ເຈົ້າຈື່ໄດ້ບໍ?
ເຈົ້າໄດ້ອ່ານຫໍສັງເກດການ ຂອງປີນີ້ຢ່າງລະອຽດບໍ? ໃຫ້ມາເບິ່ງວ່າເຈົ້າຈະຕອບຄຳຖາມຕໍ່ໄປນີ້ໄດ້ຫຼືບໍ່.
ສິ່ງໃດກະຕຸ້ນເຮົາໃຫ້ສັນລະເສີນພະເຢໂຫວາ?
ເຮົາສັນລະເສີນພະເຢໂຫວາຍ້ອນເຮົາຮັກແລະນັບຖືເພິ່ນຫຼາຍແທ້ໆ. ນອກຈາກນັ້ນ ເຮົາສັນລະເສີນພະເຢໂຫວາຍ້ອນເຮົາຢາກໃຫ້ຄົນອື່ນຮູ້ຈັກເພິ່ນ.—ຫ25.01 ໜ້າ 3
ຖ້າມີຄົນເຮັດໃຫ້ເຮົາເສຍໃຈ ເຮົາຈະໃຫ້ອະໄພເຂົາເຈົ້າໄດ້ແນວໃດ?
ເຮົາບໍ່ຄວນເກັບຄວາມຮູ້ສຶກຂອງໂຕເອງໄວ້. ເມື່ອເຮົາກຳຈັດຄວາມໃຈຮ້າຍແລະຄວາມຄຽດແຄ້ນອອກໄປຈາກໃຈ ມັນຈະຊ່ວຍເຮົາບໍ່ໃຫ້ເປັນຄົນທີ່ມີແຕ່ຄວາມຂົມຂື່ນ.—ຫ25.02 ໜ້າ 15-16
ເປັນຫຍັງມາຣະໂກຈຶ່ງເປັນຕົວຢ່າງທີ່ດີໃຫ້ພີ່ນ້ອງຊາຍທີ່ຍັງໜຸ່ມ?
ມາຣະໂກເຕັມໃຈໄປປະກາດຢູ່ບ່ອນອື່ນ. ເຖິງວ່າລາວອາດຈະເສຍໃຈແລະຜິດຫວັງກັບສິ່ງທີ່ເກີດຂຶ້ນ ແຕ່ລາວກໍບໍ່ຍອມແພ້. ລາວໃຊ້ເວລາກັບໂປໂລແລະພີ່ນ້ອງທີ່ມີຄວາມເປັນຜູ້ໃຫຍ່.—ຫ25.04 ໜ້າ 27
ພະເຢຊູໝາຍຄວາມວ່າແນວໃດເມື່ອເພິ່ນອະທິດຖານວ່າ: “ລູກເຮັດໃຫ້ເຂົາເຈົ້າຮູ້ຈັກຊື່ຂອງພໍ່ແລ້ວ”? (ໂຢຮັນ 17:26)
ພວກລູກສິດຂອງພະເຢຊູຮູ້ແລ້ວວ່າຊື່ຂອງພະເຈົ້າແມ່ນເຢໂຫວາ ແຕ່ເພິ່ນກຳລັງສອນເຂົາເຈົ້າໃຫ້ຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດ. ເພິ່ນໄດ້ຊ່ວຍພວກລູກສິດໃຫ້ຮູ້ຈັກພະເຢໂຫວາດີຂຶ້ນ ເຊິ່ງລວມເຖິງໃຫ້ເຂົາເຈົ້າຮູ້ກ່ຽວກັບຄວາມຕ້ອງການຂອງພະເຢໂຫວາທີ່ມີຕໍ່ໂລກນີ້ແລະຕໍ່ມະນຸດ ສິ່ງທີ່ເພິ່ນໄດ້ເຮັດຜ່ານມາແລະສິ່ງທີ່ເພິ່ນຈະເຮັດໃນອະນາຄົດ ແລະຄຸນລັກສະນະຕ່າງໆຂອງເພິ່ນ.—ຫ25.05 ໜ້າ 20-21
ຖ້າເຮົາເປັນຄົນຖ່ອມ ເຮົາຈະຍອມຮັບໃນເລື່ອງໃດ?
ເຮົາຍອມຮັບວ່າມີບາງຢ່າງທີ່ເຮົາບໍ່ຮູ້. ຕົວຢ່າງເຊັ່ນ: ເຮົາບໍ່ຮູ້ວ່າຈຸດຈົບຈະເກີດຂຶ້ນຕອນໃດຫຼືພະເຢໂຫວາຈະຊ່ວຍເຮົາແນວໃດ ແລະເຮົາກໍບໍ່ຮູ້ວ່າມື້ອື່ນຈະເກີດຫຍັງຂຶ້ນຫຼືເຮົາບໍ່ສາມາດເຂົ້າໃຈເຕັມທີວ່າພະເຢໂຫວາຮູ້ຈັກເຮົາດີສ່ຳໃດ.—ຫ25.06 ໜ້າ 15-18
ອັນໃດຈະຊ່ວຍເຮົາໃຫ້ໄດ້ຮັບປະໂຫຍດຈາກບົດຄວາມໃດໜຶ່ງຫຼືຈາກຄຳບັນລະຍາຍສາທາລະນະ?
