ອັກຄະສາວົກໂປໂລໄດ້ເຮັດແບບນັ້ນ. ຕົວຢ່າງເຊັ່ນ: ລາວຂຽນໄປຫາພີ່ນ້ອງໃນເມືອງເອເຟໂຊວ່າ: “ຂ້ອຍເວົ້າເຖິງພວກເຈົ້າໃນຄຳອະທິດຖານສະເໝີ.” (ອຟຊ. 1:16) ໂປໂລຍັງອະທິດຖານເພື່ອບາງຄົນນຳ. ຕົວຢ່າງເຊັ່ນ: ລາວບອກຕີໂມທຽວວ່າ: “ຂ້ອຍຂອບໃຈພະເຈົ້າ . . . ຂ້ອຍຄິດຮອດເຈົ້າສະເໝີເມື່ອອະທິດຖານອ້ອນວອນທັງເວັນທັງຄືນ.” (2ຕມ. 1:3) ໂປໂລກໍມີບັນຫາສ່ວນໂຕທີ່ລາວຕ້ອງອະທິດຖານ. (2ກຣ. 11:23; 12:7, 8) ແຕ່ລາວກໍຍັງອະທິດຖານເພື່ອຄົນອື່ນນຳ.
3. ເປັນຫຍັງເຮົາອາດລືມອະທິດຖານເພື່ອຄົນອື່ນ?
3 ບາງເທື່ອເຮົາອາດລືມອະທິດຖານເພື່ອຄົນອື່ນ. ຍ້ອນຫຍັງ? ພີ່ນ້ອງຍິງຄົນໜຶ່ງຊື່ຊາບຣີນ້າa ເວົ້າເຖິງເຫດຜົນໜຶ່ງ. ລາວເວົ້າວ່າ: “ຊີວິດໃນລະບົບນີ້ຫຍຸ້ງຫຼາຍ ເຮົາຈຶ່ງຄິດເຖິງແຕ່ບັນຫາຂອງໂຕເອງຫຼາຍໂພດຈົນມີແຕ່ອະທິດຖານກ່ຽວກັບຄວາມຕ້ອງການຂອງໂຕເອງເທົ່ານັ້ນ.” ບາງເທື່ອເຈົ້າກໍເປັນແບບນັ້ນບໍ? ຖ້າແມ່ນ ບົດຄວາມນີ້ຊ່ວຍເຈົ້າໄດ້. ບົດຄວາມນີ້ຈະ (1) ອະທິບາຍວ່າເປັນຫຍັງການອະທິດຖານເພື່ອຄົນອື່ນຈຶ່ງເປັນເລື່ອງທີ່ສຳຄັນ ແລະ (2) ໃຫ້ຄຳແນະນຳຕ່າງໆເພື່ອຊ່ວຍເຮົາໃຫ້ເຮັດແບບນັ້ນໄດ້.
ເປັນຫຍັງຄວນອະທິດຖານເພື່ອຄົນອື່ນ?
4-5. ການອະທິດຖານເພື່ອຄົນອື່ນ “ມີພະລັງຫຼາຍແລະຊ່ວຍຄົນອື່ນໄດ້ແທ້ໆ” ແນວໃດ? (ຢາໂກໂບ 5:16)
4 ການອະທິດຖານເພື່ອຄົນອື່ນ “ມີພະລັງຫຼາຍແລະຊ່ວຍຄົນອື່ນໄດ້ແທ້ໆ.” (ອ່ານຢາໂກໂບ 5:16) ການອະທິດຖານເພື່ອຄົນອື່ນມີພະລັງແລະຊ່ວຍຄົນອື່ນໄດ້ແທ້ໆບໍ? ໄດ້ແທ້! ພະເຢຊູຮູ້ວ່າອີກບໍ່ດົນອັກຄະສາວົກເປໂຕຈະປະຕິເສດວ່າບໍ່ຮູ້ຈັກເພິ່ນ ແຕ່ເພິ່ນກໍຍັງເວົ້າກັບເປໂຕວ່າ: “ຂ້ອຍອະທິດຖານອ້ອນວອນເພື່ອຄວາມເຊື່ອຂອງເຈົ້າຈະບໍ່ໝົດໄປ.” (ລກ. 22:32) ໂປໂລຮູ້ວ່າການອະທິດຖານຍັງມີພະລັງຊ່ວຍປ່ຽນແປງສະຖານະການໄດ້. ຕອນທີ່ໂປໂລຕິດຄຸກແບບບໍ່ຍຸຕິທຳຢູ່ເມືອງໂຣມ ລາວຂຽນໄປຫາຟີເລໂມນວ່າ: “ຂ້ອຍຫວັງວ່າຄຳອະທິດຖານຂອງພວກເຈົ້າຈະເຮັດໃຫ້ຂ້ອຍໄດ້ກັບໄປຫາພວກເຈົ້າ.” (ຟລມ. 22) ມັນກໍເປັນແບບນັ້ນແທ້ໆ! ບໍ່ດົນໂປໂລກໍຖືກປ່ອຍອອກຈາກຄຸກແລະສາມາດປະກາດໄດ້ອີກ.
