ບົດຄວາມສຶກສາທີ 51
ເພງທີ 132 ເຮົາສອງຄົນກາຍເປັນຄົນດຽວກັນ
ວາງແຜນງານແຕ່ງດອງທີ່ເຮັດໃຫ້ພະເຢໂຫວາໄດ້ຮັບກຽດ
“ໃຫ້ເຮັດທຸກສິ່ງຢ່າງເໝາະສົມແລະເປັນລະບຽບຮຽບຮ້ອຍ.”—1ກຣ. 14:40
ຈຸດສຳຄັນ
ຄູ່ບ່າວສາວທີ່ເປັນພະຍານພະເຢໂຫວາຈະໃຫ້ກຽດພະເຢໂຫວາແນວໃດໃນມື້ທີ່ເຂົາເຈົ້າແຕ່ດອງ?
1-2. ພະເຢໂຫວາຢາກໃຫ້ເຈົ້າຮູ້ສຶກແນວໃດໃນມື້ທີ່ແຕ່ງດອງ?
ເຈົ້າກຳລັງຈະແຕ່ງດອງບໍ? ຖ້າແມ່ນ ນີ້ຄືຊິເປັນເວລາທີ່ໜ້າຕື່ນເຕັ້ນຫຼາຍ. ເຈົ້າຄືຊິຫຍຸ້ງຫຼາຍກັບການວາງແຜນເລື່ອງການແຕ່ງດອງ. ພະເຢໂຫວາສົນໃຈການແຕ່ງດອງຂອງເຈົ້າ. ເພິ່ນຢາກໃຫ້ເຈົ້າມີຄວາມສຸກໃນມື້ທີ່ເຈົ້າແຕ່ງດອງaແລະມີຊີວິດຄູ່ທີ່ມີຄວາມສຸກ.—ສພສ. 5:18; ພຊມ. 3:11
2 ພະເຢໂຫວາສົມຄວນໄດ້ຮັບກຽດໃນມື້ທີ່ເຈົ້າແຕ່ງດອງ. ເປັນຫຍັງຈຶ່ງເວົ້າແບບນັ້ນ? ແລະເຈົ້າຈະໃຫ້ກຽດເພິ່ນໄດ້ແນວໃດ? ເຖິງວ່າບົດນີ້ເວົ້າເຖິງຄົນທີ່ກຳລັງກຽມຈະແຕ່ງດອງເປັນຫຼັກ ແຕ່ຫຼັກການທີ່ເວົ້າເຖິງໃນບົດນີ້ສາມາດຊ່ວຍເຮົາທຸກຄົນທີ່ຈະໃຫ້ກຽດພະເຢໂຫວາຖ້າເຮົາເປັນຜູ້ທີ່ເຂົ້າຮ່ວມໃນງານແຕ່ງດອງຫຼືເປັນຜູ້ທີ່ຄູ່ບ່າວສາວມາຂໍຄຳແນະນຳເລື່ອງການວາງແຜນການແຕ່ງດອງ.
ເປັນຫຍັງຕ້ອງໃຫ້ກຽດພະເຢໂຫວາ?
3. ເມື່ອວາງແຜນການແຕ່ງດອງ ຄູ່ບ່າວສາວຄວນຄິດເຖິງຫຍັງ ແລະຍ້ອນຫຍັງ?
3 ຄູ່ບ່າວສາວທີ່ກຳລັງວາງແຜນຈະແຕ່ງດອງຄວນເຮັດໃຫ້ສອດຄ່ອງກັບຫຼັກການທີ່ພະເຢໂຫວາໃຫ້ໄວ້ໃນຄຳພີໄບເບິນ. ຍ້ອນຫຍັງ? ຍ້ອນພະເຢໂຫວາເປັນຜູ້ລິເລີ່ມໃຫ້ມີການແຕ່ງດອງ. ເພິ່ນໄດ້ຈັດການແຕ່ງດອງທຳອິດເຊິ່ງເຮັດໃຫ້ອາດາມກັບເອວາໄດ້ເປັນຜົວເມຍກັນ. (ປຖກ. 1:28; 2:24) ຍ້ອນແນວນີ້ຄູ່ບ່າວສາວທີ່ກຳລັງວາງແຜນຈະແຕ່ງດອງຄວນແນ່ໃຈວ່າການແຕ່ງດອງຂອງເຂົາເຈົ້າຈະໃຫ້ກຽດພະເຢໂຫວາ.
4. ມີເຫດຜົນຫຍັງອີກທີ່ຄູ່ບ່າວສາວຄວນໃຫ້ກຽດພະເຢໂຫວາໃນມື້ທີ່ເຂົາເຈົ້າແຕ່ງດອງ?
