ຜູ້ສູງອາຍຸເຈົ້າມີຄ່າຫຼາຍຕໍ່ປະຊາຄົມ
“ເມື່ອເບິ່ງຄືນຫຼັງ ຕອນທີ່ຍັງໜຸ່ມຂ້ອຍເຮັດໄດ້ຫຼາຍຢ່າງ ແຕ່ຕອນນີ້ເຮັດບໍ່ໄດ້ຫຼາຍຄືກັບແຕ່ກີ້ຍ້ອນເຖົ້າແລ້ວ.”—ພີ່ນ້ອງຄານີ ອາຍຸ 83 ປີ
ບາງເທື່ອເຈົ້າກໍຮູ້ສຶກແບບນີ້ຄືກັນ ເຈົ້າເຮັດຫຼາຍຢ່າງບໍ່ໄດ້ຄືກັບຕອນທີ່ຍັງໜຸ່ມ. ເຖິງວ່າເຈົ້າຮັບໃຊ້ພະເຢໂຫວາຢ່າງສັດຊື່ມາຫຼາຍປີ ແຕ່ເຈົ້າອາດເລີ່ມຄິດໃນແງ່ລົບກ່ຽວກັບໂຕເອງຍ້ອນຕອນນີ້ເຈົ້າມີຂໍ້ຈຳກັດຢ່າງຫຼາຍ. ຕົວຢ່າງເຊັ່ນ: ເຈົ້າອາດເລີ່ມສົມທຽບສິ່ງທີ່ເຈົ້າເຮັດໄດ້ໃນຕອນນີ້ກັບສິ່ງທີ່ເຈົ້າເຮັດໄດ້ແຕ່ກີ້ ແລະມັນອາດເຮັດໃຫ້ເຈົ້າຮູ້ສຶກທໍ້ໃຈ. ຄັນຊັ້ນ ອັນໃດຈະຊ່ວຍເຈົ້າບໍ່ໃຫ້ຄິດແບບນີ້?
ພະເຢໂຫວາຄາດໝາຍຫຍັງຈາກເຈົ້າ?
ໃຫ້ຖາມໂຕເອງວ່າ: ‘ພະເຢໂຫວາຄາດໝາຍຫຍັງຈາກຂ້ອຍ?’ ພະບັນຍັດ 6:5 ໃຫ້ກຳລັງໃຈເຈົ້າໄດ້ເຊິ່ງຂໍ້ນັ້ນບອກວ່າ: “ເຈົ້າຕ້ອງຮັກພະເຢໂຫວາພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ແລະສຸດກຳລັງຂອງເຈົ້າ.”
ຕາມຂໍ້ຄຳພີນີ້ ພະເຢໂຫວາຢາກໃຫ້ເຈົ້າຮັບໃຊ້ເພິ່ນສຸດຫົວໃຈຂອງເຈົ້າ ສຸດຊີວິດຂອງເຈົ້າ ແລະສຸດກຳລັງຂອງເຈົ້າ. ການຮູ້ແບບນີ້ຊ່ວຍເຈົ້າບໍ່ໃຫ້ສົມທຽບໂຕເອງກັບຄົນອື່ນ ຫຼືສົມທຽບສິ່ງທີ່ເຈົ້າເຮັດໄດ້ຕອນນີ້ກັບສິ່ງທີ່ເຈົ້າເຮັດໄດ້ແຕ່ກີ້.
ຂໍໃຫ້ຄິດເຖິງເລື່ອງນີ້: ຕອນທີ່ຍັງໜຸ່ມ ເຈົ້າຄືຊິເຮັດສຸດຄວາມສາມາດໃຫ້ພະເຢໂຫວາຕາມສະພາບການຂອງເຈົ້າໃນຕອນນັ້ນ ແລະຕອນນີ້ເຈົ້າຄືຊິຍັງເຮັດສຸດຄວາມສາມາດໃຫ້ເພິ່ນຕາມສະພາບການຂອງເຈົ້າໃນປັດຈຸບັນນີ້. ຖ້າເຈົ້າຄິດແບບນີ້ ເຈົ້າກໍຈະເຫັນວ່າເຈົ້າກຳລັງເຮັດເພື່ອພະເຢໂຫວາແບບດຽວກັບທີ່ເຮັດແຕ່ກີ້. ເຈົ້າເຮັດສຸດຄວາມສາມາດໃຫ້ເພິ່ນໃນຕອນນັ້ນ ແລະເຈົ້າກຳລັງເຮັດສຸດຄວາມສາມາດໃຫ້ເພິ່ນໃນຕອນນີ້.
