ບົດຄວາມສຶກສາທີ 10
ເພງທີ 31 ເດີນກັບພະເຈົ້າ
ຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາແລະພະເຢຊູ
“ໃນເມື່ອພະຄລິດທົນທຸກທໍລະມານມາແລ້ວຕອນທີ່ເປັນມະນຸດ ກໍໃຫ້ພວກເຈົ້າກຽມໂຕໃຫ້ພ້ອມເພື່ອຈະຄິດແບບດຽວກັບເພິ່ນ.”—1ປຕ. 4:1
ຈຸດສຳຄັນ
ເຮົາຈະເບິ່ງວ່າເປໂຕໄດ້ເຮັດຫຍັງເພື່ອຈະຄິດຄືກັບພະເຢຊູ ແລະເຮົາຈະເຮັດແບບນັ້ນໄດ້ແນວໃດ.
1-2. ການຮັກພະເຢໂຫວາໝາຍເຖິງຫຍັງ ແລະພະເຢຊູສະແດງໃຫ້ເຫັນແນວໃດໃນເລື່ອງນີ້?
ພະເຢຊູບອກວ່າ: “ເຈົ້າຕ້ອງຮັກພະເຢໂຫວາພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ສຸດກຳລັງ ແລະສຸດຄວາມຄິດ.” (ລກ. 10:27) ພະເຢຊູບອກວ່ານີ້ເປັນກົດໝາຍທີ່ສຳຄັນທີ່ສຸດໃນກົດໝາຍຂອງໂມເຊ. ຂໍໃຫ້ສັງເກດວ່າຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາກ່ຽວຂ້ອງກັບຫົວໃຈ ເຊິ່ງຫົວໃຈກ່ຽວຂ້ອງກັບຄວາມຕ້ອງການແລະອາລົມຄວາມຮູ້ສຶກຂອງເຮົາ. ການຮັກພະເຢໂຫວາຍັງກ່ຽວຂ້ອງກັບການໃຫ້ເພິ່ນສຸດຊີວິດແລະສຸດກຳລັງຂອງເຮົານຳ. ແຕ່ບໍ່ແມ່ນແຕ່ສ່ຳນັ້ນ ການຮັກພະເຢໂຫວາຍັງກ່ຽວຂ້ອງກັບຄວາມຄິດຂອງເຮົານຳ ເຊິ່ງລວມເຖິງວິທີທີ່ເຮົາເບິ່ງເລື່ອງຕ່າງໆ. ເຖິງວ່າເຮົາບໍ່ສາມາດເຂົ້າໃຈຄວາມຄິດຂອງພະເຢໂຫວາໄດ້ທັງໝົດ ແຕ່ເຮົາກໍຄວນພະຍາຍາມຄິດຄືກັບເພິ່ນ. ເຮົາສາມາດເຂົ້າໃຈຄວາມຄິດຂອງພະເຢໂຫວາຫຼາຍຂຶ້ນໄດ້ໂດຍຮຽນຮູ້ທີ່ຈະ “ຄິດຄືກັບພະຄລິດ” ຍ້ອນເພິ່ນຄິດຄືກັບພະເຢໂຫວາ.—1ກຣ. 2:16
2 ພະເຢຊູຮັກພະເຢໂຫວາສຸດຄວາມຄິດຂອງເພິ່ນ. ເພິ່ນຮູ້ວ່າພະເຢໂຫວາຕ້ອງການໃຫ້ເພິ່ນເຮັດຫຍັງ ແລະເພິ່ນກໍຕັ້ງໃຈທີ່ຈະເຮັດຕາມທີ່ພະເຢໂຫວາຕ້ອງການເຖິງວ່າການເຮັດແບບນັ້ນອາດເຮັດໃຫ້ເພິ່ນຕ້ອງເຈິກັບຄວາມຍາກລຳບາກຫຼາຍຢ່າງ. ຍ້ອນພະເຢຊູຈົດຈໍ່ຢູ່ກັບການເຮັດຕາມຄວາມຕ້ອງການຂອງພະເຢໂຫວາ ເພິ່ນຈຶ່ງບໍ່ຍອມໃຫ້ສິ່ງໃດສຳຄັນກວ່າເລື່ອງນີ້.
