ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ພະຈິກ ໜ້າ 2-7
  • ໃຫ້​ມີ​ຄວາມ​ສຸກ​ສະເໝີ​ເຖິງ​ວ່າ​ເຖົ້າ​ແລ້ວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້​ມີ​ຄວາມ​ສຸກ​ສະເໝີ​ເຖິງ​ວ່າ​ເຖົ້າ​ແລ້ວ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ອັນ​ໃດ​ອາດ​ເຮັດ​ໃຫ້​ຍາກ​ທີ່​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ?
  • ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ໄດ້​ແນວ​ໃດ?
  • ສິ່ງ​ທີ່​ຄົນ​ອື່ນ​ຊ່ວຍ​ໄດ້
  • ເຫັນ​ຄ່າ​ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດ​ຊື່
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ຮຽນ​ຈາກ​ຄຳເວົ້າ​ສຸດທ້າຍ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ໃນ​ການ​ປະກາດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ພະຈິກ ໜ້າ 2-7

ບົດ​ຄວາມ​ສຶກສາ​ທີ 44

ເພງ​ທີ 138 ຄວາມ​ງາມ​ຂອງ​ຄົນ​ຜົມ​ຫງອກ

ໃຫ້​ມີ​ຄວາມ​ສຸກ​ສະເໝີ​ເຖິງ​ວ່າ​ເຖົ້າ​ແລ້ວ

“ເຖິງ​ວ່າ​ເຖົ້າ​ແລ້ວ ເຂົາເຈົ້າ​ກໍ​ຍັງ​ຈະ​ເກີດ​ໝາກ.”—ພສ. 92:14

ຈຸດ​ສຳຄັນ

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ພີ່ນ້ອງ​ສູງ​ອາຍຸ​ຈະ​ພະຍາຍາມ​ມີ​ຄວາມ​ສຸກ​ຢູ່​ສະເໝີ ແລະ​ເຂົາເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

1-2. ພະ​ເຢໂຫວາ​ເບິ່ງ​ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດຊື່​ແນວ​ໃດ? (ເພງ​ສັນລະເສີນ 92:12-14; ເບິ່ງ​ຮູບ​ໜ້າ​ປົກ​ນຳ)

ຄົນ​ໃນ​ໂລກ​ຄິດ​ບໍ່​ຄື​ກັນ​ໃນ​ເລື່ອງ​ຄວາມ​ເຖົ້າ​ແກ່. ບາງ​ຄົນ​ຄິດ​ວ່າ​ເຖົ້າ​ແລ້ວ​ດີ​ຍ້ອນ​ຊິ​ມີ​ຄົນ​ນັບຖື. ແຕ່​ບາງ​ຄົນ​ກໍ​ບໍ່​ຢາກ​ເຖົ້າ​ແລະ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ຈະ​ບໍ່​ໃຫ້​ໂຕເອງ​ເບິ່ງ​ຄື​ເຖົ້າ. ຕົວຢ່າງ​ເຊັ່ນ: ຖ້າ​ເຫັນ​ຜົມ​ຫງອກ​ເສັ້ນ​ໜຶ່ງ ເຂົາເຈົ້າ​ກໍ​ຈະ​ຫຼົກ​ອອກ​ທັນທີ. ແຕ່​ເຖິງ​ວ່າ​ເຂົາເຈົ້າ​ຈະ​ພະຍາຍາມ​ຫຼົກ​ອອກ ມັນ​ກໍ​ຍັງ​ຈະ​ປົ່ງ​ຂຶ້ນ​ມາ​ຢູ່. ຕົວຢ່າງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ບໍ່​ວ່າ​ເຮົາ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ບໍ່​ສາມາດ​ຢຸດ​ຄວາມ​ເຖົ້າ​ແກ່​ໄດ້.

2 ແຕ່​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ບໍ່​ໄດ້​ຄິດ​ແບບ​ນັ້ນ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ສັດຊື່​ເຊິ່ງ​ເຖົ້າ​ແລ້ວ. (ສພສ. 16:31) ເພິ່ນ​ເບິ່ງ​ເຂົາເຈົ້າ​ວ່າ​ເປັນ​ຄື​ກັບ​ຕົ້ນໄມ້​ທີ່​ເກີດ​ໝາກ. (ອ່ານ​ເພງ​ສັນລະເສີນ 92:12-14) ເປັນ​ຫຍັງ​ການ​ປຽບທຽບ​ນີ້​ຈຶ່ງ​ເໝາະສົມ? ຕົ້ນໄມ້​ທີ່​ງາມໆ​ມັກ​ຈະ​ມີ​ອາຍຸ​ຫຼາຍ​ສິບ​ປີ​ຍ້ອນ​ມັນ​ມີ​ລຳ​ຕົ້ນ​ທີ່​ໃຫຍ່​ແລະ​ມີ​ງ່າ​ຫຼາຍ ມີ​ດອກ ແລະ​ມີ​ໃບ​ດົກ​ເຕັມ​ຕົ້ນ. ຕົ້ນໄມ້​ຊະນິດ​ໜຶ່ງ​ທີ່​ງາມ​ຫຼາຍ​ແມ່ນ​ຕົ້ນ​ຊາກຸລະ​ທີ່​ຢູ່​ຍີ່ປຸ່ນ​ແລະ​ຢູ່​ບ່ອນ​ອື່ນໆ​ໃນ​ໂລກ. ຕົ້ນ​ທີ່​ງາມ​ທີ່​ສຸດ​ມີ​ອາຍຸ​ຫຼາຍ​ກວ່າ 1.000 ປີ. ຄ້າຍຄື​ກັນ ພີ່ນ້ອງ​ສູງ​ອາຍຸ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ມາ​ຫຼາຍ​ປີ​ມີ​ຄ່າ​ຫຼາຍ​ສຳລັບ​ເພິ່ນ. ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ວ່າ​ເຂົາເຈົ້າ​ເປັນ​ແຕ່​ຜູ້​ເຖົ້າ​ທີ່​ຜົມ​ຫງອກ ແຕ່​ເພິ່ນ​ເບິ່ງ​ວ່າ​ເຂົາເຈົ້າ​ມີ​ຄຸນລັກສະນະ​ທີ່​ດີ​ຫຼາຍ​ຢ່າງ​ລວມ​ທັງ​ມີ​ຄວາມ​ອົດທົນ​ແລະ​ສັດຊື່​ພັກດີ ແລະ​ເພິ່ນ​ບໍ່​ເຄີຍ​ລືມ​ວຽກ​ຮັບໃຊ້​ທີ່​ເຂົາເຈົ້າ​ເຮັດ​ເພື່ອ​ເພິ່ນ​ມາ​ຫຼາຍ​ປີ.

