ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ທັນວາ ໜ້າ 14-19
  • ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ເຂົ້າ​ຫາ​ໄດ້​ງ່າຍ
  • ພະ​ເຢໂຫວາ​ມີ​ເຫດຜົນ
  • ພະ​ເຢໂຫວາ​ອົດທົນ
  • ພະ​ເຢໂຫວາ​ໃຫ້​ກຽດ​ຄົນ​ທີ່​ຕ່ຳຕ້ອຍ
  • ຮຽນ​ຮູ້​ທີ່​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ການ​ໃຫ້​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ທັນວາ ໜ້າ 14-19

ບົດ​ຄວາມ​ສຶກສາ​ທີ 50

ເພງ​ທີ 48 ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ທຸກ​ວັນ

ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ

“ໃຫ້​ພວກ​ເຈົ້າ​ຮຽນ​ແບບ​ພະເຈົ້າ​ຄື​ກັບ​ລູກ​ທີ່​ຮັກ​ຂອງ​ເພິ່ນ.”—ອຟຊ. 5:1

ຈຸດ​ສຳຄັນ

ມີ 4 ວິທີ​ທີ່​ເຮົາ​ຈະ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ.

1. ເປັນ​ຫຍັງ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ຈຶ່ງ​ເດັ່ນ​ຫຼາຍ?

ເມື່ອ​ເຈົ້າ​ເຫັນ​ຄົນ​ທີ່​ມີ​ອຳນາດ​ໃນ​ໂລກ​ທຸກ​ມື້​ນີ້ ເຈົ້າ​ຄິດ​ວ່າ​ເຂົາເຈົ້າ​ມີ​ຄວາມ​ຖ່ອມ​ຢູ່​ບໍ? ຄື​ຊິ​ບໍ່​ມີ. ແຕ່​ພະ​ເຢໂຫວາ​ທີ່​ເປັນ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ ເພິ່ນ​ຖ່ອມ​ຫຼາຍ. (ພສ. 113:5-8) ບໍ່​ມີ​ຜູ້​ໃດ​ຖ່ອມ​ຄື​ກັບ​ພະ​ເຢໂຫວາ ເພິ່ນ​ບໍ່​ມີ​ຄວາມ​ຍິ່ງ​ໃນ​ໂຕ​ຈັກ​ໜ້ອຍ​ເລີຍ. ໃນ​ບົດ​ນີ້ ເຮົາ​ຈະ​ຮຽນ​ກ່ຽວກັບ​ຄຸນລັກສະນະ 4 ຢ່າງ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ຈະ​ເບິ່ງ​ວ່າ​ແຕ່​ລະ​ຄຸນລັກສະນະ​ສະແດງ​ເຖິງ​ຄວາມ​ຖ່ອມ​ຂອງ​ເພິ່ນ​ແນວ​ໃດ. ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ພະ​ເຢຊູ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ແນວ​ໃດ. ການ​ຮຽນ​ຮູ້​ເລື່ອງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ເພິ່ນ​ໄດ້​ຫຼາຍ​ຂຶ້ນ.

ພະ​ເຢໂຫວາ​ເຂົ້າ​ຫາ​ໄດ້​ງ່າຍ

2. ເພງ​ສັນລະເສີນ 62:8 ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ? (ເບິ່ງ​ຮູບ​ໜ້າ​ປົກ​ນຳ)

2 ຕາມ​ປົກກະຕິ​ແລ້ວ ຄົນ​ຍິ່ງ​ເຂົ້າ​ຫາ​ໄດ້​ຍາກ. ຄວາມ​ຍິ່ງ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ຢາກ​ເຂົ້າ​ໃກ້​ເຂົາເຈົ້າ​ຫຼື​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ຢາກ​ຫຍຸ້ງ​ກ່ຽວ​ນຳ​ເຂົາເຈົ້າ​ເລີຍ. ພະ​ເຢໂຫວາ​ແຕກຕ່າງ​ຈາກ​ຄົນ​ເຫຼົ່າ​ນີ້. ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ ເພິ່ນ​ຈຶ່ງ​ເຊີນ​ເຮົາ​ໃຫ້​ເຂົ້າ​ຫາ​ເພິ່ນ​ໂດຍ​ການ​ອະທິດຖານ​ແລະ​ບອກ​ເພິ່ນ​ກ່ຽວກັບ​ສິ່ງ​ທີ່​ເຮົາ​ອຸກໃຈ. (ອ່ານ​ເພງ​ສັນລະເສີນ 62:8) ຄື​ກັບ​ພໍ່​ທີ່​ມີ​ຄວາມ​ຫ່ວງໃຍ​ເຊິ່ງ​ພ້ອມ​ທີ່​ຈະ​ຟັງ​ເລື່ອງ​ທີ່​ລູກ​ກັງວົນ ພະ​ເຢໂຫວາ​ກໍ​ພ້ອມ​ທີ່​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ທີ່​ຈິງ ພະ​ເຢໂຫວາ​ໃຫ້​ມີ​ຄຳ​ອະທິດຖານ​ຂອງ​ຫຼາຍ​ຄົນ​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ. ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ເຂົ້າ​ຫາ​ໄດ້​ງ່າຍ​ແລະ​ຢາກ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ຫຼາຍ​ແທ້ໆ. (ຢຊ. 10:12-14; 1ຊມ. 1:10-18) ແຕ່​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ເຮົາ​ບໍ່​ສາມາດ​ເຂົ້າ​ຫາ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ​ຍ້ອນ​ເຮົາ​ເຮັດ​ຜິດ​ຫຼາຍ​ຢ່າງ ຄັນຊັ້ນ​ເຮົາ​ຄວນ​ເຮັດ​ແນວ​ໃດ?