3. ອັກຄະສາວົກເປໂຕໄດ້ຮຽນຫຍັງຈາກພະເຢຊູ ແລະລາວສະໜັບສະໜູນຄລິດສະຕຽນໃຫ້ເຮັດຫຍັງ? (1 ເປໂຕ 4:1)
3 ເປໂຕກັບພວກອັກຄະສາວົກຄົນອື່ນມີສິດທິພິເສດໄດ້ຢູ່ກັບພະເຢຊູແລະໄດ້ຮຽນຮູ້ວ່າເພິ່ນຄິດແນວໃດ. ຕອນທີ່ເປໂຕຂຽນຈົດໝາຍສະບັບທຳອິດ ລາວສະໜັບສະໜູນຄລິດສະຕຽນໃຫ້ຄິດແບບດຽວກັບພະເຢຊູ. (ອ່ານ 1 ເປໂຕ 4:1) ຄຳພາສາດັ້ງເດີມທີ່ເປໂຕໃຊ້ເມື່ອລາວຂຽນວ່າ “ກຽມໂຕໃຫ້ພ້ອມ” ເປັນຄຳທີ່ໃຊ້ກັບທະຫານເຊິ່ງໝາຍເຖິງໃຫ້ກຽມໂຕແລະກຽມອາວຸດໃຫ້ພ້ອມທີ່ຈະຕໍ່ສູ້. ດັ່ງນັ້ນ ຖ້າຄລິດສະຕຽນຝຶກທີ່ຈະຄິດແບບດຽວກັບພະເຢຊູ ເຂົາເຈົ້າກໍຕ້ອງກຽມໂຕແລະກຽມອາວຸດໃຫ້ພ້ອມທີ່ຈະຕໍ່ສູ້ກັບຄວາມຕ້ອງການທີ່ຜິດໆທີ່ຢູ່ໃນໂຕເຂົາເຈົ້າແລະຕໍ່ສູ້ກັບນ້ຳໃຈຂອງໂລກທີ່ຊາຕານປົກຄອງ.—2ກຣ. 10:3-5; ອຟຊ. 6:12
4. ບົດນີ້ຈະຊ່ວຍເຮົາແນວໃດໃຫ້ເຮັດຕາມຄຳແນະນຳຂອງເປໂຕ?
4 ໃນບົດນີ້ເຮົາຈະເບິ່ງວ່າພະເຢຊູຄິດແນວໃດ ແລະເຮົາຈະຮຽນແບບເພິ່ນໄດ້ຈັ່ງໃດ? ເຮົາຈະໄດ້ຮຽນຈາກຕົວຢ່າງຂອງພະເຢຊູວ່າເຮົາຕ້ອງເຮັດຫຍັງເພື່ອຈະ (1) ຄິດຄືກັບພະເຢໂຫວາເຊິ່ງຈະຊ່ວຍເຮົາທຸກຄົນໃຫ້ຄິດສອດຄ່ອງກັນ (2) ເປັນຄົນຖ່ອມ ແລະ (3) ມີສະຕິຢູ່ສະເໝີ ໂດຍເພິ່ງພະເຢໂຫວາໂດຍການອະທິດຖານ.
ຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາ
5. ມີເທື່ອໜຶ່ງເປໂຕສະແດງໃຫ້ເຫັນແນວໃດວ່າລາວບໍ່ໄດ້ຄິດຄືກັບພະເຢໂຫວາ?
5 ມີເທື່ອໜຶ່ງເປໂຕສະແດງໃຫ້ເຫັນວ່າລາວບໍ່ໄດ້ຄິດຄືກັບພະເຢໂຫວາ. ຕອນນັ້ນພະເຢຊູບອກພວກອັກຄະສາວົກວ່າເພິ່ນຕ້ອງໄປເມືອງເຢຣູຊາເລັມ ແລະເພິ່ນຈະຖືກພວກຫົວໜ້າສາສະໜາຈັບ ຖືກທໍລະມານ ແລະຖືກຂ້າ. (ມທ. 16:21) ເປໂຕຮັບບໍ່ໄດ້ທີ່ພະເຢໂຫວາປ່ອຍໃຫ້ພະເຢຊູທີ່ເປັນເມຊີອາຕາມທີ່ສັນຍາໄວ້ແລະເປັນຄວາມຫວັງຂອງຊາດອິດສະຣາເອນຖືກຂ້າ. (ມທ. 16:16) ລາວຈຶ່ງພາພະເຢຊູແຍກອອກມາຕ່າງຫາກແລະເວົ້າກັບເພິ່ນວ່າ: “ອາຈານ ອີ່ຕົນໂຕເອງແດ່ ທ່ານຈະບໍ່ເຈິເລື່ອງຮ້າຍໆແບບນັ້ນດອກ.” (ມທ. 16:22) ເປໂຕເວົ້າແບບນີ້ຍ້ອນລາວບໍ່ໄດ້ຄິດຄືກັບພະເຢໂຫວາ ມັນຈຶ່ງເຮັດໃຫ້ລາວຄິດບໍ່ສອດຄ່ອງກັບພະເຢຊູ.
