ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ມັງກອນ ໜ້າ 26-31
  • “ຈົ່ງຝາກໄວ້ແກ່ຄົນທັງຫຼາຍຜູ້ສັດຊື່”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຈົ່ງຝາກໄວ້ແກ່ຄົນທັງຫຼາຍຜູ້ສັດຊື່”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ດາວິດ​ກຽມ​ຊາໂລໂມນ​ໃຫ້​ພ້ອມ
  • ມີ​ຄວາມ​ສຸກ​ກັບ​ການ​ຝຶກ​ສອນ​ຄົນ​ອື່ນ
  • ເຫັນ​ຄຸນຄ່າ​ຄົນ​ສູງ​ອາຍຸ
  • ເຮົາ​ແຕ່​ລະ​ຄົນ​ມີ​ໜ້າ​ທີ່​ສຳຄັນ
  • ເຫັນ​ຄ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ເຫັນ​ຄ່າ​ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດ​ຊື່
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ເຈົ້າ​ເຫັນ​ຄວາມ​ຈຳເປັນ​ທີ່​ຕ້ອງ​ຝຶກ​ອົບຮົມ​ຄົນ​ອື່ນ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ມັງກອນ ໜ້າ 26-31
ພີ່​ນ້ອງ​ຊາຍ​ສູງ​ອາຍຸ​ອອກ​ຄວາມ​ຄິດ​ເຫັນ​ຢູ່​ການ​ປະຊຸມ ໄປ​ຢ້ຽມ​ບຳລຸງ​ລ້ຽງ​ກັບ​ພີ່​ນ້ອງ​ຊາຍ​ໜຸ່ມ ແລະ​ຟັງ​ຄວາມ​ຄິດ​ເຫັນ​ຈາກ​ຜູ້​ເຖົ້າ​ແກ່​ທີ່​ຍັງ​ໜຸ່ມ

“ຈົ່ງ​ຝາກ​ໄວ້​ແກ່​ຄົນ​ທັງ​ຫຼາຍ​ຜູ້​ສັດ​ຊື່”

“ຈົ່ງ​ຝາກ​ໄວ້​ແກ່​ຄົນ​ທັງ​ຫຼາຍ​ຜູ້​ສັດ​ຊື່​ທີ່​ຈະ​ຮູ້​ສອນ​ຄົນ​ອື່ນ​ໄດ້​ດ້ວຍ.”—2 ຕີໂມເຕ 2:2

ເພງ: 123, 53

ເຈົ້າ​ຈື່​ໄດ້​ບໍ?

  • ກະສັດ​ດາວິດ​ເຮັດ​ແນວ​ໃດ​ເມື່ອ​ຮູ້​ວ່າ​ລູກ​ຊາຍ​ຂອງ​ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ?

  • ເປັນ​ຫຍັງ​ຄົນ​ສູງ​ອາຍຸ​ຄວນ​ຊ່ວຍ​ຄົນ​ໜຸ່ມ​ໃຫ້​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ?

  • ເມື່ອ​ຮັບ​ເອົາ​ວຽກ​ຂອງ​ຄົນ​ສູງ​ອາຍຸ ຄົນ​ໜຸ່ມ​ຈະ​ມີ​ທັດສະນະ​ທີ່​ຖືກຕ້ອງ​ໄດ້​ແນວ​ໃດ?

1, 2. ຫຼາຍ​ຄົນ​ຄິດ​ແນວ​ໃດ​ໃນ​ເລື່ອງ​ວຽກ​ຂອງ​ເຂົາ​ເຈົ້າ?

ຫຼາຍ​ຄົນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ຈະ​ສຳຄັນ​ຫຼາຍ​ໜ້ອຍ​ສ່ຳ​ໃດ​ແມ່ນ​ຂຶ້ນ​ກັບ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ. ໃນ​ບາງ​ວັດທະນະທຳ ເມື່ອ​ພະຍາຍາມ​ຮູ້ຈັກ​ບາງ​ຄົນ ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ຖາມ​ວ່າ: “ເຈົ້າ​ເຮັດ​ວຽກ​ຫຍັງ”?

2 ບາງ​ເທື່ອ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜູ້​ຄົນ​ໂດຍ​ອີງ​ໃສ່​ວຽກ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ເວົ້າ​ເຖິງ “ມັດທາຍ​ຜູ້​ເກັບ​ພາສີ” “ຊີໂມນ​ຜູ້​ຊ່າງ​ຟອກ​ໜັງ” ແລະ ‘ລືກາ​ຜູ້​ເປັນ​ທ່ານ​ໝໍ​ທີ່​ຮັກ.’ (ມັດທາຍ 10:3; ກິດຈະການ 10:6; ໂກໂລດ 4:14) ບາງ​ຄັ້ງ​ຄຳພີ​ໄບເບິນ​ກໍ​ກ່າວ​ເຖິງ​ວຽກ​ມອບ​ໝາຍ​ຂອງ​ຜູ້​ຄົນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ໃຫ້​ຄິດ​ເຖິງ​ກະສັດ​ດາວິດ ຜູ້​ພະຍາກອນ​ເອລີຢາ ແລະ​ອັກຄະສາວົກ​ໂປໂລ. ຄົນ​ເຫຼົ່າ​ນີ້​ເຫັນ​ຄຸນຄ່າ​ວຽກ​ມອບ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ເຂົາ​ເຈົ້າ. ເຮົາ​ກໍ​ເຊັ່ນ​ກັນ​ຄວນ​ເຫັນ​ຄຸນຄ່າ​ວຽກ​ມອບ​ໝາຍ​ທີ່​ເຮົາ​ໄດ້​ຮັບ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.