ພໍ່​ຕັ້ງໃຈ​ຟັງ​ລູກ​ຊາຍ​ຢ່າງ​ອົດທົນ​ຕອນ​ທີ່​ລູກ​ອະທິບາຍ​ວ່າ​ລາວ​ເຮັດ​ໂຖ​ດອກ​ໄມ້​ຕົກ​ແຕກ​ໂດຍ​ບໍ່​ຕັ້ງໃຈ​ຕອນ​ທີ່​ຫຼິ້ນ​ຍົນ​ຢູ່​ໃນ​ເຮືອນ.

ພໍ່​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ໂດຍ​ຕັ້ງໃຈ​ຟັງ​ຕອນ​ທີ່​ລູກ​ຊາຍ​ອະທິບາຍ​ວ່າ​ເປັນ​ຫຍັງ​ໂຖ​ດອກ​ໄມ້​ຈຶ່ງ​ຕົກ​ແຕກ​ຕອນ​ທີ່​ລາວ​ຫຼິ້ນ​ຢູ່​ໃນ​ເຮືອນ (ເບິ່ງ​ຂໍ້ 2)


3. ເປັນ​ຫຍັງ​ເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ອະທິດຖານ​ຫາ​ເພິ່ນ​ເລື້ອຍໆ?

3 ເຮົາ​ສາມາດ​ເຂົ້າ​ຫາ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ​ບໍ່​ວ່າ​ເຮົາ​ຈະ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ໂຕເອງ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນັ້ນ? ໃນ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ລູກ​ທີ່​ຫຼົງ​ທາງ ເພິ່ນ​ສົມທຽບ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ໃຈ​ດີ​ທີ່​ໃຫ້​ລູກ​ຊາຍ​ທີ່​ກັບໃຈ​ແລ້ວ​ເຊິ່ງ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ​ໄດ້​ກັບ​ເຂົ້າ​ມາ​ໃນ​ຄອບຄົວ​ອີກ. ພໍ່​ເຮັດ​ແນວ​ໃດ​ເມື່ອ​ລູກ​ຊາຍ​ກັບຄືນມາ​ເຮືອນ? ພະ​ເຢຊູ​ບອກ​ວ່າ​ເມື່ອ​ພໍ່​ແນມ​ເຫັນ​ລູກ​ຊາຍ​ຕັ້ງແຕ່​ຢູ່​ໄກໆ ພໍ່​ກໍ “ແລ່ນ​ໄປ​ຫາ ທັງ​ກອດ​ແລະ​ຈູບ​ລາວ.” (ລກ. 15:17-20) ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ຜູ້​ນັ້ນ. ເມື່ອ​ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຮົາ​ແຕ່​ລະ​ຄົນ​ທີ່​ທຸກໃຈ​ແລະ​ຮູ້ສຶກ​ເສຍໃຈ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຜິດ ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ເພິ່ນ​ຕັ້ງໃຈ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. (ສສ. 3:19, 20) ພະ​ເຢໂຫວາ​ອີ່ຕົນ​ເຮົາ ແລະ​ເພິ່ນ​ແລ່ນ​ມາ​ຫາ​ເຮົາ​ໃນ​ຄວາມ​ໝາຍ​ທີ່​ວ່າ​ເພິ່ນ​ໃຫ້​ກຳລັງ​ໃຈ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ຂອງ​ເພິ່ນ. (ອຊຢ. 57:15) ເພິ່ນ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໂດຍ​ວິທີ​ໃດ? ເພິ່ນ​ມັກ​ໃຊ້​ຜູ້​ເບິ່ງແຍງ ຄົນ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ ແລະ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເພື່ອ​ໃຫ້​ກຳລັງ​ໃຈ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ເຮົາ. (ຢກບ. 5:14, 15) ພະ​ເຢໂຫວາ​ຈັດ​ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ແບບ​ນີ້​ຍ້ອນ​ເພິ່ນ​ຢາກ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ.

4. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ?

4 ພະ​ເຢຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ. ພະ​ເຢຊູ​ຖ່ອມ​ຄື​ກັບ​ພະ​ເຢໂຫວາ. ຍ້ອນ​ແນວ​ນີ້ ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ພວກ​ລູກສິດ​ຈຶ່ງ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ເຂົ້າ​ຫາ​ເພິ່ນ. ເຂົາເຈົ້າ​ບໍ່​ຢ້ານ​ທີ່​ຈະ​ຖາມ​ເພິ່ນ. (ມຣກ. 4:10, 11) ເມື່ອ​ພະ​ເຢຊູ​ຖາມ​ເຂົາເຈົ້າ​ວ່າ​ຄິດ​ແນວ​ໃດ​ກ່ຽວກັບ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ເຂົາເຈົ້າ​ກໍ​ກ້າ​ບອກ​ເພິ່ນ​ວ່າ​ເຂົາເຈົ້າ​ຮູ້ສຶກ​ແນວ​ໃດ​ແທ້ໆ. (ມທ. 16:13-16) ນອກ​ຈາກ​ນັ້ນ ເມື່ອ​ເຮັດ​ຜິດ​ພາດ ເຂົາເຈົ້າ​ກໍ​ບໍ່​ຢ້ານ​ວ່າ​ພະ​ເຢຊູ​ຈະ​ໃຈ​ຮ້າຍ​ໃຫ້​ເຂົາເຈົ້າ ຍ້ອນ​ເຂົາເຈົ້າ​ຮູ້​ວ່າ​ພະ​ເຢຊູ​ໃຈ​ດີ ມີ​ຄວາມ​ອົດທົນ ແລະ​ເຂົ້າໃຈ​ເຂົາເຈົ້າ. (ມທ. 17:24-27) ຍ້ອນ​ພະ​ເຢຊູ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໄດ້​ດີ​ຫຼາຍ ພວກ​ລູກສິດ​ຈຶ່ງ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ຂຶ້ນ. (ຢຮ. 14:9) ເຂົາເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຖ່ອມ​ແລະ​ເຂົ້າ​ຫາ​ໄດ້​ງ່າຍ ເຊິ່ງ​ບໍ່​ຄື​ກັບ​ພວກ​ຫົວໜ້າ​ສາສະໜາ​ໃນ​ສະໄໝ​ນັ້ນ​ທີ່​ຍິ່ງ ບໍ່​ມີ​ຄວາມ​ຫ່ວງໃຍ ແລະ​ບໍ່​ເຫັນອົກເຫັນໃຈ.