ເຈົ້າເຮັດສຸດຄວາມສາມາດເພື່ອຮັບໃຊ້ພະເຢໂຫວາຕອນທີ່ຍັງໜຸ່ມ ແລະເຈົ້າກໍກຳລັງເຮັດສຸດຄວາມສາມາດເພື່ອຮັບໃຊ້ເພິ່ນຕອນທີ່ເຖົ້າແລ້ວ
ເຈົ້າເປັນປະໂຫຍດຫຼາຍຕໍ່ຄົນອື່ນ
ນີ້ແມ່ນອີກແງ່ມຸມໜຶ່ງ. ແທນທີ່ຈະຄິດເຖິງສິ່ງທີ່ເຈົ້າເຮັດບໍ່ໄດ້ແລ້ວ ໃຫ້ຄິດເຖິງໂອກາດຕ່າງໆທີ່ເຈົ້າຈະຊ່ວຍຄົນອື່ນໄດ້. ທີ່ຈິງ ຕອນທີ່ເຖົ້າແລ້ວເຈົ້າຈຶ່ງສາມາດເຮັດບາງຢ່າງໄດ້ເຊິ່ງຕອນທີ່ຍັງໜຸ່ມເຈົ້າເຮັດບໍ່ໄດ້. ຕົວຢ່າງເຊັ່ນ: ເຈົ້າສາມາດເຮັດສິ່ງຕໍ່ໄປນີ້:
ເລົ່າປະສົບການຊີວິດທີ່ເຈົ້າໄດ້ຮຽນຮູ້ໃຫ້ຄົນອື່ນຟັງ. ໃຫ້ເບິ່ງຄຳເວົ້າຕໍ່ໄປນີ້ທີ່ຂຽນໄວ້ໃນຄຳພີໄບເບິນ:
ກະສັດດາວິດເວົ້າວ່າ: “ຕັ້ງແຕ່ຂ້ອຍຍັງໜຸ່ມຈົນຮອດຕອນນີ້ທີ່ຂ້ອຍເຖົ້າແລ້ວ ຂ້ອຍຍັງບໍ່ເຄີຍເຫັນຄົນທີ່ເຮັດສິ່ງທີ່ຖືກຕ້ອງຖືກປະຖິ້ມຈັກເທື່ອ ແລະບໍ່ເຄີຍເຫັນລູກຫຼານຂອງລາວຕ້ອງໄປເປັນຂໍທານ.”—ພສ. 37:25
ໂຢຊວຍເວົ້າວ່າ: “ຂ້ອຍໃກ້ຊິຕາຍແລ້ວ ແລະພວກເຈົ້າກໍຮູ້ດີວ່າຄຳສັນຍາດີໆທຸກຢ່າງທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າເວົ້າໄວ້ໄດ້ເກີດຂຶ້ນແທ້. ຄຳສັນຍາທັງໝົດໄດ້ເກີດຂຶ້ນແທ້. ບໍ່ມີຈັກເລື່ອງທີ່ບໍ່ໄດ້ເກີດຂຶ້ນ.”—ຢຊ. 23:14
ບາງເທື່ອເຈົ້າອາດເຄີຍເວົ້າຄ້າຍໆກັນນີ້ເພື່ອໃຫ້ກຳລັງໃຈຄົນອື່ນ. ດາວິດກັບໂຢຊວຍເວົ້າຈາກປະສົບການຂອງໂຕເອງ. ຜູ້ຮັບໃຊ້ທີ່ສັດຊື່ 2 ຄົນນີ້ຂອງພະເຢໂຫວາເວົ້າເຖິງສິ່ງທີ່ເຂົາເຈົ້າໄດ້ເຫັນໃນຕະຫຼອດຫຼາຍສິບປີທີ່ຜ່ານມາ ຄຳເວົ້າຂອງເຂົາເຈົ້າຈຶ່ງມີນ້ຳໜັກຫຼາຍ.