3. ເປັນ​ຫຍັງ​ຄົນ​ສູງ​ອາຍຸ​ຕ້ອງ​ຝຶກ​ສອນ​ຄົນ​ໜຸ່ມ? (ເບິ່ງ​ຮູບ​ທຳອິດ)

3 ເຮົາ​ຮັກ​ການ​ຮັບໃຊ້​ພະ​ເຢໂຫວາ​ແລະ​ເຫັນ​ຄຸນຄ່າ​ວຽກ​ມອບ​ໝາຍ​ຂອງ​ເຮົາ. ພວກ​ເຮົາ​ຫຼາຍ​ຄົນ​ມີ​ຄວາມ​ສຸກ​ຫຼາຍ​ໃນ​ການ​ເຮັດ​ວຽກ​ຈົນ​ຫວັງ​ໄວ້​ວ່າ​ຈະ​ເຮັດ​ວຽກ​ນີ້​ຕໍ່​ໄປ​ໃຫ້​ດົນ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ແຕ່​ໜ້າ​ເສົ້າໃຈ ເມື່ອ​ເຖົ້າ​ແກ່​ລົງ​ຄົນ​ເຮົາ​ບໍ່​ສາມາດ​ເຮັດ​ທຸກ​ຢ່າງ​ແບບ​ທີ່​ເຄີຍ​ເຮັດ​ຕອນ​ຍັງ​ໜຸ່ມ. (ຜູ້​ເທສະໜາ​ປ່າວ​ປະກາດ 1:4) ສິ່ງ​ນີ້​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ທຸກ​ມື້​ນີ້​ວຽກ​ປະກາດ​ກຳລັງ​ເຕີບໂຕ ແລະ​ອົງການ​ຂອງ​ພະ​ເຢໂຫວາ​ກຳລັງ​ໃຊ້​ເຕັກໂນໂລຊີ​ທີ່​ທັນ​ສະໄໝ​ເພື່ອ​ໃຫ້​ຂ່າວ​ດີ​ໄປ​ເຖິງ​ຜູ້​ຄົນ​ຫຼາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້. ແຕ່​ບາງ​ເທື່ອ​ກໍ​ເປັນ​ເລື່ອງ​ຍາກ​ສຳລັບ​ຄົນ​ສູງ​ອາຍຸ​ທີ່​ຈະ​ຮຽນ​ຮູ້​ການ​ເຮັດ​ສິ່ງ​ໃໝ່ໆ. (ລືກາ 5:39) ນອກ​ຈາກ​ນັ້ນ​ກໍ​ຍັງເປັນ​ເລື່ອງ​ປົກກະຕິ​ທີ່​ຄົນ​ເຮົາ​ຈະ​ສູນ​ເສຍ​ກຳລັງ​ແລະ​ເຫື່ອ​ແຮງ​ເມື່ອ​ເຖົ້າ​ແກ່​ລົງ. (ສຸພາສິດ 20:29) ດັ່ງ​ນັ້ນ ເມື່ອ​ຄົນ​ສູງ​ອາຍຸ​ຝຶກ​ສອນ​ຄົນ​ໜຸ່ມ​ໃຫ້​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ​ໃນ​ອົງການ​ຂອງ​ພະ​ເຢໂຫວາ ນັ້ນ​ຈຶ່ງ​ເປັນ​ການ​ສະແດງ​ຄວາມ​ຮັກ​ແລະ​ເປັນ​ສິ່ງ​ທີ່​ເໝາະ​ສົມ.—ອ່ານ​ຄຳເພງ 71:18

4. ເປັນ​ຫຍັງ​ຈຶ່ງ​ຍາກ​ສຳລັບ​ບາງ​ຄົນ​ທີ່​ຈະ​ມອບ​ສິດ​ອຳນາດ​ໃຫ້​ຄົນ​ອື່ນ? (ເບິ່ງ​ຂອບ “ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ມອບ​ສິດ​ອຳນາດ​ໃຫ້​ຄົນ​ອື່ນ”)

4 ບໍ່​ງ່າຍ​ສະເໝີ​ໄປ​ທີ່​ຄົນ​ສູງ​ອາຍຸ​ຈະ​ມອບ​ສິດ​ອຳນາດ​ໃຫ້​ກັບ​ຄົນ​ໜຸ່ມ ເພາະ​ນັ້ນ​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ເສົ້າໃຈ​ເມື່ອ​ຄິດ​ເຖິງ​ການ​ສູນ​ເສຍ​ວຽກ​ມອບ​ໝາຍ​ທີ່​ຕົວ​ເອງ​ຮັກ​ຫຼາຍ. ມັນ​ຍັງ​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ເສຍໃຈ​ເມື່ອ​ຄິດ​ວ່າ​ຕ້ອງ​ເຊົາ​ເຮັດ​ວຽກ​ພິເສດ​ທີ່​ຕົວ​ເອງ​ມັກ​ເຮັດ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ອາດ​ກັງວົນ​ວ່າ​ຖ້າ​ບໍ່​ໄດ້​ຊີ້​ນຳ​ວຽກ​ນັ້ນ ມັນ​ຈະ​ອອກ​ມາ​ບໍ່​ດີ. ບາງ​ເທື່ອ​ຄົນ​ສູງ​ອາຍຸ​ກໍ​ຮູ້ສຶກ​ວ່າ​ບໍ່​ມີ​ເວລາ​ຝຶກ​ສອນ​ຄົນ​ອື່ນ. ໃນ​ຂະນະ​ດຽວ​ກັນ ຄົນ​ໜຸ່ມ​ກໍ​ຕ້ອງ​ອົດ​ທົນ​ເມື່ອ​ບໍ່​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ.

5. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ແດ່?

5 ດັ່ງ​ນັ້ນ ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຄົນ​ສູງ​ອາຍຸ​ຈະ​ຊ່ວຍ​ຄົນ​ໜຸ່ມ​ໃຫ້​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ? ເຂົາ​ເຈົ້າ​ຈະ​ເຮັດ​ເຊັ່ນ​ນີ້​ໄດ້​ແນວ​ໃດ? (2 ຕີໂມເຕ 2:2) ເປັນ​ຫຍັງ​ຄົນ​ໜຸ່ມ​ຕ້ອງ​ມີ​ທັດສະນະ​ທີ່​ຖືກຕ້ອງ​ເມື່ອ​ເຮັດ​ວຽກ​ຮ່ວມ​ກັບ​ຄົນ​ສູງ​ອາຍຸ​ເຊິ່ງ​ມີ​ປະສົບການ​ຫຼາຍ​ກວ່າ​ແລະ​ຮຽນ​ຮູ້​ຈາກ​ເຂົາ​ເຈົ້າ? ເພື່ອ​ເລີ່ມ​ຕົ້ນ ໃຫ້​ເຮົາ​ເບິ່ງ​ວິທີ​ທີ່​ກະສັດ​ດາວິດ​ກຽມ​ຊາໂລໂມນ​ສຳລັບ​ວຽກ​ທີ່​ສຳຄັນ​ຫຼາຍ.

