ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພຖຕ ບົດຄວາມ 77
  • ການ​ຄືນ​ມາ​ຈາກ​ຕາຍ​ແມ່ນ​ຫຍັງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ຄືນ​ມາ​ຈາກ​ຕາຍ​ແມ່ນ​ຫຍັງ?
  • ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ
  • ຄົນ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ!
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຄວາມ​ຫວັງ​ແທ້​ສຳລັບ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ຂ້ອຍມີຄວາມຫວັງໃນພະເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ເຮົາ​ເຊື່ອ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແທ້!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ວຊພຖຕ ບົດຄວາມ 77
ໃນ​ອະນາຄົດ ຜູ້​ຄົນ​ຈະ​ຕ້ອນຮັບ​ໝູ່​ແລະ​ຄົນ​ທີ່​ຮັກ​ເຊິ່ງ​ຄືນ​ມາ​ຈາກ​ຕາຍ​ໃນ​ໂລກ​ທີ່​ເປັນ​ອຸທິຍານ

ການ​ຄືນ​ມາ​ຈາກ​ຕາຍ​ແມ່ນ​ຫຍັງ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

“ການ​ຄືນ​ມາ​ຈາກ​ຕາຍ” ໃນ​ຄຳພີ​ໄບເບິນ​ມາ​ຈາກ​ຄຳ​ພາສາ​ກຣີກ ອະນາທາຊິດສ໌ ໝາຍເຖິງ “ການ​ເຮັດ​ໃຫ້​ລຸກ​ຂຶ້ນ.” ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ ແລະ​ເປັນ​ຄົນ​ເກົ່າ​ຄື​ກັບ​ຕອນ​ທີ່​ລາວ​ຍັງ​ບໍ່​ຕາຍ.—1 ໂກຣິນໂທ 15:12, 13

ພະຄຳພີ​ພາກ​ພາສາ​ເຮັບເຣີ​ຫຼື​ທີ່​ຫຼາຍ​ຄົນ​ເອີ້ນ​ວ່າ​ພັນທະ​ສັນຍາ​ເດີມ ບໍ່​ມີ​ຄຳ​ວ່າ: “ການ​ຄືນ​ມາ​ຈາກ​ຕາຍ” ແຕ່​ກໍ​ມີ​ການ​ສອນ​ເລື່ອງ​ນີ້​ໄວ້. ຕົວຢ່າງ​ເຊັ່ນ ພະເຈົ້າ​ສັນຍາ​ຜ່ານ​ທາງ​ໂອເຊ​ຜູ້​ສົ່ງ​ຂ່າວ​ວ່າ “ເຮົາ​ຈະ​ໄຖ່​ເຂົາເຈົ້າ​ຈາກ​ອຳນາດ​ຂອງ​ຂຸມ​ຝັງ​ສົບ. ເຮົາ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ.”—(ໂອເຊ 13:14; ໂຢບ 14:13-15; ເອຊາຢາ 26:19; ດານີເອນ 12:2, 13)

ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ຢູ່​ໃສ? ບາງ​ຄົນ​ຈະ​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ຢູ່​ໃນ​ສະຫວັນ ເຂົາເຈົ້າ​ຈະ​ປົກຄອງ​ເປັນ​ກະສັດ​ຮ່ວມ​ກັບ​ພະຄລິດ. (2 ໂກຣິນໂທ 5:1; ພະ​ນິມິດ 5:9, 10) ຄຳພີ​ໄບເບິນ​ເອີ້ນ​ການ​ຄືນ​ມາ​ຈາກ​ຕາຍ​ແບບ​ນີ້​ວ່າ: ການ “ຄືນ​ມາ​ຈາກ​ຕາຍ​ລຳດັບ​ທຳອິດ” ແລະ “ກຸ່ມ​ທຳອິດ​ທີ່​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ” ນີ້​ສະແດງ​ວ່າ​ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ​ແບບ​ອື່ນ​ນຳ. (ພະ​ນິມິດ 20:6; ຟີລິບປອຍ 3:11) ການ​ຄືນ​ມາ​ຈາກ​ຕາຍ​ອີກ​ແບບ​ໜຶ່ງ​ແມ່ນ​ການ​ຄືນ​ມາ​ເພື່ອ​ຈະ​ຢູ່​ໃນ​ໂລກ ເຊິ່ງ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ສ່ວນ​ຫຼາຍ​ຈະ​ມີ​ຄວາມ​ຫວັງ​ແບບ​ນີ້.—ຄຳເພງ 37:29