ຖ້າເຈົ້າຮັບໃຊ້ພະເຢໂຫວາມາດົນແລ້ວ ເຈົ້າກໍສາມາດເວົ້າຈາກປະສົບການຂອງໂຕເອງໄດ້ຄືກັນກ່ຽວກັບສິ່ງທີ່ເຈົ້າໄດ້ເຫັນພະເຢໂຫວາເຮັດເພື່ອເຈົ້າແລະເພື່ອຄົນອື່ນ. ເຈົ້າມີຄວາມຊົງຈຳດີໆຕອນທີ່ເຫັນພະເຢໂຫວາຊ່ວຍເຈົ້າຫຼືຊ່ວຍຄົນອື່ນບໍ? ຖ້າມີ ເຈົ້າກໍເລົ່າໃຫ້ຄົນອື່ນຟັງໄດ້! ນັ້ນອາດເປັນປະໂຫຍດຕໍ່ເຂົາເຈົ້າຄືກັບທີ່ມັນເປັນປະໂຫຍດຕໍ່ເຈົ້າ. ທີ່ຈິງ ເມື່ອພີ່ນ້ອງໄດ້ຟັງປະສົບການຂອງເຈົ້າໃນການຮັບໃຊ້ພະເຢໂຫວາ ເຈົ້າກໍໃຫ້ກຳລັງໃຈເຂົາເຈົ້າຫຼາຍ.—ຣມ. 1:11, 12
ອີກວິທີໜຶ່ງທີ່ເຈົ້າໃຫ້ກຳລັງໃຈຄົນອື່ນໄດ້ແມ່ນການເຂົ້າຮ່ວມປະຊຸມແບບເຈິໂຕກັນໃຫ້ຫຼາຍເທົ່າທີ່ຈະເຮັດໄດ້. ເມື່ອເຮັດແບບນັ້ນ ເຈົ້າກໍຈະໃຫ້ກຳລັງໃຈພີ່ນ້ອງ ແລະເຈົ້າເອງກໍຈະໄດ້ຮັບກຳລັງໃຈຄືກັນ. ພີ່ນ້ອງຄານີທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ການເຂົ້າຮ່ວມປະຊຸມແບບເຈິໂຕກັນເຮັດໃຫ້ຂ້ອຍບໍ່ຮູ້ສຶກທໍ້ໃຈ. ຂ້ອຍຊິຮູ້ສຶກໂສກເສົ້າໄດ້ຈັ່ງໃດຍ້ອນຂ້ອຍໄດ້ຮັບຄວາມຮັກຈາກພີ່ນ້ອງຢູ່ຫໍປະຊຸມ. ຂ້ອຍພະຍາຍາມສະແດງໃຫ້ພີ່ນ້ອງເຫັນວ່າຂ້ອຍເຫັນຄ່າເຂົາເຈົ້າໂດຍເອົາຂອງຂວັນເລັກໆນ້ອຍໆໃຫ້ເຂົາເຈົ້າ. ນອກຈາກນັ້ນ ຂ້ອຍຍັງພະຍາຍາມເຂົ້າຮ່ວມກິດຈະກຳທີ່ເສີມຄວາມເຊື່ອກັບພີ່ນ້ອງ.”