ດາວິດ​ກຽມ​ຊາໂລໂມນ​ໃຫ້​ພ້ອມ

6. ກະສັດ​ດາວິດ​ຢາກ​ເຮັດ​ຫຍັງ? ພະ​ເຢໂຫວາ​ບອກ​ລາວ​ວ່າ​ແນວ​ໃດ?

6 ເປັນ​ເວລາ​ຫຼາຍ​ປີ​ທີ່​ດາວິດ​ຖືກ​ໄລ່​ຂ້າ​ແລະ​ຕ້ອງ​ໜີ​ຈາກ​ບ່ອນ​ໜຶ່ງ​ໄປ​ອີກ​ບ່ອນ​ໜຶ່ງ. ແຕ່​ຫຼັງ​ຈາກ​ທີ່​ໄດ້​ເປັນ​ກະສັດ ລາວ​ກໍ​ອາໄສ​ຢູ່​ໃນ​ພະ​ລາຊະວັງ​ທີ່​ສະດວກ​ສະບາຍ. ດັ່ງ​ນັ້ນ ລາວ​ຈຶ່ງ​ບອກ​ຜູ້​ພະຍາກອນ​ນາທານ​ວ່າ: ‘ເຮົາ​ຢູ່​ໃນ​ວັງ​ທີ່​ສ້າງ​ດ້ວຍ​ໄມ້​ສົນ​ສີ​ດາ ແຕ່​ຫີບ​ສັນຍາ​ຂອງ​ພະເຈົ້າ​ຍັງ​ຖືກ​ຮັກສາ​ໄວ້​ຢູ່​ໃນ​ເຕັນ, ທ.ປ.’ ດາວິດ​ຢາກ​ສ້າງ​ວິຫານ​ທີ່​ງົດງາມ​ສຳລັບ​ພະ​ເຢໂຫວາ ແລະ​ນາທານ​ກໍ​ບອກ​ລາວ​ວ່າ: ‘ເຊີນ​ທ່ານ​ກະທຳ​ຕາມ​ທີ່​ຢູ່​ໃນ​ໃຈ​ທ່ານ ເຫດ​ວ່າ​ພະເຈົ້າ​ສະຖິດ​ຢູ່​ຝ່າຍ​ທ່ານ.’ ແຕ່​ພະ​ເຢໂຫວາ​ບໍ່​ຕ້ອງການ​ໃຫ້​ດາວິດ​ເປັນ​ຜູ້​ສ້າງ ດັ່ງ​ນັ້ນ ພະອົງ​ຈຶ່ງ​ບອກ​ນາທານ​ໃຫ້​ເວົ້າ​ກັບ​ດາວິດ​ວ່າ: “ເຈົ້າ​ຈະ​ບໍ່​ໄດ້​ເປັນ​ຄົນ​ສ້າງ​ວິຫານ​ໃຫ້​ເຮົາ, ລ.ມ.” ເຖິງ​ວ່າ​ພະ​ເຢໂຫວາ​ສັນຍາ​ກັບ​ດາວິດ​ວ່າ​ຈະ​ອວຍ​ພອນ​ລາວ​ຕໍ່​ໄປ. ດາວິດ​ໄດ້​ເຂົ້າ​ໃຈ​ວ່າ​ຊາໂລໂມນ​ລູກ​ຊາຍ​ຂອງ​ລາວ​ຈະ​ເປັນ​ຄົນ​ສ້າງ​ວິຫານ. ດາວິດ​ມີ​ທ່າທີ​ແນວ​ໃດ​ຕໍ່​ເລື່ອງ​ນີ້?—1 ຂ່າວຄາວ 17:1-4, 8, 11, 12; 29:1

7. ດາວິດ​ມີ​ທ່າທີ​ແນວ​ໃດ​ຕໍ່​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ?

7 ເນື່ອງ​ຈາກ​ດາວິດ​ຢາກ​ສ້າງ​ວິຫານ​ສຳລັບ​ພະ​ເຢໂຫວາ​ແທ້ໆ ດັ່ງ​ນັ້ນ ລາວ​ອາດ​ຜິດ​ຫວັງ​ຫຼາຍ. ແຕ່​ດາວິດ​ກໍ​ສະໜັບສະໜູນ​ຊາໂລໂມນ​ຢ່າງ​ເຕັມທີ​ໃນ​ໂຄງການ​ທີ່​ລາວ​ຈະ​ເຮັດ. ດາວິດ​ໄດ້​ຊ່ວຍ​ຈັດ​ຫາ​ຄົນ​ງານ​ແລະ​ເກັບ​ລວບລວມ​ເຫຼັກ ທອງແດງ ເງິນ ຄຳ ແລະ​ໄມ້. ລາວ​ບໍ່​ໄດ້​ກັງວົນ​ວ່າ​ໃຜ​ຈະ​ໄດ້​ຮັບ​ຄຳ​ຍ້ອງ​ຍໍ​ສຳລັບ​ການ​ສ້າງ ເຊິ່ງ​ຕໍ່​ມາ​ວິຫານ​ນັ້ນ​ເປັນ​ທີ່​ຮູ້ຈັກ​ວ່າ​ວິຫານ​ຂອງ​ຊາໂລໂມນ. ນອກ​ຈາກ​ນັ້ນ ດາວິດ​ຍັງ​ໃຫ້​ກຳລັງ​ໃຈ​ຊາໂລໂມນ​ໂດຍ​ເວົ້າ​ວ່າ: ‘ລູກ​ເອີຍ ຂໍ​ໃຫ້​ພະ​ເຢໂຫວາ​ສະຖິດ​ຢູ່​ຝ່າຍ​ເຈົ້າ​ແລະ​ໃຫ້​ເຈົ້າ​ຈຳເລີນ​ຂຶ້ນ [“ປະສົບ​ຜົນ​ສຳເລັດ,” ລ.ມ.] ແລະ​ເຈົ້າ​ຈົ່ງ​ກໍ່​ສ້າງ​ວິຫານ​ແຫ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຕາມ​ທີ່​ພະອົງ​ໄດ້​ກ່າວ​ເຖິງ​ເຈົ້າ.’—1 ຂ່າວຄາວ 22:11, 14-16

8. ເປັນ​ຫຍັງ​ດາວິດ​ອາດ​ຄິດ​ວ່າ​ຊາໂລໂມນ​ບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ສ້າງ​ວິຫານ? ແຕ່​ດາວິດ​ໄດ້​ເຮັດ​ຫຍັງ?