ໃຫ້ຖາມໂຕເອງວ່າ: ‘ມີການໃຊ້ຫຼັກຖານຫຍັງທີ່ເຮັດໃຫ້ຜູ້ອ່ານຫຼືຜູ້ຟັງໝັ້ນໃຈວ່າສິ່ງທີ່ຄຳພີໄບເບິນເວົ້າເປັນຄວາມຈິງ? ມີຕົວຢ່າງທີ່ດີຫຍັງແດ່ໃນນີ້ທີ່ຂ້ອຍຈະໃຊ້ຕອນທີ່ສອນ? ໃຜທີ່ອາດສົນໃຈເລື່ອງນີ້?’—ຫ25.07 ໜ້າ 19
ເຮົາຮຽນຫຍັງກ່ຽວກັບການຍົກໂທດຂອງພະເຢໂຫວາຈາກສິ່ງທີ່ເພິ່ນເຮັດກັບດາວິດ?
ເຖິງວ່າດາວິດໄດ້ເຮັດຜິດຮ້າຍແຮງ ແຕ່ເມື່ອລາວກັບໃຈແທ້ໆພະເຢໂຫວາກໍຍົກໂທດໃຫ້ລາວ. (1ກສ. 9:4, 5) ເມື່ອພະເຢໂຫວາຍົກໂທດໃຫ້ຜູ້ໃດຜູ້ໜຶ່ງ ເພິ່ນຈະບໍ່ເອົາຄວາມຜິດທີ່ເຄີຍເຮັດໃນອະດີດມາລົງໂທດເຮົາ ແລະເພິ່ນຈະບໍ່ຍົກມັນຂຶ້ນມາເວົ້າອີກໃນອະນາຄົດ.—ຫ25.08 ໜ້າ 17
ຖ້າມີບາງຢ່າງທີ່ມັນຍາກສຳລັບນັກສຶກສາທີ່ຈະເຂົ້າໃຈເຈົ້າຄວນເຮັດແນວໃດ?
ຖ້າມີບາງຢ່າງທີ່ມັນຍາກສຳລັບນັກສຶກສາທີ່ຈະເຂົ້າໃຈຫຼັງຈາກທີ່ເຈົ້າພະຍາຍາມອະທິບາຍຢ່າງລະອຽດຈາກຄຳພີໄບເບິນ ໃຫ້ຂ້າມຈຸດເຫຼົ່ານັ້ນໄປກ່ອນແລ້ວຈຶ່ງກັບມາລົມກັນນຳຫຼັງ.—ຫ25.09 ໜ້າ 24
ຄຳພີໄບເບິນບອກວ່າບາບມີ “ແຮງຊັກຈູງ.” (ຮຣ. 3:13) ມັນໝາຍຄວາມວ່າແນວໃດ?
ບາບຊັກນຳເຮົາໃຫ້ເຮັດຜິດ. ນອກຈາກລໍ້ໃຈເຮົາໃຫ້ເຮັດຜິດແລ້ວ ບາບຍັງເຮັດໃຫ້ເຮົາສົງໄສຢູ່ຕະຫຼອດວ່າພະເຢໂຫວາຮັກເຮົາແທ້ໆຫຼືບໍ່.—ຫ25.10 ໜ້າ 16
ສາມສິ່ງທີ່ຈະເຮັດໃຫ້ຄຳອະທິດຖານຂອງເຮົາມີຄວາມໝາຍຫຼາຍຂຶ້ນມີຫຍັງແດ່?
(1) ຄິດຕຶກຕອງກ່ຽວກັບຄຸນລັກສະນະຂອງພະເຢໂຫວາ. (2) ຄິດເຖິງບັນຫາທີ່ເຮົາກຳລັງເຈິຢູ່ແລະເວົ້າກ່ຽວກັບເລື່ອງນັ້ນ ເຊັ່ນ: ມີໃຜບໍທີ່ເຮົາຕ້ອງໃຫ້ອະໄພ. (3) ໃຊ້ເວລາດົນຂຶ້ນໃນການອະທິດຖານ. ເມື່ອເຮົາໃຊ້ເວລາດົນຂຶ້ນໃນການອະທິດຖານ ເຮົາກໍສາມາດເວົ້າເຖິງຄວາມຄິດແລະຄວາມຮູ້ສຶກເລິກໆຂອງໂຕເອງອອກມາ.—ຫ25.10 ໜ້າ 19-20
ເຮົາຈະຊ່ວຍຄົນອື່ນແນວໃດ?
ເຮົາສາມາດໄປຢາມຫຼືໂທໄປຫາພີ່ນ້ອງສູງອາຍຸ. ນອກຈາກນັ້ນ ເຮົາອາດໄປເປັນໝູ່ເມື່ອໝໍນັດເຂົາເຈົ້າ ຫຼືເຮົາອາດໄປປະກາດກັບເຂົາເຈົ້າໃນຫຼາຍໆຮູບແບບ.—ຫ25.11 ໜ້າ 6-7
ມີສິ່ງທີ່ສຳຄັນຫຍັງແດ່ເພື່ອເຮັດໃຫ້ງານແຕ່ງດອງເປັນຕານັບຖື?
ເຮັດຕາມຂໍ້ຮຽກຮ້ອງທາງກົດໝາຍ. ເຮັດໃຫ້ແນ່ໃຈວ່າເປັນໂອກາດທີ່ເປັນຕານັບຖືແລະສະແດງເຖິງຜົນທີ່ເກີດຈາກພະລັງຂອງພະເຈົ້າ. ໃຫ້ເປັນຄົນຈຽມໂຕໃນເລື່ອງເຄື່ອງນຸ່ງແລະການແຕ່ງໂຕ ແລະໃຫ້ຫຼີກລ່ຽງປະເພນີທ້ອງຖິ່ນທີ່ຂັດກັບຫຼັກການໃນຄຳພີໄບເບິນ. ໃຫ້ເວົ້າລົມກັນດີໆຕອນທີ່ວາງແຜນເລື່ອງງານແຕ່ດອງ.—ຫ25.12 ໜ້າ 21-24