5. ຄວາມ​ຖ່ອມ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ?

5 ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ການ​ເປັນ​ຄົນ​ຖ່ອມ​ເຮັດ​ໃຫ້​ຄົນ​ອື່ນ​ເຂົ້າ​ຫາ​ເຮົາ​ໄດ້​ງ່າຍ. ຖ້າ​ເຮົາ​ບໍ່​ເປັນ​ຄົນ​ຖ່ອມ ເຮົາ​ກໍ​ຈະ​ອິດສາ​ຄົນ​ອື່ນ ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອື່ນ ແລະ​ບໍ່​ຢາກ​ໃຫ້​ອະໄພ​ຄົນ​ອື່ນ​ເມື່ອ​ເຂົາເຈົ້າ​ເຮັດ​ຜິດ​ຕໍ່​ເຮົາ ເຊິ່ງ​ນິດໄສ​ແບບ​ນີ້​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ຢາກ​ຢູ່​ໃກ້​ເຮົາ. ແຕ່​ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ເຮົາ​ກໍ​ຈະ​ມີ​ຄວາມ​ເມດຕາ ມີ​ຄວາມ​ອົດທົນ ແລະ​ໃຫ້​ອະໄພ​ຄົນ​ອື່ນ ເຊິ່ງ​ນິດໄສ​ແບບ​ນີ້​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຢາກ​ຢູ່​ໃກ້​ເຮົາ. (ກລຊ. 3:12-14) ຜູ້​ເບິ່ງແຍງ​ຕ້ອງ​ພະຍາຍາມ​ເປັນ​ພິເສດ​ທີ່​ຈະ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ. ເພື່ອ​ຈະ​ເຮັດ​ແບບ​ນີ້​ໄດ້ ເຂົາເຈົ້າ​ຕ້ອງ​ມັກ​ຢູ່​ກັບ​ພີ່ນ້ອງ. ນີ້​ໝາຍ​ຄວາມ​ວ່າ​ຜູ້​ເບິ່ງແຍງ​ຕ້ອງ​ພະຍາຍາມ​ເຂົ້າ​ຮ່ວມ​ປະຊຸມ​ແບບ​ເຈິ​ໂຕ​ກັນ​ແທນ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ທາງ​ຊູມ​ຖ້າ​ບໍ່​ຈຳເປັນ. ຖ້າ​ເຮັດ​ໄດ້ ຜູ້​ເບິ່ງແຍງ​ຄວນ​ພະຍາຍາມ​ໄປ​ປະກາດ​ກັບ​ພີ່ນ້ອງ. ເມື່ອ​ພີ່ນ້ອງ​ຮູ້​ຈັກ​ກັບ​ຜູ້​ເບິ່ງແຍງ​ຫຼາຍ​ຂຶ້ນ ເຂົາເຈົ້າ​ກໍ​ຈະ​ສະດວກ​ໃຈ​ລົມ​ກັບ​ຜູ້​ເບິ່ງແຍງ​ເມື່ອ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.

ພະ​ເຢໂຫວາ​ມີ​ເຫດຜົນ

6-7. ພະ​ເຢໂຫວາ​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ

6 ຄົນ​ຍິ່ງ​ມັກ​ຄິດ​ວ່າ​ໂຕເອງ​ຮູ້​ດີ​ທີ່​ສຸດ​ແລະ​ເປັນ​ຄົນ​ບໍ່​ມີ​ເຫດຜົນ​ໃນ​ການ​ປະຕິບັດ​ກັບ​ຄົນ​ອື່ນ. ແຕ່​ຍ້ອນ​ພະ​ເຢໂຫວາ​ຖ່ອມ ເພິ່ນ​ຈຶ່ງ​ມີ​ເຫດຜົນ​ແລະ​ຍອມ​ຟັງ​ຄົນ​ອື່ນ​ເຖິງ​ວ່າ​ເພິ່ນ​ເໜືອ​ກວ່າ​ມະນຸດ​ທຸກ​ຄົນ​ໃນ​ທຸກໆ​ດ້ານ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ປະຕິບັດ​ກັບ​ມີຣີອາມ​ເອື້ອຍ​ຂອງ​ໂມເຊ​ແນວ​ໃດ? ມີຣີອາມ​ກັບ​ອາໂຣນ​ຈົ່ມ​ໃຫ້​ໂມເຊ​ຜູ້​ທີ່​ເປັນ​ຕົວແທນ​ຂອງ​ພະ​ເຢໂຫວາ. ທີ່​ຈິງ ການ​ທີ່​ມີຣີອາມ​ເຮັດ​ແບບ​ນີ້​ເປັນ​ການ​ບໍ່​ສະແດງ​ຄວາມ​ນັບຖື​ຕໍ່​ພະ​ເຢໂຫວາ. ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ລາວ​ຫຼາຍ​ແລະ​ເຮັດ​ໃຫ້​ລາວ​ເປັນ​ຂີ້ທູດ. ແຕ່​ເມື່ອ​ອາໂຣນ​ຂໍ​ໃຫ້​ໂມເຊ​ຊ່ວຍ​ມີຣີອາມ ໂມເຊ​ຈຶ່ງ​ຮ້ອງ​ຂໍ​ພະ​ເຢໂຫວາ​ໃຫ້​ປົວ​ເອື້ອຍ​ຂອງ​ລາວ. ພະ​ເຢໂຫວາ​ເຮັດ​ແນວ​ໃດ? ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ຄວາມ​ຍິ່ງ​ເຮັດ​ໃຫ້​ເພິ່ນ​ຍຶດ​ຢູ່​ກັບ​ການ​ຕັດສິນ​ລົງໂທດ​ມີຣີອາມ. ຍ້ອນ​ພະ​ເຢໂຫວາ​ຖ່ອມ ເພິ່ນ​ຈຶ່ງ​ຟັງ​ໂມເຊ​ແລະ​ປົວ​ມີຣີອາມ​ໃຫ້​ເຊົາ.—ຈຊບ. 12:1-15