8 ອ່ານ 1 ຂ່າວຄາວ 22:5. ດາວິດ​ອາດ​ຮູ້ສຶກ​ວ່າ​ຊາໂລໂມນ​ຍັງ​ບໍ່​ພ້ອມ​ທີ່​ຈະ​ເຮັດ​ໂຄງການ​ທີ່​ສຳຄັນ​ນັ້ນ ເພາະ​ວິຫານ​ຕ້ອງ “ໃຫຍ່​ແທ້​ມີ​ຊື່ສຽງ​ໂດ່ງ​ດັງ [“ຍິ່ງໃຫຍ່​ແລະ​ສະຫງ່າ​ງາມ, ລ.ມ.”]” ແລະ​ຊາໂລໂມນ​ກໍ “ຍັງ​ໜຸ່ມ​ຍັງ​ອ່ອນ​ແຮງ [‘ອາຍຸ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ,’ ລ.ມ.].” ແຕ່​ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ຊາໂລໂມນ​ໃນ​ການ​ເຮັດ​ວຽກ​ນີ້​ທີ່​ສຳຄັນ. ດັ່ງ​ນັ້ນ ດາວິດ​ຈຶ່ງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ລາວ​ກະກຽມ​ສຳລັບ​ໂຄງການ​ທີ່​ຍິ່ງໃຫຍ່​ນີ້.

ມີ​ຄວາມ​ສຸກ​ກັບ​ການ​ຝຶກ​ສອນ​ຄົນ​ອື່ນ

ພີ່​ນ້ອງ​ຊາຍ​ສູງ​ອາຍຸ​ພູມ​ໃຈ​ເມື່ອ​ພີ່​ນ້ອງ​ຊາຍ​ໜຸ່ມ​ທີ່​ລາວ​ຝຶກ​ສອນ​ນຳ​ການ​ສຶກສາ​ຫໍສັງເກດການ

ເຮົາ​ມີ​ຄວາມ​ສຸກ​ເມື່ອ​ເຫັນ​ຄົນ​ໜຸ່ມ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 9)

9. ຄົນ​ສູງ​ອາຍຸ​ຈະ​ມີ​ຄວາມ​ຮູ້ສຶກ​ທີ່​ດີ​ໄດ້​ແນວ​ໃດ​ເມື່ອ​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ຄົນ​ໜຸ່ມ? ໃຫ້​ຍົກ​ຕົວຢ່າງ.

9 ຄົນ​ສູງ​ອາຍຸ​ບໍ່​ຄວນ​ຮູ້ສຶກ​ທໍ້​ໃຈ​ເມື່ອ​ຕ້ອງ​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ບາງ​ຢ່າງ​ໃຫ້​ຄົນ​ໜຸ່ມ. ເຮົາ​ທຸກ​ຄົນ​ສຳນຶກ​ວ່າ​ວຽກ​ຂອງ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ທຸກ​ມື້​ນີ້ ແລະ​ການ​ຝຶກ​ສອນ​ຄົນ​ໜຸ່ມ​ໃຫ້​ຮູ້ຈັກ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆຈະ​ຊ່ວຍ​ໃຫ້​ວຽກ​ນີ້​ສຳເລັດ. ໃຫ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້. ຕອນ​ທີ່​ຍັງ​ນ້ອຍ ເຈົ້າ​ອາດ​ເບິ່ງ​ພໍ່​ຂັບ​ລົດ ແຕ່​ເມື່ອ​ເຈົ້າ​ໃຫຍ່​ຂຶ້ນ ພໍ່​ໄດ້​ອະທິບາຍ​ໃຫ້​ຟັງ​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ກຳລັງ​ເຮັດ. ຕໍ່​ມາ​ເຈົ້າ​ມີ​ໃບ​ຂັບ​ຂີ່​ແລະ​ເລີ່ມ​ຂັບ​ລົດ​ດ້ວຍ​ຕົວ​ເອງ ແຕ່​ພໍ່​ຍັງ​ໃຫ້​ຄຳ​ແນະນຳ​ຕໍ່​ໄປ. ບາງ​ເທື່ອ​ເຈົ້າ​ກັບ​ພໍ່​ປ່ຽນ​ກັນ​ຂັບ​ລົດ ແຕ່​ເມື່ອ​ພໍ່​ເຖົ້າ​ລົງ ສ່ວນ​ຫຼາຍ​ແລ້ວ​ເຈົ້າ​ກໍ​ເປັນ​ຄົນ​ຂັບ. ພໍ່​ບໍ່​ພໍ​ໃຈ​ຕໍ່​ເຈົ້າ​ບໍ​ໃນ​ເລື່ອງ​ນີ້? ບໍ່​ແມ່ນ ເພິ່ນ​ອາດ​ດີ​ໃຈ​ຊ້ຳ​ທີ່​ເຈົ້າ​ຂັບ​ລົດ​ໃຫ້. ຄ້າຍ​ຄື​ກັນ ຄົນ​ສູງ​ອາຍຸ​ກໍ​ແຮ່ງ​ດີ​ໃຈ​ເມື່ອ​ເຫັນ​ຄົນ​ໜຸ່ມ​ທີ່​ເຂົາ​ເຈົ້າ​ຝຶກ​ສອນ​ເປັນ​ຄົນ​ທີ່​ພ້ອມ​ຈະ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ອົງການ​ຂອງ​ພະ​ເຢໂຫວາ.

10. ໂມເຊ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ກຽດຕິຍົດ​ແລະ​ການ​ມີ​ອຳນາດ?