ພະເຢໂຫວາເຫັນຄ່າທີ່ເຈົ້າຮັບໃຊ້ເພິ່ນຢ່າງສັດຊື່
ໃນຄຳພີໄບເບິນມີຕົວຢ່າງຂອງຫຼາຍຄົນທີ່ພະເຢໂຫວາຮັກເຖິງວ່າເຂົາເຈົ້າຈະຮັບໃຊ້ເພິ່ນບໍ່ໄດ້ຫຼາຍຄືກັບແຕ່ກີ້. ໃຫ້ເບິ່ງເລື່ອງຂອງຊີເມໂອນ. ລາວເປັນຄົນອິດສະຣາເອນທີ່ເຖົ້າຫຼາຍແລ້ວເຊິ່ງມີຊີວິດຕອນທີ່ພະເຢຊູເກີດ. ຕອນທີ່ຊີເມໂອນໄປວິຫານ ລາວຄືຊິເຫັນພວກຜູ້ຊາຍທີ່ຍັງໜຸ່ມເຮັດວຽກທີ່ສຳຄັນຫຼາຍຢ່າງຢູ່ຫັ້ນ. ຊີເມໂອນອາດຄິດວ່າລາວບໍ່ມີປະໂຫຍດປານໃດຕໍ່ພະເຢໂຫວາຍ້ອນລາວບໍ່ສາມາດຮັບໃຊ້ເພິ່ນຄືກັບທີ່ພວກຜູ້ຊາຍທີ່ຍັງໜຸ່ມເຮັດ. ແຕ່ພະເຢໂຫວາບໍ່ໄດ້ເບິ່ງແບບນັ້ນ. ເພິ່ນເບິ່ງຊີເມໂອນເປັນຄົນທີ່ “ເຮັດສິ່ງທີ່ຖືກຕ້ອງແລະຢ້ານຢຳພະເຈົ້າ” ແລະເພິ່ນໄດ້ໃຫ້ລາວເຫັນພະເຢຊູຕອນເປັນແອນ້ອຍ. ພະເຢໂຫວາຍັງໄດ້ໃຊ້ຊີເມໂອນໃຫ້ບອກລ່ວງໜ້າວ່າພະເຢຊູຈະເປັນເມຊີອາໃນອະນາຄົດ. (ລກ. 2:25-35) ເຫັນໄດ້ແຈ້ງວ່າພະເຢໂຫວາບໍ່ໄດ້ເບິ່ງຮ່າງກາຍທີ່ບໍ່ມີເຫື່ອບໍ່ມີແຮງຂອງຊີເມໂອນ ແຕ່ເພິ່ນເບິ່ງລາວວ່າເປັນຄົນທີ່ມີຄວາມເຊື່ອເຂັ້ມແຂງແລະ “ໄດ້ຮັບການຊີ້ນຳຈາກພະລັງບໍລິສຸດ.”
ພະເຢໂຫວາອວຍພອນຊີເມໂອນໂດຍໃຫ້ລາວມີໂອກາດໄດ້ເຫັນພະເຢຊູຕອນທີ່ເປັນແອນ້ອຍ ແລະເພິ່ນໃຫ້ລາວບອກລ່ວງໜ້າວ່າພະເຢຊູຈະເປັນເມຊີອາໃນອະນາຄົດ
ເຈົ້າກໍໝັ້ນໃຈໄດ້ຄືກັນວ່າພະເຢໂຫວາເຫັນຄ່າທີ່ເຈົ້າຮັບໃຊ້ເພິ່ນຢ່າງສັດຊື່ເຖິງວ່າເຈົ້າອາດຈະເຮັດບໍ່ໄດ້ຫຼາຍຄືກັບແຕ່ກີ້. ສຳລັບພະເຢໂຫວາ ເພິ່ນ “ພໍໃຈ” ເຄື່ອງບູຊາ “ຕາມທີ່ [ເຈົ້າ] ໃຫ້ໄດ້. . . . ເພິ່ນບໍ່ຄາດໝາຍເກີນກວ່າທີ່ [ເຈົ້າ] ຈະໃຫ້ໄດ້.”—2ກຣ. 8:12
ສະນັ້ນ ໃຫ້ສົນໃຈໃນສິ່ງທີ່ເຈົ້າເຮັດໄດ້. ຕົວຢ່າງເຊັ່ນ: ໃຫ້ຄິດເຖິງວິທີຕ່າງໆທີ່ເຈົ້າສາມາດປະກາດໄດ້ເຖິງວ່າຈະປະກາດດົນບໍ່ໄດ້. ນອກຈາກນັ້ນ ເຈົ້າອາດໃຫ້ກຳລັງໃຈພີ່ນ້ອງໂດຍໂທໄປຫາ ຫຼືສົ່ງຂໍ້ຄວາມຫາເຂົາເຈົ້າ. ການສະແດງຄວາມຮັກໃນວິທີງ່າຍໆແບບນີ້ສາມາດໃຫ້ກຳລັງໃຈພີ່ນ້ອງໄດ້ຫຼາຍ ໂດຍສະເພາະເມື່ອມັນມາຈາກຜູ້ທີ່ຮັບໃຊ້ພະເຢໂຫວາມາດົນແລ້ວ.