4 ມີເຫດຜົນທີ່ສຳຄັນອີກຢ່າງໜຶ່ງທີ່ວ່າເປັນຫຍັງເຈົ້າຄວນຄິດເຖິງຄວາມຮູ້ສຶກຂອງພະເຢໂຫວາໃນມື້ທີ່ເຈົ້າແຕ່ງດອງ. ເພິ່ນເປັນພໍ່ຂອງເຈົ້າທີ່ຢູ່ໃນສະຫວັນແລະເປັນໝູ່ທີ່ດີທີ່ສຸດຂອງເຈົ້າ. (ຮຣ. 12:9) ແນ່ນອນວ່າເຈົ້າຢາກໃຫ້ເປັນແບບນີ້ຕະຫຼອດໄປ. ເຈົ້າຄືຊິບໍ່ຢາກໃຫ້ມີຫຍັງເກີດຂຶ້ນໃນມື້ທີ່ເຈົ້າແຕ່ງດອງຫຼືໃນມື້ອື່ນໆເຊິ່ງຈະເຮັດໃຫ້ພະເຢໂຫວາໝູ່ຂອງເຈົ້າເສຍໃຈ. (ພສ. 25:14) ເມື່ອເຈົ້າຄິດເຖິງທຸກສິ່ງທີ່ພະເຢໂຫວາໄດ້ເຮັດເພື່ອເຈົ້າແລະສິ່ງທີ່ເພິ່ນຈະເຮັດເພື່ອເຈົ້າໃນອະນາຄົດ ເພິ່ນສົມຄວນທີ່ຈະໄດ້ຮັບກຽດໃນມື້ທີ່ເຈົ້າແຕ່ງດອງແມ່ນບໍ?—ພສ. 116:12
ເຈົ້າຈະໃຫ້ກຽດພະເຢໂຫວາແນວໃດ?
5. ຄຳພີໄບເບິນຈະຊ່ວຍຄູ່ບ່າວສາວແນວໃດໃນການວາງແຜນງານແຕ່ງດອງ?
5 ຄຳພີໄບເບິນບໍ່ໄດ້ມີກົດຕາຍໂຕວ່າຕ້ອງຈັດງານແຕ່ງດອງທີ່ມີຄຳບັນລະຍາຍແບບໃດຫຼືງານລ້ຽງຫຼັງຈາກນັ້ນແນວໃດ. ສະນັ້ນ ຄູ່ບ່າວສາວອາດວາງແຜນງານແຕ່ງດອງຂອງເຂົາເຈົ້າຕາມສະພາບການຂອງໂຕເອງ ຕາມທຳນຽມທ້ອງຖິ່ນ ຫຼືໃນແບບທີ່ເຂົາເຈົ້າມັກ. ແຕ່ຜູ້ຮັບໃຊ້ຂອງພະເຢໂຫວາຄວນເຊື່ອຟັງກົດໝາຍບ້ານເມືອງໃນເລື່ອງການແຕ່ງດອງ. (ມທ. 22:21) ການແຕ່ງດອງທີ່ເຮັດຕາມຫຼັກການໃນຄຳພີໄບເບິນຈະໃຫ້ກຽດພະເຢໂຫວາແລະເຮັດໃຫ້ເພິ່ນມີຄວາມສຸກ. ສະນັ້ນ ມີຫຼັກການຫຍັງແດ່ທີ່ເຮົາຄວນຄິດເຖິງ?
6. ເປັນຫຍັງຈຶ່ງສຳຄັນທີ່ຄູ່ບ່າວສາວຈະເຮັດຕາມຂໍ້ຮຽກຮ້ອງທາງກົດໝາຍໃນເລື່ອງການແຕ່ງດອງ?
6 ເຮັດຕາມຂໍ້ຮຽກຮ້ອງທາງກົດໝາຍ. (ຣມ. 13:1, 2) ໃນຫຼາຍປະເທດ ຄູ່ບ່າວສາວຕ້ອງເຮັດຕາມກົດໝາຍບ້ານເມືອງກ່ອນຈະແຕ່ງດອງກັນ. ຄູ່ບ່າວສາວຄວນຊອກເບິ່ງວ່າມີຂໍ້ຮຽກຮ້ອງຫຍັງແດ່ໃນບ່ອນທີ່ເຂົາເຈົ້າຢູ່. ຖ້າເຈົ້າຕ້ອງການຄວາມຊ່ວຍເຫຼືອເພື່ອຈະໄດ້ຂໍ້ມູນເຫຼົ່ານີ້ ເຈົ້າສາມາດຂໍໃຫ້ຜູ້ເບິ່ງແຍງຊ່ວຍ.b
7. ການແຕ່ງດອງຄວນເປັນໂອກາດແບບໃດ ແລະມັນຈະເປັນແນວນັ້ນໄດ້ຈັ່ງໃດ?
7 ເຮັດໃຫ້ແນ່ໃຈວ່າເປັນໂອກາດທີ່ເປັນຕານັບຖື. (1ກຣ. 10:31, 32) ເຈົ້າຄືຊິຢາກໃຫ້ການແຕ່ງດອງຂອງເຈົ້າສະແດງເຖິງຜົນທີ່ເກີດຈາກພະລັງຂອງພະເຈົ້າບໍ່ແມ່ນນ້ຳໃຈຂອງໂລກນີ້. (ຄລຕ. 5:19-26) ຕາມຫຼັກການໃນຄຳພີໄບເບິນກ່ຽວກັບເລື່ອງການເປັນຫົວໜ້າຄອບຄົວ ເຈົ້າບ່າວຕ້ອງແນ່ໃຈວ່າງານແຕ່ງດອງເປັນໂອກາດທີ່ມີຄວາມສຸກແລະເປັນຕານັບຖື. ງານແຕ່ງດອງຈະເປັນແບບນັ້ນໄດ້ແນວໃດ? ຄຳບັນລະຍາຍການແຕ່ງດອງທີ່ໃຊ້ຄຳພີໄບເບິນເປັນຫຼັກທີ່ບັນລະຍາຍໃນແບບທີ່ອົບອຸ່ນ ສະແດງຄວາມຮັກແລະຄວາມນັບຖື ມັນຈະຊ່ວຍຜູ້ຟັງທຸກຄົນໃຫ້ເຫັນວ່າການແຕ່ງດອງເປັນການຈັດກຽມຈາກພະເຢໂຫວາ. ທຸກຄົນທີ່ເຂົ້າຮ່ວມຈະໄດ້ຮັບປະໂຫຍດຍ້ອນຄຳບັນລະຍາຍນັ້ນຈະຊ່ວຍໃຫ້ເຫັນຄວາມສຳຄັນຂອງການແຕ່ງດອງ. ຍ້ອນແນວນີ້ ພີ່ນ້ອງສ່ວນຫຼາຍຈຶ່ງເລືອກໃຫ້ມີຄຳບັນລະຍາຍການແຕ່ງດອງຢູ່ຫໍປະຊຸມຖ້າເປັນໄປໄດ້. ຖ້າເຈົ້າຢາກໃຊ້ຫໍປະຊຸມ ເຈົ້າຄວນຂຽນຂໍອະນຸຍາດຈາກຄະນະຜູ້ເບິ່ງແຍງລ່ວງໜ້າ.