10 ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ອິດສາ​ກ່ຽວ​ກັບ​ວຽກ​ມອບ​ໝາຍ​ຂອງ​ຄົນ​ອື່ນ. ເຮົາ​ສາມາດ​ຮຽນ​ຈາກ​ທ່າທີ​ຂອງ​ໂມເຊ​ເມື່ອ​ຊາວ​ອິດສະລາແອນ​ບາງ​ຄົນ​ເລີ່ມ​ເຮັດ​ຄື​ກັບ​ວ່າ​ເປັນ​ຜູ້​ພະຍາກອນ. (ອ່ານ​ຈົດເຊັນບັນຊີ 11:24-29) ໂຢຊວຍ​ຢາກ​ໃຫ້​ເຂົາ​ເຈົ້າ​ເຊົາ​ພະຍາກອນ ແຕ່​ໂມເຊ​ບອກ​ວ່າ: “ເຈົ້າ​ຫຶງສາ​ສຳລັບ​ຂ້ອຍ​ຫຼື? ຂໍ​ໃຫ້​ພວກ​ຂອງ​ພະ​ເຢໂຫວາ​ທັງ​ໝົດ​ເປັນ​ຜູ້​ທຳນວາຍ​ກໍ​ດີ​ກວ່າ ຂໍ​ໃຫ້​ພະ​ເຢໂຫວາ​ເອົາ​ພະ​ວິນຍານ [“ພະລັງ​ບໍລິສຸດ,” ລ.ມ.] ຂອງ​ພະອົງ​ມາ​ວາງ​ໄວ້​ເທິງ​ເຂົາ.” ໂມເຊ​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ເຂົາ​ເຈົ້າ. ແທນ​ທີ່​ຈະ​ຊອກ​ຫາ​ກຽດຕິຍົດ​ສຳລັບ​ຕົວ​ເອງ ໂມເຊ​ຢາກ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ໄດ້​ຮັບ​ວຽກ​ມອບ​ໝາຍ. ແລ້ວ​ເຮົາ​ເດ? ເຮົາ​ດີ​ໃຈ​ບໍ​ເມື່ອ​ຄົນ​ອື່ນ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ?

11. ພີ່​ນ້ອງ​ຄົນ​ໜຶ່ງ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ຄົນ​ອື່ນ?

11 ມີ​ພີ່​ນ້ອງ​ຊາຍ​ຫຼາຍ​ຄົນ​ທີ່​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ເວລາ​ຫຼາຍ​ສິບ​ປີ ແລະ​ເຂົາ​ເຈົ້າ​ໄດ້​ຝຶກ​ສອນ​ຄົນ​ໜຸ່ມ​ໃຫ້​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ: ໃຫ້​ເຮົາ​ເບິ່ງ​ເລື່ອງ​ຂອງ​ພີ່​ນ້ອງ​ປີເຕີ. ເພິ່ນ​ຮັບໃຊ້​ແບບ​ເຕັມ​ເວລາ 74 ປີ ແລະ​ໄດ້​ໃຊ້​ເວລາ 35 ປີ​ຮັບໃຊ້​ຢູ່​ສຳນັກງານ​ສາຂາ​ແຫ່ງ​ໜຶ່ງ​ໃນ​ທະວີບ​ເອີຣົບ. ເປັນ​ເວລາ​ຫຼາຍ​ປີ​ທີ່​ເພິ່ນ​ເຮັດ​ວຽກ​ເປັນ​ຜູ້​ດູ​ແລ​ພະແນກ​ການ​ຮັບໃຊ້ ແຕ່​ຕໍ່​ມາ​ພີ່​ນ້ອງ​ພໍລ​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ນີ້ ເຊິ່ງ​ລາວ​ເປັນ​ຄົນ​ໜຸ່ມ​ທີ່​ພີ່​ນ້ອງ​ປີເຕີ​ໄດ້​ຝຶກ​ສອນ. ພີ່​ນ້ອງ​ປີເຕີ​ເສຍໃຈ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ນີ້​ບໍ? ບໍ່​ເລີຍ. ລາວ​ເວົ້າ​ວ່າ: “ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ພີ່​ນ້ອງ​ທີ່​ໄດ້​ຮັບ​ການ​ຝຶກ​ສອນ​ສາມາດ​ຮັບ​ເອົາ​ວຽກ​ມອບ​ໝາຍ​ທີ່​ໃຫຍ່​ຂຶ້ນ​ແລະ​ເຂົາ​ເຈົ້າ​ກໍ​ເບິ່ງ​ແຍງ​ວຽກ​ໄດ້​ດີ​ຫຼາຍ.”

ເຫັນ​ຄຸນຄ່າ​ຄົນ​ສູງ​ອາຍຸ

12. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຣໂບອາມ?

12 ເມື່ອ​ໂຣໂບອາມ​ລູກ​ຊາຍ​ຂອງ​ຊາໂລໂມນ​ໄດ້​ເປັນ​ກະສັດ ລາວ​ໄດ້​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ສູງ​ອາຍຸ​ໃນ​ເລື່ອງ​ການ​ເຮັດ​ວຽກ​ມອບ​ໝາຍ​ໃໝ່. ແຕ່​ຕໍ່​ມາ​ລາວ​ໄດ້​ປະຕິເສດ​ຄຳ​ແນະນຳ​ຂອງ​ເຂົາ​ເຈົ້າ ແລະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຄົນ​ໜຸ່ມ​ທີ່​ໃຫຍ່​ມາ​ນຳ​ກັນ. ເລື່ອງ​ນີ້​ກໍ່​ຜົນ​ເສຍຫາຍ​ຮ້າຍແຮງ​ຫຼາຍ. (2 ຂ່າວຄາວ 10:6-11, 19) ເຮົາ​ໄດ້​ບົດຮຽນ​ຫຍັງ? ເປັນ​ເລື່ອງ​ສຸຂຸມ​ທີ່​ຈະ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ສູງ​ອາຍຸ​ແລະ​ມີ​ປະສົບການ​ຫຼາຍ​ກວ່າ​ເຮົາ. ຄົນ​ໜຸ່ມ​ບໍ່​ຄວນ​ຮູ້ສຶກ​ວ່າ​ຖືກ​ກົດ​ດັນ​ໃຫ້​ເຮັດ​ສິ່ງ​ຕ່າງໆຕາມ​ທີ່​ເຄີຍ​ເຮັດ​ຜ່ານ​ມາ. ແຕ່​ເຂົາ​ເຈົ້າ​ຄວນ​ສະແດງ​ຄວາມ​ນັບຖື​ຢ່າງ​ແທ້​ຈິງ​ຕໍ່​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ສູງ​ອາຍຸ ແລະ​ບໍ່​ຄວນ​ຟ້າວ​ຄິດ​ວ່າ​ວິທີ​ການ​ເຮັດ​ວຽກ​ຂອງ​ຄົນ​ສູງ​ອາຍຸ​ໃຊ້​ບໍ່​ໄດ້​ຜົນ.