5 ການເຮັດແບບນີ້ບໍ່ໄດ້ໝາຍຄວາມວ່າເຮົາບັງຄັບພະເຢໂຫວາໃຫ້ເຮັດຕາມທີ່ເຮົາອະທິດຖານຂໍ. ພະເຢໂຫວາເຫັນຄວາມກັງວົນທີ່ຜູ້ຮັບໃຊ້ຂອງເພິ່ນມີ ແລະບາງເທື່ອເພິ່ນກໍເລືອກທີ່ຈະເຮັດຕາມທີ່ເຂົາເຈົ້າຂໍ. ການຮູ້ແບບນີ້ຊ່ວຍເຮົາໃຫ້ອະທິດຖານຫາພະເຢໂຫວາຢ່າງຈິງຈັງກ່ຽວກັບບັນຫາຂອງເຮົາແລະໝັ້ນໃຈວ່າເພິ່ນຈະແກ້ໄຂເລື່ອງນັ້ນໃນແບບທີ່ດີທີ່ສຸດ.—ພສ. 37:5; 2ກຣ. 1:11
6. ການອະທິດຖານເພື່ອຄົນອື່ນສົ່ງຜົນຕໍ່ຄວາມຮູ້ສຶກທີ່ເຮົາມີຕໍ່ເຂົາເຈົ້າແນວໃດ? (1 ເປໂຕ 3:8)
6 ການອະທິດຖານເພື່ອຄົນອື່ນຊ່ວຍເຮົາໃຫ້ປູກຝັງຄວາມ “ອີ່ຕົນ.” (ອ່ານ 1 ເປໂຕ 3:8) ຄົນທີ່ມີຄວາມອີ່ຕົນຈະສັງເກດເຫັນຄວາມລຳບາກຂອງຄົນອື່ນແລະຢາກເຮັດບາງຢ່າງເພື່ອຊ່ວຍຜູ້ນັ້ນ. (ມຣກ. 1:40, 41) ຜູ້ເບິ່ງແຍງຄົນໜຶ່ງຊື່ໄມເຄິ້ນເວົ້າວ່າ: “ເມື່ອຂ້ອຍອະທິດຖານເພື່ອຄົນອື່ນກ່ຽວກັບຄວາມຈຳເປັນຂອງເຂົາເຈົ້າ ຂ້ອຍກໍເຂົ້າໃຈຫຼາຍຂຶ້ນກ່ຽວກັບບັນຫາທີ່ເຂົາເຈົ້າກຳລັງເຈິຢູ່ແລະມັນເຮັດໃຫ້ຂ້ອຍຮັກເຂົາເຈົ້າຕື່ມອີກ. ຂ້ອຍຮູ້ສຶກສະໜິດກັບເຂົາເຈົ້າຫຼາຍຂຶ້ນເຖິງວ່າເຂົາເຈົ້າອາດຈະບໍ່ຮູ້.” ຜູ້ເບິ່ງແຍງຊື່ຣິຊາດເວົ້າເຖິງປະໂຫຍດອີກຢ່າງໜຶ່ງຂອງການອະທິດຖານເພື່ອຄົນອື່ນ. ລາວເວົ້າວ່າ: “ເມື່ອເຮົາອະທິດຖານເພື່ອບາງຄົນ ເຮົາກໍຖືກກະຕຸ້ນໃຫ້ເຮັດບາງຢ່າງເພື່ອຊ່ວຍຜູ້ນັ້ນ.” ຣິຊາດເວົ້າຕື່ມວ່າ: “ເມື່ອເຮົາຊ່ວຍເຫຼືອຄົນທີ່ເຮົາອະທິດຖານເພື່ອ ມັນກໍເປັນຄືກັບວ່າເຮົາກຳລັງຊ່ວຍຕອບຄຳອະທິດຖານນັ້ນ.”
