ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ພະຈິກ ໜ້າ 31
  • ຄຳ​ຖາມ​ຈາກ​ຜູ້​ອ່ານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳ​ຖາມ​ຈາກ​ຜູ້​ອ່ານ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເລື່ອງທີ່ຄ້າຍກັນ
  • ປຶ້ມ​ພະນິມິດ​ບອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ສັດຕູ​ຂອງ​ພະເຈົ້າ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຢ່າຢ້ານສັດຮ້າຍທີ່ເປັນຕາຢ້ານ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ພະຈິກ ໜ້າ 31

ຄຳ​ຖາມ​ຈາກ​ຜູ້​ອ່ານ

ໃນ​ອະນາຄົດ​ໃກ້ໆ​ນີ້ “ຄວາມ​ຄິດ” ແບບ​ໃດ​ທີ່​ພະ​ເຢໂຫວາ​ຈະ​ດົນໃຈ​ລັດຖະບານ​ຕ່າງໆ?

ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ພະ​ນິມິດ 17:16, 17 ບອກ​ວ່າ: “ເຂົາ 10 ເຂົາ​ກັບ​ສັດ​ຮ້າຍ​ທີ່​ເຈົ້າ​ເຫັນ​ຈະ​ພາກັນ​ຊັງ​ແມ່ຈ້າງ​ຄົນ​ນັ້ນ​ແລະ​ທຳຮ້າຍ​ລາວ ເຮັດ​ໃຫ້​ລາວ​ປະໂປ້ ກັດ​ກິນ​ຊີ້ນ​ຂອງ​ລາວ ແລະ​ເອົາ​ໄຟ​ຈູດ​ລາວ​ຈົນ​ບໍ່​ເຫຼືອ​ຫຍັງ. ພະເຈົ້າ​ໃຫ້​ເຂົາເຈົ້າ​ເຮັດ​ຕາມ​ຄວາມ​ຄິດ​ຂອງ​ເພິ່ນ ໂດຍ​ດົນໃຈ​ເຂົາເຈົ້າ​ໃຫ້​ເຮັດ​ຕາມ​ຄວາມ​ຄິດ​ແບບ​ດຽວ​ກັນ ແລະ​ໃຫ້​ເຂົາເຈົ້າ​ມອບ​ອຳນາດ​ການ​ປົກຄອງ​ຂອງ​ໂຕເອງ​ໃຫ້​ສັດ​ຮ້າຍ​ນັ້ນ.” ແຕ່​ກີ້ ປຶ້ມ​ຕ່າງໆ​ຂອງ​ເຮົາ​ເຄີຍ​ເວົ້າ​ວ່າ “ຄວາມ​ຄິດ” ທີ່​ພະ​ເຢໂຫວາ​ຈະ​ດົນໃຈ​ລັດຖະບານ​ຕ່າງໆ​ແມ່ນ​ໃຫ້​ເຂົາເຈົ້າ​ທຳລາຍ​ສາສະໜາ​ປອມ.

ແຕ່​ຈຳເປັນ​ຕ້ອງ​ມີ​ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ໃໝ່. ທີ່​ຈິງ “ຄວາມ​ຄິດ” ທີ່​ພະ​ເຢໂຫວາ​ຈະ​ດົນໃຈ​ລັດຖະບານ​ຕ່າງໆ​ແມ່ນ​ໃຫ້​ເຂົາເຈົ້າ “ມອບ​ອຳນາດ​ການ​ປົກຄອງ​ຂອງ​ໂຕເອງ​ໃຫ້​ສັດ​ຮ້າຍ.” ເພື່ອ​ຈະ​ເຂົ້າໃຈ​ວ່າ​ເລື່ອງ​ນີ້​ຈະ​ເກີດຂຶ້ນ​ແທ້​ແນວ​ໃດ ໃຫ້​ເຮົາ​ມາ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້​ນຳ​ກັນ.