8. ຖ້າເຈົ້າເລືອກທີ່ຈະຈັດງານລ້ຽງ ເຈົ້າຈະເຮັດໃຫ້ແນ່ໃຈໄດ້ແນວໃດວ່າງານລ້ຽງນັ້ນໃຫ້ກຽດພະເຢໂຫວາ? (ໂຣມ 13:13)
8 ອ່ານໂຣມ 13:13. ຖ້າເຈົ້າເລືອກທີ່ຈະຈັດງານລ້ຽງ ເຈົ້າຈະເຮັດແນວໃດເພື່ອບໍ່ໃຫ້ເປັນການສະແດງເຖິງນ້ຳໃຈຂອງໂລກ? ຄຳພາສາກຣີກທີ່ແປວ່າ “ກິນລ້ຽງເຮຮາຈົນສຸດຂີດ” ໝາຍເຖິງການທີ່ຄົນມາຢູ່ນຳກັນແລະກິນເຫຼົ້າຈົນເມົາແລະເປີດເພງຈົນຮອດເດິກຮອດດື່ນ. ຖ້າເຈົ້າເລືອກທີ່ຈະໃຫ້ມີການເສີບເຄື່ອງດື່ມມຶນເມົາ ເຈົ້າຕ້ອງແນ່ໃຈວ່າຈະບໍ່ມີໃຜກິນຫຼາຍໂພດ.c ຖ້າເຈົ້າເລືອກທີ່ຈະເປີດເພງ ໃຫ້ເປີດໃນລະດັບທີ່ບໍ່ດັງໂພດເພື່ອແຂກຈະລົມກັນໄດ້ຢ່າງມ່ວນຊື່ນແລະບໍ່ຕ້ອງຮ້ອງໃສ່ກັນ. ໃຫ້ເລືອກເພງດີໆເພື່ອຈະບໍ່ມີດົນຕີແລະເນື້ອເພງທີ່ຈະເຮັດໃຫ້ຄົນສະດຸດ.
9. ຄູ່ບ່າວສາວຄວນຄິດເຖິງຫຍັງຖ້າຈະໃຫ້ມີຄົນເວົ້າບາງຢ່າງຫຼືການສະແດງອື່ນໆໃນງານລ້ຽງ?
9 ເຈົ້າຈະໃຫ້ມີຄົນເວົ້າບາງຢ່າງ ສາຍຮູບສະໄລ້ ເປີດວິດີໂອ ຫຼືສິ່ງອື່ນໆບໍ? ສິ່ງເຫຼົ່ານີ້ມັກເຮັດໃຫ້ມື້ແຕ່ງດອງພິເສດຫຼາຍຂຶ້ນແລະໜ້າຈົດຈຳຫຼາຍຂຶ້ນ. ແຕ່ເຈົ້າຕ້ອງແນ່ໃຈວ່າສິ່ງທີ່ເຈົ້າເລືອກທີ່ຈະເຮັດເປັນສິ່ງທີ່ເສີມສ້າງ. (ຟລປ. 4:8) ໃຫ້ຖາມໂຕເອງວ່າ: ‘ມັນເປັນການສະແດງຄວາມນັບຖືຕໍ່ຄົນອື່ນບໍ? ມັນເປັນການໃຫ້ກຽດງານແຕ່ງດອງບໍ?’ ແຕ່ຄຳຖາມສຳຄັນທີ່ສຸດທີ່ເຈົ້າຕ້ອງຖາມໂຕເອງແມ່ນ ‘ມັນໃຫ້ກຽດພະເຢໂຫວາບໍ?’ ເຖິງວ່າບາງຄົນອາດຈະເວົ້າເລື່ອງຕະຫຼົກໄດ້ ແຕ່ລາວບໍ່ຄວນເວົ້າໃນສິ່ງທີ່ບໍ່ເໝາະສົມ ເຊັ່ນ: ເວົ້າໃນແບບທີ່ເຮັດໃຫ້ຄົນອື່ນຄິດກ່ຽວເລື່ອງເຊັກສ໌. (ອຟຊ. 5:3) ເຈົ້າຕ້ອງແນ່ໃຈວ່າຄົນໃນຄອບຄົວແລະໝູ່ຜູ້ທີ່ຈະເວົ້າບາງຢ່າງໃນງານແຕ່ງດອງເຂົ້າໃຈແລະສະແດງຄວາມນັບຖືຕໍ່ຄວາມຕ້ອງການຂອງເຈົ້າ.