6. ພະເຢຊູເຮັດໃຫ້ເຫັນແນວໃດວ່າເພິ່ນຄິດຄືກັບພະເຢໂຫວາ?
6 ພະເຢຊູຮູ້ວ່າພະເຢໂຫວາຄິດແນວໃດແລະເພິ່ນກໍຄິດຄືກັບພະເຢໂຫວາ. ເພິ່ນຈຶ່ງບອກເປໂຕວ່າ: “ເຊົາເວົ້າດຽວນີ້ ຊາຕານ! ເຈົ້າກຳລັງຂັດຂວາງຂ້ອຍ ຍ້ອນສິ່ງທີ່ເຈົ້າຄິດບໍ່ແມ່ນຄວາມຄິດຂອງພະເຈົ້າ ແຕ່ແມ່ນຄວາມຄິດຂອງມະນຸດ.” (ມທ. 16:23) ພະເຢຊູຮູ້ວ່າເພື່ອຈະເຮັດຕາມທີ່ພະເຢໂຫວາຕ້ອງການເພິ່ນຕ້ອງທົນທຸກທໍລະມານແລະຕາຍ. ດັ່ງນັ້ນ ພະເຢຊູຈຶ່ງບໍ່ຟັງຄຳແນະນຳຂອງເປໂຕທັງໆທີ່ລາວຫວັງດີກັບເພິ່ນ. ຈາກເລື່ອງນີ້ເປໂຕໄດ້ຮຽນຮູ້ວ່າລາວຕ້ອງຄິດຄືກັບພະເຢໂຫວາ ແລະເລື່ອງນີ້ກໍເປັນບົດຮຽນທີ່ສຳຄັນສຳລັບເຮົາຄືກັນ.
7. ເປໂຕປັບຄວາມຄິດຂອງລາວແນວໃດເພື່ອຈະຄິດຄືກັບພະເຢໂຫວາ? (ເບິ່ງຮູບໜ້າປົກ)
7 ໃນເວລາຕໍ່ມາ ເປໂຕສະແດງໃຫ້ເຫັນວ່າລາວຢາກຄິດຄືກັບພະເຢໂຫວາ. ຕອນນັ້ນຮອດເວລາແລ້ວທີ່ຄົນຕ່າງຊາດທີ່ບໍ່ໄດ້ຮັບສິນຕັດຈະໄດ້ເຂົ້າມາເປັນສ່ວນໜຶ່ງຂອງປະຊາຊົນຂອງພະເຢໂຫວາ. ເປໂຕຖືກມອບໝາຍໃຫ້ໄປປະກາດກັບໂກເນລີໂອທີ່ເປັນຄົນຕ່າງຊາດກຸ່ມທຳອິດທີ່ໄດ້ເຂົ້າມາເປັນຄລິດສະຕຽນ. ຕາມປົກກະຕິແລ້ວຄົນຢິວຫຼີກລ່ຽງທີ່ຈະບໍ່ຕິດຕໍ່ພົວພັນກັບຄົນຕ່າງຊາດ. ດັ່ງນັ້ນ ເປໂຕຕ້ອງປັບຄວາມຄິດຂອງລາວເພື່ອຈະປະກາດກັບຄົນຕ່າງຊາດໄດ້. ເມື່ອເປໂຕເຂົ້າໃຈວ່າພະເຢໂຫວາຄິດແນວໃດຕໍ່ຄົນຕ່າງຊາດ ລາວໄດ້ປັບຄວາມຄິດຂອງໂຕເອງ. ສະນັ້ນ ເມື່ອໂກເນລີໂອຂໍໃຫ້ເປໂຕໄປຫາລາວ ເປໂຕຈຶ່ງ “ບໍ່ຂັດຂ້ອງ” ທີ່ຈະໄປ. (ກຈກ. 10:28, 29) ເປໂຕໄດ້ປະກາດກັບໂກເນລີໂອແລະຄົນໃນຄອບຄົວຂອງລາວ ແລະເຂົາເຈົ້າກໍຮັບບັບເຕມາ.—ກຈກ. 10:21-23, 34, 35, 44-48