7. ການອະທິດຖານເພື່ອຄົນອື່ນຊ່ວຍເຮົາແນວໃດໃຫ້ເບິ່ງບັນຫາຂອງໂຕເອງໃນແບບທີ່ຖືກຕ້ອງ? (ຟີລິບປອຍ 2:3, 4) (ເບິ່ງຮູບນຳ)
7 ການອະທິດຖານເພື່ອຄົນອື່ນຊ່ວຍເຮົາໃຫ້ເບິ່ງບັນຫາຂອງໂຕເອງໃນແບບທີ່ຖືກຕ້ອງ. (ອ່ານຟີລິບປອຍ 2:3, 4) ຍ້ອນເຮົາມີຊີວິດຢູ່ໃນໂລກທີ່ຊາຕານປົກຄອງ ເຮົາແຕ່ລະຄົນຈຶ່ງເຈິກັບບັນຫາ. (1ຢຮ. 5:19; ພນມ. 12:12) ເມື່ອເຮົາອະທິດຖານເພື່ອຄົນອື່ນເປັນປະຈຳ ເຮົາກໍຈະບໍ່ລືມວ່າ “ພີ່ນ້ອງຂອງ [ພວກເຮົາ] . . . ກໍເຈິຄວາມທຸກແບບດຽວກັນ.” (1ປຕ. 5:9) ໄພໂອເນຍທີ່ຊື່ແຄັດເທິຣິນເວົ້າວ່າ: “ການອະທິດຖານເພື່ອຄົນອື່ນຊ່ວຍຂ້ອຍໃຫ້ຈື່ວ່າຄົນອື່ນກໍກຳລັງເຈິກັບບັນຫາຄືກັນ. ເມື່ອຂ້ອຍຈື່ເລື່ອງນີ້ໄວ້ສະເໝີຂ້ອຍກໍບໍ່ໄດ້ຄິດເຖິງບັນຫາຂອງໂຕເອງຫຼາຍເກີນໄປ.”
ການອະທິດຖານເພື່ອຄົນອື່ນຊ່ວຍເຮົາບໍ່ໃຫ້ຄິດເຖິງແຕ່ບັນຫາຂອງໂຕເອງ (ເບິ່ງຂໍ້ 7)d
ພີ່ນ້ອງຢາກໃຫ້ເຮົາອະທິດຖານເພື່ອເຂົາເຈົ້າ
8. ເຮົາຈະອະທິດຖານເພື່ອໃຜໄດ້ແດ່?
8 ມີໃຜແດ່ທີ່ເຮົາຈະອະທິດຖານເພື່ອໄດ້? ເຮົາສາມາດອະທິດຖານເພື່ອພີ່ນ້ອງແບບເປັນກຸ່ມ ເຊັ່ນ: ຄົນທີ່ມີບັນຫາສຸຂະພາບ ຜູ້ເຖົ້າ ຫຼືເດັກນ້ອຍແລະໄວລຸ້ນທີ່ຖືກເຍາະເຍີ້ຍແລະຖືກລໍ້ໃຈໃຫ້ເຮັດຜິດຈາກໝູ່ຢູ່ໂຮງຮຽນ. ພີ່ນ້ອງຫຼາຍຄົນເຈິກັບການຕໍ່ຕ້ານຈາກຄົນໃນຄອບຄົວຫຼືຈາກອຳນາດການປົກຄອງ. (ມທ. 10:18, 36; ກຈກ. 12:5) ບາງຄົນຕ້ອງປະຖິ້ມເຮືອນຊານຍ້ອນຄວາມບໍ່ສະຫງົບທາງການເມືອງໃນບ່ອນທີ່ເຂົາເຈົ້າຢູ່. ບາງຄົນກໍເຈິກັບໄພທຳມະຊາດ. ເຮົາອາດຈະບໍ່ຮູ້ຈັກກັບພີ່ນ້ອງເຫຼົ່ານີ້ເປັນສ່ວນໂຕ ແຕ່ເມື່ອເຮົາອະທິດຖານເພື່ອເຂົາເຈົ້າ ເຮົາກໍສະແດງໃຫ້ເຫັນວ່າເຮົາກຳລັງເຮັດຕາມຄຳສັ່ງຂອງພະເຢຊູທີ່ໃຫ້ “ຮັກກັນ.”—ຢຮ. 13:34
9. ເປັນຫຍັງເຮົາຄວນອະທິດຖານເພື່ອພີ່ນ້ອງທີ່ນຳໜ້າໃນອົງການແລະເມຍຂອງເຂົາເຈົ້າ?