7 ເຮົາ​ຍັງ​ເຫັນ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ເພິ່ນ​ປະຕິບັດ​ກັບ​ກະສັດ​ເຮເຊກີຢາ. ພະ​ເຢໂຫວາ​ໄດ້​ສົ່ງ​ຜູ້​ພະຍາກອນ​ເອຊາຢາ​ໄປ​ບອກ​ເຮເຊກີຢາ​ວ່າ​ລາວ​ຈະ​ຕາຍ. ເຮເຊກີຢາ​ຈຶ່ງ​ຮ້ອງໄຫ້​ແລະ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ປົວ​ລາວ. ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮເຊກີຢາ​ແລະ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຕໍ່​ໄປ​ອີກ 15 ປີ. (2ກສ. 20:1, 5, 6) ຍ້ອນ​ພະ​ເຢໂຫວາ​ຖ່ອມ ເພິ່ນ​ຈຶ່ງ​ສະແດງ​ຄວາມ​ເມດຕາ​ແລະ​ຟັງ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ.

8. ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ພະ​ເຢຊູ​ມີ​ເຫດຜົນ? (ມາຣະໂກ 3:1-6)

8 ພະ​ເຢຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ. ຕອນ​ທີ່​ຢູ່​ໃນ​ໂລກ ພະ​ເຢຊູ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ເພື່ອ​ຄົນ​ອື່ນ​ເມື່ອ​ເພິ່ນ​ເຫັນ​ວ່າ​ມີ​ເຫດຜົນ​ທີ່​ຈະ​ເຮັດ​ແບບ​ນັ້ນ. ຕົວຢ່າງ​ເຊັ່ນ: ເພິ່ນ​ໄດ້​ປົວ​ຄົນ​ໃນ​ວັນ​ຊະບາໂຕ​ເຖິງ​ວ່າ​ພວກ​ຫົວໜ້າ​ສາສະໜາ​ທີ່​ມີ​ໃຈ​ແຂງ​ກະດ້າງ​ຄິດ​ວ່າ​ບໍ່​ຄວນ​ເຮັດ. (ອ່ານ​ມາຣະໂກ 3:1-6) ໃນ​ທຸກ​ມື້​ນີ້ ພະ​ເຢຊູ​ກໍ​ຍັງ​ມີ​ເຫດຜົນ​ແລະ​ສະແດງ​ຄວາມ​ເຫັນອົກເຫັນໃຈ​ໃນ​ວິທີ​ທີ່​ເພິ່ນ​ຊີ້ນຳ​ປະຊາຄົມ​ຕ່າງໆ. ຕົວຢ່າງ​ເຊັ່ນ: ເມື່ອ​ບາງ​ຄົນ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍ​ແຮງ ເພິ່ນ​ກໍ​ອົດທົນ​ກັບ​ຜູ້​ນັ້ນ​ແລະ​ເປີດ​ໂອກາດ​ໃຫ້​ລາວ​ໄດ້​ປ່ຽນແປງ​ໂຕເອງ.—ພນມ. 2:2-5

9. ເຮົາ​ຈະ​ຄິດ​ແລະ​ເຮັດ​ແບບ​ມີ​ເຫດຜົນ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

9 ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ເຮົາ​ຄິດ​ແລະ​ເຮັດ​ແບບ​ມີ​ເຫດຜົນ. (ຢກບ. 3:17) ຕົວຢ່າງ​ເຊັ່ນ: ພໍ່​ແມ່​ທີ່​ມີ​ເຫດຜົນ​ຈະ​ບໍ່​ຄາດໝາຍ​ຫຼາຍ​ເກີນ​ໄປ​ໃນ​ສິ່ງ​ທີ່​ລູກ​ເຮັດ​ບໍ່​ໄດ້. ຢາໂຄບ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ນີ້​ທີ່​ຄິດ​ເຖິງ​ລູກ​ຂອງ​ໂຕເອງ. (ປຖກ. 33:12-14) ພໍ່​ແມ່​ທີ່​ຖ່ອມ​ແລະ​ມີ​ເຫດຜົນ​ບໍ່​ຄວນ​ສົມທຽບ​ລູກ​ຜູ້​ໜຶ່ງ​ກັບ​ລູກ​ອີກ​ຜູ້​ໜຶ່ງ. ຜູ້​ເບິ່ງແຍງ​ກໍ​ຄື​ກັນ​ຕ້ອງ​ເປັນ​ຄົນ​ມີ​ເຫດຜົນ. ວິທີ​ໜຶ່ງ​ທີ່​ຜູ້​ເບິ່ງແຍງ​ເຮັດ​ໄດ້​ແມ່ນ ຟັງ​ຄຳ​ຄິດ​ເຫັນ​ສ່ວນ​ຫຼາຍ​ຂອງ​ຄະນະ​ຜູ້​ເບິ່ງແຍງ​ເມື່ອ​ຄຳ​ຄິດ​ເຫັນ​ນັ້ນ​ບໍ່​ຂັດ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ. (1ຕມ. 3:2, 3) ເຮົາ​ທຸກ​ຄົນ​ຄວນ​ພະຍາຍາມ​ເຂົ້າໃຈ​ວ່າ​ຄົນ​ອື່ນ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຄິດ​ແລະ​ຮູ້ສຶກ​ຄື​ກັບ​ເຂົາເຈົ້າ. (ຣມ. 14:1) ທຸກ​ຄົນ​ໃນ​ປະຊາຄົມ​ຄວນ​ພະຍາຍາມ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຮົາ “ເປັນ​ຄົນ​ມີ​ເຫດຜົນ.”—ຟລປ. 4:5