ຜົວ​ເມຍ​ສູງ​ອາຍຸ​ຄູ່​ໜຶ່ງ​ນັ່ງ​ຢູ່​ຕັ່ງ​ຢູ່​ສວນ​ສາທາລະນະ ແລະ​ຢູ່​ອ້ອມແອ້ມ​ເຂົາເຈົ້າ​ມີ​ຕົ້ນ​ຊາກຸລະ​ທີ່​ດອກ​ກຳລັງ​ບານ.

ຄື​ກັບ​ຕົ້ນໄມ້​ງາມໆ​ທີ່​ມີ​ອາຍຸ​ຫຼາຍ​ສິບ​ປີ​ແລະ​ຍັງ​ເກີດ​ໝາກ ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດຊື່​ກໍ​ຍັງ​ມີ​ຄ່າ​ແລະ​ເກີດ​ໝາກ​ຕໍ່ໆ​ໄປ (ເບິ່ງ​ຂໍ້ 2)


3. ພະ​ເຢໂຫວາ​ໃຊ້​ຄົນ​ສູງ​ອາຍຸ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ? ຂໍ​ໃຫ້​ຍົກ​ຕົວຢ່າງ

3 ເຖິງ​ຈະ​ອາຍຸ​ຫຼາຍ​ຂຶ້ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ມີ​ຄ່າ​ໜ້ອຍ​ລົງ​ສຳລັບ​ພະ​ເຢໂຫວາ.a ທີ່​ຈິງ ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ມັກ​ໃຊ້​ຄົນ​ສູງ​ອາຍຸ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຊາຣາ​ຈະ​ເປັນ​ແມ່​ຂອງ​ຊາດ​ໜຶ່ງ​ແລະ​ເມຊີອາ​ຈະ​ເປັນ​ລູກ​ຫຼານ​ຂອງ​ລາວ ຕອນ​ນັ້ນ​ຊາຣາ​ກໍ​ອາຍຸ​ຫຼາຍ​ແລ້ວ. (ປຖກ. 17:15-19) ຕອນ​ທີ່​ພະ​ເຢໂຫວາ​ມອບໝາຍ​ໃຫ້​ໂມເຊ​ພາ​ຊາດ​ອິດສະຣາເອນ​ອອກ​ຈາກ​ເອຢິບ ຕອນ​ນັ້ນ​ລາວ​ກໍ​ເຖົ້າ​ຫຼາຍ​ແລ້ວ. (ອພຍ. 7:6, 7) ຕອນ​ທີ່​ພະ​ເຢໂຫວາ​ດົນໃຈ​ໃຫ້​ອັກຄະສາວົກ​ໂຢຮັນ​ຂຽນ​ປຶ້ມ 5 ຫົວ​ໃນ​ພະຄຳພີ ລາວ​ກໍ​ເຖົ້າ​ຫຼາຍ​ຄື​ກັນ.

4. ຕາມ​ສຸພາສິດ 15:15 ອັນ​ໃດ​ຈະ​ຊ່ວຍ​ພີ່ນ້ອງ​ທີ່​ສູງ​ອາຍຸ​ໃຫ້​ຮັບມື​ກັບ​ບັນຫາ​ໄດ້? (ເບິ່ງ​ຮູບ​ນຳ)

4 ເມື່ອ​ເຖົ້າ​ລົງ ເຮົາ​ກໍ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ. ພີ່ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ເວົ້າ​ແບບ​ຕະຫຼົກ​ວ່າ: “ການ​ໃຊ້​ຊີວິດ​ຕອນ​ເຖົ້າ​ບໍ່​ແມ່ນ​ໝົດ​ທຸກ​ຄົນ​ຊິ​ເຮັດ​ໄດ້​ໄດ໋.” ແຕ່​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສຸກ​ຄວາມ​ຍິນດີbຢູ່​ສະເໝີ​ເມື່ອ​ຕ້ອງ​ຮັບມື​ກັບ​ບັນຫາ​ຕ່າງໆ​ຕອນ​ທີ່​ອາຍຸ​ຫຼາຍ​ຂຶ້ນ. (ອ່ານ​ສຸພາສິດ 15:15) ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ​ຄຳ​ແນະນຳ​ທີ່​ຊ່ວຍ​ພີ່ນ້ອງ​ສູງ​ອາຍຸ​ໃຫ້​ມີ​ຄວາມ​ສຸກ​ຢູ່​ສະເໝີ ແລະ​ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ສູງ​ອາຍຸ​ໃນ​ປະຊາຄົມ​ໄດ້​ແນວ​ໃດ. ແຕ່​ທຳອິດ​ເຮົາ​ຈະ​ເບິ່ງ​ວ່າ​ອັນ​ໃດ​ອາດ​ເຮັດ​ໃຫ້​ຍາກ​ທີ່​ເຮົາ​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ.

ຜົວ​ເມຍ​ຄູ່​ທີ່​ຢູ່​ຮູບ​ກ່ອນ​ໜ້າ​ນີ້​ຈັບ​ມື​ກັນ​ແລະ​ຍິ້ມ​ຕອນ​ທີ່​ຢືນ​ຢູ່​ກ້ອງ​ຕົ້ນ​ຊາກຸລະ​ທີ່​ດອກ​ກຳລັງ​ບານ.

ການ​ພະຍາຍາມ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ຈະ​ຊ່ວຍ​ພີ່ນ້ອງ​ສູງ​ອາຍຸ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 4)


ອັນ​ໃດ​ອາດ​ເຮັດ​ໃຫ້​ຍາກ​ທີ່​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ?

5. ມີ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ພີ່ນ້ອງ​ສູງ​ອາຍຸ​ບາງ​ຄົນ​ທໍ້ໃຈ?