10. ເປັນຫຍັງຄູ່ບ່າວສາວຄວນເປັນຄົນຈຽມໂຕເມື່ອວາງແຜນງານແຕ່ງດອງ? (1 ໂຢຮັນ 2:15-17)
10 ໃຫ້ຈຽມໂຕ. (ອ່ານ 1 ໂຢຮັນ 2:15-17) ພະເຢໂຫວາພໍໃຈເມື່ອຜູ້ຮັບໃຊ້ຂອງເພິ່ນພະຍາຍາມໃຫ້ກຽດເພິ່ນແທນທີ່ຈະດຶງຄວາມສົນໃຈແບບທີ່ບໍ່ເໝາະສົມມາໃສ່ໂຕເອງ. ສະນັ້ນ ຄົນທີ່ຈຽມໂຕຈະບໍ່ໃຊ້ຈ່າຍເງິນຫຼາຍໆແລະ “ໂອ້ອວດ.” ເຈົ້າຈະໄດ້ຮັບປະໂຫຍດຫຍັງຈາກການຈັດງານແຕ່ງດອງແບບຮຽບງ່າຍ? ຂໍໃຫ້ເບິ່ງຕົວຢ່າງຂອງພີ່ນ້ອງຊາຍທີ່ຊື່ໄມ້ຈາກປະເທດນໍເວ. ລາວເວົ້າວ່າ: “ເຮົາບໍ່ໄດ້ຕິດໜີ້ໃຜແລະສາມາດເປັນໄພໂອເນຍຕໍ່ໄປ. ງານແຕ່ງດອງຂອງເຮົາຮຽບງ່າຍ ແຕ່ກໍບໍ່ໄດ້ຂີ້ຮ້າຍ ແລະຍັງເປັນຕາໜ້າຈົດຈຳ.” ທາບີທາພີ່ນ້ອງຍິງຈາກປະເທດອິນເດຍເວົ້າວ່າ: “ເຮົາບໍ່ຕ້ອງເຄັ່ງຕຶງຫຼາຍ. ການຈັດງານແຕ່ງດອງແບບຮຽບງ່າຍເຮັດໃຫ້ເຮົາບໍ່ຕ້ອງວາງແຜນຫຼາຍແລະບໍ່ຕ້ອງຂັດແຍ່ງກັນຫຼາຍ.”
ບໍ່ວ່າເຮົາຈະອາໄສຢູ່ໃສ ງານແຕ່ງດອງຂອງເຮົາຄວນເປັນແບບຮຽບງ່າຍ ດູດີ ແລະເປັນຕາໜ້າຈົດຈຳ (ເບິ່ງຂໍ້ 10-11)
11. ເຄື່ອງນຸ່ງແລະການແຕ່ງໂຕຂອງເຈົ້າບ່າວແລະເຈົ້າສາວສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າເປັນຄົນຈຽມໂຕ? (ເບິ່ງຮູບນຳ)
11 ເຈົ້າຕັດສິນໃຈແລ້ວບໍວ່າຈະນຸ່ງເຄື່ອງແບບໃດ? ແນ່ນອນວ່າເຈົ້າຢາກໃຫ້ໂຕເອງງາມທີ່ສຸດໃນມື້ທີ່ແຕ່ງດອງ. ແມ່ນແຕ່ໃນສະໄໝທີ່ຂຽນຄຳພີໄບເບິນ ເຈົ້າບ່າວກັບເຈົ້າສາວກໍໃສ່ໃຈໃນເລື່ອງນີ້. (ອຊຢ. 61:10) ເຄື່ອງທີ່ເຈົ້ານຸ່ງໃນມື້ນັ້ນອາດຕ່າງຈາກເຄື່ອງທີ່ເຈົ້ານຸ່ງໃນໂອກາດອື່ນໆ ແຕ່ມັນກໍຄວນເປັນໃນແບບທີ່ເໝາະສົມ. (1ຕມ. 2:9) ຢ່າໃຫ້ເຄື່ອງນຸ່ງແລະການແຕ່ງໂຕກາຍເປັນສິ່ງທີ່ສຳຄັນທີ່ສຸດໃນມື້ທີ່ເຈົ້າແຕ່ງດອງ ແຕ່ມື້ນັ້ນຄວນເປັນການໃຫ້ກຽດພະເຢໂຫວາ.—1ປຕ. 3:3, 4
12. ເປັນຫຍັງຄູ່ບ່າວສາວຄວນປະຕິເສດປະເພນີຕ່າງໆກ່ຽວກັບງານແຕ່ງດອງທີ່ຂັດກັບຫຼັກການໃນຄຳພີໄບເບິນ?