ຈະ​ຄືນ​ມາ​ຈາກ​ຕາຍ​ໄດ້​ແນວ​ໃດ? ພະເຈົ້າ​ໃຫ້​ພະລັງ​ກັບ​ພະ​ເຢຊູ​ເພື່ອ​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ. (ໂຢຮັນ 11:25) ພະ​ເຢຊູ​ຈະ​ໃຫ້​ຊີວິດ​ກັບ “ທຸກ​ຄົນ​ເຊິ່ງ​ຢູ່​ໃນ​ອຸໂມງ​ຝັງ​ສົບ” ແຕ່​ລະ​ຄົນ​ຈະ​ກັບ​ມາ​ເປັນ​ຄົນ​ເກົ່າ ມີ​ຄຸນລັກສະນະ ນິດໄສ ແລະ​ຄວາມ​ຊົງ​ຈຳ​ທຸກ​ຢ່າງ​ຄື​ເກົ່າ. (ໂຢຮັນ 5:28, 29) ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໃນ​ສະຫວັນ​ຈະ​ໄດ້​ຮັບ​ຮ່າງກາຍ​ວິນຍານ​ເຊິ່ງ​ເປັນ​ຮ່າງກາຍ​ສຳລັບ​ສະຫວັນ ສ່ວນ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ເທິງ​ໂລກ​ຈະ​ໄດ້​ຮັບ​ຮ່າງກາຍ​ເນື້ອ​ໜັງ​ທີ່​ແຂງແຮງ​ສົມບູນ.—ເອຊາຢາ 33:24; 35:5, 6; 1 ໂກຣິນໂທ 15:42-44, 50

ຈະ​ມີ​ໃຜ​ຄືນ​ມາ​ຈາກ​ຕາຍ? ຄຳພີ​ໄບເບິນ​ບອກ​ວ່າ: “ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຄືນ​ມາ​ຈາກ​ຕາຍ.” (ກິດຈະການ 24:15) ຄົນ​ດີ​ແມ່ນ​ຄົນ​ສັດຊື່​ຕໍ່​ພະເຈົ້າ ເຊັ່ນ: ໂນອາ ຊາຣາ ແລະ​ອັບຣາຮາມ. (ປະຖົມມະການ 6:9; ເຮັບເຣີ 11:11; ຢາໂກໂບ 2:21) ຄົນ​ຊົ່ວ​ແມ່ນ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ​ຍ້ອນ​ບໍ່​ມີ​ໂອກາດ​ຮຽນ​ຮູ້​ກ່ຽວກັບ​ເພິ່ນ.

ມີ​ຄົນ​ອີກ​ກຸ່ມ​ໜຶ່ງ​ທີ່​ຈະ​ບໍ່​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ນັ້ນ​ແມ່ນ​ຄົນ​ຊົ່ວ​ທີ່​ໄດ້​ຮຽນ​ຮູ້​ມາດຕະຖານ​ຂອງ​ພະເຈົ້າ​ແລ້ວ​ແຕ່​ບໍ່​ຍອມ​ປ່ຽນແປງ​ໂຕເອງ. ເມື່ອ​ຄົນ​ເຫຼົ່າ​ນີ້​ຕາຍ​ແລ້ວ ເຂົາເຈົ້າ​ຈະ​ຖືກ​ທຳລາຍ​ຢ່າງ​ຖາວອນ ເຊິ່ງ​ບໍ່​ມີ​ຄວາມ​ຫວັງ​ທີ່​ຈະ​ກັບ​ມາ​ມີ​ຊີວິດ​ອີກ.—ມັດທາຍ 23:33; ເຮັບເຣີ 10:26, 27