ຄຳ​ພະຍາກອນ​ນີ້​ເວົ້າ​ເຖິງ​ໃຜ? “ແມ່ຈ້າງ” ຍັງ​ຖືກ​ເອີ້ນ​ວ່າ “ບາບີໂລນ​ໃຫຍ່” ເຊິ່ງ​ໝາຍ​ເຖິງ​ສາສະໜາ​ປອມ​ຢູ່​ທົ່ວ​ໂລກ. “ສັດ​ຮ້າຍ​ສີ​ແດງ​ສົດ” ໝາຍ​ເຖິງ​ອົງການ​ສະຫະປະຊາຊາດ. ອົງການ​ນີ້​ຖືກ​ຕັ້ງ​ຂຶ້ນ​ໃນ​ປີ 1919 ເພື່ອ​ຮັກສາ​ຄວາມ​ສະຫງົບສຸກ​ຢູ່​ທົ່ວ​ໂລກ​ແລະ​ເຄີຍ​ຖືກ​ເອີ້ນ​ວ່າ​ອົງການ​ສັນນິບາດ​ຊາດ. (ພນມ. 17:3-5) “ເຂົາ 10 ເຂົາ” ໝາຍ​ເຖິງ​ລັດຖະບານ​ຕ່າງໆ​ທີ່​ມີ​ອຳນາດ​ເຊິ່ງ​ສະໜັບສະໜູນ​ສັດ​ຮ້າຍ​ນັ້ນ.

ແມ່ຈ້າງ​ກັບ​ສັດ​ຮ້າຍ​ສີ​ແດງ​ສົດ​ມີ​ສາຍ​ສຳພັນ​ແນວ​ໃດ? ແມ່ຈ້າງ “ນັ່ງ​ຢູ່​ເທິງ” ສັດ​ຮ້າຍ ເຊິ່ງ​ໝາຍ​ຄວາມ​ວ່າ​ລາວ​ສະໜັບສະໜູນ​ສັດ​ຮ້າຍ​ແລະ​ພະຍາຍາມ​ໃຫ້​ມັນ​ເຮັດ​ຕາມ​ທີ່​ລາວ​ຕ້ອງການ.

ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ແມ່ຈ້າງ? ສັດ​ຮ້າຍ​ກັບ​ເຂົາ 10 ເຂົາ “ຈະ​ພາກັນ​ຊັງ​ແມ່ຈ້າງ​ຄົນ​ນັ້ນ.” ເຂົາເຈົ້າ​ຊັງ​ລາວ​ຫຼາຍ​ຈົນ​ຈະ​ເອົາ​ຊັບສິນ​ເງິນ​ຄຳ​ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ລາວ​ໄປ​ແລະ​ຈະ​ເປີດໂປງ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ລາວ​ຊົ່ວ​ຮ້າຍ​ຫຼາຍ​ແທ້ໆ. ຈາກ​ນັ້ນ ເຂົາເຈົ້າ​ຈະ​ທຳລາຍ​ລາວ ເຊິ່ງ​ຈະ​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້. (ພນມ. 17:1; 18:8) ນີ້​ຈະ​ເປັນ​ຈຸດຈົບ​ຂອງ​ສາສະໜາ​ປອມ. ແຕ່​ກ່ອນ​ທີ່​ເລື່ອງ​ນີ້​ຈະ​ເກີດຂຶ້ນ ພະ​ເຢໂຫວາ​ຈະ​ດົນໃຈ​ໃຫ້​ລັດຖະບານ​ຕ່າງໆ​ເຮັດ​ບາງ​ຢ່າງ​ທີ່​ບໍ່​ເຄີຍ​ເກີດຂຶ້ນ​ມາ​ກ່ອນ​ໃນ​ປະຫວັດສາດ​ການ​ປົກຄອງ​ຂອງ​ມະນຸດ.