ເຖິງວ່າເຈົ້າມີຂໍ້ຈຳກັດທາງຮ່າງກາຍ ແຕ່ເຈົ້າຍັງສາມາດເຮັດເພື່ອພະເຢໂຫວາໄດ້. ຂໍໃຫ້ເບິ່ງປະສົບການຂອງພີ່ນ້ອງຍິງສູງອາຍຸຄົນໜຶ່ງທີ່ຢູ່ອາຟຣິກາຕາເວັນອອກໃນຂອບ “ພີ່ນ້ອງຍິງສູງອາຍຸໃຊ້ຄຳພີໄບເບິນຊ່ວຍຊີວິດຜູ້ຍິງຄົນໜຶ່ງ.”
ຂໍໃຫ້ຈື່ໄວ້ວ່າຄວາມຊື່ສັດພັກດີຂອງເຈົ້າສາມາດໃຫ້ກຳລັງໃຈຄົນອື່ນ. ເຈົ້າເປັນຕົວຢ່າງທີ່ດີໃນການສະແດງຄວາມອົດທົນ ແລະເຈົ້າໝັ້ນໃຈໄດ້ວ່າ “ພະເຈົ້າຍຸຕິທຳ ເພິ່ນຈະບໍ່ລືມວຽກທີ່ເຈົ້າເຮັດແລະຄວາມຮັກທີ່ເຈົ້າມີຕໍ່ຊື່ຂອງເພິ່ນ.”—ຮຣ. 6:10
ໃຫ້ຊ່ວຍຄົນອື່ນຕໍ່ໆໄປ
ການວິໄຈຕ່າງໆຢືນຢັນວ່າຜູ້ເຖົ້າຫຼາຍຄົນທີ່ມັກຊ່ວຍເຫຼືອຄົນອື່ນມີສຸຂະພາບດີຂຶ້ນ ຄວາມຄິດປອດໂປ່ງ ແລະອາຍຸຍືນ.
ແນ່ນອນວ່າການເຮັດສິ່ງທີ່ດີເພື່ອຄົນອື່ນຈະບໍ່ໄດ້ຊ່ວຍກຳຈັດຜົນກະທົບທຸກຢ່າງທີ່ເກີດຈາກຄວາມເຖົ້າແກ່. ມີແຕ່ການປົກຄອງຂອງພະເຢໂຫວາເທົ່ານັ້ນທີ່ຈະເຮັດໄດ້ສຳເລັດໂດຍແກ້ໄຂສາເຫດທີ່ແທ້ຈິງຂອງຄວາມເຖົ້າແກ່ແລະຄວາມຕາຍທີ່ເຮົາໄດ້ຮັບຈາກອາດາມ.—ຣມ. 5:12
ແຕ່ສິ່ງທີ່ເຈົ້າເຮັດເພື່ອພະເຢໂຫວາໃນຕອນນີ້ເຊິ່ງລວມເຖິງການຊ່ວຍຄົນອື່ນໃຫ້ຮູ້ຈັກເພິ່ນຊ່ວຍເຈົ້າໃຫ້ຮັກສາຄວາມຫວັງໃຫ້ໝັ້ນຄົງແລະອາດດີຕໍ່ສຸຂະພາບຂອງເຈົ້ານຳ. ຄົນສູງອາຍຸ ຂໍໃຫ້ຮູ້ວ່າພະເຢໂຫວາເຫັນຄ່າສິ່ງທີ່ເຈົ້າເຮັດເພື່ອຮັບໃຊ້ເພິ່ນ ແລະພີ່ນ້ອງໃນປະຊາຄົມກໍເຫັນຄ່າທີ່ເຈົ້າເປັນຕົວຢ່າງທີ່ດີໃນການຮັກສາຄວາມສັດຊື່.