13. ເມື່ອ​ເຮັດ​ວຽກ​ຮ່ວມ​ກັບ​ຄົນ​ສູງ​ອາຍຸ ຄົນ​ໜຸ່ມ​ຄວນ​ຈະ​ເຮັດ​ແນວ​ໃດ?

13 ບາງ​ເທື່ອ​ຄົນ​ໜຸ່ມ​ອາດ​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ເບິ່ງ​ແຍງ​ການ​ເຮັດ​ວຽກ​ຂອງ​ຄົນ​ສູງ​ອາຍຸ​ທີ່​ມີ​ປະສົບການ​ຫຼາຍ​ກວ່າ. ເປັນ​ເລື່ອງ​ສຸຂຸມ​ທີ່​ເຂົາ​ເຈົ້າ​ຈະ​ຮຽນ​ຮູ້​ຈາກ​ຄົນ​ເຫຼົ່າ​ນີ້. ໃນ​ຕົວຢ່າງ​ທີ່​ເຮົາ​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ຫຼັງ​ຈາກ​ທີ່​ພີ່​ນ້ອງ​ພໍລ​ເຮັດ​ວຽກ​ເປັນ​ຜູ້​ດູ​ແລ​ພະແນກ​ການ​ຮັບໃຊ້​ແທນ​ພີ່​ນ້ອງ​ປີເຕີ ພີ່​ນ້ອງ​ພໍລ​ເວົ້າ​ວ່າ: “ຂ້ອຍ​ໃຊ້​ເວລາ​ເພື່ອ​ຂໍ​ຄຳ​ແນະນຳ​ຈາກ​ພີ່​ນ້ອງ​ປີເຕີ ແລະ​ຂ້ອຍ​ກໍ​ສະໜັບສະໜູນ​ຄົນ​ອື່ນ​ໃຫ້​ເຮັດ​ແບບ​ດຽວ​ກັນ.”

ໂປໂລ​ໃຊ້​ເວລາ​ເພື່ອ​ສອນ​ຕີໂມເຕ ແລະ​ລາວ​ກໍ​ຮຽນ​ຮູ້​ເປັນ​ຢ່າງ​ດີ

14. ເຮົາ​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ຕີໂມເຕ​ແລະ​ໂປໂລ​ເຮັດ​ວຽກ​ນຳ​ກັນ?

14 ຕີໂມເຕ​ອາຍຸ​ນ້ອຍ​ກວ່າ​ອັກຄະສາວົກ​ໂປໂລ​ຫຼາຍ ແຕ່​ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ນຳ​ກັນ​ຫຼາຍ​ປີ. (ອ່ານ​ຟີລິບ 2:20-22) ໂປໂລ​ບອກ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ວ່າ: ‘ເຮົາ​ສົ່ງ​ຕີໂມເຕ​ໄປ​ຫາ​ພວກ​ທ່ານ ລາວ​ເປັນ​ເໝືອນ​ລູກ​ຮັກ​ຂອງ​ເຮົາ​ແລະ​ຊື່​ສັດ​ໃນ​ການ​ຮັບໃຊ້​ຜູ້​ເປັນ​ນາຍ ລາວ​ຈະ​ຊ່ວຍ​ເຕືອນ​ພວກ​ທ່ານ​ວ່າ​ເຮົາ​ຮັບໃຊ້​ພະ​ຄລິດ​ເຍຊູ​ຢ່າງ​ໃດ ເໝືອນ​ທີ່​ເຮົາ​ສອນ​ຢູ່​ໃນ​ທຸກ​ປະຊາຄົມ.’ (1 ໂກລິນໂທ 4:17, ລ.ມ.) ຈາກ​ຄຳ​ເວົ້າ​ນີ້​ເຫັນ​ໄດ້​ແຈ້ງ​ວ່າ​ໂປໂລ​ແລະ​ຕີໂມເຕ​ເຮັດ​ວຽກ​ນຳ​ກັນ​ໄດ້​ດີ​ແລະ​ສະໜັບສະໜູນ​ກັນ​ແລະ​ກັນ. ໂປໂລ​ໃຊ້​ເວລາ​ເພື່ອ​ສອນ​ຕີໂມເຕ​ວ່າ​ລາວ “ຮັບໃຊ້​ພະ​ຄລິດ​ເຍຊູ​ຢ່າງ​ໃດ” ແລະ​ຕີໂມເຕ​ກໍ​ຮຽນ​ຮູ້​ເປັນ​ຢ່າງ​ດີ. ໂປໂລ​ຮັກ​ຕີໂມເຕ​ແລະ​ໝັ້ນ​ໃຈ​ວ່າ​ລາວ​ຈະ​ເບິ່ງ​ແຍງ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ໄດ້​ດີ. ຜູ້​ເຖົ້າ​ແກ່​ສາມາດ​ຮຽນ​ແບບ​ອັກຄະສາວົກ​ໂປໂລ​ເມື່ອ​ຝຶກ​ສອນ​ຄົນ​ອື່ນ​ໃຫ້​ນຳ​ໜ້າ​ໃນ​ປະຊາຄົມ.

ເຮົາ​ແຕ່​ລະ​ຄົນ​ມີ​ໜ້າ​ທີ່​ສຳຄັນ

15. ໂລມ 12:3-5 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮັບ​ມື​ກັບ​ການ​ປ່ຽນ​ແປງ?