ຮູບ: ພໍ່​ມີ​ຄວາມ​ສຸກ​ໃນ​ການ​ປະກາດ​ຕາມ​ເຮືອນ​ກັບ​ລູກ​ຊາຍ​ທີ່​ຍັງ​ນ້ອຍ. ຮູບ​ທີ 1. ລາວ​ຍິ້ມ​ຕອນ​ທີ່​ລູກ​ຊາຍ​ສະເໜີ​ປຶ້ມ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!” ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ. ຮູບ​ທີ 2. ຕໍ່​ມາ ລາວ​ຍິ້ມ​ຕອນ​ທີ່​ລູກ​ສາວ​ເອົາ​ນາມ​ບັດ jw.org ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ.

ພໍ່​ທີ່​ມີ​ເຫດຜົນ​ຮູ້​ວ່າ​ລາວ​ຄວນ​ຄາດໝາຍ​ຫຼາຍ​ໜ້ອຍ​ສ່ຳ​ໃດ​ຈາກ​ລູກ​ໃນ​ການ​ປະກາດ (ເບິ່ງ​ຂໍ້ 9)


ພະ​ເຢໂຫວາ​ອົດທົນ

10. ພະ​ເຢໂຫວາ​ສະແດງ​ຄວາມ​ອົດທົນ​ໃນ​ເລື່ອງ​ໃດ​ແດ່?

10 ເຈົ້າ​ອາດ​ສັງເກດ​ເຫັນ​ວ່າ​ຄົນ​ຍິ່ງ​ບໍ່​ມັກ​ການ​ລໍ​ຖ້າ. ຄວາມ​ຍິ່ງ​ເຮັດ​ໃຫ້​ເຂົາເຈົ້າ​ຂາດ​ຄວາມ​ອົດທົນ ແຕ່​ພະ​ເຢໂຫວາ​ບໍ່​ເປັນ​ແບບ​ນັ້ນ ເພິ່ນ​ມີ​ຄວາມ​ອົດທົນ​ຫຼາຍ​ທີ່​ສຸດ. ຕົວຢ່າງ​ເຊັ່ນ: ໃນ​ສະໄໝ​ຂອງ​ໂນອາ ພະ​ເຢໂຫວາ​ບອກ​ວ່າ​ເພິ່ນ​ຈະ​ລໍ​ຖ້າ 120 ປີ​ກ່ອນ​ທີ່​ຈະ​ທຳລາຍ​ຄົນ​ຊົ່ວ. (ປຖກ. 6:3) ໂນອາ​ມີ​ເວລາ​ທີ່​ຈະ​ລ້ຽງ​ລູກ​ໃຫ້​ໃຫຍ່​ແລະ​ມີ​ເວລາ​ສ້າງ​ເຮືອ​ໃຫຍ່​ໃຫ້​ແລ້ວ​ໂດຍ​ທີ່​ມີ​ຄອບຄົວ​ຊ່ວຍ​ລາວ. ຕໍ່​ມາ ພະ​ເຢໂຫວາ​ຕັ້ງໃຈ​ຟັງ​ອັບຣາຮາມ​ດ້ວຍ​ຄວາມ​ອົດທົນ​ເມື່ອ​ລາວ​ຖາມ​ເພິ່ນ​ກ່ຽວກັບ​ການ​ທຳລາຍ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ. ຖ້າ​ເປັນ​ຄົນ​ຍິ່ງ ລາວ​ກໍ​ຈະ​ເວົ້າ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ກ້າ​ຖາມ​ຂ້ອຍ​ແບບ​ນີ້!’ ແຕ່​ຍ້ອນ​ພະ​ເຢໂຫວາ​ຖ່ອມ ເພິ່ນ​ຈຶ່ງ​ຟັງ​ອັບຣາຮາມ​ຢ່າງ​ອົດທົນ.—ປຖກ. 18:20-33

11. ຕາມ 2 ເປໂຕ 3:9 ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ອົດທົນ​ໃນ​ສະໄໝ​ຂອງ​ເຮົາ?

11 ພະ​ເຢໂຫວາ​ສະແດງ​ຄວາມ​ອົດທົນ​ໃນ​ສະໄໝ​ຂອງ​ເຮົາ​ຄື​ກັນ. ເພິ່ນ​ກຳລັງ​ລໍ​ຖ້າ​ໃຫ້​ຮອດ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້​ເພື່ອ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ອົດທົນ? ເພິ່ນ​ອົດທົນ “ຍ້ອນ​ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບໃຈ.” (ອ່ານ 2 ເປໂຕ 3:9) ຄວາມ​ອົດທົນ​ຂອງ​ພະ​ເຢໂຫວາ​ມີ​ປະໂຫຍດ​ຫຍັງ​ບໍ? ມີ​ແທ້! ຍ້ອນ​ພະ​ເຢໂຫວາ​ອົດທົນ ຫຼາຍ​ລ້ານ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ຈຶ່ງ​ມີ​ໂອກາດ​ໄດ້​ເປັນ​ໝູ່​ກັບ​ເພິ່ນ. ເຮົາ​ຫວັງ​ວ່າ​ຈະ​ມີ​ອີກ​ຫຼາຍ​ລ້ານ​ຄົນ​ຈະ​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ຕື່ມ​ອີກ. ແຕ່​ຄວາມ​ອົດທົນ​ຂອງ​ພະ​ເຢໂຫວາ​ກໍ​ມີ​ຂີດ​ຈຳກັດ. ເພິ່ນ​ຮັກ​ຜູ້​ຄົນ ແຕ່​ເພິ່ນ​ຈະ​ບໍ່​ຍອມ​ໃຫ້​ເຂົາເຈົ້າ​ເຮັດ​ຕາມ​ໃຈ​ໂຕເອງ. ເພິ່ນ​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ຊົ່ວ​ມີ​ຢູ່​ຕະຫຼອດ​ໄປ.—ຮບກ. 2:3