5 ມີ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ເຈົ້າ​ທໍ້ໃຈ? ເຈົ້າ​ອາດ​ເຮັດ​ບາງ​ຢ່າງ​ບໍ່​ໄດ້​ຄື​ກັບ​ທີ່​ເຄີຍ​ເຮັດ. ເຈົ້າ​ອາດ​ຄິດ​ເຖິງ​ຕອນ​ທີ່​ຍັງ​ໜຸ່ມ​ແລະ​ຍັງ​ແຂງແຮງ. (ປຍຈ. 7:10) ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຍິງ​ຊື່​ຣູບີ້​ເວົ້າ​ວ່າ: “ພຽງ​ແຕ່​ນຸ່ງ​ເຄື່ອງ​ກໍ​ຍາກ​ແລ້ວ ຍ້ອນ​ຍົກ​ແຂນ​ຍົກ​ຂາ​ບໍ່​ໄດ້​ຄື​ແຕ່​ກີ້​ແລະ​ຂ້ອຍ​ປວດ​ຕົນ​ປວດ​ໂຕ. ເຮັດ​ຫຍັງ​ກໍ​ບໍ່​ຄ່ອງແຄ່ວ ເລື່ອງ​ງ່າຍໆ​ເຊັ່ນ: ຍົກ​ຂາ​ຂຶ້ນ​ມາ​ໃສ່​ຖົງ​ຕີນ​ກໍ​ຍັງ​ຍາກ​ແລ້ວ. ມື​ກໍ​ຊາ​ແລະ​ປວດ​ຕາມ​ຂໍ້​ຕາມ​ກະດູກ ແນວ​ງ່າຍໆ​ກໍ​ເກືອບ​ເຮັດ​ບໍ່​ໄດ້.” ພີ່ນ້ອງ​ແຮໂຣ​ທີ່​ເຄີຍ​ຮັບໃຊ້​ຢູ່​ເບເທນ​ເວົ້າ​ວ່າ: “ລຸງ​ບໍ່​ຄິດ​ວ່າ​ໂຕເອງ​ຈະ​ກາຍ​ມາ​ເປັນ​ແບບ​ນີ້. ບາງ​ເທື່ອ​ກໍ​ຮູ້ສຶກ​ຫງຸດຫງິດ​ຍ້ອນ​ເຮັດ​ສິ່ງ​ທີ່​ໂຕເອງ​ມັກ​ບໍ່​ໄດ້​ແລ້ວ. ແຕ່​ກີ້​ລຸງ​ແຂງແຮງ​ແລະ​ມັກ​ຫຼິ້ນ​ກິລາ​ຫຼາຍ​ໂດຍ​ສະເພາະ​ແມ່ນ​ເບສບອນ. ໝູ່​ມັກ​ຈະ​ເວົ້າ​ວ່າ: ‘ໂຍນ​ບານ​ໃຫ້​ແຮໂຣ​ເລີຍ ລາວ​ບໍ່​ພາດ​ແນ່ນອນ.’ ແຕ່​ຕອນນີ້​ຫວາ ພຽງ​ແຕ່​ໂຍນ​ບານ​ກໍ​ຍັງ​ບໍ່​ໄຫວ​ແລ້ວ.”

6. (ກ) ມີ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ສູງ​ອາຍຸ​ບາງ​ຄົນ​ຮູ້ສຶກ​ທໍ້ໃຈ? (ຂ) ອັນ​ໃດ​ຈະ​ຊ່ວຍ​ພີ່ນ້ອງ​ສູງ​ອາຍຸ​ຕັດສິນໃຈ​ໄດ້​ວ່າ​ຈະ​ເຊົາ​ຂັບ​ລົດ​ຕອນ​ໃດ? (ເບິ່ງ​ບົດ​ຄວາມ “ຂ້ອຍ​ຄວນ​ເຊົາ​ຂັບ​ລົດ​ບໍ?”)

6 ເຈົ້າ​ອາດ​ຮູ້ສຶກ​ທໍ້ໃຈ​ຍ້ອນ​ຕອນນີ້​ບໍ່​ສາມາດ​ເຮັດ​ທຸກ​ຢ່າງ​ດ້ວຍ​ໂຕເອງ​ໄດ້ ອາດ​ເປັນ​ຍ້ອນ​ຕ້ອງ​ມີ​ຄົນ​ມາ​ເບິ່ງແຍງ​ເຈົ້າ​ຕະຫຼອດ​ເວລາ​ຫຼື​ຕ້ອງ​ຍ້າຍ​ໄປ​ຢູ່​ນຳ​ລູກ. ຫຼື​ເຈົ້າ​ອາດ​ທໍ້ໃຈ​ຍ້ອນ​ຕອນນີ້​ສຸຂະພາບ​ຊຸດໂຊມ​ລົງ ຫຼື​ສາຍ​ຕາ​ບໍ່​ດີ​ຈົນ​ໄປ​ຫັ້ນ​ມາ​ນີ້​ດ້ວຍ​ໂຕເອງ​ບໍ່​ໄດ້ ຫຼື​ຂັບ​ລົດ​ເອງ​ບໍ່​ໄດ້​ແລ້ວ. ເມື່ອ​ເປັນ​ແບບ​ນີ້​ອາດ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ເສົ້າໃຈ​ຫຼາຍ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ທີ່​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ຈະ​ເບິ່ງ​ວ່າ​ເຈົ້າ​ມີ​ຄ່າ​ຫຼື​ບໍ່ ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ເຈົ້າ​ເບິ່ງແຍງ​ໂຕເອງ​ໄດ້​ບໍ່ ຢູ່​ຄົນ​ດຽວ​ໄດ້​ບໍ່ ຫຼື​ຂັບ​ລົດ​ເອງ​ໄດ້​ບໍ່. ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ. ສິ່ງ​ທີ່​ສຳຄັນ​ສຳລັບ​ເພິ່ນ​ແມ່ນ​ເຈົ້າ​ເປັນ​ຄົນ​ແບບ​ໃດ. ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ຮັກ​ເພິ່ນ​ແລະ​ຮັກ​ພີ່ນ້ອງ​ຫຼາຍ. ສິ່ງ​ນີ້​ແຫຼະ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ຄ່າ​ສຳລັບ​ເພິ່ນ.—1ຊມ. 16:7

7. ຖ້າ​ເຈົ້າ​ຮູ້ສຶກ​ເສົ້າໃຈ​ຍ້ອນ​ຄິດ​ວ່າ​ເຈົ້າ​ອາດ​ຈະ​ຕາຍ​ກ່ອນ​ຈະ​ໄດ້​ເຫັນ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ນີ້ ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້?

7 ເຈົ້າ​ອາດ​ຮູ້ສຶກ​ເສົ້າໃຈ​ຍ້ອນ​ຄິດ​ວ່າ​ເຈົ້າ​ອາດ​ຈະ​ຕາຍ​ກ່ອນ​ທີ່​ຈະ​ໄດ້​ເຫັນ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ນີ້. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້? ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ກຳລັງ​ອົດທົນ​ລໍ​ຖ້າ​ທີ່​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້. (ອຊຢ. 30:18) ເພິ່ນ​ບໍ່​ໄດ້​ອົດທົນ​ລໍ​ຖ້າ​ແບບ​ບໍ່​ມີ​ຈຸດມຸ່ງໝາຍ. ຄວາມ​ອົດທົນ​ຂອງ​ພະ​ເຢໂຫວາ​ເປັນ​ການ​ໃຫ້​ເວລາ​ແລະ​ໃຫ້​ໂອກາດ​ຫຼາຍ​ລ້ານ​ຄົນ​ໄດ້​ມາ​ຮູ້​ຈັກ​ແລະ​ຮັບໃຊ້​ເພິ່ນ. (2ປຕ. 3:9) ສະນັ້ນ ເມື່ອ​ເຈົ້າ​ຮູ້ສຶກ​ທໍ້ໃຈ ຂໍ​ໃຫ້​ຄິດ​ວ່າ​ຈະ​ມີ​ອີກ​ຫຼາຍ​ຄົນ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ອົດທົນ​ຂອງ​ພະ​ເຢໂຫວາ​ເຊິ່ງ​ໃນ​ນັ້ນ​ອາດ​ລວມ​ເຖິງ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ນຳ.