9 ເຮົາຍັງສາມາດອະທິດຖານເພື່ອພີ່ນ້ອງທີ່ນຳໜ້າໃນອົງການ ເຊັ່ນ: ຄະນະກຳມະການປົກຄອງແລະຜູ້ຊ່ວຍຂອງເຂົາເຈົ້າ ຄະນະກຳມະການສາຂາ ຜູ້ເບິ່ງແຍງທີ່ຢູ່ສາຂາຕ່າງໆ ຜູ້ເບິ່ງແຍງໝວດ ຜູ້ເບິ່ງແຍງໃນປະຊາຄົມ ແລະຜູ້ຊ່ວຍວຽກຮັບໃຊ້. ພີ່ນ້ອງເຫຼົ່ານີ້ບາງຄົນກໍມີບັນຫາຂອງໂຕເອງຄືກັນໃນຂະນະທີ່ເຂົາເຈົ້າພະຍາຍາມຊ່ວຍເຮົາ. (2ກຣ. 12:15) ຕົວຢ່າງເຊັ່ນ: ຜູ້ເບິ່ງແຍງໝວດຊື່ມາກເວົ້າວ່າ: “ສິ່ງໜຶ່ງທີ່ຍາກຫຼາຍສຳລັບຂ້ອຍແມ່ນການຢູ່ໄກຈາກພໍ່ແມ່ທີ່ເຖົ້າແລ້ວແລະທັງສອງຄົນກໍມີບັນຫາສຸຂະພາບ. ເຖິງວ່າເອື້ອຍກັບອ້າຍເຂີຍເບິ່ງແຍງພໍ່ແມ່ເປັນຢ່າງດີ ແຕ່ຂ້ອຍກໍຮູ້ສຶກບໍ່ດີແທ້ໆທີ່ບໍ່ສາມາດຢູ່ຫັ້ນເພື່ອຊ່ວຍພວກເພິ່ນ.” ເຮົາອາດຈະບໍ່ຮູ້ວ່າພີ່ນ້ອງຊາຍທີ່ເຮັດວຽກໜັກເຫຼົ່ານີ້ກັງວົນກ່ຽວກັບເລື່ອງຫຍັງແດ່ ແຕ່ເຮົາຄວນຈື່ໄວ້ສະເໝີທີ່ຈະອະທິດຖານເພື່ອເຂົາເຈົ້າ. (1ທຊ. 5:12, 13) ນອກຈາກນັ້ນ ເຮົາສາມາດອະທິດຖານເພື່ອເມຍຂອງພີ່ນ້ອງເຫຼົ່ານີ້ນຳຍ້ອນເຂົາເຈົ້າສະໜັບສະໜູນຜົວຢ່າງສັດຊື່ໃຫ້ເຮັດວຽກມອບໝາຍຂອງໂຕເອງຕໍ່ໆໄປ.