12. ພະ​ເຢຊູ​ຮຽນ​ແບບ​ຄວາມ​ອົດທົນ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

12 ພະ​ເຢຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ. ພະ​ເຢຊູ​ຮຽນ​ແບບ​ຄວາມ​ອົດທົນ​ຂອງ​ພະ​ເຢໂຫວາ​ມາ​ຫຼາຍ​ພັນ​ປີ​ແລ້ວ. ພະ​ເຢຊູ​ເຫັນ​ຊາຕານ​ໃສ່​ຮ້າຍ​ພະ​ເຢໂຫວາ​ແລະ​ມະນຸດ​ທີ່​ສັດຊື່. (ປຖກ. 3:4, 5; ໂຢບ 1:11; ພນມ. 12:10) ເພິ່ນ​ຍັງ​ເຫັນ​ມະນຸດ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ. ພະ​ເຢຊູ​ຄື​ຊິ​ຢາກ “ທຳລາຍ​ທຸກ​ສິ່ງ​ທີ່​ມານ​ຮ້າຍ​ເຮັດ” ແທ້ໆ! (1ຢຮ. 3:8) ອັນ​ໃດ​ຊ່ວຍ​ພະ​ເຢຊູ​ໃຫ້​ລໍ​ຖ້າ​ຢ່າງ​ອົດທົນ​ຈົນ​ກວ່າ​ຈະ​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ບອກ​ເພິ່ນ​ໃຫ້​ທຳລາຍ​ທຸກ​ສິ່ງ​ທີ່​ຊາຕານ​ເຮັດ? ຄວາມ​ຖ່ອມ​ຊ່ວຍ​ເພິ່ນ. ພະ​ເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ກຳນົດ​ວັນ​ເວລາ​ວ່າ​ຕອນ​ໃດ​ທີ່​ຄວນ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້.—ກຈກ. 1:7

13. ພະ​ເຢຊູ​ສະແດງ​ຄວາມ​ອົດທົນ​ກັບ​ພວກ​ອັກຄະສາວົກ​ແນວ​ໃດ ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ອົດທົນ?

13 ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ຍັງ​ໄດ້​ອົດທົນ​ກັບ​ພວກ​ອັກຄະສາວົກ. ຕົວຢ່າງ​ເຊັ່ນ: ເມື່ອ​ພວກ​ອັກຄະສາວົກ​ຖຽງ​ກັນ​ແລ້ວ​ຖຽງ​ກັນ​ອີກ​ວ່າ​ໃຜ​ຈະ​ເປັນ​ໃຫຍ່​ທີ່​ສຸດ ພະ​ເຢຊູ​ກໍ​ບໍ່​ໄດ້​ໃຈ​ຮ້າຍ​ໃຫ້​ເຂົາເຈົ້າ ແຕ່​ເພິ່ນ​ອົດທົນ​ກັບ​ເຂົາເຈົ້າ​ຕໍ່​ໄປ. (ລກ. 9:46; 22:24-27) ເພິ່ນ​ໝັ້ນໃຈ​ວ່າ​ໃນ​ຕອນ​ໃດ​ຕອນ​ໜຶ່ງ​ເຂົາເຈົ້າ​ຈະ​ປ່ຽນແປງ​ໂຕເອງ​ແລະ​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ. ເຈົ້າ​ເຄີຍ​ເຮັດ​ຜິດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ບໍ? ຖ້າ​ເຄີຍ ເຈົ້າ​ຄື​ຊິ​ດີ​ໃຈ​ທີ່​ມີ​ພະ​ເຢຊູ​ເປັນ​ກະສັດ​ຍ້ອນ​ເພິ່ນ​ຖ່ອມ​ແລະ​ມີ​ຄວາມ​ອົດທົນ.

14. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ອົດທົນ​ຫຼາຍ​ຂຶ້ນ?

14 ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ເພື່ອ​ເຮົາ​ຈະ​ຄິດ​ແລະ​ເຮັດ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ “ຄິດ​ຄື​ກັບ​ພະຄລິດ.” (1ກຣ. 2:16) ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ຄື​ກັບ​ພະ​ເຢຊູ​ຫຼາຍ​ຂຶ້ນ? ແນ່ນອນ​ວ່າ​ບໍ່​ມີ​ທາງ​ລັດ. ເຮົາ​ຕ້ອງ​ອ່ານ​ປຶ້ມ​ຂ່າວ​ດີ​ກ່ຽວກັບ​ຊີວິດ​ຂອງ​ພະ​ເຢຊູ. ຈາກ​ນັ້ນ ເຮົາ​ຕ້ອງ​ໃຊ້​ເວລາ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ອ່ານ​ເພື່ອ​ຈະ​ຮູ້​ວ່າ​ພະ​ເຢຊູ​ຄິດ​ແນວ​ໃດ​ໃນ​ເລື່ອງ​ຕ່າງໆ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ແລະ​ມີ​ຄວາມ​ອົດທົນ​ຄື​ກັບ​ພະ​ເຢຊູ. ແຮ່ງ​ເຮົາ​ຮຽນ​ຮູ້​ທີ່​ຈະ​ຄິດ​ຄື​ກັບ​ພະ​ເຢຊູ ເຮົາ​ກໍ​ແຮ່ງ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ຫຼາຍ​ຂຶ້ນ​ໃນ​ການ​ສະແດງ​ຄວາມ​ອົດທົນ​ຕໍ່​ກັບ​ໂຕເອງ​ແລະ​ຕໍ່​ຄົນ​ອື່ນ.—ມທ. 18:26-30, 35