8. ເມື່ອ​ພີ່ນ້ອງ​ທີ່​ສູງ​ອາຍຸ​ບໍ່​ສະບາຍ ເຂົາເຈົ້າ​ອາດ​ເຮັດ​ຫຍັງ?

8 ບໍ່​ວ່າ​ເຮົາ​ຈະ​ອາຍຸ​ໜ້ອຍ​ຫຼື​ຫຼາຍ ຕອນ​ທີ່​ເຮົາ​ບໍ່​ສະບາຍ​ບາງ​ເທື່ອ​ເຮົາ​ອາດ​ເວົ້າ​ແລະ​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ​ພາຍ​ຫຼັງ. (ປຍຈ. 7:7; ຢກບ. 3:2) ຕົວຢ່າງ​ເຊັ່ນ: ຕອນ​ທີ່​ໂຢບ​ເຊິ່ງ​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ເຈິ​ຄວາມ​ຍາກ​ລຳບາກ ລາວ​ກໍ “ເວົ້າ​ອອກ​ມາ​ແບບ​ບໍ່​ຄິດ.” (ໂຢບ 6:1-3) ນອກ​ຈາກ​ນັ້ນ ພະຍາດ​ທີ່​ຜູ້​ສູງ​ອາຍຸ​ເປັນ​ຫຼື​ຢາ​ທີ່​ເຂົາເຈົ້າ​ກິນ​ອາດ​ເຮັດ​ໃຫ້​ເຂົາເຈົ້າ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ເຊິ່ງ​ຕາມ​ປົກກະຕິ​ແລ້ວ​ເຂົາເຈົ້າ​ຈະ​ບໍ່​ເຮັດ​ແບບ​ນັ້ນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ອາຍຸ​ຫຼາຍ​ຫຼື​ເຈັບ​ປ່ວຍ​ເຮົາ​ກໍ​ບໍ່​ຄວນ​ໃຊ້​ເລື່ອງ​ນີ້​ເປັນ​ຂໍ້​ອ້າງ​ທີ່​ຈະ​ເຮັດ​ບໍ່​ດີ​ກັບ​ຄົນ​ອື່ນ. ຖ້າ​ເຮົາ​ຮູ້​ໂຕ​ວ່າ​ໄດ້​ເວົ້າ​ບາງ​ຢ່າງ​ທີ່​ບໍ່​ຄວນ​ເວົ້າ ເຮົາ​ຄວນ​ຂໍໂທດ​ທັນທີ.—ມທ. 5:23, 24

ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ໄດ້​ແນວ​ໃດ?

ໃນ​ຮູບ​ງ່າ​ດອກ​ຊາກຸລະ​ທີ່​ກຳລັງ​ບານ ມີ​ຮູບ​ຂອງ​ພີ່ນ້ອງ​ຊາຍ​ຍິງ​ທີ່​ສະແດງ​ເຖິງ​ວິທີ​ຕ່າງໆ​ທີ່​ເຂົາເຈົ້າ​ຍັງ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ເຖິງ​ວ່າ​ເຖົ້າ​ແລ້ວ. ມີ​ຮູບ​ແບບ​ນີ້​ຄື​ກັນ​ໃນ​ຂໍ້ 9-13.

ເຈົ້າ​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ອາຍຸ​ຫຼາຍ​ຂຶ້ນ? (ເບິ່ງ​ຂໍ້ 9-13)


9. ເປັນ​ຫຍັງ​ເຈົ້າ​ຄວນ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ? (ເບິ່ງ​ຮູບ​ນຳ)

9 ໃຫ້​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. (ຄລຕ. 6:2) ການ​ເຮັດ​ແບບ​ນີ້​ອາດ​ຈະ​ບໍ່​ງ່າຍ​ໃນ​ຕອນ​ທຳອິດ. ພີ່ນ້ອງ​ຍິງ​ຊື່​ເກຣໂທ​ເວົ້າ​ວ່າ: “ບາງ​ເທື່ອ​ປ້າ​ບໍ່​ກ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໃຜ​ຍ້ອນ​ຢ້ານ​ວ່າ​ຈະ​ເປັນ​ພາລະ​ໃຫ້​ເຂົາເຈົ້າ. ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ​ເພື່ອ​ປ້າ​ຈະ​ເຊົາ​ຄິດ​ແບບ​ນັ້ນ​ແລະ​ຖ່ອມ​ໃຈ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ.” ເມື່ອ​ເຈົ້າ​ຍອມ​ໃຫ້​ຄົນ​ອື່ນ​ຊ່ວຍ ເຈົ້າ​ກໍ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ເປັນ​ຜູ້​ໃຫ້. (ກຈກ. 20:35) ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ວ່າ​ຄົນ​ອື່ນ​ຮັກ​ແລະ​ເປັນ​ຫ່ວງ​ເຈົ້າ​ຫຼາຍ​ແທ້ໆ.

ພີ່ນ້ອງ​ຍິງ​ທີ່​ສູງ​ອາຍຸ​ຈັບ​ແຂນ​ພີ່ນ້ອງ​ຍິງ​ທີ່​ຍັງ​ໜຸ່ມ​ຕອນ​ທີ່​ເຂົາເຈົ້າ​ໄປ​ຊື້​ເຄື່ອງ​ນຳ​ກັນ.