10-11. ພະເຢໂຫວາພໍໃຈບໍເມື່ອເຮົາອະທິດຖານເພື່ອພີ່ນ້ອງແບບເປັນກຸ່ມ? ຂໍໃຫ້ອະທິບາຍ
10 ຄືກັບທີ່ໄດ້ຮຽນມາແລ້ວ ຫຼາຍເທື່ອເຮົາມັກອະທິດຖານເພື່ອພີ່ນ້ອງແບບເປັນກຸ່ມ. ຕົວຢ່າງເຊັ່ນ: ເຖິງວ່າເຮົາບໍ່ໄດ້ຄິດຫາພີ່ນ້ອງຜູ້ໃດຜູ້ໜຶ່ງສະເພາະ ແຕ່ເຮົາອາດອະທິດຖານຂໍໃຫ້ພະເຢໂຫວາຊ່ວຍພີ່ນ້ອງທີ່ຢູ່ໃນຄຸກຫຼືໃຫ້ກຳລັງໃຈພີ່ນ້ອງທີ່ຄົນທີ່ເຂົາເຈົ້າຮັກຕາຍ. ຜູ້ເບິ່ງແຍງຊື່ດໍໂນເວົ້າວ່າ: “ເຮົາມີພີ່ນ້ອງຫຼາຍຄົນແທ້ໆທີ່ກຳລັງເຈິກັບບັນຫາ ບາງເທື່ອເຮົາຕ້ອງເວົ້າເຖິງເຂົາເຈົ້າແບບເປັນກຸ່ມເພື່ອເຮົາຈະສາມາດລວມເອົາທຸກຄົນໄວ້ໃນຄຳອະທິດຖານຂອງເຮົາໄດ້.”
11 ພະເຢໂຫວາພໍໃຈຄຳອະທິດຖານແບບນີ້ບໍ? ພໍໃຈແທ້! ເຮົາບໍ່ຮູ້ແທ້ໆວ່າພີ່ນ້ອງແຕ່ລະຄົນມີຄວາມຈຳເປັນໃນເລື່ອງໃດ. ມັນຈຶ່ງເປັນເລື່ອງທີ່ດີທີ່ເຮົາຈະອະທິດຖານເພື່ອພີ່ນ້ອງແບບເປັນກຸ່ມ. (ຢຮ. 17:20; ອຟຊ. 6:18) ການອະທິດຖານແບບນີ້ສະແດງໃຫ້ເຫັນວ່າເຮົາ “ຮັກພີ່ນ້ອງຄລິດສະຕຽນທຸກຄົນ.”—1ປຕ. 2:17
ເມື່ອອະທິດຖານເພື່ອຜູ້ໃດຜູ້ໜຶ່ງສະເພາະ
12. ການເປັນຄົນຮູ້ຈັກສັງເກດຊ່ວຍເຮົາແນວໃດໃຫ້ອະທິດຖານແບບເຈາະຈົງຫຼາຍຂຶ້ນ?
12 ໃຫ້ເປັນຄົນຮູ້ຈັກສັງເກດ. ນອກຈາກອະທິດຖານເພື່ອພີ່ນ້ອງແບບເປັນກຸ່ມແລ້ວ ເຮົາຄວນອະທິດຖານເພື່ອພີ່ນ້ອງເປັນບຸກຄົນນຳໂດຍອອກຊື່ເຂົາເຈົ້າ. ມີໃຜໃນປະຊາຄົມຂອງເຈົ້າທີ່ເຈັບປ່ວຍຮ້າຍແຮງບໍ? ມີເດັກນ້ອຍຫຼືໄວລຸ້ນໃນປະຊາຄົມຂອງເຈົ້າທີ່ຮູ້ສຶກທໍ້ໃຈບໍຍ້ອນໝູ່ຢູ່ໂຮງຮຽນລໍ້ໃຈລາວໃຫ້ເຮັດຜິດ? ມີພໍ່ຫຼືແມ່ທີ່ລ້ຽງລູກຄົນດຽວບໍທີ່ພະຍາຍາມເຕັມທີເພື່ອລ້ຽງລູກ “ດ້ວຍຫຼັກການແລະຄຳສອນຂອງພະເຢໂຫວາ”? (ອຟຊ. 6:4) ເມື່ອເປັນຄົນຮູ້ຈັກສັງເກດ ເຈົ້າກໍຈະຮັກແລະເຫັນອົກເຫັນໃຈຄົນອື່ນຫຼາຍຂຶ້ນເຊິ່ງຈະກະຕຸ້ນເຈົ້າໃຫ້ອະທິດຖານເພື່ອເຂົາເຈົ້າ.b—ຣມ. 12:15
13. ເຮົາຈະອະທິດຖານເພື່ອຄົນທີ່ເຮົາບໍ່ຮູ້ຈັກເປັນສ່ວນໂຕໄດ້ແນວໃດ?