12 ໃຫ້ຫຼີກລ່ຽງປະເພນີທ້ອງຖິ່ນທີ່ຂັດກັບຫຼັກການໃນຄຳພີໄບເບິນ. (ພນມ. 18:4) ງານແຕ່ງດອງໃນໂລກທຸກມື້ນີ້ມັກມີປະເພນີຕ່າງໆທີ່ກ່ຽວຂ້ອງກັບສາສະໜາປອມ ລັດທິຜີປີສາດ ແລະການເຊື່ອຖືໂຊກລາງ. ພະເຢໂຫວາເຕືອນເຮົາແຈ້ງໆວ່າໃຫ້ຢູ່ໄກໆຈາກສິ່ງເຫຼົ່ານີ້ທີ່ບໍ່ສະອາດ. (2ກຣ. 6:14-17) ຖ້າໃນບ່ອນທີ່ເຈົ້າຢູ່ມີປະເພນີຫຼືວັດທະນະທຳບາງຢ່າງທີ່ໜ້າສົງໄສ ໃຫ້ຄົ້ນເບິ່ງວ່າຕົ້ນກຳເນີດມັນມາຈາກໃສ ແລະມີຫຼັກການຫຍັງແດ່ໃນຄຳພີໄບເບິນທີ່ໃຊ້ກັບເລື່ອງນີ້ກ່ອນທີ່ເຈົ້າຈະຕັດສິນໃຈວ່າຈະໃຫ້ມີສິ່ງເຫຼົ່ານັ້ນໃນງານແຕ່ງດອງຂອງເຈົ້າຫຼືບໍ່.
13. ເຈົ້າບ່າວເຈົ້າສາວຈະຮຽນແບບຄວາມຄິດຂອງພະເຢໂຫວາແນວໃດໃນການຮັບເອົາສິ່ງທີ່ຄົນອື່ນເອົາໃຫ້?
13 ໃນບ່ອນທີ່ເຈົ້າຢູ່ເປັນທຳນຽມບໍທີ່ແຂກຈະເອົາເງິນໃສ່ຊອງໃຫ້ເຈົ້າບ່າວເຈົ້າສາວ? ເງິນທີ່ເຂົາເຈົ້າໃສ່ຊອງອາດຂຶ້ນກັບສະພາບທາງການເງິນຂອງເຂົາເຈົ້າ. ແນ່ນອນວ່າຄລິດສະຕຽນຖືກກະຕຸ້ນໃຫ້ເປັນຝ່າຍໃຫ້ ແລະມັນເຮັດໃຫ້ເຂົາເຈົ້າມີຄວາມສຸກທີ່ໄດ້ເຮັດແບບນັ້ນ. (ສພສ. 11:25; ກຈກ. 20:35) ແຕ່ເຮົາບໍ່ຢາກໃຫ້ແຂກທີ່ເຮົາເຊີນຮູ້ສຶກວ່າເປັນສິ່ງທີ່ເຂົາເຈົ້າຕ້ອງເຮັດ ແລະເຮົາກໍບໍ່ຢາກໃຫ້ເຂົາເຈົ້າຮູ້ສຶກວ່າເຮົາບໍ່ເຫັນຄ່າເງິນຈຳນວນໜ້ອຍທີ່ເຂົາເຈົ້າໃສ່ຊອງໃຫ້. ເຮົາຮຽນແບບພະເຢໂຫວາໂດຍເປັນຄົນຮູ້ຄ່າໃນທຸກສິ່ງທີ່ຄົນອື່ນເອົາໃຫ້ເຮົາຕາມທີ່ເຂົາເຈົ້າຕັ້ງໃຈໄວ້ແລະໃຫ້ຈາກໃຈ.—2ກຣ. 9:7
ຫຼີກລ່ຽງແລະເອົາຊະນະບັນຫາຕ່າງໆ
14. ຄູ່ບ່າວສາວບາງຄູ່ເຈິບັນຫາຫຍັງ?
14 ເຈົ້າອາດເຈິບັນຫາບາງຢ່າງຕອນທີ່ວາງແຜນງານແຕ່ງດອງໃນແບບທີ່ໃຫ້ກຽດພະເຢໂຫວາ. ຕົວຢ່າງເຊັ່ນ: ເຈົ້າອາດຮູ້ສຶກວ່າຍາກທີ່ຈະເຮັດດອງແບບຮຽບງ່າຍ. ພີ່ນ້ອງຊາລີທີ່ຢູ່ໝູ່ເກາະໂຊໂລມອນເວົ້າວ່າ: “ມັນຍາກອີ່ຫຼີທີ່ຈະຕັດສິນໃຈວ່າຈະເຊີນໃຜແລະບໍ່ເຊີນໃຜ. ເຮົາມີໝູ່ຫຼາຍແລະຕາມວັດທະນະທຳຂອງເຮົາ ທຸກຄົນຄາດໝາຍວ່າຈະຖືກເຊີນ.” ທາບີທາທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ໃນບ່ອນທີ່ຂ້ອຍຢູ່ ການຈັດງານລ້ຽງໃຫຍ່ໆເປັນເລື່ອງປົກກະຕິທີ່ຄົນມັກເຮັດ. ມັນຕ້ອງໃຊ້ເວລາທີ່ພໍ່ແມ່ຈະຍອມຮັບການຕັດສິນໃຈຂອງເຮົາທີ່ຈະເຊີນແຕ່ປະມານ 100 ຄົນ.” ພີ່ນ້ອງຊາຣາຈາກປະເທດອິນເດຍເວົ້າວ່າ: “ບາງຄົນມັກເນັ້ນເລື່ອງຖານະທາງສັງຄົມ. ພວກພີ່ນ້ອງຂອງຂ້ອຍຈັດງານແຕ່ງດອງແບບຫຼູຫຼາອະລັງການ. ສະນັ້ນ ຂ້ອຍຈຶ່ງຮູ້ສຶກຖືກກົດດັນວ່າຕ້ອງຈັດງານແບບຫຼູຫຼາອະລັງການກວ່າອີກ.” ອັນໃດຈະຊ່ວຍເຈົ້າໃຫ້ເອົາຊະນະບັນຫາເຫຼົ່ານີ້ແລະບັນຫາອື່ນໆ?