ພະ​ເຢໂຫວາ​ໃຫ້​ກຽດ​ຄົນ​ທີ່​ຕ່ຳຕ້ອຍ

15. ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ສົນໃຈ​ຄົນ​ທີ່​ຕ່ຳຕ້ອຍ? (1 ຊາມູເອນ 2:8)

15 ອ່ານ 1 ຊາມູເອນ 2:8. ເປັນ​ກຽດ​ແທ້ໆ​ທີ່​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ​ສົນໃຈ​ຄົນ​ທີ່​ຕ່ຳຕ້ອຍ. ໃຫ້​ເຮົາ​ເບິ່ງ​ເລື່ອງ​ຂອງ​ບາງ​ຄົນ​ທີ່​ພະ​ເຢໂຫວາ​ໃຫ້​ກຽດ​ເຂົາເຈົ້າ​ໃນ​ຫຼາຍ​ຮ້ອຍ​ປີ​ທີ່​ຜ່ານ​ມາ. ເຮົາ​ອາດ​ຈະ​ຄິດ​ຫາ​ເຂົາເຈົ້າ​ບາງ​ຄົນ​ບໍ່​ພໍ້ ແຕ່​ພະ​ເຢໂຫວາ​ໃຫ້​ມີ​ເລື່ອງ​ຂອງ​ເຂົາເຈົ້າ​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ. ພະ​ເຢໂຫວາ​ໃຫ້​ໂມເຊ​ຂຽນ​ຊື່​ຂອງ​ເດໂບຣາ​ທີ່​ເປັນ​ຄົນ​ເບິ່ງແຍງ​ເຣເບກາ​ໄວ້​ໃນ​ຄຳພີ​ໄບເບິນ. ລາວ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ພວກ​ປູ່ຍ່າຕານາຍ​ຂອງ​ຄົນ​ອິດສະຣາເອນ. ລາວ​ຮັບໃຊ້​ໃນ​ຄອບຄົວ​ຂອງ​ອີຊາກ​ແລະ​ຢາໂຄບ​ຢ່າງ​ສັດຊື່​ເປັນ​ເວລາ​ປະມານ 125 ປີ. ເຖິງ​ວ່າ​ເຮົາ​ບໍ່​ຮູ້​ຫຼາຍ​ປານ​ໃດ​ກ່ຽວກັບ​ຜູ້​ຍິງ​ທີ່​ພັກດີ​ຄົນ​ນີ້ ແຕ່​ພະ​ເຢໂຫວາ​ໃຫ້​ມີ​ເລື່ອງ​ຂອງ​ລາວ​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ ເຊິ່ງ​ສະແດງ​ວ່າ​ຢາໂຄບ​ກັບ​ຄອບຄົວ​ຮັກ​ເດໂບຣາ​ຫຼາຍ. (ປຖກ. 24:59; 35:8, ໄຂເງື່ອນ) ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ພະ​ເຢໂຫວາ​ໄດ້​ເລືອກ​ເດັກນ້ອຍ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ລ້ຽງ​ແກະ​ທີ່​ຊື່​ດາວິດ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ. (2ຊມ. 22:1, 36) ບໍ່​ດົນ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ເກີດ ພະ​ເຢໂຫວາ​ໄດ້​ສົ່ງ​ພວກ​ທູດສະຫວັນ​ໃຫ້​ໄປ​ຫາ​ຄົນ​ລ້ຽງ​ແກະ​ກຸ່ມ​ໜຶ່ງ ແລະ​ເພິ່ນ​ໄດ້​ໃຫ້​ກຽດ​ເຂົາເຈົ້າ​ຮູ້​ເປັນ​ກຸ່ມ​ທຳອິດ​ວ່າ​ຜູ້​ທີ່​ຈະ​ເປັນ​ເມຊີອາ​ໃນ​ອະນາຄົດ​ໄດ້​ເກີດ​ແລ້ວ​ໃນ​ເມືອງ​ເບັດເລເຮັມ​ທີ່​ຢູ່​ໃກ້ໆ​ນັ້ນ. (ລກ. 2:8-11) ຕອນ​ທີ່​ໂຢເຊັບ​ກັບ​ມາຣິອາ​ພາ​ພະ​ເຢຊູ​ໄປ​ວິຫານ ພະ​ເຢໂຫວາ​ໄດ້​ໃຫ້​ກຽດ​ຊີເມໂອນ​ກັບ​ອານາ​ທີ່​ເຖົ້າ​ແລ້ວ ໂດຍ​ໃຫ້​ເຂົາເຈົ້າ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ. (ລກ. 2:25-30, 36-38) ເຫັນ​ໄດ້​ແຈ້ງ​ວ່າ ເຖິງ​ວ່າ​ພະ​ເຢໂຫວາ​ຍິ່ງໃຫຍ່ ແຕ່​ເພິ່ນ​ກໍ​ຍັງ​ສົນໃຈ​ຄົນ​ທີ່​ຕ່ຳຕ້ອຍ.

16. ພະ​ເຢຊູ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ປະຕິບັດ​ກັບ​ຄົນ​ອື່ນ?