13 ໃຫ້ອະທິດຖານເພື່ອຄົນອື່ນໂດຍອອກຊື່. ເຮົາສາມາດເຮັດແບບນີ້ໄດ້ເຖິງວ່າເຮົາບໍ່ຮູ້ຈັກເຂົາເຈົ້າ. ຕົວຢ່າງຊັ່ນ: ໃຫ້ຄິດເຖິງພີ່ນ້ອງທີ່ຕິດຄຸກໃນປະເທດຕ່າງໆ ເຊັ່ນ: ໄຄຣເມຍ ເອຣິເທຣຍ ລັດເຊຍ ແລະສິງກະໂປ. ເຈົ້າສາມາດຊອກເບິ່ງຊື່ຂອງພີ່ນ້ອງທີ່ຕິດຄຸກໃນເວັບໄຊ jw.org.c ຜູ້ເບິ່ງແຍງໝວດຊື່ໄບຣອັ້ນເວົ້າວ່າ: “ເມື່ອຂ້ອຍຂຽນຊື່ຂອງພີ່ນ້ອງທີ່ຢູ່ໃນຄຸກແລ້ວກໍເວົ້າຊື່ນັ້ນອອກມາ ມັນຊ່ວຍຂ້ອຍໃຫ້ຈື່ຊື່ຂອງເຂົາເຈົ້າໄດ້ງ່າຍຂຶ້ນຕອນທີ່ອະທິດຖານສ່ວນໂຕ.”
14-15. ເຮົາຈະໃຫ້ຄຳອະທິດຖານຂອງເຮົາເປັນແບບສະເພາະເຈາະຈົງໄດ້ແນວໃດ?
14 ໃຫ້ອະທິດຖານຂໍແບບເຈາະຈົງ. ພີ່ນ້ອງໄມເຄິ້ນທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ຕອນທີ່ຂ້ອຍອ່ານເລື່ອງຂອງພີ່ນ້ອງຊາຍທີ່ຢູ່ໃນຄຸກໃນເວັບໄຊ jw.org ຂ້ອຍພະຍາຍາມນຶກພາບວ່າຂ້ອຍຈະຮູ້ສຶກແນວໃດຖ້າຂ້ອຍຢູ່ໃນສະພາບການແບບດຽວກັບເຂົາເຈົ້າ. ຂ້ອຍຮູ້ວ່າຂ້ອຍຈະເປັນຫ່ວງເມຍຂ້ອຍ ແລະຂ້ອຍຕ້ອງແນ່ໃຈວ່າຈະມີຄົນເບິ່ງແຍງລາວ. ການເຮັດແບບນີ້ຊ່ວຍຂ້ອຍໃຫ້ຮູ້ວ່າຈະເວົ້າຫຍັງທີ່ສະເພາະເຈາະຈົງເມື່ອອະທິດຖານເພື່ອພີ່ນ້ອງທີ່ຢູ່ໃນຄຸກທີ່ແຕ່ງດອງແລ້ວ.”—ຮຣ. 13:3
15 ຖ້າເຮົາພະຍາຍາມນຶກພາບວ່າຊີວິດຂອງພີ່ນ້ອງທີ່ຢູ່ໃນຄຸກໃນແຕ່ລະມື້ເປັນແນວໃດ ມັນກໍຈະຊ່ວຍເຮົາໃຫ້ຄິດເຖິງສິ່ງຕ່າງໆທີ່ເຮົາຈະອະທິດຖານເພື່ອເຂົາເຈົ້າໄດ້. ຕົວຢ່າງເຊັ່ນ: ເຮົາສາມາດອະທິດຖານຂໍໃຫ້ຄົນຍາມຄຸກໃຈດີກັບເຂົາເຈົ້າແລະໃຫ້ຄົນທີ່ມີອຳນາດອະນຸຍາດໃຫ້ພີ່ນ້ອງຂອງເຮົານະມັດສະການພະເຢໂຫວາໃນຄຸກໄດ້. (1ຕມ. 2:1, 