15 ເຮົາ​ມີ​ຊີວິດ​ຢູ່​ໃນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ໂລກ​ນີ້​ກຳລັງ​ເຕີບໂຕ​ໃນ​ຫຼາຍໆດ້ານ. ດັ່ງ​ນັ້ນ ເລື່ອງ​ນີ້​ຈຶ່ງ​ໝາຍ​ຄວາມ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ຕໍ່ໆໄປ ແລະ​ການ​ປ່ຽນ​ແປງ​ບາງ​ຢ່າງ​ມີ​ຜົນ​ກະທົບ​ຕໍ່​ເຮົາ​ເປັນ​ສ່ວນ​ຕົວ​ແລະ​ກໍ​ບໍ່​ງ່າຍ​ທີ່​ຈະ​ຮັບ​ມື. ການ​ເປັນ​ຄົນ​ຖ່ອມ​ແລະ​ຈົດຈໍ່​ໃນ​ສິ່ງ​ທີ່​ດີ​ສຳລັບ​ວຽກ​ລາຊະອານາຈັກ​ຈະ​ຊ່ວຍ​ເຮົາ ແທນ​ທີ່​ຈະ​ຈົດຈໍ່​ໃນ​ສິ່ງ​ທີ່​ເຮົາ​ອາດ​ຕ້ອງການ​ເປັນ​ສ່ວນ​ຕົວ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ຈະ​ຮັກສາ​ຄວາມ​ກົມ​ກຽວ​ກັນ. ໂປໂລ​ຂຽນ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂລມ​ວ່າ: “ເຮົາ​ກ່າວ​ແກ່​ທຸກ​ຄົນ​ໃນ​ພວກ​ທ່ານ​ວ່າ ຢ່າ​ຄຶດ​ຕົວ​ເປັນ​ໃຫຍ່​ເກີນ​ທີ່​ສົມຄວນ​ຈະ​ຄຶດ.” ຫຼັງ​ຈາກ​ນັ້ນ​ລາວ​ໄດ້​ອະທິບາຍ​ວ່າ ອະໄວຍະວະ​ແຕ່​ລະ​ຢ່າງ​ໃນ​ຮ່າງກາຍ​ມີ​ໜ້າ​ທີ່​ຕ່າງ​ກັນ ດັ່ງ​ນັ້ນ ເຮົາ​ແຕ່​ລະ​ຄົນ​ໃນ​ປະຊາຄົມ​ກໍ​ມີ​ໜ້າ​ທີ່​ແຕກຕ່າງ​ກັນ.—ໂລມ 12:3-5

ປະຊາຊົນ​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ຢາກ​ສະໜັບສະໜູນ​ລາຊະອານາຈັກ​ແລະ​ເຮັດ​ໃນ​ສິ່ງ​ທີ່​ອົງການ​ຂໍ​ໃຫ້​ເຮັດ

16. ເຮົາ​ແຕ່​ລະ​ຄົນ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຮັກສາ​ສັນຕິສຸກ​ແລະ​ຄວາມ​ກົມ​ກຽວ​ກັນ​ໃນ​ອົງການ​ຂອງ​ພະ​ເຢໂຫວາ?

16 ປະຊາຊົນ​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ຢາກ​ສະໜັບສະໜູນ​ລາຊະອານາຈັກ​ແລະ​ເຮັດ​ໃນ​ສິ່ງ​ທີ່​ອົງການ​ຂໍ​ໃຫ້​ເຮັດ. ຄົນ​ສູງ​ອາຍຸ​ສາມາດ​ຝຶກ​ສອນ​ຄົນ​ໜຸ່ມ. ສ່ວນ​ຄົນ​ໜຸ່ມ​ສາມາດ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ​ໃນ​ແບບ​ທີ່​ຖ່ອມ​ຕົວ​ແລະ​ສະແດງ​ຄວາມ​ນັບຖື. ສ່ວນ​ພີ່​ນ້ອງ​ຊາຍ​ທີ່​ແຕ່ງ​ດອງ​ແລ້ວ​ກໍ​ຮູ້​ຄຸນຄ່າ​ເມື່ອ​ເມຍ​ສະໜັບສະໜູນ​ເຂົາ​ເຈົ້າ​ໃນ​ເວລາ​ທີ່​ສະພາບການ​ປ່ຽນ​ແປງ. ຜູ້​ຍິງ​ເຫຼົ່າ​ນີ້​ສາມາດ​ຮຽນ​ແບບ​ປຣີສີລາ​ເຊິ່ງ​ເຮັດ​ວຽກ​ຢ່າງ​ສັດ​ຊື່​ຮ່ວມ​ກັບ​ອາກີລາ​ຜົວ​ຂອງ​ລາວ.—ກິດຈະການ 18:2

17. ພະ​ເຍຊູ​ຝຶກ​ສອນ​ພວກ​ລູກ​ສິດ​ໃຫ້​ເຮັດ​ວຽກ​ຫຍັງ?

17 ພະ​ເຍຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ເຕັມ​ໃຈ​ຝຶກ​ສອນ​ຄົນ​ອື່ນ. ພະ​ເຍຊູ​ຮູ້​ວ່າ​ຄົນ​ອື່ນ​ຕ້ອງ​ເຮັດ​ວຽກ​ຂອງ​ພະອົງ​ຕໍ່​ໄປ. ເຮົາ​ຮູ້​ວ່າ​ພວກ​ລູກ​ສິດ​ບໍ່​ສົມບູນ​ແບບ ແຕ່​ພະ​ເຍຊູ​ກໍ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ຂ່າວ​ດີ​ແຜ່​ຂະຫຍາຍ​ອອກ​ໄປ​ໄກ​ກວ່າ​ທີ່​ພະອົງ​ໄດ້​ເຮັດ. (ໂຢຮັນ 14:12) ພະອົງ​ຝຶກ​ສອນ​ເຂົາ​ເຈົ້າ​ເປັນ​ຢ່າງ​ດີ ແລະ​ເຂົາ​ເຈົ້າ​ກໍ​ສາມາດ​ປະກາດ​ໃນ​ທຸກໆບ່ອນ​ທີ່​ເຂົາ​ເຈົ້າ​ໄປ.—ໂກໂລດ 1:23

18. ວຽກ​ແບບ​ໃດ​ທີ່​ຄອຍ​ຖ້າ​ເຮົາ​ໃນ​ອະນາຄົດ? ໃນ​ຕອນ​ນີ້​ເຮົາ​ມີ​ວຽກ​ຫຍັງ​ທີ່​ຕ້ອງ​ເຮັດ?