15. ເປັນຫຍັງການອະທິດຖານຈຶ່ງເປັນສິ່ງສຳຄັນໃນການວາງແຜນເລື່ອງງານແຕ່ງດອງ?
15 ໃຫ້ອະທິດຖານກ່ຽວກັບການວາງແຜນເລື່ອງງານແຕ່ງດອງຂອງເຈົ້າ. ໃຫ້ອະທິດຖານບອກພະເຢໂຫວາກ່ຽວກັບບັນຫາຕ່າງໆທີ່ເຈົ້າກຳລັງເຈິຫຼືເລື່ອງຕ່າງໆທີ່ເຮັດໃຫ້ເຈົ້າອຸກໃຈ. (ຟລປ. 4:6, 7) ເຈົ້າສາມາດອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ຕັດສິນໃຈຢ່າງຖືກຕ້ອງ ໃຫ້ໃຈເຢັນໆເມື່ອຮູ້ສຶກກັງວົນ ແລະໃຫ້ມີຄວາມກ້າທີ່ຈະເວົ້າໃນສິ່ງທີ່ເຈົ້າຢາກເຮັດ. (1ປຕ. 5:7) ເຈົ້າຈະໄວ້ວາງໃຈພະເຢໂຫວາຫຼາຍຂຶ້ນເມື່ອເຈົ້າເຫັນເພິ່ນຕອບຄຳອະທິດຖານຂອງເຈົ້າ. ທາບີທາທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ຂ້ອຍກັບຄູ່ໝັ້ນກັງວົນວ່າຈະມີເລື່ອງທີ່ເຮົາບໍ່ເຫັນດີນຳກັນແລະບໍ່ເຫັນດີນຳຄອບຄົວຂອງເຮົາ. ສະນັ້ນ ທຸກເທື່ອທີ່ເຮົາລົມກັນກ່ຽວກັບການວາງແຜນເລື່ອງງານແຕ່ງດອງ ເຮົາຈະເລີ່ມຕົ້ນດ້ວຍການອະທິດຖານ. ເຮົາຮູ້ສຶກໄດ້ວ່າພະເຢໂຫວາຊ່ວຍເຮົາແທ້ໆແລະເຮັດໃຫ້ເຮົາລົມກັນໃນບັນຍາກາດທີ່ດີ.”
16-17. ການລົມກັນຊ່ວຍແນວໃດເມື່ອວາງແຜນງານແຕ່ງດອງ?
16 ລົມກັນໃຫ້ຈະແຈ້ງແລະສະແດງຄວາມນັບຖື. (ສພສ. 15:22) ເຈົ້າຈະຕ້ອງຕັດສິນໃຈໃນເລື່ອງຕ່າງໆກ່ຽວກັບການແຕ່ງດອງແບບເປັນຄູ່ເຊິ່ງລວມເຖິງການຕັດສິນໃຈວ່າຈະຈັດມື້ໃດ ງົບປະມານສ່ຳໃດ ຈະເຊີນໃຜແດ່ ແລະເລື່ອງອື່ນໆອີກ. ກ່ອນຕັດສິນໃຈ ໃຫ້ເບິ່ງນຳກັນວ່າມີທາງເລືອກແບບໃດແດ່ ແລະໃຫ້ລົມກັນວ່າມີຫຼັກການຫຍັງແດ່ໃນຄຳພີໄບເບິນທີ່ໃຊ້ໄດ້ລວມທັງຄຳແນະນຳຕ່າງໆຈາກພີ່ນ້ອງທີ່ເປັນຜູ້ໃຫຍ່ແລະມີປະສົບການ. ເມື່ອພວກເຈົ້າລົມກັນແລະລົມກັບຄົນໃນຄອບຄົວວ່າພວກເຈົ້າທັງສອງມັກແບບໃດ ໃຫ້ລົມກັນດີໆ ມີເຫດຜົນ ແລະພ້ອມທີ່ຈະປັບປ່ຽນ. ຕົວຢ່າງເຊັ່ນ: ຖ້າພໍ່ແມ່ຢາກໃຫ້ພວກເຈົ້າເຮັດບາງຢ່າງໃນມື້ແຕ່ງດອງທີ່ເບິ່ງຄືວ່າມີເຫດຜົນທີ່ຈະເຮັດໄດ້ ໃຫ້ພະຍາຍາມໃຫ້ກຽດພວກເພິ່ນແລະເຮັດຕາມທີ່ພວກເພິ່ນຂໍຍ້ອນມື້ນັ້ນກໍເປັນມື້ທີ່ພິເສດສຳລັບພວກເພິ່ນຄືກັນ. ຖ້າເຈົ້າເຮັດບໍ່ໄດ້ຕາມທີ່ພໍ່ແມ່ຂໍ ໃຫ້ອະທິບາຍເຫດຜົນໃຫ້ພວກເພິ່ນຟັງດີໆແລະໃນແບບທີ່ສະແດງເຖິງຄວາມຮັກວ່າເປັນຫຍັງພວກເຈົ້າຈຶ່ງເຮັດບໍ່ໄດ້. (ກລຊ. 4:6) ອະທິບາຍໃຫ້ຄົນໃນຄອບຄົວເຂົ້າໃຈແຈ້ງວ່າ ເປົ້າໝາຍຫຼັກຂອງພວກເຈົ້າແມ່ນຢາກໃຫ້ງານແຕ່ງດອງເປັນໂອກາດທີ່ມີຄວາມສຸກເຊິ່ງໃຫ້ກຽດພະເຢໂຫວາ.