ເປໂຕເຂົ້າໄປໃນເຮືອນຂອງໂກເນລີໂອ (ເບິ່ງຂໍ້ 7)
8. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຄິດສອດຄ່ອງກັບພະເຢໂຫວາ? (1 ເປໂຕ 3:8 ແລະໄຂເງື່ອນ)
8 ຫຼາຍປີຕໍ່ມາ ເປໂຕສະໜັບສະໜູນພີ່ນ້ອງໃຫ້ “ຄິດສອດຄ່ອງກັນ.” (ອ່ານ 1 ເປໂຕ 3:8 ແລະໄຂເງື່ອນ) ເຮົາຈະຄິດສອດຄ່ອງກັບພີ່ນ້ອງຖ້າເຮົາເບິ່ງວ່າພະເຢໂຫວາຄິດແນວໃດ ເຊິ່ງເຮົາຮູ້ໄດ້ຈາກຄຳພີໄບເບິນ. ຕົວຢ່າງເຊັ່ນ: ພະເຢຊູສະໜັບສະໜູນພວກລູກສິດຂອງເພິ່ນໃຫ້ເອົາການປົກຄອງຂອງພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດ. (ມທ. 6:33) ຍ້ອນພະເຢຊູສອນແບບນີ້ ພີ່ນ້ອງບາງຄົນໃນປະຊາຄົມອາດຕັດສິນໃຈທີ່ຈະເປັນໄພໂອເນຍຫຼືຮັບໃຊ້ເຕັມເວລາຮູບແບບໃດໜຶ່ງ. ແທນທີ່ເຮົາຈະແນະນຳວ່າໃຫ້ລາວອີ່ຕົນໂຕເອງ ເຮົາຄວນເວົ້າໃນແງ່ດີກ່ຽວກັບເປົ້າໝາຍຂອງລາວ ແລະເຮົາອາດສະເໜີທີ່ຈະຊ່ວຍລາວເພື່ອເຮັດຕາມເປົ້າໝາຍໃຫ້ໄດ້.
ເປັນຄົນຖ່ອມ
9-10. ພະເຢຊູສະແດງໃຫ້ເຫັນແນວໃດວ່າເພິ່ນເປັນຄົນຖ່ອມຫຼາຍແທ້ໆ?
9 ໃນຄືນກ່ອນທີ່ພະເຢຊູຈະຖືກປະຫານຊີວິດ ເພິ່ນໄດ້ສອນບົດຮຽນທີ່ສຳຄັນເລື່ອງຄວາມຖ່ອມໃຫ້ເປໂຕແລະພວກອັກຄະສາວົກຄົນອື່ນໆ. ກ່ອນໜ້ານີ້ພະເຢຊູໄດ້ໃຫ້ເປໂຕກັບໂຢຮັນໄປກຽມສິ່ງຕ່າງໆໃຫ້ພ້ອມເພື່ອເພິ່ນຈະກິນເຂົ້າແລງຄາບສຸດທ້າຍກັບເຂົາເຈົ້າກ່ອນທີ່ເພິ່ນຈະຕາຍ. ສິ່ງໜຶ່ງທີ່ເຂົາເຈົ້າຕ້ອງເຮັດແມ່ນກຽມຊາມແລະຜ້າເຊັດໂຕເພື່ອຄົນທີ່ມາຈະໄດ້ລ້າງຕີນກ່ອນກິນເຂົ້າ ແຕ່ໃຜຈະຖ່ອມໂຕລ້າງຕີນໃຫ້ຄົນອື່ນ?