ຈະ​ຄືນ​ມາ​ຈາກ​ຕາຍ​ເມື່ອ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ໃນ​ສະຫວັນ​ຈະ​ເກີດຂຶ້ນ​ຫຼັງ​ຈາກ​ພະ​ເຢຊູ​ຄລິດ​ເລີ່ມ​ປົກຄອງ​ເປັນ​ກະສັດ​ໃນ​ສະຫວັນ​ຕັ້ງແຕ່​ປີ 1914. (1 ໂກຣິນໂທ 15:21-23) ການ​ຄືນ​ມາ​ຈາກ​ຕາຍ​ເທິງ​ໂລກ​ຈະ​ເກີດຂຶ້ນ​ໃນ​ອະນາຄົດ​ລະຫວ່າງ​ທີ່​ພະ​ເຢຊູ​ປ່ຽນ​ໂລກ​ໃຫ້​ເປັນ​ອຸທິຍານ.—ລູກາ 23:43; ພະ​ນິມິດ 20:6, 12, 13

ຄວາມ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ສົມເຫດສົມຜົນ​ບໍ? ຄຳພີ​ໄບເບິນ​ມີ​ບັນທຶກ​ຢ່າງ​ລະອຽດ​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ 9 ຄົນ ແລະ​ແຕ່​ລະ​ຄົນ​ມີ​ພະຍານ​ຮູ້​ເຫັນ​ຢືນຢັນ​ໄດ້. (1 ກະສັດ 17:17-24; 2 ກະສັດ 4:32-37; 13:20, 21; ລູກາ 7:11-17; 8:40-56; ໂຢຮັນ 11:38-44; ກິດຈະການ 9:36-42; 20:7-12; 1 ໂກຣິນໂທ 15:3-6) ຄົນ​ທີ່​ໜ້າສົນໃຈ​ເປັນ​ພິເສດ​ແມ່ນ​ລາຊະໂຣ​ຍ້ອນ​ພະ​ເຢຊູ​ເຮັດ​ການ​ອັດສະຈັນ​ໃຫ້​ລາວ​ຟື້ນ​ຄືນ​ຈາກ​ຕາຍ​ຕໍ່​ໜ້າ​ຄົນ​ກຸ່ມ​ໃຫຍ່ ເຖິງ​ວ່າ​ລາຊະໂຣ​ຈະ​ຕາຍ​ໄປ​ແລ້ວ 4 ມື້. (ໂຢຮັນ 11:39, 42) ແມ່ນ​ແຕ່​ສັດຕູ​ຂອງ​ພະ​ເຢຊູ​ກໍ​ຍັງ​ຍອມຮັບ​ວ່າ​ເລື່ອງ​ນີ້​ເກີດຂຶ້ນ​ແທ້. ເຂົາເຈົ້າ​ວາງ​ແຜນ​ຈະ​ຂ້າ​ທັງ​ພະ​ເຢຊູ​ແລະ​ລາຊະໂຣ.—ໂຢຮັນ 11:47, 53; 12:9-11

ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ສາມ​ຄົນ​ທີ່​ບັນທຶກ​ໃນ​ຄຳພີ​ໄບເບິນ​ມີ: ລູກ​ຂອງ​ແມ່​ໝ້າຍ ຄລິດສະຕຽນ​ຄົນ​ໜຶ່ງ ແລະ​ລາຊະໂຣ​ໝູ່​ຂອງ​ພະ​ເຢຊູ

ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ ພະເຈົ້າ​ມີ​ທັງ​ຄວາມ​ສາມາດ​ແລະ​ຄວາມ​ຕ້ອງການ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ. ເພິ່ນ​ມີ​ຄວາມ​ຈື່​ຈຳ​ທີ່​ບໍ່​ມີ​ຂີດ​ຈຳກັດ ເພິ່ນ​ຈຶ່ງ​ສາມາດ​ຈື່​ລາຍລະອຽດ​ຂອງ​ທຸກ​ໆ​ຄົນ​ທີ່​ເພິ່ນ​ຕ້ອງການ​ຈະ​ປຸກ ແລະ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ​ດ້ວຍ​ພະລັງ​ອຳນາດ​ສູງ​ສຸດ​ຂອງ​ເພິ່ນ. (ໂຢບ 37:23; ມັດທາຍ 10:30; ລູກາ 20:37, 38) ພະເຈົ້າ​ຕ້ອງການ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ​ຢ່າງ​ແນ່ນອນ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: ‘ພະອົງ​ຈຶ່ງ​ຢາກ​ເຫັນ [ຄົນ​ທີ່​ຕາຍ] ອີກ​ເທື່ອ​ໜຶ່ງ​ແທ້​ໆ.’—ໂຢບ 14:15