(ເບິ່ງ​ຂໍ້ 9)


10. ເປັນ​ຫຍັງ​ເຈົ້າ​ບໍ່​ຄວນ​ລືມ​ທີ່​ຈະ​ສະແດງ​ຄວາມ​ຂອບໃຈ? (ເບິ່ງ​ຮູບ​ນຳ)

10 ສະແດງ​ຄວາມ​ຂອບໃຈ. (ກລຊ. 3:15; 1ທຊ. 5:18) ເມື່ອ​ມີ​ຄົນ​ເຮັດ​ສິ່ງ​ດີໆ​ໃຫ້​ເຮົາ ເຮົາ​ກໍ​ຮູ້ສຶກ​ຂອບໃຈ ແຕ່​ບາງ​ເທື່ອ​ເຮົາ​ອາດ​ລືມ​ສະແດງ​ອອກ​ມາ. ເຖິງ​ຈະ​ເປັນ​ແນວ​ນັ້ນ ຖ້າ​ເຮົາ​ຍິ້ມ​ແລະ​ເວົ້າ​ຂອບໃຈ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຮູ້ສຶກ​ວ່າ​ລາວ​ມີ​ຄ່າ​ແລະ​ເຮົາ​ເຫັນຄ່າ​ສິ່ງ​ທີ່​ລາວ​ເຮັດ. ເລອາ​ທີ່​ເບິ່ງແຍງ​ພີ່ນ້ອງ​ສູງ​ອາຍຸ​ໃນ​ເບເທນ​ເວົ້າ​ວ່າ: “ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຂ້ອຍ​ເບິ່ງແຍງ​ຂຽນ​ຂໍ້​ຄວາມ​ໃສ່​ເຈ້ຍ​ນ້ອຍໆ​ເພື່ອ​ຂອບໃຈ​ຂ້ອຍ. ເຖິງ​ວ່າ​ຂໍ້​ຄວາມ​ທີ່​ລາວ​ຂຽນ​ຈະ​ບໍ່​ຍາວ ແຕ່​ມັນ​ກໍ​ເຮັດ​ໃຫ້​ຂ້ອຍ​ໄດ້​ກຳລັງ​ໃຈ. ຂ້ອຍ​ດີ​ໃຈ​ທີ່​ໄດ້​ຮັບ​ຂໍ້​ຄວາມ​ແບບ​ນີ້ ມັນ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ທີ່​ຮູ້​ວ່າ​ພີ່ນ້ອງ​ເຫັນຄ່າ​ທີ່​ຂ້ອຍ​ເບິ່ງແຍງ​ລາວ.”

ພີ່ນ້ອງ​ຍິງ​ທີ່​ສູງ​ອາຍຸ​ຂຽນ​ກ໋າດ​ຂອບໃຈ.

(ເບິ່ງ​ຂໍ້ 10)


11. ເຈົ້າ​ຈະ​ຊ່ວຍ​ຄົນ​ອື່ນ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

11 ພະຍາຍາມ​ຊ່ວຍ​ຄົນ​ອື່ນ. ເມື່ອ​ເຈົ້າ​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຊ່ວຍ​ຄົນ​ອື່ນ ເຈົ້າ​ກໍ​ຈະ​ສົນໃຈ​ບັນຫາ​ຂອງ​ໂຕເອງ​ໜ້ອຍ​ລົງ. ເຮົາ​ສາມາດ​ສົມທຽບ​ຜູ້​ສູງ​ອາຍຸ​ວ່າ​ເປັນ​ຄື​ກັບ​ປຶ້ມ​ທີ່​ມີ​ຄວາມ​ຮູ້​ຫຼາຍ. ແຕ່​ຖ້າ​ບໍ່​ມີ​ໃຜ​ອ່ານ​ປຶ້ມ​ເຫຼົ່າ​ນັ້ນ ມັນ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ. ຄ້າຍຄື​ກັນ ຄົນ​ທີ່​ຍັງ​ໜຸ່ມ​ກໍ​ຈະ​ບໍ່​ໄດ້​ບົດ​ຮຽນ​ທີ່​ສຳຄັນ​ຈາກ​ເຈົ້າ​ຖ້າ​ເຈົ້າ​ບໍ່​ເວົ້າ​ແລະ​ບໍ່​ບອກ​ເຂົາເຈົ້າ​ໃນ​ສິ່ງ​ທີ່​ເຈົ້າ​ຮູ້. ໃຫ້​ຖາມ​ເຂົາເຈົ້າ​ແລະ​ຕັ້ງໃຈ​ຟັງ​ເຂົາເຈົ້າ​ເວົ້າ. ໃຫ້​ສອນ​ເຂົາເຈົ້າ​ວ່າ​ເປັນ​ຫຍັງ​ການ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຈຶ່ງ​ດີ​ທີ່​ສຸດ​ແລະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້. ເມື່ອ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ຊ່ວຍ​ເຫຼືອ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ອາຍຸ​ນ້ອຍ​ກວ່າ.—ພສ. 71:18

ພີ່ນ້ອງ​ຊາຍ​ທີ່​ສູງ​ອາຍຸ​ຕັ້ງໃຈ​ຟັງ​ຕອນ​ທີ່​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ລະບາຍ​ຄວາມ​ຮູ້ສຶກ.

(ເບິ່ງ​ຂໍ້ 11)


12. ຕາມ​ເອຊາຢາ 46:4 ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເຮັດ​ຫຍັງ​ເພື່ອ​ພີ່ນ້ອງ​ທີ່​ສູງ​ອາຍຸ? (ເບິ່ງ​ຮູບ​ນຳ)

12 ອະທິດຖານ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ. ບາງ​ເທື່ອ​ເຈົ້າ​ອາດ​ຈະ​ຮູ້ສຶກ​ເມື່ອຍ​ຫຼື​ທໍ້ໃຈ ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ “ບໍ່​ເຄີຍ​ເມື່ອຍ​ຫຼື​ໝົດ​ແຮງ.” (ອຊຢ. 40:28) ພະ​ເຢໂຫວາ​ໃຊ້​ພະລັງ​ທີ່​ບໍ່​ມີ​ຂີດ​ຈຳກັດ​ຂອງ​ເພິ່ນ​ແນວ​ໃດ? ວິທີ​ໜຶ່ງ​ທີ່​ເພິ່ນ​ໃຊ້​ແມ່ນ ເພິ່ນ​ໃຫ້​ກຳລັງ​ກັບ​ຄົນ​ສູງ​ອາຍຸ​ທີ່​ສັດຊື່​ຕໍ່​ເພິ່ນ. (ອຊຢ. 40:29-31) ທີ່​ຈິງ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຊ່ວຍ​ເຂົາເຈົ້າ. (ອ່ານ​ເອຊາຢາ 46:4) ເພິ່ນ​ຮັກສາ​ສັນຍາ​ສະເໝີ. (ຢຊ. 23:14; ອຊຢ. 55:10, 11) ເມື່ອ​ເຈົ້າ​ອະທິດຖານ​ແລະ​ໄດ້​ເຫັນ​ດ້ວຍ​ໂຕເອງ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ກຳລັງ​ຊ່ວຍ​ເຈົ້າ​ຢູ່ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້ໆ.

ພີ່ນ້ອງ​ຊາຍ​ທີ່​ສູງ​ອາຍຸ​ອະທິດຖານ.