10 ພະເຢຊູບໍ່ລັງເລທີ່ຈະເຮັດວຽກນີ້ເພື່ອສະແດງໃຫ້ເຫັນວ່າເພິ່ນເປັນຄົນຖ່ອມຫຼາຍແທ້ໆ. ພວກອັກຄະສາວົກຕ້ອງຕົກໃຈຫຼາຍທີ່ເຫັນພະເຢຊູເຮັດວຽກທີ່ຕາມປົກກະຕິແລ້ວແມ່ນຄົນຮັບໃຊ້ເຮັດ. ພະເຢຊູແກ້ເສື້ອຄຸມອອກ ເອົາຜ້າເຊັດໂຕມາມັດແອວ ເອົານ້ຳໃສ່ຊາມ ແລ້ວເລີ່ມລ້າງຕີນໃຫ້ພວກອັກຄະສາວົກ. (ຢຮ. 13:4, 5) ຄືຊິໃຊ້ເວລາດົນເຕີບເພື່ອຈະລ້າງຕີນຂອງພວກອັກຄະສາວົກທັງສິບສອງຄົນ ເຊິ່ງລວມເຖິງຢູດາຜູ້ທີ່ກຳລັງຈະທໍລະຍົດເພິ່ນ. ແຕ່ພະເຢຊູກໍເຕັມໃຈເຮັດວຽກນີ້. ຈາກນັ້ນ ເພິ່ນເວົ້າກັບເຂົາເຈົ້າວ່າ: “ເຂົ້າໃຈບໍວ່າເປັນຫຍັງຂ້ອຍເຮັດແບບນີ້ໃຫ້ພວກເຈົ້າ? ພວກເຈົ້າເອີ້ນຂ້ອຍວ່າ ‘ອາຈານ’ ແລະ ‘ນາຍ’ ພວກເຈົ້າເອີ້ນແບບນັ້ນກໍຖືກແລ້ວ ຍ້ອນຂ້ອຍເປັນແບບນັ້ນແທ້ໆ. ດັ່ງນັ້ນ ຖ້າຂ້ອຍທີ່ເປັນນາຍແລະເປັນອາຈານຍັງລ້າງຕີນໃຫ້ພວກເຈົ້າ ພວກເຈົ້າກໍຄວນຈະລ້າງຕີນໃຫ້ກັນ.”—ຢຮ. 13:12-14
ຄວາມຖ່ອມທີ່ແທ້ຈິງກ່ຽວຂ້ອງກັບຄວາມຄິດເລິກໆໃນໃຈຂອງເຮົາວ່າເຮົາເບິ່ງໂຕເອງແລະເບິ່ງຄົນອື່ນແນວໃດ
11. ເປໂຕສະແດງໃຫ້ເຫັນແນວໃດວ່າລາວໄດ້ຮຽນຮູ້ທີ່ຈະເປັນຄົນຖ່ອມ? (1 ເປໂຕ 5:5) (ເບິ່ງຮູບນຳ)
11 ເປໂຕຮຽນຮູ້ທີ່ຈະເປັນຄົນຖ່ອມຈາກພະເຢຊູ. ຫຼັງຈາກພະເຢຊູຟື້ນຄືນມາຈາກຕາຍແລະກັບໄປສະຫວັນ ເປໂຕໄດ້ເຮັດການອັດສະຈັນໂດຍປົວຜູ້ຊາຍຄົນໜຶ່ງທີ່ເປັນລ່ອຍມາຕັ້ງແຕ່ເກີດ. (ກຈກ. 1:8, 9; 3:2, 6-8) ການອັດສະຈັນນີ້ຕ້ອງດຶງດູດຄວາມສົນໃຈຂອງຄົນໄດ້ບັກຫຼາຍໆໃຫ້ມາຢູ່ອ້ອມເປໂຕ. (ກຈກ. 3:11) ແຕ່ເປໂຕບໍ່ໄດ້ຢາກໃຫ້ຄົນມາສົນໃຈລາວ ທັງໆທີ່ລາວໃຫຍ່ມາໃນວັດທະນະທຳທີ່ຄົນໃຫ້ຄວາມສົນໃຈຕໍ່ຕຳແໜ່ງແລະຊື່ສຽງ. ເປໂຕຖ່ອມໂຕແລະບໍ່ໄດ້ຍົກຍ້ອງໂຕເອງ ແຕ່ລາວບອກເຂົາເຈົ້າໃຫ້ຍົກຍ້ອງພະເຢໂຫວາແລະພະເຢຊູທີ່ເປັນຜູ້ເຮັດການອັດສະຈັນນີ້. ເປໂຕເວົ້າວ່າ: “ຄົນເປັນລ່ອຍຜູ້ນີ້ທີ່ພວກເຈົ້າຮູ້ຈັກມີແຮງຂຶ້ນມາຍ້ອນຊື່ຂອງ [ພະເຢຊູ] ແລະຍ້ອນພວກເຮົາເຊື່ອໃນເພິ່ນ.” (ກຈກ. 3:12-16) ຕໍ່ມາ ຕອນທີ່ເປໂຕຂຽນຈົດໝາຍໄປຫາພີ່ນ້ອງແລະໃຫ້ຄຳແນະນຳເລື່ອງການເປັນຄົນຖ່ອມ ຄຳເວົ້າທີ່ລາວໃຊ້ໃນຈົດໝາຍນັ້ນອາດເຮັດໃຫ້ເຮົາຄິດເຖິງຕອນທີ່ພະເຢຊູເອົາຜ້າເຊັດໂຕມາມັດແອວແລ້ວລ້າງຕີນໃຫ້ພວກອັກຄະສາວົກ.—ອ່ານ 1 ເປໂຕ 5:5
ຫຼັງຈາກເປໂຕເຮັດການອັດສະຈັນ ລາວບອກທຸກຄົນວ່າພະເຢໂຫວາແລະພະເຢຊູເປັນຜູ້ທີ່ຊ່ວຍລາວໃຫ້ເຮັດການອັດສະຈັນໄດ້. ເຮົາກໍສະແດງຄວາມຖ່ອມແບບນີ້ໄດ້ດ້ວຍການເຮັດດີໂດຍບໍ່ຄາດໝາຍວ່າຈະມີຄົນເຫັນຫຼືຫວັງວ່າຈະໄດ້ຮັບລາງວັນຕອບແທນ (ເບິ່ງຂໍ້ 11-12)
12. ເຮົາຈະຮຽນແບບເປໂຕໂດຍເປັນຄົນຖ່ອມຕໍ່ໆໄປໄດ້ແນວໃດ?