17 ການອະທິບາຍໃຫ້ພໍ່ແມ່ຟັງວ່າເຈົ້າຈະຈັດງານແຕ່ງດອງແບບໃດອາດຈະຍາກເປັນພິເສດຖ້າເຂົາເຈົ້າບໍ່ແມ່ນພະຍານພະເຢໂຫວາ ແຕ່ເຈົ້າກໍສາມາດເຮັດໄດ້. ພີ່ນ້ອງຊາຍຊື່ຊັນໂທດສ໌ທີ່ຢູ່ປະເທດອິນເດຍເວົ້າວ່າ: “ພໍ່ແມ່ຂອງເຮົາຢາກໃຫ້ມີພິທີກຳຕ່າງໆຂອງສາສະໜາຮິນດູລວມຢູ່ນຳ. ຂ້ອຍກັບຄູ່ໝັ້ນໃຊ້ເວລາດົນເຕີບເພື່ອອະທິບາຍການຕັດສິນໃຈຂອງເຮົາໃຫ້ພວກເພິ່ນຟັງ. ເຮົາສອງຄົນຕົກລົງທີ່ຈະປັບປ່ຽນບາງຢ່າງທີ່ເຮົາຮູ້ສຶກວ່າເຮັດໄດ້ໂດຍທີ່ບໍ່ໄດ້ເຮັດໃຫ້ພະເຢໂຫວາບໍ່ພໍໃຈ. ຕົວຢ່າງເຊັ່ນ: ເຮົາປ່ຽນລາຍການອາຫານຢູ່ງານລ້ຽງຕາມທີ່ພໍ່ແມ່ມັກ ແລະຕັດສິນໃຈທີ່ຈະບໍ່ໃຫ້ມີການຮ້ອງເພງຫຼືການເຕັ້ນຍ້ອນພໍ່ແມ່ບໍ່ລຶ້ງກັບເລື່ອງແບບນີ້.”
18. ອັນໃດຈະຊ່ວຍເຈົ້າໃຫ້ແນ່ໃຈວ່າງານແຕ່ງດອງຈະເປັນໄປດ້ວຍດີ? (1 ໂກຣິນໂທ 14:40) (ເບິ່ງຮູບນຳ)
18 ວາງແຜນດີໆ. ການວາງແຜນດີໆຈະຊ່ວຍເຈົ້າບໍ່ໃຫ້ຮູ້ສຶກເຄັ່ງຕຶງຫຼາຍໃນມື້ດອງ. (ອ່ານ 1 ໂກຣິນໂທ 14:40) ພີ່ນ້ອງຊາຍຊື່ເວນທີ່ຢູ່ປະເທດໄຕ້ຫວັນເວົ້າວ່າ: “ສອງສາມມື້ກ່ອນທີ່ຈະຮອດມື້ແຕ່ງດອງ ເຮົາມີປະຊຸມນ້ອຍໆກັບຜູ້ທີ່ຈະຊ່ວຍເຮົາໃນມື້ນັ້ນ. ເຮົາລົມກັນກ່ຽວກັບແຜນຕ່າງໆຂອງງານດອງທີ່ຈະຈັດຢູ່ຫໍປະຊຸມແລະຊ້ອມບາງຢ່າງນຳກັນເພື່ອແນ່ໃຈວ່າງານຈະເປັນໄປດ້ວຍດີ.” ເພື່ອໃຫ້ກຽດແຂກທີ່ເຂົ້າຮ່ວມ ໃຫ້ພະຍາຍາມເຮັດສິ່ງຕ່າງໆກົງເວລາ.
ການວາງແຜນດີໆກ່ອນງານແຕ່ງດອງຈະເຮັດໃຫ້ທຸກຢ່າງເປັນໄປດ້ວຍດີ (ເບິ່ງຂໍ້ 18)
19. ອັນໃດຈະຊ່ວຍເຈົ້າໃຫ້ຄວບຄຸມສິ່ງທີ່ຈະເກີດຂຶ້ນໃນງານລ້ຽງ?