16 ພະ​ເຢຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ. ພະ​ເຢຊູ​ຮັກ​ແລະ​ໃຫ້​ກຽດ​ຄົນ​ຕ່ຳຕ້ອຍ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ. ເພິ່ນ​ສອນ “ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ” ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. (ກຈກ. 4:13; ມທ. 11:25) ພະ​ເຢຊູ​ຍັງ​ປົວ​ຄົນ​ເຈັບ​ປ່ວຍ​ແລະ​ປະຕິບັດ​ຕໍ່​ເຂົາເຈົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ເພິ່ນ​ຮັກ​ແລະ​ໃຫ້​ກຽດ​ເຂົາເຈົ້າ. (ລກ. 5:13) ໃນ​ຄືນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ລ້າງ​ຕີນ​ໃຫ້​ພວກ​ອັກຄະສາວົກ​ເຊິ່ງ​ຕາມ​ປົກກະຕິ​ແລ້ວ​ເປັນ​ວຽກ​ຂອງ​ຄົນ​ຮັບໃຊ້. (ຢຮ. 13:5) ກ່ອນ​ຈະ​ໄປ​ສະຫວັນ ພະ​ເຢຊູ​ໄດ້​ໃຫ້​ກຽດ​ພວກ​ລູກສິດ​ຂອງ​ເພິ່ນ​ທຸກ​ຄົນ​ເຊິ່ງ​ລວມ​ເຖິງ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ແລະ​ຄົນ​ທີ່​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ໃນ​ອະນາຄົດ ໂດຍ​ມອບໝາຍ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ໃຫ້​ເຮັດ ນັ້ນ​ຄື​ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.—ມທ. 28:19, 20

17. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແລະ​ໃຫ້​ກຽດ​ຄົນ​ອື່ນ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

17 ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ເຮົາ​ສະແດງ​ຄວາມ​ຮັກ​ແລະ​ໃຫ້​ກຽດ​ຄົນ​ອື່ນ​ເມື່ອ​ເຮົາ​ເວົ້າ​ເລື່ອງ​ຂ່າວ​ດີ​ກັບ​ເຂົາເຈົ້າ​ບໍ່​ວ່າ​ເຂົາເຈົ້າ​ຈະ​ມີ​ພູມ​ຫຼັງ​ແບບ​ໃດ ມີ​ເຊື້ອ​ຊາດ​ໃດ ຫຼື​ລະດັບ​ການ​ສຶກສາ​ສ່ຳ​ໃດ. ເຮົາ​ສະແດງ​ຄວາມ​ຮັກ​ແລະ​ໃຫ້​ກຽດ​ພີ່ນ້ອງ​ເມື່ອ​ເຮົາ​ເບິ່ງ​ວ່າ​ເຂົາເຈົ້າ​ດີ​ກວ່າ​ເຮົາ ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ສາມາດ​ຫຼື​ສິດທິ​ພິເສດ​ແບບ​ໃດ​ກໍ​ຕາມ. (ຟລປ. 2:3) ພະ​ເຢໂຫວາ​ພໍໃຈ​ເມື່ອ​ເຮົາ “ເປັນ​ຝ່າຍ​ເລີ່ມ” ໃຫ້​ກຽດ​ຄົນ​ອື່ນ​ກ່ອນ​ໃນ​ວິທີ​ເຫຼົ່າ​ນີ້​ແລະ​ໃນ​ວິທີ​ອື່ນໆ.—ຣມ. 12:10; ຊຟຢ. 3:12

ພີ່ນ້ອງ​ຍິງ 2 ຄົນ​ກຳລັງ​ສອນ​ຄຳພີ​ໄບເບິນ​ໃຫ້​ນັກໂທດ​ຍິງ​ຄົນ​ໜຶ່ງ​ຢູ່​ຫ້ອງ​ໃນ​ຄຸກ.

ເຮົາ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ເມື່ອ​ເຮົາ​ເວົ້າ​ເລື່ອງ​ຂ່າວ​ດີ​ກັບ​ຄົນ​ທຸກ​ປະເພດ (ເບິ່ງ​ຂໍ້ 17)a


18. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ?

18 ເມື່ອ​ເຮົາ​ພະຍາຍາມ​ເຕັມທີ​ທີ່​ຈະ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ຂຶ້ນ ມີ​ເຫດຜົນ​ຫຼາຍ​ຂຶ້ນ ແລະ​ອົດທົນ​ຫຼາຍ​ຂຶ້ນ ແລະ​ເຮົາ​ກໍ​ຈະ​ຮັກ​ແລະ​ໃຫ້​ກຽດ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ. ຂໍ​ໃຫ້​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ສະໜິດ​ຫຼາຍ​ຂຶ້ນ​ກັບ​ພະ​ເຢໂຫວາ​ພະເຈົ້າ​ທີ່​ຖ່ອມ​ເຮັດ​ໃຫ້​ເຮົາ​ແຕ່​ລະ​ຄົນ​ມີ​ຄ່າ​ຫຼາຍ​ຂຶ້ນ​ສຳລັບ​ເພິ່ນ.—ອຊຢ. 43:4

ຄວາມ​ຖ່ອມ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ . . . 

  •  ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ?

  •  ຄົນ​ມີ​ເຫດຜົນ?

  •  ຄົນ​ອົດທົນ?

ເພງ​ທີ 159 ສັນລະເສີນ​ພະ​ເຢໂຫວາ

a ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ຮຽນ​ແບບ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ທຸກ​ຄົນ​ໂດຍ​ສອນ​ຄຳພີ​ໄບເບິນ​ໃຫ້​ພວກ​ຜູ້​ຍິງ​ທີ່​ຢູ່​ໃນ​ຄຸກ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