2) ເຮົາສາມາດອະທິດຖານໃຫ້ພີ່ນ້ອງທີ່ຢູ່ໃນປະຊາຄົມຂອງພີ່ນ້ອງທີ່ຕິດຄຸກໄດ້ຮັບກຳລັງໃຈຈາກຕົວຢ່າງທີ່ສັດຊື່ຂອງພີ່ນ້ອງເຫຼົ່ານັ້ນ ຫຼືອະທິດຖານຂໍໃຫ້ຄົນທີ່ບໍ່ແມ່ນພະຍານພະເຢໂຫວາສັງເກດເຫັນການປະພຶດທີ່ດີຂອງພີ່ນ້ອງທີ່ຢູ່ໃນຄຸກແລະຟັງສິ່ງທີ່ເຮົາປະກາດ. (1ປຕ. 2:12) ເຮົາສາມາດເຮັດຄ້າຍໆກັນນີ້ເມື່ອເຮົາອະທິດຖານເພື່ອພີ່ນ້ອງທີ່ກຳລັງເຈິກັບບັນຫາຕ່າງໆ. ເມື່ອເຮົາເປັນຄົນຮູ້ຈັກສັງເກດ ອະທິດຖານເພື່ອຄົນອື່ນໂດຍອອກຊື່ ອະທິດຖານແບບສະເພາະເຈາະຈົງ ເຮົາກໍສະແດງໃຫ້ເຫັນວ່າເຮົາ “ມີຄວາມຮັກຫຼາຍຂຶ້ນຕໍ່ກັນ.”—1ທຊ. 3:12
ມີຄວາມຄິດທີ່ຖືກຕ້ອງເມື່ອອະທິດຖານ
16. ເຮົາຄວນມີຄວາມຄິດທີ່ຖືກຕ້ອງແນວໃດເມື່ອອະທິດຖານ? (ມັດທາຍ 6:8)
16 ຄືກັບທີ່ເຮົາໄດ້ຮຽນມາແລ້ວ ບາງເທື່ອການອະທິດຖານຂອງເຮົາມີພະລັງແລະສາມາດຊ່ວຍປ່ຽນແປງສະຖານະການໄດ້. ແຕ່ເຮົາຕ້ອງມີຄວາມຄິດທີ່ຖືກຕ້ອງຕອນທີ່ອະທິດຖານ. ເຮົາຕ້ອງຈື່ໄວ້ວ່າເລື່ອງທີ່ເຮົາອະທິດຖານເປັນເລື່ອງທີ່ພະເຢໂຫວາຮູ້ຢູ່ແລ້ວ ແລະເຮົາບໍ່ຄວນແນະນຳເພິ່ນວ່າຕ້ອງເຮັດແນວໃດໃນເລື່ອງນັ້ນ. ພະເຢໂຫວາຮູ້ວ່າຜູ້ຮັບໃຊ້ຂອງເພິ່ນຕ້ອງການຫຍັງກ່ອນທີ່ເຮົາຫຼືເຂົາເຈົ້າຈະຮູ້ຊ້ຳ. (ອ່ານມັດທາຍ 6:8) ຄັນຊັ້ນ ເປັນຫຍັງເຮົາຄວນອະທິດຖານເພື່ອຄົນອື່ນ? ນອກຈາກເຫດຜົນຕ່າງໆທີ່ໄດ້ເວົ້າມາແລ້ວໃນບົດນີ້ ການອະທິດຖານເພື່ອຄົນອື່ນສະແດງໃຫ້ເຫັນວ່າເຮົາເປັນຫ່ວງເຂົາເຈົ້າ. ຄວາມຮັກກະຕຸ້ນເຮົາໃຫ້ອະທິດຖານເພື່ອກັນແລະກັນ. ພະເຢໂຫວາມີຄວາມສຸກຫຼາຍທີ່ເຫັນຜູ້ຮັບໃຊ້ຂອງເພິ່ນຮຽນແບບເພິ່ນໃນການສະແດງຄວາມຮັກຕໍ່ກັນ.