(ເບິ່ງ​ຂໍ້ 12)


13. ຕາມ 2 ໂກຣິນໂທ 4:16-18 ເຮົາ​ຄວນ​ຈື່​ຫຍັງ​ໄວ້? (ເບິ່ງ​ຮູບ​ນຳ)

13 ໃຫ້​ຈື່​ໄວ້​ວ່າ​ສະພາບການ​ຂອງ​ເຈົ້າ​ຈະ​ຢູ່​ພຽງ​ຊົ່ວຄາວ. ຕອນ​ທີ່​ເຈິ​ກັບ​ເລື່ອງ​ທີ່​ຮັບມື​ໄດ້​ຍາກ ຖ້າ​ເຮົາ​ຈື່​ໄວ້​ວ່າ​ສິ່ງ​ທີ່​ກຳລັງ​ເຈິ​ຢູ່​ຕອນນີ້​ຈະ​ຢູ່​ແຕ່​ໄລຍະ​ສັ້ນໆ​ເຮົາ​ກໍ​ຈະ​ອົດທົນ​ໄດ້​ງ່າຍ​ຂຶ້ນ. ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ​ຄວາມ​ເຖົ້າ​ແກ່​ແລະ​ບັນຫາ​ສຸຂະພາບ​ຈະ​ຢູ່​ແຕ່​ຊົ່ວຄາວ. (ໂຢບ 33:25; ອຊຢ. 33:24) ສະນັ້ນ ເຈົ້າ​ສາມາດ​ມີ​ຄວາມ​ສຸກ​ໄດ້​ຍ້ອນ​ຮູ້​ວ່າ​ໃນ​ອະນາຄົດ​ເຈົ້າ​ຈະ​ມີ​ສຸຂະພາບ​ດີ ແຂງແຮງ ຫຼໍ່​ແລະ​ງາມ​ກວ່າ​ເກົ່າ. (ອ່ານ 2 ໂກຣິນໂທ 4:16-18) ແຕ່​ຕອນນີ້​ເຮົາ​ຈະ​ເບິ່ງ​ວ່າ​ຄົນ​ອື່ນ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ເຈົ້າ?

ພີ່ນ້ອງ​ຍິງ​ສູງ​ອາຍຸ​ນັ່ງ​ຢູ່​ລໍ້​ຍູ້​ແລະ​ອ່ານ​ຄຳພີ​ໄບເບິນ. ລາວ​ນຶກພາບ​ໂຕເອງ​ໃນ​ໂລກ​ໃໝ່​ຕອນ​ທີ່​ເປັນ​ສາວ​ແລະ​ກຳລັງ​ຍ່າງ​ອອກ​ຈາກ​ລໍ້​ຍູ້.

(ເບິ່ງ​ຂໍ້ 13)


ສິ່ງ​ທີ່​ຄົນ​ອື່ນ​ຊ່ວຍ​ໄດ້

14. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ໄປ​ຢາມ​ຫຼື​ໂທ​ຫາ​ພີ່ນ້ອງ​ທີ່​ສູງ​ອາຍຸ?

14 ໄປ​ຢາມ​ແລະ​ໂທ​ຫາ​ພີ່ນ້ອງ​ທີ່​ສູງ​ອາຍຸ​ເປັນ​ປະຈຳ. (ຮຣ. 13:16) ພີ່ນ້ອງ​ທີ່​ສູງ​ອາຍຸ​ອາດ​ຮູ້ສຶກ​ເຫງົາ. ພີ່ນ້ອງ​ຊາຍ​ຊື່​ຄາມິວ​ທີ່​ຕ້ອງ​ຢູ່​ແຕ່​ໃນ​ເຮືອນ​ເວົ້າ​ວ່າ: “ລຸງ​ຕ້ອງ​ຢູ່​ແຕ່​ໃນ​ເຮືອນ​ຕັ້ງແຕ່​ເຊົ້າ​ຈົນ​ຮອດ​ຄ່ຳ. ລຸງ​ຈຶ່ງ​ຮູ້ສຶກ​ເບື່ອ​ຫຼາຍ. ບາງ​ເທື່ອ​ລຸງ​ກໍ​ຮູ້ສຶກ​ວ່າ​ໂຕເອງ​ເປັນ​ຄື​ກັບ​ສັດ​ໂຕ​ໜຶ່ງ​ທີ່​ເຖົ້າ​ແລ້ວ​ທີ່​ຖືກ​ຂັງ​ໄວ້​ຢູ່​ໃນ​ຄອກ. ມັນ​ຮູ້ສຶກ​ອຶດ​ອັດ​ແລະ​ຫງຸດຫງິດ​ຫຼາຍ​ແທ້ໆ.” ເມື່ອ​ເຮົາ​ໄປ​ຢາມ​ພີ່ນ້ອງ​ທີ່​ສູງ​ອາຍຸ ເຮົາ​ກໍ​ເຮັດ​ໃຫ້​ເຂົາເຈົ້າ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ສຳຄັນ​ຕໍ່​ເຮົາ​ແລະ​ເຮົາ​ກໍ​ຮັກ​ເຂົາເຈົ້າ. ບາງ​ເທື່ອ​ເຮົາ​ຕັ້ງໃຈ​ຈະ​ໄປ​ຢາມ​ຫຼື​ໂທ​ຫາ​ພີ່ນ້ອງ​ທີ່​ສູງ​ອາຍຸ​ໃນ​ປະຊາຄົມ ແຕ່​ເຮົາ​ກໍ​ບໍ່​ໄດ້​ເຮັດ​ຍ້ອນ​ເຮົາ​ຫຍຸ້ງ​ຫຼາຍ. ຄັນຊັ້ນ ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້ “ເບິ່ງ​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ” ເຊິ່ງ​ລວມ​ເຖິງ​ການ​ໄປ​ຢາມ​ພີ່ນ້ອງ​ທີ່​ສູງ​ອາຍຸ. (ຟລປ. 1:10) ເຮົາ​ອາດ​ຈະ​ຂຽນ​ໄວ້​ໃນ​ປະຕິທິນ​ເພື່ອ​ເຕືອນ​ເຮົາ​ໃຫ້​ສົ່ງ​ຂໍ້​ຄວາມ​ຫຼື​ໂທ​ຫາ​ພີ່ນ້ອງ​ເຫຼົ່າ​ນັ້ນ. ນອກ​ຈາກ​ນັ້ນ ແທນ​ທີ່​ຈະ​ຖ້າ​ໃຫ້​ວ່າງ​ກ່ອນ​ແລ້ວ​ຈຶ່ງ​ໄປ ເຮົາ​ຄວນ​ກຳນົດ​ເວລາ​ໄວ້​ເລີຍ​ວ່າ​ຈະ​ໄປ​ຢາມ​ເຂົາເຈົ້າ​ຕອນ​ໃດ.