ພະ​ເຢໂຫວາ​ຈະ​ໃຫ້​ລັດຖະບານ​ຕ່າງໆ​ເຮັດ​ຫຍັງ? ເພິ່ນ​ຈະ​ດົນໃຈ​ໃຫ້​ເຂົາ 10 ເຂົາ​ມີ “ຄວາມ​ຄິດ​ຂອງ​ເພິ່ນ” ນັ້ນ​ໝາຍ​ເຖິງ “ເຂົາເຈົ້າ [ຈະ] ມອບ​ກຳລັງ​ແລະ​ອຳນາດ​ຂອງ​ໂຕເອງ​ໃຫ້​ສັດ​ຮ້າຍ [ສີ​ແດງ​ສົດ]” ເຊິ່ງ​ກໍ​ຄື​ອົງການ​ສະຫະປະຊາຊາດ. (ພນມ. 17:13) ນີ້​ໝາຍ​ຄວາມ​ວ່າ​ມັນ​ຈະ​ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ລັດຖະບານ​ຕ່າງໆ​ທີ່​ຈະ​ມອບ​ກຳລັງ​ແລະ​ອຳນາດ​ຂອງ​ໂຕເອງ​ໃຫ້​ສັດ​ຮ້າຍ​ນັ້ນ. ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ເຮັດ​ແບບ​ນັ້ນ. (ສພສ. 21:1 ສົມທຽບ​ກັບ​ເອຊາຢາ 44:28) ການ​ປ່ຽນແປງ​ນີ້​ຈະ​ບໍ່​ໄດ້​ເກີດຂຶ້ນ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ ແຕ່​ມັນ​ຈະ​ເກີດຂຶ້ນ​ແບບ​ໄວໆ. ຈາກ​ນັ້ນ ສັດ​ຮ້າຍ​ທີ່​ມີ​ອຳນາດ​ຈະ​ເຮັດ​ຕາມ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໂດຍ​ທຳລາຍ​ສາສະໜາ​ປອມ​ທັງໝົດ​ໃຫ້​ດັບ​ສູນ​ໄປ​ຢ່າງ​ຖາວອນ.

ເຮົາ​ຄາດ​ຫວັງ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ? ເຮົາ​ບໍ່​ຄວນ​ຄາດ​ຫວັງ​ວ່າ​ຈະ​ໄດ້​ຍິນ​ລາຍງານ​ຂ່າວ​ທີ່​ບອກ​ວ່າ​ລັດຖະບານ​ຕ່າງໆ​ກຳລັງ​ຄ່ອຍໆ​ສະໜັບສະໜູນ​ອົງການ​ສະຫະປະຊາຊາດ​ຫຼາຍ​ຂຶ້ນ. ແຕ່​ເຮົາ​ຄວນ​ຄາດ​ຫວັງ​ວ່າ ໃນ​ທັນທີ​ທັນໃດ ພະ​ເຢໂຫວາ​ຈະ​ດົນໃຈ​ໃຫ້​ລັດຖະບານ​ຕ່າງໆ​ມອບ​ອຳນາດ​ຂອງ​ໂຕເອງ​ໃຫ້​ອົງການ​ສະຫະປະຊາຊາດ. ເມື່ອ​ເລື່ອງ​ນີ້​ເກີດຂຶ້ນ ເຮົາ​ກໍ​ຈະ​ຮູ້​ວ່າ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ກຳລັງ​ຈະ​ເລີ່ມ​ຕົ້ນ. ໃນ​ຕອນນີ້ “ໃຫ້ [ເຮົາ] ຕື່ນ​ໂຕ​ແລະ​ມີ​ສະຕິ​ຢູ່​ສະເໝີ” ຍ້ອນ​ການ​ປ່ຽນແປງ​ແບບ​ກະທັນຫັນ​ກຳລັງ​ຈະ​ເກີດຂຶ້ນ​ໃນ​ໄວໆ​ນີ້.—1ທຊ. 5:6

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