ເລື່ອງ​ເຂົ້າໃຈ​ຜິດ​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ

ເລື່ອງ​ເລົ່າ: ການ​ຄືນ​ມາ​ຈາກ​ຕາຍ​ແມ່ນ​ການ​ທີ່​ດວງ​ວິນຍານ​ກັບ​ຄືນ​ເຂົ້າ​ຮ່າງກາຍ​ອີກ.

ຄວາມ​ຈິງ: ຄຳພີ​ໄບເບິນ​ສອນ​ວ່າ ເມື່ອ​ຄົນ​ໜຶ່ງ​ຕາຍ ລາວ​ບໍ່​ມີ​ຊີວິດ​ຢູ່​ອີກ​ຕໍ່​ໄປ ບໍ່​ມີ​ວິນຍານ​ລອດ​ຢູ່​ຫຼັງ​ຈາກ​ຕາຍ. (ຜູ້​ເທສະໜາ​ປ່າວ​ປະກາດ 9:5, 10) ດັ່ງນັ້ນ ເມື່ອ​ຄົນ​ໜຶ່ງ​ຄືນ​ມາ​ຈາກ​ຕາຍ ວິນຍານ​ບໍ່​ໄດ້​ກັບ​ເຂົ້າ​ຮ່າງກາຍ​ລາວ​ຄືນ ແຕ່​ລາວ​ໄດ້​ຮັບ​ຮ່າງກາຍ​ໃໝ່​ແລະ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ.

ເລື່ອງ​ເລົ່າ: ບາງ​ຄົນ​ຈະ​ຄືນ​ມາ​ຈາກ​ຕາຍ​ແລະ​ຖືກ​ທຳລາຍ​ທັນທີ.

ຄວາມ​ຈິງ: ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ເຮັດ​ຊົ່ວ​ຈະ​ຄືນ​ມາ​ແລ້ວ​ຖືກ​ຕັດສິນ.” (ໂຢຮັນ 5:29) ການ​ຕັດສິນ​ທີ່​ເວົ້າ​ເຖິງ​ໃນ​ຂໍ້​ນີ້​ເບິ່ງ​ຈາກ​ການ​ກະທຳ​ຫຼັງ​ຈາກ​ຄືນ​ມາ​ຈາກ​ຕາຍ ບໍ່​ແມ່ນ​ກ່ອນ​ຕາຍ. ພະ​ເຢຊູ​ບອກ​ວ່າ: “ຄົນ​ຕາຍ​ຈະ​ໄດ້​ຍິນ​ສຽງ​ລູກ​ຂອງ​ພະເຈົ້າ ແລະ​ຄົນ​ທີ່​ເຊື່ອຟັງ​ຈະ​ມີ​ຊີວິດ.” (ໂຢຮັນ 5:25) ຄົນ​ທີ່ “ເຊື່ອຟັງ” ພະ​ເຢຊູ​ສອນ​ຫຼັງ​ຈາກ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ມີ​ຊື່​ຈົດ​ໄວ້​ໃນ “ມ້ວນ​ໜັງສື​ແຫ່ງ​ຊີວິດ.”—ພະ​ນິມິດ 20:12, 13

ເລື່ອງ​ເລົ່າ: ພະເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ຄືນ​ມາ​ຈາກ​ຕາຍ​ໃນ​ຮ່າງກາຍ​ເກົ່າ.

ຄວາມ​ຈິງ: ເມື່ອ​ຄົນ​ເຮົາ​ຕາຍ​ຮ່າງກາຍ​ກໍ​ເນົ່າ​ເປື່ອຍ​ແລະ​ຍ່ອຍ​ສະຫຼາຍ​ໄປ​ເປັນ​ດິນ.—ຜູ້​ເທສະໜາ​ປ່າວ​ປະກາດ 3:19, 20

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