15. ພີ່ນ້ອງ​ທີ່​ອາຍຸ​ນ້ອຍ​ແລະ​ພີ່ນ້ອງ​ທີ່​ສູງ​ອາຍຸ​ສາມາດ​ເຮັດ​ຫຍັງ​ນຳ​ກັນ​ໄດ້​ແດ່?

15 ຄົນ​ທີ່​ອາຍຸ​ນ້ອຍ​ກວ່າ​ອາດ​ບໍ່​ຮູ້​ວ່າ​ຈະ​ລົມ​ຫຼື​ເຮັດ​ຫຍັງ​ກັບ​ພີ່ນ້ອງ​ສູງ​ອາຍຸ. ແຕ່​ເຈົ້າ​ບໍ່​ຕ້ອງ​ຄິດ​ຫຼາຍ​ເກີນ​ໄປ ພຽງ​ແຕ່​ເປັນ​ໝູ່​ທີ່​ດີ​ກັບ​ເຂົາເຈົ້າ​ກໍ​ພໍ​ແລ້ວ. (ສພສ. 17:17) ໃຫ້​ລົມ​ກັບ​ພີ່ນ້ອງ​ທີ່​ສູງ​ອາຍຸ​ກ່ອນ​ແລະ​ຫຼັງ​ການ​ປະຊຸມ. ໃຫ້​ເຂົາເຈົ້າ​ເລົ່າ​ໃຫ້​ຟັງ​ວ່າ​ເຂົາເຈົ້າ​ມັກ​ພະຄຳພີ​ຂໍ້​ໃດ ຫຼື​ໃຫ້​ເຂົາເຈົ້າ​ເລົ່າ​ເລື່ອງ​ຕະຫຼົກ​ຕອນ​ທີ່​ເປັນ​ເດັກນ້ອຍ​ໃຫ້​ຟັງ. ເຈົ້າ​ອາດ​ຈະ​ຊວນ​ພີ່ນ້ອງ​ສູງ​ອາຍຸ​ໃຫ້​ມາ​ເບິ່ງ​ລາຍການ​ໂທລະທັດ JW ນຳ​ກັນ. ເຈົ້າ​ສາມາດ​ຊ່ວຍ​ພີ່ນ້ອງ​ສູງ​ອາຍຸ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ດ້ວຍ​ໂຕເອງ​ບໍ່​ໄດ້ ເຊັ່ນ: ເຈົ້າ​ອາດ​ຊ່ວຍ​ເຂົາເຈົ້າ​ອັບ​ເດດ​ອຸປະກອນ​ເອເລັກໂຕຣນິກ​ຫຼື​ດາວໂຫຼດ​ປຶ້ມ​ລ່າ​ສຸດ​ທີ່​ໃຊ້​ສຳລັບ​ສຶກສາ. ພີ່ນ້ອງ​ຍິງ​ທີ່​ຊື່​ແຄຣໍ​ເວົ້າ​ວ່າ: “ໃຫ້​ຊວນ​ພີ່ນ້ອງ​ສູງ​ອາຍຸ​ເຮັດ​ສິ່ງ​ທີ່​ເຈົ້າ​ມັກ. ເຖິງ​ວ່າ​ປ້າ​ຈະ​ເຖົ້າ​ແລ້ວ ແຕ່​ປ້າ​ກໍ​ຍັງ​ມັກ​ເຮັດ​ສິ່ງ​ທີ່​ມ່ວນໆ. ປ້າ​ມັກ​ໄປ​ຊື້​ເຄື່ອງ ມັກ​ໄປ​ກິນ​ເຂົ້າ​ຢູ່​ນອກ​ບ້ານ ແລະ​ມັກ​ໄປ​ທ່ຽວ​ເບິ່ງ​ທຳມະຊາດ.” ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ຊື່​ມິຣາ​ເວົ້າ​ວ່າ: “ຂ້ອຍ​ມີ​ໝູ່​ຄົນ​ໜຶ່ງ​ອາຍຸ 90 ປີ. ເຖິງ​ວ່າ​ລາວ​ອາຍຸ​ຫຼາຍ​ກວ່າ​ຂ້ອຍ 57 ປີ ແຕ່​ຫຼາຍ​ເທື່ອ​ຂ້ອຍ​ກໍ​ບໍ່​ໄດ້​ຄິດ​ເຖິງ​ເລື່ອງ​ນີ້​ເລີຍ​ຍ້ອນ​ເຮົາ​ເຮັດ​ແນວ​ມ່ວນໆ​ນຳ​ກັນ​ແລະ​ເບິ່ງ​ໜັງ​ນຳ​ກັນ. ຕອນ​ທີ່​ເຈິ​ບັນຫາ ເຮົາ​ກໍ​ຂໍ​ຄຳ​ແນະນຳ​ຈາກ​ກັນ​ແລະ​ກັນ.”

16. ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ຈະ​ໄປ​ເປັນ​ໝູ່​ພີ່ນ້ອງ​ສູງ​ອາຍຸ​ຕອນ​ທີ່​ເຂົາເຈົ້າ​ໄປ​ຫາ​ໝໍ?

16 ໄປ​ເປັນ​ໝູ່​ຕອນ​ທີ່​ໝໍ​ນັດ. ນອກ​ຈາກ​ໄປ​ຮັບ​ໄປ​ສົ່ງ​ພີ່ນ້ອງ​ສູງ​ອາຍຸ​ຢູ່​ໂຮງໝໍ​ແລ້ວ ເຈົ້າ​ອາດ​ຢູ່​ກັບ​ເຂົາເຈົ້າ​ຕອນ​ທີ່​ພົບ​ທ່ານ​ໝໍ​ແລະ​ເບິ່ງ​ວ່າ​ເຂົາເຈົ້າ​ໄດ້​ຮັບ​ການ​ເບິ່ງແຍງ​ເອົາໃຈໃສ່​ຢ່າງ​ດີ​ບໍ່. (ອຊຢ. 1:17) ຕອນ​ທີ່​ໝໍ​ອະທິບາຍ​ກັບ​ພີ່ນ້ອງ​ສູງ​ອາຍຸ ເຈົ້າ​ອາດ​ຈະ​ຊ່ວຍ​ຈົດ​ຂໍ້ມູນ. ພີ່ນ້ອງ​ຍິງ​ສູງ​ອາຍຸ​ທີ່​ຊື່​ຣູດ​ເວົ້າ​ວ່າ: “ຫຼາຍ​ເທື່ອ​ຕອນ​ທີ່​ປ້າ​ໄປ​ຫາ​ໝໍ​ຄົນ​ດຽວ ໝໍ​ບໍ່​ຄ່ອຍ​ເອົາໃຈໃສ່​ປ້າ​ປານ​ໃດ. ບາງ​ເທື່ອ​ໝໍ​ບອກ​ປ້າ​ວ່າ ‘ປ້າ​ບໍ່​ໄດ້​ເປັນ​ຫຍັງ​ດອກ! ປ້າ​ຄິດ​ເອົາ​ເອງ​ຊື່ໆ.’ ແຕ່​ຕອນ​ທີ່​ມີ​ຄົນ​ໄປ​ນຳ ໝໍ​ພັດ​ປະຕິບັດ​ກັບ​ປ້າ​ອີກ​ແບບ​ໜຶ່ງ. ປ້າ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆ​ທີ່​ພີ່ນ້ອງ​ສະລະ​ເວລາ​ໄປ​ກັບ​ປ້າ.”