18 ຫຼັງ​ຈາກ​ທີ່​ພະ​ເຍຊູ​ເສຍ​ຊີວິດ ພະ​ເຢໂຫວາ​ໄດ້​ປຸກ​ພະອົງ​ໃຫ້​ຟື້ນ​ຂຶ້ນ​ມາ​ຈາກ​ຕາຍ​ແລະ​ໄດ້​ມອບ​ວຽກ​ໃຫ້​ພະອົງ​ຕື່ມ​ອີກ ລວມ​ທັງ​ໃຫ້​ພະອົງ​ມີ​ສິດ​ອຳນາດ​ເໜືອ “ເຈົ້ານາຍ ແລະ​ຜູ້​ຄຸ້ມຄອງ ແລະ​ຜູ້​ມີ​ອຳນາດ ແລະ​ຜູ້​ມີ​ຍົດ​ສັກ.” (ເອເຟດ 1:19-21) ຖ້າ​ເຮົາ​ຕາຍ​ຢ່າງ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ກ່ອນ​ອະລະມະເຄໂດນ​ເກີດ​ຂຶ້ນ ເຮົາ​ຮູ້​ວ່າ​ເຮົາ​ຈະ​ຖືກ​ປຸກ​ໃຫ້​ມີ​ຊີວິດ​ຢູ່​ໃນ​ໂລກ​ໃໝ່​ທີ່​ຊອບທຳ​ເຊິ່ງ​ຢູ່​ທີ່​ນັ້ນ​ຈະ​ມີ​ວຽກ​ທີ່​ໜ້າ​ພໍ​ໃຈ​ມາກ​ມາຍ​ໃຫ້​ເຮົາ​ເຮັດ. ແຕ່​ໃນ​ຕອນ​ນີ້​ເຮົາ​ທຸກ​ຄົນ​ມີ​ວຽກ​ມອບ​ໝາຍ​ທີ່​ໜ້າ​ຕື່ນ​ເຕັ້ນ​ໃຫ້​ເຮັດ ນັ້ນ​ຄື​ການ​ປະກາດ​ຂ່າວ​ດີ​ແລະ​ການ​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ. ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ໜຸ່ມ​ຫຼື​ສູງ​ອາຍຸ ໃຫ້​ເຮົາ​ແຕ່​ລະ​ຄົນ ‘ທຸ່ມ​ເທ​ກັບ​ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ມາກ​ມາຍ.’—1 ໂກລິນໂທ 15:58, ລ.ມ.

ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ມອບ​ສິດ​ອຳນາດ​ໃຫ້​ຄົນ​ອື່ນ

1

ເຮົາ​ອາດ​ກັງວົນ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຮັບ​ຄຳ​ຍ້ອງ​ຍໍ​ສຳລັບ​ວຽກ​ນັ້ນ.

ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ຄຳ​ຍ້ອງ​ຍໍ​ທຸກ​ຢ່າງ​ເປັນ​ຂອງ​ພະ​ເຢໂຫວາ.—ຄຳເພງ 115:1

2

ເຮົາ​ບໍ່​ຢາກ​ເຊົາ​ເຮັດ​ວຽກ​ທີ່​ເຮົາ​ມັກ​ເຮັດ.

ແຕ່​ການ​ຝຶກ​ສອນ​ຄົນ​ອື່ນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ.—ກິດຈະການ 20:35

3

ເຮົາ​ອາດ​ຄິດ​ວ່າ​ວຽກ​ນັ້ນ​ຈະ​ອອກ​ມາ​ບໍ່​ດີ.

ແຕ່​ພະເຈົ້າ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ນັ້ນ​ໄດ້ ພະອົງ​ກໍ​ຈະ​ຊ່ວຍ​ຄົນ​ອື່ນ​ເຊັ່ນ​ກັນ.—ຄຳເພງ 37:5

4

ເຮົາ​ບໍ່​ຢາກ​ເສຍ​ສິດ​ໃນ​ການ​ຄວບຄຸມ​ວຽກ​ມອບ​ໝາຍ​ນັ້ນ.

ແຕ່​ພະ​ເຢໂຫວາ​ຄວບຄຸມ​ທຸກ​ຢ່າງ​ຢູ່​ແລ້ວ.—ເອຊາອີ 45:6, 7

5

ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ເວລາ​ຝຶກ​ສອນ​ຄົນ​ອື່ນ.

ແຕ່​ການ​ຝຶກ​ສອນ​ຄົນ​ອື່ນ​ໃນ​ຕອນ​ນີ້ ທີ່​ຈິງ​ແລ້ວ​ຈະ​ປະຢັດ​ເວລາ​ໃນ​ອະນາຄົດ.—ເອເຟດ 5:15, 16

ການ​ອະທິບາຍ​ບາງ​ສຳນວນ

  • ການ​ມອບ​ສິດ​ອຳນາດ ໝາຍ​ເຖິງ​ການ​ຝຶກ​ສອນ​ຄົນ​ອື່ນ​ໃຫ້​ຮັບ​ເອົາ​ວຽກ​ຫຼື​ໜ້າ​ທີ່​ມອບ​ໝາຍ​ທີ່​ເຮົາ​ກຳລັງ​ເຮັດ. ເຖິງ​ແມ່ນ​ວ່າ​ຄົນ​ເຫຼົ່າ​ນັ້ນ​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ເຮົາ​ເຄີຍ​ເຮັດ​ມາ​ກ່ອນ ແຕ່​ເຮົາ​ກໍ​ຄວນ​ສະໜັບສະໜູນ​ເຂົາ​ເຈົ້າ​ສະເໝີ ເພາະ​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ນັ້ນ​ໄດ້​ດີ​ກວ່າ​ທີ່​ເຮົາ​ເຮັດ.

  • ການ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ ໝາຍ​ເຖິງ​ການ​ຮັບ​ເອົາ​ວຽກ​ແລະ​ໜ້າ​ທີ່​ມອບ​ໝາຍ​ຫຼາຍ​ຂຶ້ນ ແລະ​ເຮັດ​ວຽກ​ນັ້ນ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ. ເລື່ອງ​ນີ້​ລວມ​ເຖິງ​ການ​ຍອມ​ຮັບ​ເອົາ​ການ​ຝຶກ​ສອນ​ແລະ​ການ​ສະໜັບສະໜູນ​ທີ່​ຈັດ​ຕຽມ​ໂດຍ​ຄົນ​ທີ່​ເຄີຍ​ເຮັດ​ວຽກ​ນັ້ນ​ມາ​ກ່ອນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