12 ເຮົາສາມາດຮຽນແບບຕົວຢ່າງຂອງເປໂຕໄດ້ໂດຍເປັນຄົນຖ່ອມ. ຂໍໃຫ້ຈື່ໄວ້ວ່າຄວາມຖ່ອມທີ່ແທ້ຈິງບໍ່ແມ່ນພຽງແຕ່ໃຊ້ຄຳເວົ້າທີ່ເຮັດໃຫ້ເບິ່ງຄືເປັນຄົນຖ່ອມ. ຄຳວ່າ “ຄວາມຖ່ອມ” ທີ່ເປໂຕໃຊ້ກ່ຽວຂ້ອງກັບຄວາມຄິດເລິກໆໃນໃຈຂອງເຮົາວ່າເຮົາເບິ່ງໂຕເອງແລະເບິ່ງຄົນອື່ນແນວໃດ. ເຮົາເຮັດດີຕໍ່ຄົນອື່ນຍ້ອນເຮົາຮັກພະເຢໂຫວາແລະຮັກເຂົາເຈົ້າ ບໍ່ແມ່ນຍ້ອນເຮົາຢາກໃຫ້ຄົນອື່ນຍົກຍ້ອງຫຼືຊົມເຊີຍເຮົາ. ຖ້າເຮົາເຕັມໃຈຮັບໃຊ້ພະເຢໂຫວາແລະພີ່ນ້ອງສຸດຄວາມສາມາດບໍ່ວ່າຈະມີຄົນສັງເກດເຫັນຫຼືບໍ່ເຫັນ ເຮົາກໍກຳລັງພິສູດໃຫ້ເຫັນວ່າເຮົາເປັນຄົນຖ່ອມແທ້ໆ.—ມທ. 6:1-4
“ໃຫ້ມີສະຕິ” ຢູ່ສະເໝີ
13. ການ “ມີສະຕິ” ໝາຍເຖິງຫຍັງ?
13 ການ “ມີສະຕິ” ໝາຍເຖິງຫຍັງ? (1ປຕ. 4:7) ຖ້າເຮົາມີສະຕິເຮົາຈະຄິດກ່ອນວ່າພະເຢໂຫວາເບິ່ງເລື່ອງນັ້ນແນວໃດ ແລ້ວກໍຕັດສິນໃຈຕາມນັ້ນ. ເຮົາຈະຈື່ໄວ້ສະເໝີວ່າສາຍສຳພັນຂອງເຮົາກັບພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຮົາ. ນອກຈາກນັ້ນ ຖ້າເຮົາມີສະຕິເຮົາຈະບໍ່ຄິດເຖິງໂຕເອງຫຼາຍເກີນໄປແລະຍອມຮັບວ່າເຮົາບໍ່ຮູ້ໝົດທຸກຢ່າງ ແລະເຮົາຈະເພິ່ງພະເຢໂຫວາໂດຍອະທິດຖານຂໍການຊີ້ນຳຈາກເພິ່ນເລື້ອຍໆ.a
14. ມີເທື່ອໜຶ່ງເປໂຕເຮັດໃຫ້ເຫັນແນວໃດວ່າລາວບໍ່ໄດ້ເພິ່ງພະເຢໂຫວາ?