19 ເຈົ້າຫຼີກລ່ຽງບັນຫາຫຼາຍຢ່າງໄດ້ຖ້າຄິດໄວ້ລ່ວງໜ້າ. (ສພສ. 22:3) ຕົວຢ່າງເຊັ່ນ: ຖ້າໃນບ່ອນທີ່ເຈົ້າຢູ່ເປັນເລື່ອງປົກກະຕິທີ່ຄົນທີ່ບໍ່ໄດ້ຖືກເຊີນຈະມາຮ່ວມງານລ້ຽງ. ໃຫ້ຄິດເບິ່ງວ່າເຈົ້າຈະເຮັດແນວໃດເພື່ອບໍ່ໃຫ້ເລື່ອງນີ້ເກີດຂຶ້ນ. ໃຫ້ບອກຍາດຕິພີ່ນ້ອງທີ່ບໍ່ແມ່ນພະຍານພະເຢໂຫວາກ່ຽວກັບສິ່ງທີ່ເຈົ້າຈະບໍ່ເຮັດໃນງານແຕ່ງດອງ ແລະອະທິບາຍໃຫ້ເຂົາເຈົ້າຟັງເລື່ອງທັດສະນະຂອງເຈົ້າກ່ຽວກັບປະເພນີບາງຢ່າງເລື່ອງການແຕ່ງດອງ. ເຈົ້າອາດໃຫ້ເຂົາເຈົ້າເບິ່ງບົດຄວາມ “ພະຍານພະເຢໂຫວາຈັດງານແຕ່ງດອງແນວໃດ?” ໃນເວັບໄຊ jw.org. ເພື່ອຈະຊ່ວຍເຈົ້າໃຫ້ຄວບຄຸມສິ່ງທີ່ຈະເກີດຂຶ້ນໃນງານລ້ຽງ ເຈົ້າອາດຈະຂໍພີ່ນ້ອງຊາຍຜູ້ໜຶ່ງທີ່ເຈົ້າໄວ້ໃຈໃຫ້ເປັນ “ຜູ້ເບິ່ງແຍງງານລ້ຽງ.” (ຢຮ. 2:8) ຖ້າເຈົ້າບອກໃຫ້ລາວຮູ້ວ່າແຜນຂອງງານລ້ຽງເປັນແນວໃດ ລາວກໍຈະຊ່ວຍເຮັດໃຫ້ງານລ້ຽງເປັນຕາໜ້ານັບຖືແລະເປັນຕາມທີ່ເຈົ້າວາງແຜນໄວ້.
20. ຄູ່ບ່າວສາວຄວນຈື່ຫຍັງໄວ້ກ່ຽວກັບການແຕ່ງດອງຂອງເຂົາເຈົ້າ?
20 ເຈົ້າອາດຮູ້ສຶກເຄັ່ງຕຶງເມື່ອຄິດເຖິງເລື່ອງຕ່າງໆທີ່ກ່ຽວຂ້ອງກັບການວາງແຜນເລື່ອງງານແຕ່ງດອງຂອງເຈົ້າ. ແຕ່ຂໍໃຫ້ຈື່ໄວ້ວ່າງານແຕ່ງດອງຂອງເຈົ້າພຽງແຕ່ມື້ດຽວເທົ່ານັ້ນ. ມັນເປັນມື້ທຳອິດທີ່ພວກເຈົ້າຈະໃຊ້ຊີວິດໃນການຮັບໃຊ້ພະເຢໂຫວານຳກັນ. ໃຫ້ພະຍາຍາມເຕັມທີທີ່ຈະໃຫ້ງານແຕ່ງດອງເປັນແບບຮຽບງ່າຍແລະໃຫ້ກຽດພະເຢໂຫວາ. ໃຫ້ໄວ້ວາງໃຈພະເຢໂຫວາ. ເມື່ອໃຫ້ພະເຢໂຫວາຊີ້ນຳ ເຈົ້າຈະສາມາດຈັດງານແຕ່ງດອງທີ່ເຈົ້າຈະເບິ່ງຄືນຫຼັງແລ້ວເຮັດໃຫ້ມີຄວາມສຸກ ມີຄວາມຊົງຈຳທີ່ດີ ແລະບໍ່ເສຍໃຈເລີຍ.—ພສ. 37:3, 4
ເພງທີ 107 ພະເຈົ້າເປັນແບບຢ່າງຂອງຄວາມຮັກ
a ການອະທິບາຍຄຳສັບ: ໃນຫຼາຍວັດທະນະທຳ ການແຕ່ງດອງອາດລວມເຖິງການມີຄຳບັນລະຍາຍການແຕ່ງດອງ ການແລກແຫວນ ການທີ່ເຈົ້າບ່າວເຈົ້າສາວປະຕິຍານຕໍ່ພະເຈົ້າແລະຕໍ່ກັນວ່າເຂົາເຈົ້າຈະຢູ່ນຳກັນຕະຫຼອດໄປ ແລະການຈັດງານລ້ຽງ. ແຕ່ໃນບາງວັດທະນະທຳ ເຈົ້າບ່າວເຈົ້າສາວອາດເລືອກທີ່ຈະເຮັດບາງຢ່າງທີ່ເວົ້າມານີ້ຫຼືອາດຈະບໍ່ເຮັດຈັກຢ່າງເລີຍໃນງານແຕ່ງດອງຂອງເຂົາເຈົ້າ. ແຕ່ເຖິງຈະເປັນແນວນັ້ນ ເຈົ້າບ່າວເຈົ້າສາວຍັງຈະໄດ້ຮັບປະໂຫຍດຈາກການເບິ່ງຫຼັກການໃນຄຳພີໄບເບິນສຳລັບມື້ທີ່ເຂົາເຈົ້າແຕ່ງດອງ.
b ສຳລັບຂໍ້ມູນເພີ່ມເຕີມເລື່ອງທັດສະນະຂອງພະຍານພະເຢໂຫວາກ່ຽວກັບຂໍ້ຮຽກຮ້ອງທາງກົດໝາຍ ໃຫ້ເບິ່ງບົດຄວາມ “ການສົມລົດທີ່ໜ້ານັບຖືໃນສາຍຕາພະເຈົ້າແລະໃນສາຍຕາມະນຸດ” ໃນຫໍສັງເກດການ 15 ຕຸລາ 2006. (ພາສາໄທ)
c ໃຫ້ເບິ່ງວິດີໂອຂ້ອຍຄວນໃຫ້ມີເຄື່ອງດື່ມມຶນເມົາບໍ? ໃນເວັບໄຊ jw.org.