17-18. ການອະທິດຖານເພື່ອຄົນອື່ນອາດສົມທຽບໄດ້ກັບຕົວຢ່າງຫຍັງ?
17 ເຖິງວ່າຄຳອະທິດຖານຂອງເຮົາອາດບໍ່ໄດ້ເຮັດໃຫ້ສະຖານະການປ່ຽນໄປ ແຕ່ມັນກໍສະແດງໃຫ້ເຫັນວ່າເຮົາຮັກພີ່ນ້ອງ ແລະພະເຢໂຫວາກໍເຫັນເລື່ອງນີ້. ເພື່ອເປັນຕົວຢ່າງ: ໃຫ້ນຶກພາບວ່າຄອບຄົວໜຶ່ງມີລູກຊາຍແລະລູກສາວທີ່ຍັງນ້ອຍ. ລູກຊາຍບໍ່ສະບາຍແຮງແລະລຸກໄປໃສບໍ່ໄດ້. ລູກສາວຂໍຮ້ອງພໍ່ວ່າ: “ພໍ່ເອີ້ຍ ຂໍເຮັດບາງຢ່າງເພື່ອຊ່ວຍອ້າຍໄດ້ບໍ. ລາວບໍ່ສະບາຍແຮງ!” ທີ່ຈິງ ພໍ່ກໍເຮັດບາງຢ່າງຢູ່ແລ້ວເພື່ອເບິ່ງແຍງລູກຊາຍຍ້ອນລາວຮັກລູກ. ແຕ່ພໍ່ຄືຊິດີໃຈຫຼາຍທີ່ເຫັນລູກສາວຮັກແລະເປັນຫ່ວງອ້າຍຫຼາຍຈົນຂໍພໍ່ໃຫ້ຊ່ວຍອ້າຍ.
18 ພະເຢໂຫວາຢາກໃຫ້ເຮົາເຮັດແບບນີ້ແຫຼະ. ເພິ່ນຢາກໃຫ້ເຮົາສະແດງຄວາມຮັກຕໍ່ກັນແລະອະທິດຖານເພື່ອກັນແລະກັນ. ເມື່ອເຮັດແບບນັ້ນ ເຮົາກໍສະແດງໃຫ້ເຫັນວ່າເຮົາບໍ່ໄດ້ສົນໃຈແຕ່ເລື່ອງຂອງໂຕເອງເທົ່ານັ້ນ. ແຕ່ເຮົາຮັກພີ່ນ້ອງແທ້ໆແລະພະເຢໂຫວາກໍເຫັນເລື່ອງນີ້. (2ທຊ. 1:3; ຮຣ. 6:10) ຄືກັບທີ່ເຮົາໄດ້ຮຽນມາແລ້ວ ບາງເທື່ອຄຳອະທິດຖານຂອງເຮົາສາມາດປ່ຽນສະຖານະການຂອງຄົນອື່ນໄດ້. ສະນັ້ນ ຂໍໃຫ້ເຮົາຢ່າລືມອະທິດຖານເພື່ອຄົນອື່ນ.
ເພງທີ 101 ເຮັດວຽກຮ່ວມກັນຢ່າງເປັນນ້ຳໜຶ່ງໃຈດຽວ
a ຊື່ສົມມຸດ
b ເບິ່ງວິດີໂອເລື່ອງຂອງພີ່ນ້ອງທາເຄຊິ ຊິມິສຸ—ພະເຢໂຫວາເປັນ “ຜູ້ຟັງຄຳອະທິດຖານ” ໃນເວັບໄຊ jw.org.
c ເພື່ອຈະຮູ້ຊື່ຂອງພີ່ນ້ອງທີ່ຕິດຄຸກ ໃຫ້ຊອກເບິ່ງໃນເວັບໄຊ jw.org ໃນສ່ວນ “ພະຍານພະເຢໂຫວາຕິດຄຸກເພາະຄວາມເຊື່ອ—ແບ່ງຕາມປະເທດ.”
d ຄຳອະທິບາຍຮູບ: ພີ່ນ້ອງທີ່ກຳລັງເຈິກັບບັນຫາບໍ່ລືມທີ່ຈະອະທິດຖານເພື່ອຄົນອື່ນ.