17. ມີ​ວຽກ​ຮັບໃຊ້​ແບບ​ໃດ​ແດ່​ທີ່​ເຮົາ​ສາມາດ​ເຮັດ​ກັບ​ພີ່ນ້ອງ​ສູງ​ອາຍຸ?

17 ເຮັດ​ວຽກ​ຮັບໃຊ້​ກັບ​ພີ່ນ້ອງ​ສູງ​ອາຍຸ. ພີ່ນ້ອງ​ສູງ​ອາຍຸ​ບາງ​ຄົນ​ອາດ​ບໍ່​ມີ​ແຮງ​ທີ່​ຈະ​ໄປ​ປະກາດ​ຕາມ​ບ້ານ. ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ຈະ​ຮັບໃຊ້​ກັບ​ເຂົາເຈົ້າ​ໄດ້​ແນວ​ໃດ? ເຈົ້າ​ອາດ​ຊວນ​ພີ່ນ້ອງ​ຍິງ​ສູງ​ອາຍຸ​ໄປ​ປະກາດ​ສາທາລະນະ​ນຳ​ກັນ. ເຈົ້າ​ອາດ​ເອົາ​ຕັ່ງ​ໄປ​ນຳ​ເພື່ອ​ໃຫ້​ລາວ​ນັ່ງ​ຢູ່​ໃກ້​ລໍ້​ວາງ​ສະແດງ​ປຶ້ມ ຫຼື​ເຈົ້າ​ອາດ​ພາ​ພີ່ນ້ອງ​ຊາຍ​ສູງ​ອາຍຸ​ໄປ​ສຶກສາ​ນຳ​ຫຼື​ພາ​ນັກສຶກສາ​ມາ​ສຶກສາ​ຢູ່​ເຮືອນ​ຂອງ​ລາວ. ຖ້າ​ເຮັດ​ໄດ້ ຜູ້​ເບິ່ງແຍງ​ສາມາດ​ໃຊ້​ເຮືອນ​ຂອງ​ພີ່ນ້ອງ​ສູງ​ອາຍຸ​ຈັດການ​ປະຊຸມ​ເພື່ອ​ການ​ປະກາດ​ເພື່ອ​ໃຫ້​ເຂົາເຈົ້າ​ເຂົ້າ​ຮ່ວມ​ໄດ້. ພະ​ເຢໂຫວາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເຫັນ​ວ່າ​ເຮົາ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ຕໍ່​ພີ່ນ້ອງ​ສູງ​ອາຍຸ.—ສພສ. 3:27; ຣມ. 12:10

18. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

18 ໃນ​ບົດ​ນີ້​ເຮົາ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເຫັນຄ່າ​ພີ່ນ້ອງ​ສູງ​ອາຍຸ​ຫຼາຍ​ແທ້ໆ. ເຮົາ​ທຸກ​ຄົນ​ໃນ​ປະຊາຄົມ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. ການ​ໃຊ້​ຊີວິດ​ຕອນ​ເຖົ້າ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສຸກ​ຢູ່​ສະເໝີ. (ພສ. 37:25) ເຈົ້າ​ຄື​ຊິ​ໄດ້​ກຳລັງ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ຊີວິດ​ທີ່​ດີ​ທີ່​ສຸດ​ບໍ່​ແມ່ນ​ຕອນ​ທີ່​ເປັນ​ໜຸ່ມ​ເປັນ​ສາວ​ທີ່​ຜ່ານ​ມາ​ແລ້ວ ແຕ່​ເປັນ​ຊີວິດ​ທີ່​ລໍ​ຖ້າ​ຢູ່​ຂ້າງ​ໜ້າ. ສຳລັບ​ຄົນ​ທີ່​ກຳລັງ​ເບິ່ງແຍງ​ຄົນ​ສູງ​ອາຍຸ​ໃນ​ຄອບຄົວ ເບິ່ງແຍງ​ລູກ ແລະ​ເບິ່ງແຍງ​ໝູ່​ທີ່​ເຈັບ​ປ່ວຍ​ເດ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ໄດ້​ແນວ​ໃດ? ເຮົາ​ຈະ​ຕອບ​ຄຳ​ຖາມ​ນີ້​ໃນ​ບົດ​ຕໍ່​ໄປ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ມີ​ສະພາບການ​ແບບ​ໃດ​ແດ່​ທີ່​ອາດ​ເຮັດ​ໃຫ້​ພີ່ນ້ອງ​ສູງ​ອາຍຸ​ບໍ່​ມີ​ຄວາມ​ສຸກ?

  •  ອັນ​ໃດ​ຈະ​ຊ່ວຍ​ພີ່ນ້ອງ​ສູງ​ອາຍຸ​ໃຫ້​ມີ​ຄວາມ​ສຸກ​ຢູ່​ສະເໝີ?

  •  ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ສູງ​ອາຍຸ​ໃນ​ປະຊາຄົມ​ແນວ​ໃດ​ແດ່?

ເພງ​ທີ 30 ພະອົງ​ເປັນ​ພະເຈົ້າ ເປັນ​ພໍ່ ແລະ​ເພື່ອນ​ຂອງ​ຂ້ອຍ

a ເບິ່ງ​ວິດີໂອ​ຜູ້​ສູງ​ອາຍຸ—ເຈົ້າ​ມີ​ບົດບາດ​ສຳຄັນ ໃນ​ເວັບໄຊ jw.org ແລະ​ໃນ​ແອັບ JW Library®. (ພາສາ​ໄທ)

b ການ​ອະທິບາຍ​ຄຳສັບ: ຄວາມ​ຍິນດີ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄລຕ. 5:22) ເຮົາ​ຈະ​ມີ​ຄວາມ​ສຸກ​ຄວາມ​ຍິນດີ​ແທ້​ຖ້າ​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