14 ໃນຄືນສຸດທ້າຍກ່ອນທີ່ພະເຢຊູຈະຕາຍ. ເພິ່ນໄດ້ເຕືອນພວກລູກສິດວ່າ: “ຄືນນີ້ ພວກເຈົ້າທຸກຄົນຈະຖິ້ມຂ້ອຍຍ້ອນເລື່ອງທີ່ຈະເກີດຂຶ້ນກັບຂ້ອຍ.” ແຕ່ເປໂຕເວົ້າດ້ວຍຄວາມໝັ້ນໃຈວ່າ: “ເຖິງວ່າທຸກຄົນຈະຖິ້ມທ່ານຍ້ອນເລື່ອງທີ່ຈະເກີດຂຶ້ນກັບທ່ານ ແຕ່ຂ້ອຍຈະບໍ່ມີວັນຖິ້ມທ່ານເລີຍ.” ໃນຄືນດຽວກັນນັ້ນ ພະເຢຊູໄດ້ແນະນຳລູກສິດບາງຄົນວ່າ: “ພວກເຈົ້າຕ້ອງເຝົ້າລະວັງຢູ່ສະເໝີແລະອະທິດຖານຢູ່ເລື້ອຍໆ.” (ມທ. 26:31, 33, 41) ເປໂຕບໍ່ໄດ້ເຮັດຕາມຄຳແນະນຳນີ້. ຖ້າລາວເຮັດຕາມທີ່ພະເຢຊູບອກ ລາວກະຄືຊິກ້າພໍທີ່ຈະບອກວ່າລາວເປັນລູກສິດຂອງພະເຢຊູ. ແຕ່ລາວພັດຖິ້ມພະເຢຊູຜູ້ທີ່ເປັນນາຍຂອງລາວເຊິ່ງການເຮັດແບບນີ້ເຮັດໃຫ້ລາວຮູ້ສຶກເສຍໃຈຫຼາຍ.—ມທ. 26:69-75
15. ໃນຄືນສຸດທ້າຍທີ່ພະເຢຊູມີຊີວິດຢູ່ໃນໂລກນີ້ ເພິ່ນສະແດງໃຫ້ເຫັນແນວໃດວ່າເພິ່ນມີສະຕິສະເໝີ?
15 ພະເຢຊູເພິ່ງພະເຢໂຫວາສຸດຫົວໃຈເຖິງວ່າເພິ່ນເປັນມະນຸດສົມບູນແບບ. ແຕ່ພະເຢຊູກໍອະທິດຖານຫຼາຍເທື່ອ ເຊິ່ງການເຮັດແບບນີ້ຊ່ວຍເພິ່ນໃຫ້ມີຄວາມກ້າທີ່ຈະເຮັດທຸກສິ່ງທີ່ພະເຢໂຫວາຢາກໃຫ້ເພິ່ນເຮັດ. (ມທ. 26:39, 42, 44; ຢຮ. 18:4, 5) ເປໂຕຄືຊິບໍ່ມີວັນລືມທີ່ໄດ້ເຫັນພະເຢຊູອະທິດຖານຫຼາຍເທື່ອໃນຄືນສຸດທ້າຍທີ່ເພິ່ນມີຊີວິດຢູ່ໃນໂລກນີ້.
16. ເປໂຕສະແດງໃຫ້ເຫັນແນວໃດວ່າລາວໄດ້ຮຽນຮູ້ທີ່ຈະເປັນຄົນມີສະຕິ? (1 ເປໂຕ 4:7)
16 ເມື່ອເວລາຜ່ານໄປ ເປໂຕກໍໄດ້ຮຽນຮູ້ທີ່ຈະເພິ່ງພະເຢໂຫວາຫຼາຍຂຶ້ນໂດຍການອະທິດຖານ. ຫຼັງຈາກພະເຢຊູຟື້ນຄືນມາຈາກຕາຍ ເພິ່ນກໍໄປຫາເປໂຕແລະອັກຄະສາວົກຄົນອື່ນແລະຮັບຮອງກັບເຂົາເຈົ້າວ່າ ເຂົາເຈົ້າຈະໄດ້ຮັບພະລັງບໍລິສຸດເພື່ອຈະເຮັດວຽກປະກາດຂ່າວດີຕາມທີ່ໄດ້ຮັບມອບໝາຍໄດ້ສຳເລັດ. ແຕ່ພະເຢຊູບອກເຂົາເຈົ້າວ່າໃຫ້ລໍຖ້າຢູ່ເມືອງເຢຣູຊາເລັມກ່ອນຈົນກວ່າຈະໄດ້ຮັບພະລັງນັ້ນ. (ລກ. 24:49; ກຈກ. 1:4, 5) ເປໂຕໄດ້ເຮັດຫຍັງຕອນທີ່ລໍຖ້າ? ເປໂຕກັບພີ່ນ້ອງຄົນອື່ນໆໄດ້ “ອະທິດຖານນຳກັນສະເໝີ.” (ກຈກ. 1:13, 14) ຕໍ່ມາ ຕອນທີ່ເປໂຕຂຽນຈົດໝາຍສະບັບທຳອິດ ລາວກໍສະໜັບສະໜູນພີ່ນ້ອງໃຫ້ມີສະຕິສະເໝີແລະເພິ່ງພະເຢໂຫວາໂດຍການອະທິດຖານ. (ອ່ານ 1 ເປໂຕ 4:7) ເປໂຕໄດ້ຮຽນຮູ້ທີ່ຈະເພິ່ງພະເຢໂຫວາ ແລະໃນທີ່ສຸດລາວກໍໄດ້ເປັນເສົາຫຼັກຂອງປະຊາຄົມ.—ຄລຕ. 2:9
17. ເຮົາຕ້ອງເຮັດຫຍັງຕໍ່ໆໄປ? (ເບິ່ງຮູບນຳ)
17 ເພື່ອຈະມີສະຕິ ເຮົາຕ້ອງອະທິດຖານຫາພະເຢໂຫວາເລື້ອຍໆ. ເຮົາຮູ້ວ່າແມ່ນແຕ່ເລື່ອງທີ່ເຮົາເກັ່ງຢູ່ແລ້ວເຮົາຍັງຕ້ອງເພິ່ງພະເຢໂຫວາໂດຍການອະທິດຖານ. ສະນັ້ນ ເມື່ອເຮົາຕ້ອງຕັດສິນໃຈເລື່ອງທີ່ສຳຄັນເຮົາແຮ່ງຕ້ອງອະທິດຖານຂໍການຊີ້ນຳຈາກພະເຢໂຫວາແລະໄວ້ວາງໃຈວ່າເພິ່ນຮູ້ວ່າອັນໃດດີທີ່ສຸດສຳລັບເຮົາ.
ເປໂຕຮຽນຮູ້ທີ່ຈະເພິ່ງພະເຢໂຫວາໂດຍການອະທິດຖານ. ເຮົາກໍມີສະຕິຢູ່ສະເໝີໄດ້ໂດຍອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຮົາໂດຍສະເພາະຕອນທີ່ຕ້ອງຕັດສິນໃຈເລື່ອງທີ່ສຳຄັນ. (ເບິ່ງຂໍ້ 17)b
18. ເຮົາຈະຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ?
18 ເຮົາຂອບໃຈແທ້ໆທີ່ພະເຢໂຫວາສ້າງເຮົາໃຫ້ຮຽນແບບຄຸນລັກສະນະຂອງເພິ່ນໄດ້. (ປຖກ. 1:26) ແນ່ນອນວ່າເຮົາບໍ່ສາມາດຮຽນແບບພະເຢໂຫວາໄດ້ຢ່າງຄົບຖ້ວນ. (ອຊຢ. 55:9) ແຕ່ເຮົາສາມາດເຮັດຄືກັບເປໂຕໂດຍຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາ ເປັນຄົນຖ່ອມ ແລະມີສະຕິຢູ່ສະເໝີ.
ເພງທີ 30 ພະອົງເປັນພະເຈົ້າເປັນພໍ່ແລະເປັນເພື່ອນຂອງຂ້ອຍ
a ສຳລັບຂໍ້ມູນເພີ່ມເຕີມເລື່ອງການມີສະຕິໝາຍເຖິງຫຍັງ ໃຫ້ເບິ່ງໃນເວັບໄຊ jw.org ຫຼືໃນແອັບ JW Library® ບົດຄວາມ “ອະທິບາຍຂໍ້ຄຳພີ” ຫົວເລື່ອງ “2 ຕີໂມທຽວ 1:7—‘ພະເຈົ້າບໍ່ໄດ້ໃຫ້ພວກເຮົາມີໃຈຂີ້ຢ້ານ’” ແລະເບິ່ງຫົວຂໍ້ຍ່ອຍ “ຄິດແບບມີເຫດຜົນ.” (ພາສາໄທ)
b ຄຳອະທິບາຍຮູບ: ພີ່ນ້ອງຍິງຄົນໜຶ່ງອະທິດຖານໃນໃຈຕອນທີ່ລໍຖ້າສຳພາດວຽກ.